(VOVWORLD) - ໃນອາທິດຜ່ານມາ, ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ພວມເພີ່ມບັນດາການກະທຳທາງການທູດ ແລະ ການເມືອງ ແນໃສ່ກໍ່ກຳລັງກົດດັນ ບັງຄັບໃຫ້ຝ່າຍຕ່າງໆ ບັນລຸຂໍ້ຕົກລົງຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ໂດຍໄວ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາການຜັນແປໃນຕົວຈິງສະແດງໃຫ້ເຫັນວ່າ ນີ້ແມ່ນເປົ້າໝາຍທີ່ບໍ່ງ່າຍດາຍ.
ເຂດໜຶ່ງຢູ່ນະຄອນຫຼວງ ກີແອບ ຖືກບຸກໂຈມຕີທາງອາກາດ ວັນທີ 24/4 (ພາບ: Reuters) |
ວັນທີ 25 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງວ່າ ທ່ານໄດ້ຫຍັບມໍ່ເຂົ້າກັບເລື່ອງບັນລຸຂໍ້ຕົກລົງສັນຕິພາບກັບ ລັດເຊຍ ແລະ ຢູແກຼນ ແລ້ວ. ຖະແຫຼງການນີ້ ໄດ້ເຮັດໃຫ້ຄວາມຫວັງກ່ຽວກັບຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກ່ວາ 3 ປີຖືກຟື້ນຟູຄືນໃໝ່ ພາຍຫຼັງຖືກຈົນຕາແຈເປັນເວລາຍາວນານ.
ກຳນົດເວລາສຸດທ້າຍຂອງອຳນາດການປົກຄອງ ອາເມລິກາ
ຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມດ້ວຍບັນດາຂໍ້ມູນຂ່າວທີ່ເອົາລົງໃນສື່ມວນຊົນຝ່າຍຕາເວັນຕົກໃນຊຸມວັນຜ່ານມາໃຫ້ເຫັນວ່າ ພວມມີຄວາມຄືບໜ້າທີ່ແນ່ນອນໃນການເຈລະຈາຄັ້ງຕ່າງໆ ກ່ຽວກັບຂໍ້ຕົກລົງສັນຕິພາບ ຊື່ງອຳນາດການປົກຄອງ ອາເມລິກາ ຍົກອອກມາເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ.
ປະທານາທິບໍດີ ອາເມລິກາ Donald Trump ຮ້ອນໃຈກັບລະດັບຄວາມໄວເຈດລະຈ່ສັນຕິພາບລະຫວ່າງ ລັດເຊຍ-ຢູແກຼນ (ພາບ: AFP) |
ບັນດາການກະທຳໃນອາທິດຜ່ານມາໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຈາກອຳນາດການປົກຄອງ ອາເມລິກາ ກ່ຽວກັບເລື່ອງບັນລຸໄດ້ໄຊຊະນະດ້ານການທູດສຳຄັນໂດຍໄວ ໃນຈຸດເວລາທີ່ທ່ານ Donald Trump ໃກ້ຈະສຳເລັດຄົບ 100 ວັນຂຶ້ນກຳອຳນາດ (ຄືໃນວັນທີ 30 ເມສາ) ຍ້ອນວ່າ ໜຶ່ງໃນບັນດາຖະແຫຼງອອກຫາສຽງເລືອກຕັ້ງທີ່ໜ້າສົນໃຈຂອງທ່ານ Donald Trump ແມ່ນການ “ຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ພາຍໃນເວລາ 24 ຊົ່ວໂມງ”. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ຖະແຫຼງວ່າ:
ການປະທະກັນນີ້ອາດຈະຢຸດຕິລົງ ແລະ ທັງສອງຝ່າຍລ້ວນແຕ່ຕ້ອງຍອມຮັບສິ່ງນັ້ນ. ພວກຂ້າພະເຈົ້າໄດ້ຊີ້ໃຫ້ເຂົາເຈົ້າເຫັນເສັ້ນທາງໃນຕໍ່ໜ້າ, ຊີ້ໃຫ້ເຂົາເຈົ້າເຫັນເສັ້ນໄຊ, ດັ່ງນັ້ນ ພວກຂ້າພະເຈົ້າຕ້ອງການຄວາມເຫັນດີຈາກທັງສອງຝ່າຍ.
ເຖິງແນວນັ້ນກໍ່ຕາມ, ຕາມທ່ານນັກຊ່ຽວຊານ James Nixey, ຜູ້ອຳນວຍການໂຄງການ ລັດເຊຍ ແລະ ອາຊີ-ເອີລົບ ຢູ່ສະຖາບັນ Chatham House (ອັງກິດ), ການເຈລະຈາຄັ້ງຕ່າງໆລະຫວ່າງ ອາເມລິກາ ກັບ ລັດເຊຍ ແລະ ຢູແກຼນ ບໍ່ໄດ້ດຳເນີນໄວຄືດັ່ງຄວາມຄາດຫວັງໃນເບື້ອງຕົ້ນ ກໍ່ພວມເຮັດໃຫ້ອຳນາດການປົກຄອງ ອາເມລິກາ ຄ່ອຍໆໝົດຄວາມອົດທົນ, ຊື່ງສະແດງອອກຜ່ານຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ພາຍຫຼັງການເຈລະຈາກັບບັນດາເຈົ້າໜ້າທີ່ ຢູແກຼນ ແລະ ເອີລົບ ຢູ່ ປາຣີ ເມື່ອວັນທີ 18 ເມສາ ວ່າ: ອາເມລິກາ ຈະປະລະບົດບາດເປັນກາງໄກ່ເກ່ຍ ຖ້າຫາກວ່າທຸກວຽກງານບໍ່ມີຄວາມຄືບໜ້າ. ວັນທີ 25 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ຍົກອອກຄຳກ່າວເຕືອນນີ້ ຂະນະທີ່ໃຫ້ຮູ້ວ່າ ປະເທດ ອາເມລິກາ ວາງອອການກຳນົດເວລາສຸດທ້າຍສຳລັບທຸກໆຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນ ໂດຍບໍ່ໄດ້ຍົກອອກລາຍລະອຽດ:
ຂ້າພະເຈົ້າໄດ້ວາງອອກການກຳນົດເວລາສຸດທ້າຍສະເພາະຂອງຕົນ. ພວກຂ້າພະເຈົ້າຢາກບັນລຸໄດ້ຂໍ້ຕົກລົງໂດຍໄວ ແລະ ຂ້າພະເຈົ້າຄິດວ່າ ທຸກຄົນ, ນັບທັງອົງການ ນາໂຕ ກໍ່ຢາກບັນລຸຂໍ້ຕົກລົງນີ້ເຊັ່ນດຽວກັນ. ພວກຂ້າພະເຈົ້າໄດ້ວາງອອກການກຳນົດເວລາສຸດທ້າຍ ແລະ ຫຼັງຈາກຈຸດເວລານັ້ນ, ພວກຂ້າພະເຈົ້າຈະມີທ່າທີຕ່າງຫາກ.
ແຜນການຖອນຕົວ
ບັນດາປະເທດ ເອີລົບ ຊື່ງເຄີຍຖືກປັດເຂ່ຍອອກຈາກການເຈລະຈາ ອາເມລິກາ-ລັດເຊຍ-ຢູແກຼນ ແລະ ພວມສ້າງບັນດາແຜນການສະເພາະ ເພື່ອໜູນຊ່ວຍ ຢູແກຼນ ກໍ່ບໍ່ສະໜັບສະໜູນເລື່ອງ ອາເມລິກາ ກໍ່ກຳລັງກົດດັນ ບັງຄັບໃຫ້ ຢູແກຼນ ຍອມຮັບຂໍ້ຕົກລົງໂດຍໄວ ຍ້ອນຖືວ່າ ມີຂໍ້ມາດຕາທີ່ຂາດຜົນປະໂຫຍດໃຫ້ແກ່ ຢູແກຼນ. ຍ້ອນເຫດນັ້ນ, ຖ້າຫາກວ່າ, ທຸກວຽກງານບໍ່ມີການບຸກທະລຸໃນຊຸມວັນຈະມາເຖິງ, ເລື່ອງ ອາເມລິກາ ປະລະບົດບາດເປັນກາງໄກ່ເກ່ຍສັນຕິພາບ ແມ່ນອາດຈະເປັນໄດ້ສູງ. ທ່ານນັກຊ່ຽວຊານ James Nixey ໃຫ້ຂໍ້ສັງເກດວ່າ:
ອາເມລິກາ ອາດສາມາດປະລະບັນດາການປຶກສາຫາລືກ່ຽວກັບ ຢູແກຼນ. ນີ້ແມ່ນປະເທດ ອາເມລິກາ ທີ່ຕ່າງກັບປະເທດ ອາເມລິກາ ທີ່ພວກເຮົາເຫັນປະຈັກຕາກ່ອນນີ້ 12 ເດືອນ. ດັ່ງນັ້ນ, ຖ້າບໍ່ແກ້ໄຂບັນຫາທີ່ເຂົາເຈົ້າຖະແຫຼງວ່າ ສາມາດແກ້ໄຂໄດ້ນັ້ນ, ອຳນາດການປົກຄອງ ອາເມລິກາ ຈະຖືການປະລະການກ່ຽວຂ້ອງກັບ ລັດເຊຍ-ຢູແກຼນ ແມ່ນແຜນການທີ່ອາດຈະເປັນໄປໄດ້.
ຖ້າກໍລະນີນີ້ເກີດຂຶ້ນ, ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ອາດຈະສືບຕໍ່ແກ່ຍາວດ້ວຍຜົນຕາມມາທີ່ບໍ່ສາມາດຄາດຄະເນໄດ້. ຕາມທ່ານ James Nixey, ທັງສອງຝ່າຍ ລັດເຊຍ-ຢູແກຼນ ລ້ວນແຕ່ສາມາດເດີນຕາມບັນດາແຜນການສະເພາະ ຖ້າເຫັນວ່າ ຂໍ້ຕົກລົງສັນຕິພາບ ໂດຍ ອາເມລິກາ ສະເໜີ ບໍ່ທັນຕອບສະໜອງຄວາມຮຽກຮ້ອງຂອງຕົນໄດ້. ເມື່ອນັ້ນ, ບັນດາຜົນຕາມມາຈາກການປະທະກັນນີ້ ຈະເຮັດໃຫ້ໂລກຍິ່ງມີຄວາມຂາດສະຖຽນລະພາບ, ໃນຈຸດເວລາທີ່ເສດຖະກິດທົ່ວໂລກ ພວມຕ້ອງປະເຊີນໜ້າກັນບັນດາສິ່ງທ້າທາຍໃຫ່ຍ./.