ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ແກ່​ຍາວ​ເປັນ​ເວ​ລາ 3 ປີ​ເຕັມ: ເປີດ​ແຍ້ມ​ໂອ​ກາດ​ສັນ​ຕິ​ພາບ

(VOVWORLD) - ການປະທະກັນຢູ່ ຢູແກຼນ, ການປະທະກັນດ້ວຍອາວຸດໃຫຍ່ສຸດຢູ່ເອີຣົບ ນັບແຕ່ສົງຄາມໂລກທີ 2 ມາຮອດປັດຈຸບັນ, ໄລ່ຮອດວັນທີ 24 ກຸມພາ ແມ່ນຄົບຮອບ 3 ປີ. ເຖິງວ່າບັນດາການປະທະກັນໃນສະໜາມຮົບຍັງສືບຕໍ່ເກີດຂຶ້ນຢ່າງດຸເດືອດກໍ່ຕາມ, ແຕ່ຄວາມຫວັງກ່ຽວກັບຂໍ້ຕົກລົງສັນຕິພາບ, ຢຸດຕິການປະທະກັນພວມໃຫຍ່ກວ່າເວລາໃດໝົດ ຍ້ອນມີກຳລັງຜັກດັນຈາກອຳນາດການປົກຄອງໃໝ່ຢູ່ ອາເມລິກາ.

ການປະທະກັນຢູ່ ຢູແກຼນ ເກີດຂຶ້ນໃນວັນທີ 24 ກຸມພາ ປີ 2022, ເມື່ອ ລັດເຊຍ ເປີດບັ້ນການທະຫານພິເສດຢູ່ ຢູແກຼນ, ສ້າງການຜັນປ່ຽນດ້ານຄວາມໝັ້ນຄົງ ແລະ ພູມີການເມືອງໃຫຍ່ສຸດຢູ່ເອີຣົບໃນຫຼາຍທົດສະວັດຜ່ານມາ, ພ້ອມທັງສົ່ງຜົນກະທົບຕໍ່ບັນດາສາຍພົວພັນສາກົນຢ່າງເລິກເຊິ່ງກວ້າງຂວາງ.

ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ແກ່​ຍາວ​ເປັນ​ເວ​ລາ 3 ປີ​ເຕັມ: ເປີດ​ແຍ້ມ​ໂອ​ກາດ​ສັນ​ຕິ​ພາບ - ảnh 1 ນາຍທະຫານ ຢູແກຼນ  (ພາບປະກອບ:  AFP/TTXVN)

       ບາດລ້ຽວໃຫ້ແກ່ສັນຕິພາບ

        ພາຍຫຼັງເກີດຂຶ້ນເປັນເວລາ  3 ປີ, ການປະທະກັນໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ມະນຸດ ແລະ ເສດຖະກິດໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ, ພິເສດແມ່ນ ຢູແກຼນ. ໄລ່ຮອດທ້າຍປີ 2024 ມີຫຼາຍອົງການການເງິນ - ເສດຖະກິດໃຫຍ່ໄດ້ຄາດຄະເນຈຳນວນເງິນທີ່ ຢູແກຼນ ເບີກຈ່າຍເພື່ອສ້າງສາປະເທດຄືນໃໝ່ ພາຍຫຼັງການປະທະກັນຢຸດຕິລົງ ແມ່ນເກືອບ 500 ຕື້ USD, ຍ້ອນພື້ນຖານເສດຖະກິດຂອງປະເທດນີ້ຖືກມ້າງທຳລາຍຢ່າງຮ້າຍແຮງ, ພິເສດແມ່ນພື້ນຖານໂຄງລ່າງດ້ານອຸດສາຫະກຳ ແລະ ພະລັງງານ. ຊາວ ຢູແກຼນ ນັບລ້ານຄົນຕ້ອງອອກຈາກປະເທດໄປລີ້ໄພ.  ກ່ຽວກັບຝ່າຍ ລັດເຊຍ, ຜົນພາຍຫຼັງການປະທະກັນ ແລະ ບັນດາຄຳສັ່ງລົງໂທດຈາກຝ່າຍຕາເວັນຕົກ ໄດ້ກໍ່ກຳລັງກົດດັນຕໍ່ພື້ນຖານເສດຖະກິດທັງໄລຍະສັ້ນ ແລະ ໄລຍະຍາວຢ່າງໜັກໜ່ວງ. ສຳລັບ ເອີຣົບ ແລະ ໂລກ, ຜົນກະທົບຢ່າງຮ້າຍແຮງທີ່ສຸດຂອງການປະທະກັນຢູ່ ຢູແກຼນ ແມ່ນຄວາມສ່ຽງເກີດວິນາດຕະກຳຄວາມໝັ້ນຄົງທົ່ວໂລກ, ເມື່ອລະດັບຄວາມເຄັ່ງຕຶງຂອງການປະທະກັນນັບມື້ນັບເພີ່ມຂຶ້ນຢ່າງດຸເດືອດ.

        ເຖິງຢ່າງໃດກໍຕາມ, ໃນຈຸດເວລາການປະທະກັນຄົບຮອບ 3 ປີນັ້ນ, ຢູ່ ຢູແກຼນ ພວມຮັບຮູ້ບັນດາບາດລ້ຽວມີລັກສະນະຕັດສິນຊີ້ຂາດ, ອາດຈະຊຸກຍູ້ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງສັນຕິພາບ. ກຳລັງຜັກດັນຈາກອຳນາດການປົກຄອງໃໝ່ຢູ່ ອາເມລິກາ. ຍັງບໍ່ທັນຄົບ 1 ເດືອນນັບແຕ່ເມື່ອຂຶ້ນກຳອຳນາດຄືນໃໝ່, ວັນທີ 12 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ, Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເປັນຄັ້ງທຳອິດ ເພື່ອເລີ່ມດຳເນີນບັນດາການເຈລະຈາຢຸດຕິການປະທະກັນຢູ່ ຢູແກຼນ. ໄລ່ຮອດວັນທີ 18 ກຸມພາ, ສອງຄະນະຜູ້ແທນທາງການທູດຂັ້ນສູງຂອງ ອາເມລິກາ ແລະ ລັດເຊຍ ໄດ້ຈັດການພົບປະເຈລະຈາຢູ່ Ryiadh, ອາຣັບບິ ຊະອຸດິ ແລະ ປະມຸກລັດ ອາເມລິກາ - ລັດເຊຍ ອາດຈະມີການເຈລະຈາແບບເຊິ່ງໜ້າໃນ 2 – 3 ອາທິດຈະມາເຖິງ. ບໍ່ພຽງແຕ່ປ່ຽນແປງວິທີການສຳຜັດກັບ ລັດເຊຍ ຢ່າງຮອບດ້ານເທົ່ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຍັງຖືການແກ້ໄຂການປະທະກັນຢູ່ ຢູແກຼນ ແມ່ນບຸລິມະສິດແຖວໜ້າໃນປັດຈຸບັນ ແລະ ຢັ້ງຢືນວ່າ ຈະກໍ່ກຳລັງດັນເພື່ອໃຫ້ ລັດເຊຍ - ຢູແກຼນ ຕ້ອງເຈລະຈານຳກັນ.

        “ຂ້າພະເຈົ້າຄິດວ່າ ທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Zelensky ຈະຕ້ອງໂອ້ລົມນຳກັນ. ເພາະວ່າ ພວກຂ້າພະເຈົ້າຢາກຢຸດຕິເລື່ອງເຮັດໃຫ້ປະຊາຊົນນັບລ້ານຄົນເສຍຊີວິດ. ດັ່ງນັ້ນ, ຂ້າພະເຈົ້າຢາກບັນລຸໄດ້ຄຳສັ່ງຢຸດຍິງ, ຢາກມີຂໍ້ຕົກລົງ ແລະ ຂ້າພະເຈົ້າຄິດວ່າ ພວກຂ້າພະເຈົ້າມີໂອກາດເພື່ອບັນລຸໄດ້ສິ່ງດັ່ງກ່າວ”.

        ເພື່ອຊຸກຍູ້ຂໍ້ຕົກລົງ, ດ້ານໜຶ່ງ ອຳນາດການປົກຄອງ ອາເມລິກາ ເຈລະຈາໂດຍກົງກັບ ລັດເຊຍ ເພື່ອແນໃສ່ສ້າງສາຍພົວພັນທັງໝົດຂອງສອງຝ່າຍຄືນໃໝ່, ດ້ານອື່ນກໍ່ແມ່ນສ້າງກຳລັງກົດດັນ, ບັງຄັບໃຫ້ ຢູແກຼນ ຕ້ອງຍອມຮັບການປະນິປະນອມຈຳນວນໜຶ່ງ, ນັບທັງຂົງເຂດເສດຖະກິດ ແລະ ຄວາມໝັ້ນຄົງ. ສຳລັບ ເອີຣົບ, ອຳນາດການປົກຄອງ ອາເມລິກາ ກໍຮຽກຮ້ອງໃຫ້ກຸ່ມນີ້ຕ້ອງແບກຫາບຄວາມຮັບຜິດຊອບຫຼັກກ່ຽວກັບຄວາມໝັ້ນຄົງ, ຜ່ານການເພີ່ມລາຍຈ່າຍດ້ານປ້ອງກັນຊາດ ແລະ ສ້າງແຜນການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ພາຍຫຼັງການປະທະກັນ. ຕາມວົງການນັກສັງເກດການແລ້ວ, ອາເມລິກາ ໄດ້ວາງອອກເປົ້າໝາຍທີ່ມີຄວາມຫວັງຢາກແກ້ໄຂການປະທະກັນ ຢູ່ ຢູແກຼນ ສຳເລັດ ກ່ອນງານບຸນ Easter ໃນທ້າຍເດືອນ ເມສາ ນີ້.  

ໂຈດຍາກສຳລັບເອີຣົບ

        ເຖິງວ່າບັນດາຝ່າຍຕ່າງມີຄວາມປາດຖະໜາຢາກໃຫ້ສັນຕິພາບກັບຄືນມາສຳລັບ ຢູແກຼນ, ແຕ່ບັນຫາໃຫຍ່ສຸດໃນປັດຈຸບັນແມ່ນສັນຕິພາບນີ້ບັນລຸໄດ້ດ້ວຍວິທີໃດ? ເລື່ອງ ອາເມລິກາ - ລັດເຊຍ ບໍ່ເຊີນ ຢູແກຼນ ແລະ ເອີຣົບ ເຂົ້າຮ່ວມການເຈລະຈາຄັ້ງທຳອິດ, ພ້ອມກັບກຳລັງກົດດັນຈາກຝ່າຍ ອາເມລິກາ ສຳລັບ ຢູແກຼນ ກ່ຽວກັບຂໍ້ຕົກລົງກ່ຽວກັບແຮ່ທາດທີ່ມີມູນຄ່າ 500 ຕື້ USD, ພວມເຮັດໃຫ້ທົ່ວເອີຣົບມີຄວາມຮູ້ສຶກບໍ່ອຸ່ນອຽນໃຈ, ພ້ອມທັງວາງອອກສິ່ງທ້າທາຍກ່ຽວກັບຄວາມສາມັກຄີ ແລະ ກຳລັງຄວາມສາມາດຂອງບັນດາປະເທດ ເອີຣົບ ໃນບັນຫາ ຢູແກຼນ.

        ໂຈດຍາກທີ່ສຸດສຳລັບ ເອີຣົບ ທີ່ເກີດຂຶ້ນໃນອາທິດນີ້, ເມື່ອທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ອັງກິດ, Keir Starmer ເດີນທາງໄປຍັງ ອາເມລິກາ ເພື່ອເກ້ຍກ່ອມລະດົມທ່ານປະທານາທິບໍດີ ອາເມລິກາ Donald Trump ສະໜັບສະໜູນຍຸດທະສາດຄວາມໝັ້ນຄົງຂອງ ເອີຣົບ, ໃນນັ້ນ ຈຸດສຸມແມ່ນເລື່ອງ ອາເມລິກາ ຍົກອອກບັນດາການຮັບປະກັນຄວາມປອດໄພໃຫ້ແກ່ແຜນການຜັນຂະຫຍາຍນາຍທະຫານຮັກສາສັນຕິພາບຂອງເອີຣົບ ໄປຍັງ ຢູແກຼນ, ຖ້າວ່າບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງ. ເຖິງຢ່າງໃດກໍຕາມ, ຕາມນັກຊ່ຽວຊານ Philip Golub, ສາດສະດາຈານການພົວພັນສາກົນ ສັງກັດຢູ່ມະຫາວິທະຍາໄລ ອາເມລິກາ ປະຈຳ ປາຣີ ແລ້ວ, ຄວາມອາດສາມາດທີ່ ເອີຣົບ ຈະເກ້ຍກ່ອມທ່ານ Donald Trump ໄດ້ແມ່ນບໍ່ສູງ.

        “ອຳນາດການປົກຄອງ ອາເມລິກາ ເຊື່ອໝັ້ນວ່າ ເອີຣົບ ຍາມໃດກໍເປັນມືວາງ ອັນດັບ 2 ໃນພື້ນຖານການເມືອງໂລກ ແລະ ບັນຫາແກ່ນສານກັບ ອາເມລິກາ ແມ່ນການພົວພັນລະຫວ່າງບັນດາປະເທດມະຫາອຳນາດ, ໝາຍຄວາມໝາຍລະຫວ່າງ ອາເມລິກາ ກັບ ຈີນ, ກັບ ລັດເຊຍ. ນັ້ນແມ່ນວິທີທີ່ທ່ານ Donald Trump ແລະ ອຳນາດການປົກຄອງ ອາເມລິກາ ໃນປັດຈຸບັນຮັບຮູ້ໂລກ. ດັ່ງນັ້ນ, ເຂົາເຈົ້າອາດຈະຟັງຄຳທ່ານ Macron ແຕ່ຈະບໍ່ມີການປະນິປະນິປະນອມພໍປານໃດ ຕໍ່ບັນດາຄຳຮຽກຮ້ອງຂອງເອີຣົບ. ຂ້າພະເຈົ້າບໍ່ຄິດວ່າ ການເດີນທາງຄັ້ງນີ້ຈະບັນລຸໄດ້ການປ່ຽນແປງຄັ້ງໃຫຍ່ໃດ ຢູ່ ວໍຊິງຕັນ”.

         ເມື່ອແບ່ງປັນທັດສະນະນີ້, ນັກຊ່ຽວຊານ Armida Van Rij, ຜູ້ອຳນວຍການໂຄງການເອີຣົບ ຢູ່ ສະຖາບັນ Chatham House (ອັງກິດ), ຖືວ່າ ບັນດາການຜັນແປຄັ້ງມໍ່ໆມານີ້ ຢັ້ງຢືນວ່າ ທ່າອຽງທີ່ບໍ່ສາມາດປີ້ນຕ່າວເລື່ອງ ອາເມລິກາ ຖອນຕົວອອກຈາກບັນດາຄຳໝັ້ນສັນຍາກັບ ເອີຣົບ ແລະ ວິວັດທະນາການແກ້ໄຂການປະທະກັນ ຢູແກຼນ ຈະແມ່ນການທົດສອບ                                         ຄັ້ງໃຫຍ່ສຳລັບເອີຣົບ ຕໍ່ເລື່ອງ ກຸ່ມນີ້ອາດຈະແບກຫາບຄວາມຮັບຜິດຊອບປົກປັກຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງທະວີບນີ້ໄດ້ຫຼືບໍ, ຫຼືຈະຍອມຮັບຖືກປັດເຂ່ຍອອກຈາກບັນດາການຜັນແປໃນປັດຈຸບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ