ກະ​ຈາຍ​ສຽງ ຫວຽດ​ນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ບຸກ​ທະ​ລຸ​ເພື່ອ​ປ່ຽນ​ແປງ

(VOVWORLD) -    ວັນທີ 21 ມິຖຸນາ, ແມ່ນວັນສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2024). ໃນການພັດທະນາລວມຂອງສື່ມວນຊົນ ຫວຽດນາມ, ການກະຈາຍສຽງ ໄດ້ປະກອບສ່ວນສ່ວນໜຶ່ງທີ່ສຳຄັນ ເພື່ອສົ່ງຂໍ້ມູນຂ່າວມາຍັງ ປຊຊ ເປັນຈຳນວນຫຼາຍ ຢູ່ທົ່ວທຸກເຂດພາກຂອງປະເທດຊາດ. ໃນສະພາບການທີ່ສື່ມວນຊົນປະເພດຕ່າງໆໄດ້ພັດທະນາແຮງຄືໃນປະຈຸບັນ, ການວາງອອກບັນດາສິ່ງທ້າທາຍໃຫ້ແກ່ຂະແໜງກະຈາຍສຽງ ພ້ອມທັງແມ່ນໂອກາດ ເພື່ອໃຫ້ປະເພດສື່ມວນຊົນທີ່ມີອາຍຸເກືອບ 80 ປີສາມາດບຸກທະລຸ ແລະ ປ່ຽນແປງ, ອັນໄດ້ຕອງສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານຂອງມະຫາຊົນໃຫ້ເປັນຢ່າງດີ.
ກະ​ຈາຍ​ສຽງ ຫວຽດ​ນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ບຸກ​ທະ​ລຸ​ເພື່ອ​ປ່ຽນ​ແປງ - ảnh 1

ທ່ານໂງມິນຫຽນ ຮອງຜູ້ອຳນວນການໃຫ່ຍວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV)

    ການກະຈາຍສຽງຍາມໃດກໍ່ແມ່ນປະເພດສື່ມວນຊົນ ແລະ ກຳລັງສື່ສານທີ່ສະດວກ, ມະຫາຊົນ, ໃຫ້ຂ່າວໄວ, ມີປະສິດທິຜົນກ່ຽວກັບບັນດາເຫດການ, ບັນຫາຂອງສັງຄົມທີ່ໄດ້ຮັບຄວາມສົນໃຈ ມາຍັງມະຫາຊົນເປັນຈຳນວນຫຼາຍ, ປະກອບສ່ວນຍົກສູງພູມປັນຍາ, ຊຸກຍູ້ສັງຄົມພັດທະນາ.

ກະ​ຈາຍ​ສຽງ ຫວຽດ​ນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ບຸກ​ທະ​ລຸ​ເພື່ອ​ປ່ຽນ​ແປງ - ảnh 2

ທ່ານ ດົ່ງແມ້ງຮຸ່ງ, ຫົວໜ້າພະແນກເລຂາ ບັນນາທິການ ແລະ ທ່ານຜູ້ຟັງ-ວິທະຍຸກະຈາຍສຽງ (ພາບ: vtcnews.vn)

 ການກະຈາຍສຽງ-ເພື່ອຮ່ວມເດີນທາງຂອງຜູ້ຟັງທຸກຄົນ

     ຍາມໃດ ວິທະຍຸກະຈາຍສຽງ ກໍ່ຍັງແມ່ນປະເພດສື່ມວນຊົນທົ່ວໄປໃນໂລກ, ມີລັກສະນະພ້ອມພຽງ, ພິເສດແມ່ນໄດ້ເຂົ້າເຖິງບັນດາເຂດທຸກຍາກ, ເຂດບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງເຖິງຖອງ, ເຂດຊົນນະບົດ ແລະ ບັນດາເຂດທີ່ຍາກທີ່ຈະເຂົ້າເຖິງໄດ້. ຢູ່ບັນດາເຂດດັ່ງກ່າວ, ວິທະຍຸກະຈາຍສຽງ ຍັງແມ່ນໜຶ່ງໃນໜ້ອຍແຫຼ່ງຂໍ້ມູນຂ່າວບັນເທິງທີ່ມີຢູ່ແລ້ວ, ຄ່າໃຊ້ຈາຍຕ່ຳ ແຕ່ພັດມີຄວາມໄວ້ເນື້ອເຊື່ອໃຈ. ທ່ານ ດົ່ງແມ້ງຮຸ່ງ, ຫົວໜ້າພະແນກເລຂາ ບັນນາທິການ ແລະ ທ່ານຜູ້ຟັງ-ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ:

    ຢູ່ ຫວຽດນາມ, ການກະຈາຍສຽງຍັງແມ່ນປະເພດສື່ມວນຊົນທີ່ສາມາດສຳຜັດກັບມະຫາຊົນຫຼາຍກ່ວາໝູ່. ການກະຈາຍສຽງ ຫວຽດນາມ ມີທ່າແຮງແມ່ນໄປໄດ້ໄກ, ມາຮອດຫຼາຍເຂດຫ່າງໄກສອກຫຼີກ ແລະ ຜູ້ຟັງຢູ່ຕ່າງປະເທດ ເພື່ອສະໜອງບັນດາຂໍ້ມູນທີ່ມີປະໂຫຍດ. ການກະຈາຍສຽງ ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່, ລົງທຶນຫຼາຍພາຫະນະຈາກລັດຖະບານ, ພິເສດແມ່ນເຄື່ອງຈັກ ເພື່ອສາມາດປົກຄຸມຄື້ນໄດ້ກ່ວາ 90% ເຂດດິນແດນ.

   ໃນຕະຫຼອດເກືອບ 80 ປີທີ່ຜ່ານມາ, ນັບແຕ່ວັນອອກອາກາດເປັນຄັ້ງທຳອິດຄືວັນທີ 2 ກັນຍາ ປີ 1945, ການກະຈາຍສຽງ ໄດ້ກາຍເປັນ “ເພື່ອນຮ່ວມເດີນທາງ” ຂອງ ປຊຊ ຫວຽດນາມ ຫຼາຍລຸ້ນຄົນ. ທ່ານ ຟ້າມຊວັນເຮົ້າ, ຢູ່ແຂວງ ເງະອານ, ຜູ້ຟັງທີ່ໄດ້ຕິດພັນກັບບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ເປັນເວລາກ່ວາ 40 ປີ ແບ່ງປັນວ່າ:

   ຂ້າພະເຈົ້າໄດ້ຮັບຟັງວິທະຍຸທຸກມື້. ນັບແຕ່ເວລາ 4 ໂມງເຄິ່ງຫາ 5 ໂມງເຊົ້າ, ຂ້າພະເຈົ້າໄດ້ເປີດຟັງແລ້ວ. ລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ມີເນື້ອໃນຫຼາກຫຼາຍ. ແຕ່ຄາວຍັງນ້ອຍຂ້າພະເຈົ້າເຫັນວ່າມີແຕ່ຊ່ອງດຽວເທົ່ານັ້ນ, ປະຈຸບັນມີຫຼາຍລາຍການ, ອຸດົມສົບບູນ ແລະ ດູດດື່ມໃຈກ່ວາ. ປະຈຸບັນກໍ່ຍັງມີການປະສານລະຫວ່າງວິທະຍຸກະຈາຍສຽງ ແລະ ທ່ານຜູ້ຟັງ ຊື່ງໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກໃກ້ຊິດກັນກ່ວາ.

    ສຳລັບຜູ້ຟັງໜຸ່ມໃນປະຈຸບັນ, ການກະຈາຍສຽງຍັງແມ່ນການເລືອກເຟັ້ນໜຶ່ງເພື່ອຊອກຫາບັນດາຂໍ້ມູນທີ່ຊັດເຈນ, ໃກ້ຊິດກ່ວາ. ເພື່ອນຫງວຽນທີຈ່າຢາງ, ຢູ່ເມືອງ ຮ່ວານກຽມ, ຮ່າໂນ້ຍ, ແບ່ງປັນວ່າ:

   ພາສາຂອງວິທະຍຸກະຈາຍສຽງແມ່ນພາສາເວົ້າ, ບັນດານັກຂ່າວກະຈາຍສຽງກໍ່ເອົາໃຈໃສ່ເຖິງສິ່ງນີ້, ຊື່ງເຮັດໃຫ້ຜູ້ຟັງມີຄວາມຮູ້ສຶກວ່າ ຕົນເອງກຳລັງໄດ້ເຫັນ. ເຂົາເຈົ້າໄດ້ສ້າງບັນດາລາຍການອີງຕາມສິ່ງດັ່ງກ່າວ, ດັ່ງນັ້ນ ຜູ້ຟັງຈະເຫັນທຸກສິ່ງທຸກຢ່າງມີຄວາມໃກ້ຊິດ ແລະ ສຳນຶກໄດ້ງ່າຍ.

ຜ່ານຜ່າສິ່ງທ້າທາຍ, ບຸກທະລຸເພື່ອປ່ຽນແປງ

        ຈາກວິທີສົ່ງສານໜຶ່ງດຽວແມ່ນການກະຈາຍສຽງ, ມາຮອດປະຈຸບັນ, VOV ໄດ້ພັດທະນາ 3 ປະເພດສື່ມວນຊົນຕື່ມອີກ, ນັ້ນແມ່ນ: ໜັງສືພິມ, ສືເອເລັກໂຕນິກ ແລະ ໂທລະພາບ. ດ້ວຍຊ່ອງກະຈາຍສຽງພາກພາສາຕ່າງປະເທດລວມມີ 12 ພາສາ ແລະ ພາສາ ຫວຽດ ທີ່ສະຫງວນໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ບືນຕົວໄປໄກວ່າຢ່າງບໍ່ຢຸດຢັ້ງ, ກາຍເປັນຂົວຕໍ່ລະຫວ່າງ ຫວຽດນາມ ກັບເພື່ອມມິດສາກົນ.

        ການພັດທະນາຢ່າງໄວວາຂອງເຕັກໂນໂລຊີ, ພິເສດແມ່ນພາລະກິດຫັນເປັນດີຈີຕອນ, ໄດ້ເຮັດໃຫ້ບັນດາປະເພດສື່ມວນຊົນມີການແກ່ງແຍ້ງໃນຫຼາຍດ້ານ. ນີ້ແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ບັນດາຜູ້ເຮັດຂ່າວກະຈາຍສຽງ, ແຕ່ນັ້ນກໍ່ແມ່ນໂອກາດເພື່ອບຸກທະລຸ, ປ່ຽນແປງ. ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV, ເນັ້ນໜັກວ່າ:

        “ຖັນແຖວນັກຂ່າວ, ບັນນາທິການຕ້ອງມານະພະຍາຍາມຫຼາຍກວ່າອີກ, ປະດິດຄິດສ້າງ, ຜະລິດບັນດາລາຍການທີ່ສາມາດຮ່ວມເດີນທາງພ້ອມກັບທ່ານຜູ້ຟັງ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ກ່ຽວກັບອະນາຄົດການກະຈາຍສຽງ, ຂອງ VOV, ໃນຕະຫຼອດໄລຍະ 80 ປີແຫ່ງການພັດທະນາ, ຈະສືບຕໍ່ແມ່ນຂົວຕໍ່ລະຫວ່າງພັກ ແລະ ປະຊາຊົນ, ແມ່ນແຫ່ງຝາກຝັງຄວາມໄວ້ເນື້ອເຊື່ອໃຈຂອງພັກ ແລະ ຂອງປະຊາຊົນໃນບັນດາເວທີປາໄສຂໍ້ມູນຂ່າວສານ”.

        ກະຈາຍສຽງ, ເພື່ອນຮ່ວມເດີນທາງທີ່ສະໜິດສະໜົມກັບຜູ້ຟັງ, ຜູ້ອ່ານ, ພວມຜ່ານຜ່າສິ່ງທ້າທາຍ, ບຸກທະລຸ, ປ່ຽນແປງເພື່ອຮັກສາທີ່ຕັ້ງໃນຫົວໃຈຂອງມະຫາຊົນ.         

ຕອບກັບ

ຂ່າວ/ບົດ​ອື່ນ