ການພົວພັນລະຫວ່າງສອງພາກເກົາຫຼີກ່ອນກ້າວເຂົ້າສູ່ໄລຍະໃໝ່

(vovworld) – ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ​ໃນ​ຊຸ່ມ​ມື້​ຜ່ານ​ມາ​ໄດ້​ຜັນ​ແປ​ໄປ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ດ້ານ, ນັບ​​ແຕ່​ດ້ານ​ເສດຖະກິດ ​ຕະຫຼອດ​ຮອດ​ສັງຄົມ. ການ​ຜັນ​ແປ​ໃໝ່​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນຍານທີ່​ດີ, ​ແມ່ນ​ກຳລັງໜູນ​ຊ່ວຍ​ໃຫ້​ສອງ​ຝ່າຍ​ແກ້​ໄຂ​ຫຼາຍ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ.

ການພົວພັນລະຫວ່າງສອງພາກເກົາຫຼີກ່ອນກ້າວເຂົ້າສູ່ໄລຍະໃໝ່ - ảnh 1

ຫົວໜ້າຄະນະເຈລະຈາ ສເກົາຫຼີ Kim Ki-woong ແລະ

ຫົວໜ້າຄະນະ ສປປເກົາຫຼີ Pak Chol-su (ພາບ: AFP/TTXVN)

​ເຫດການຕັ້ງໜ້າ​ທຳ​ອິດ​ນັ້ນ​ແມ່ນ​ເລື່ອງ ສປປ​ເກົາຫຼີ ​ແລະ ສ​ເກົາຫຼີ ​ເຫັນ​ດີ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ຢູ່​ເຂດ​ອຸດສາຫະກຳຮ່ວມ Kaesong, ​ເຊິ່ງ​ແມ່ນ​ສັນ​ລັກ​ແຫ່ງ​ການ​ຮ່ວມ​ມື​​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ພາກ​ເກົາຫຼີ  ພາຍຫຼັງທີ່​ຖືກ​ຢຸດ​ສະ​ງັກ​ມາ​ເປັນເປັນ​ເວລາ 4 ​ເດືອນ. ​​ເຖິງ​ວ່າ​ເວລາ​ດຳ​ເນີນ​ການເຄື່ອນ​ໄຫວຄືນ​ໃໝ່​ບໍ່​ທັນ​ກຳນົດຢ່າງ​ລະອຽດ​ກໍ່ຕາມ, ​ແຕ່​ສອງ​ຝ່າຍ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່ຢຸດຕິ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ Kaesong ອີກ, ພ້ອມ​ທັງ​ຊຸກຍູ້​ການ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ເຂດ​ອຸດສາຫະກຳນີ້.

​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ດັ່ງກ່າວ, ສປປ​ເກົາຫຼີ ​ແລະ ສ​ເກົາ​ຫຼີ  ຕ້ອງ​ດຳ​ເນີນ​ການ​ເຈລະຈາ​ເຖິງ 7 ຄັ້ງ ​ໃນ​ໄລຍະ​ເວລາ​ກວ່າ 1 ​ເດືອນ, ​ໃນ​ນັ້ນ​ມີ​ຫຼາຍຄັ້ງ​ບໍ່​ໄດ້​ຮັບ​ຜົນ. ດັ່ງ​ນັ້ນສາມາດ​ເຫັນ​ໄດ້​ຄວາມ​ພາກພູມ​ໃຈ​ຂອງ​ຫາງ​ສຽງ ​ເມື່ອ​ສອງ​ພາກ​ເກົາຫຼີ​ ບັນລຸ​ໄດ້​ຂໍ້​ຕົກລົງ​ສຳຄັນ​ນີ້. ທ່ານ​ນາງປະທານາທິບໍດີ ສ​ເກົາຫຼີ  Park Geun – Hye ​ເນັ້ນ​ໜັກ​ວ່າ ​ເຫດການ​ນີ້​ສາມາດ​ເປີດ​ສາກ​ໃຫ້​ແກ່​ສາຍ​ພົວພັນ​ໃໝ່​ລະຫວ່າງ​ສ​ອງພາກ​ເກົາຫຼີ  ພາຍຫຼັງ​ສະພາບ​ເຄັ່ງ​ຕຶງທີ່ແກ່ຍາວມາ​ເປັນ​ເວລາ​ຫຼາຍ​ເດືອນ. ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban Ki – moon ຫວັງ​ວ່າ ​ເຂດ​ອຸດສາຫະກຳ​ນີ້​ຈະ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ຄືນ​ໃໝ່​ໃນ​ໄລຍະ​ໄວ​ທີ່​ສຸດທີ່​ສາມາດ​ເປັນ​ໄປ​ໄດ້ ​ແລະ ບໍ່​ຖືກ​ຢຸດຕິການ​ເຄື່ອນ​ໄຫວ​ໃນ​ອະນາຄົດ. ທ່ານ​ກໍ່​ຫວັງ​ວ່າ, ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ນີ້ ຈະ​ເປັນ​ກຳລັງ​ໜູນ​ຊຸກຍູ້ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ. ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ສະໜັບສະໜູນ​ເລື່ອງ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ ​ແລະ ພາກພູມ​ໃຈ​ຕໍ່​ເລື່ອງ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ​ ເຫັນ​ດີ​ດຳ​ເນີນ​ການ​ເຄື່ອນ​ໄຫວຢູ່ເຂດ​ອຸດສາຫະກຳຮ່ວມ Kaesong. ​ໃນ​ຂະນະ​ນັ້ນ, ຜູ້ຕາງໜ້າ​ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ​ຢູ່ເຂດ​ອຸດສາຫະກຳຮ່ວມ Kaesong​ ກໍ່​ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ຊ່ວຍ​ໃຫ້​ເຂດ​ອຸດສາຫະກຳ​ນີ້​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງສາກົນ ​ແລະ ກາຍ​ເປັນ​ແຫ່ງ​ດຶງ​ດູດ​ການ​ລົງ​ທືນ​ໃນ​ທົ່ວ​ໂລກ.

​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ດຳ​​ເນີນ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ຢູ່ເຂດ​ອຸດສາຫະກຳ ຮ່ວມ Kaesong ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກຳລັງ​ໜູນ​ໃຫ້​ແກ່​ບັນດາ​ບາດກ້າວ​ພັດທະນາ​ອື່ນໆ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາ​ຫຼື. ພາຍຫຼັງ​ສອງ​ພາກ​ເກົາຫຼີ​ ເຫັນ​ດີ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຄືນ​ໄໝ່ຢູ່ເຂດ​ອຸດສາຫະກຳ ຮ່ວມ Kaesong ພຽງ 1 ວັນ, ທ່ານ​ນາງປະທານາທິບໍດີ ສ​ເກົາຫຼີ  Park Geun – Hye ​ໄດ້​ຮຽກຮ້ອງ ສປປ​ເກົາຫຼີ ສືບ​ຕໍ່​ການເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ປາງ​ສົງຄາມ ​ເຊິ່ງຖືກ​ຢຸດຕິ​​ໄວ້​ມາເປັນ​ເວລາ 3 ປີຜ່ານມາ​ແລ້ວ. ປະຈຸ​ບັນ​ມີ​ຊາວສ​ເກົາຫຼີ ປະມານ 72.000 ຄົນ, ​ໃນ​ນັ້ນ​ເກືອບ​ເຄິ່ງໜຶ່ງ​ແມ່ນ​ມີ​ອາຍຸ​ກວ່າ 80 ປີ​ແລ້ວ, ​ປາຖະໜາ​ຢາກ​ມີ​ກາລະ​ໂອກາດ​​ໄດ້​ເຕົ້າ​ໂຮມ​ກັບ​ຄອບຄົວ. ຂໍ້​ສະ​ເໜີ​ນີ້ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ພຽງ​ຢາງ. ຄາດ​ວ່າການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ຈະ​ດຳ​ເນີນ​ໃນ​ໂອກາດ​ງານ​ບຸນ Chuseok, ​ເຊິ່ງ​ແມ່ນ​ງານ​ບຸນ​ຮູ້​ບຸນ​ຄູນ​ຂອງ ສ​ເກົາຫຼີ, ​ໃນ​ວັນ​ທີ 19/9. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ພາກ​ເກົາຫຼີ​ ກໍ່​ມີ​ກາລະ​ໂອກາດ​ໃຫຍ່ ​ເມື່ອ ສປປ​ເກົາຫຼີ ສະ​ເໜີ​ໃຫ້ ສ​ເກົາຫຼີ ດຳ​ເນີນ​ການ​ເຈລະຈາ​ເຊື່ອມ​ຕໍ່​ບັນດາ​ລາຍການ​ທ່ອງ​ທ່ຽວ​ເຖິງ​ເຂດ​ພູ Kumgang.

ບັນດາ​ການ​ກະທຳ​ທີ່​ຕັ້ງໜ້າ​ດັ່ງກ່າວ ​ແມ່ນ​ສັນຍານ​ທີ່​ດີ​ໃນ​ການ​ປັບ​ປຸງ​ການ​ພົວພັບ​ລະຫວ່າ​ງສອງ​ພາກ​ເກົາຫຼີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນັກ​ສັງ​ເກດ​ການຍັງ​​ຕິດຕາມ​ການ​ກະທຳ​ຂອງ​ທັງ​ສອງ​ຝ່າຍ​ຢ່າ​ງລະມັດລະວັງ, ພິ​ເສດ​ແມ່ນ​ໃນ​ສະພາບ​​ວັນ​ທີ 19/8, ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີທີ່​​ໃສ່​ຊື່ວ່າ: “ຜູ້​ປົກ​ປັກຮັກສາ​ເສລີພາບ Ulchi“, ນີ້​​ແມ່ນ​ເຫດການ​ເຊິ່ງກ່ອນ​ນີ້ ສປປ​ເກົາຫຼີ​ ເຄີຍ​ກ່າວ​ປະນາມ​ຢ່າງ​ແຮງ. ​ໃນ​ມື້​ທຳ​ອິດ​ຂອງ​ການ​ຊ້ອມ​ຮົບ​ຮ່ວມ, ບັນດາ​ພາຫະນະ​ສື່​ມວນ​ຊົນ ສປປ​ເກົາຫຼີ​ ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ​ການ​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂທຸກ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ບົນ​ຈິດ​ໃຈ​ຕັດສິນ​ດ້ວຍ​ຕົນ​ເອງ. ໜັງສືພິມ Rodong Sinmun, ສຽງ​ຂອງ​ພັກ​ແຮງ​ງານ ​ສ​ປປ​ເກົາຫຼີ ຮຽກຮ້ອງ​ຢຸດຕິ​ການ​ປະ​ເຊີນ​ໜ້າ. ບັນດາສານ​ເຫຼົ່າ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ບໍ່ພໍ​ໃຈ​ຂອງ ສປປ​ເກົາຫຼີ ຕໍ່​ເລື່ອງ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ​​ເລີ່​ມຊ້ອມ​ຮົບ​ຮ່ວມ.

​ເຖິງ​ວ່າ​ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ຜົນ​ສະທ້ອນຈາກ​ເລື່ອງ​ຊ້ອມ​ຮົບ​ຮ່ວມ​ນີ້​ກໍ່ຕາມ, ​ແຕ່​ຕ້ອງ​ຍອມຮັບ​ວ່າ, ພາຍຫຼັງ​ຄວາມ​ເຄັ່ງ​ຕຶງ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ນັ້ນ, ປະຈຸ​ບັນ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ​ ພວມ​ຢູ່​ໃນ​ກາລະ​ໂອກາດ​ໃໝ່. ສິ່ງ​ສຳຄັນ​ນັ້ນ​ແມ່ນ ສອງ​ຝ່າຍ​ຈະ​ຮູ້​ໝູນ​ໃຊ້​ກາລະ​ໂອກາດ​ນີ້ ​ເພື່ອ​​​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ​ ​ໄດ້ຫຼື​ບໍ່​ເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ