ການຢ້ຽມຢາມເອີລົບ ແລະ ຕາເວັນອອກກາງ ຂອງລັດຖະມົນຕີການຕ່າງປະເທດອາເມລິກາຄົນໃໝ່

ການຢ້ຽມຢາມເອີລົບ ແລະ ຕາເວັນອອກກາງ ຂອງລັດຖະມົນຕີການຕ່າງປະເທດອາເມລິກາຄົນໃໝ່  - ảnh 1
(ທ່ານ John Kery, ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນ​ໃໝ່ຂອງ ອາ​ເມ​ລິ​ກາ)

(vovworld) – ທ່ານ John Kery, ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນ​ໃໝ່ຂອງ ອາ​ເມ​ລິ​ກາ ​ໄດ້​ໄປ​ປະຕິບັດ​ງານ​ຢູ່ 9 ປະ​ເທດ​ເອີ​ລົບ ​ແລະ ຕາ​ເວັນ​ອອກ​ກາງ ​ເປັນ​ເວລາ 11 ວັນ. ນີ້​ຖືກ​ຖື​ວ່າ​ແມ່ນ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ ອາ​ເມ​ລິ​ກາ​ ທີ່ມີ​ຕໍ່​ທະວີບ​ດັ່ງກ່າວ, ພ້ອມ​ທັງ​ຢັ້ງຢືນ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ຊອກ​ຫາ​ວິທີ​​ແກ້​ໄຂ​ສະພາບ​ການ​ຢູ່​ຕາ​ເວັນອອກ​ກາງໂດຍສັນຕິ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ນັກ​ໄຈ້​ແຍກ​ໄດ້​ຕີ​ລາຄາ​ວ່າ, ການ​​ໄປ​ປະຕິບັດ​ງານ​ຄັ້ງ​ນີ້ຂອງ​ທ່ານ​ພຽງ​ແຕ່​ເພື່ອ ​”ຮັບ​ຟັງ” ​ແລະ ”ຮັບ​ຮູ້” ​ເທົ່າ​ນັ້ນ, ຫາກ​ບໍ່​ທັນ​ມີ​ບາດກ້າວ​  ບຸກທະລຸ​ຢ່າງ​ລະອຽດ​ເທື່ອ.

        ທ່ານ John Kery ​​ເດີນທາງໄປ​ຮອດ ອັງກິດ ​ໃນ​ວັນ​ທີ 24/2, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ 9 ປະ​ເທດ, ​ເຊິ່ງລວມມີ: ອັງກິດ, ​ເຢຍລະ​ມັນ, ຝລັ່ງ, ອີ​ຕາ​ລີ, ​ເຕິ​ກກີ, ອີ​ຢີບ, ຊາ​ອຸ​ດີ​ອາ​ຮາ​ບີ, ອາ​ຮັບ​ເອັມມີ​​ເຫຼດ ຢູ​ໄນ​ເຕັດ ​ແລະ ກາ​ຕາ. ທ່ານ John Kery ພວມ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃໝ່​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໃນ​ອາຍຸ​ການ​ທີ 2, ນັ້ນ​ແມ່ນ​ບຸລິ​ມະ​ສິດ​ແກ່​ການ​ຮັກສາ​ການ​ພົວພັນ​ກັບ​ບັນດາ​ພັນທະ​ມິດ​ອັນ​ດັບ​ໜຶ່ງ​ຢູ່​ເອີ​ລົບ​ຢ່າງ​ແຮງ, ພ້ອມ​ທັງ​ປັບປຸງ​​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ອາ​ຮັບ.

        ນະ​ໂຍບາຍ​ດັ່ງກ່າວ​ຖືກ​ສະ​ແດງ​ອອກ​ທີ່​ການ​ພົບ​ປະລະ​ຫວ່າງທ່ານ John Kery ​ກັບ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ແລະ ຄູ່ຮ່ວມ​ຕຳ​ແໜ່​ງ William Hague ຢູ່​ອັງກິດ. ນອກຈາກ​ເນື້ອ​ໃນ​ບຸລິ​ມະສິດ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ຖອນ​ທະຫານ​ ອອກ​ຈາກອາບ​ກາ​ນິສະຖານ, ສົມທົບ​ກັນ​ດຳ​ເນີນ​ງານ ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ກຳລັງ​ທະຫານ​ປະສົມ​ແລ້ວ, ວໍ​ຊິງ​ຕັນ​ຍັງ​ຢາກ​ໄດ້​ຮັບ​ຟັງ​ແນວ​ຄວາມ​ຄິດ​ຂອງ​ລອນ​ດອນ ກ່ຽວ​ກັບ​ການ​ເອົາ​ປະຊາ​ມະຕິ​ທີ່​ມີ​ຕໍ່​ບັນຫາ​ຈະ​ອອກ​ຈາກ ອີ​ຢູ ​ຫຼື​ ຍັງ​ເຂົ້າ​ຮ່ວມ ອີ​ຢູ. ​ໂດຍ​ແມ່ນ​ພັນທະ​ມິດ​ອັນ​ສະໜິດສະໜົມ ​ແລະ ຍາວ​ນານ​ກວ່າ​ໝູ່​ຂອງ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ບໍ່​ຢາກ​ໃຫ້​ອັງ​ກິດຢືນ​ຢູ່​ນອກອີ​ຢູ, ພິ​ເສດ​ແມ່ນ​ໃນ​ສະພາບ​ວິ​ກິດ​ການ​ໜິ້ສາທາລະນະ​ຢູ່​ເອີ​ລົບ​ພວມ​ມີ​ສັນຍານ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເລີ່​ມປະຕິບັດສັນຍາ​ການ​ຄ້າ​ເສລີ ອາ​ເມ​ລິ​ກາ - ອີ​ຢູ. ​ໃນ​ສານ​ສະຫະລັດ​ເມື່ອ​ຕົ້ນ​ປີ​ນີ້, ທ່ານ Barack Obama ​ໄດ້​ສະ​ແດງ​​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ກຳລັງ​ຄວາມ​ສາມາດ​ໃນ​ການ​ພົວພັນລະຫວ່າງ​ມະຫາ​ສະໝຸດ ດ້ວຍ​ການ​ປະກາດ​ແຜນການ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຈລະຈາ​ກ່ຽວ​ກັບ ”ການ​ຄ້າຂ້າມ​ມະຫາ​ສະໝຸດ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ລົງທຶນ”, ​ເຊິ່ງອາດ​ຈະ​ຊ່ວຍ​ສ້າງ​​ເປັນ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ. ດັ່ງ​ນັ້ນ, ​ເມື່ອ​ໄປ​ເຖິງ ​ແບກ​ແລງ (​ເຢັຍລະ​ມັນ), ປາ​ຮີ (ຝລັ່ງ), ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກໍ່​ໄດ້​ປຶກສາ​ຫາລື​ກັບ​ການ​ນຳ​ບັນດາ​ປະ​ເທດ​ເຈົ້າພາບ​ດັ່ງກ່າວ ກ່ຽວ​ກັບ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຂ້າມມະຫາ​ສະໝຸດ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນຫາ​ທີ່​ພົ້ນ​ເດັ່ນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ​ຜ່ານ​ການ​ໄປ​ປະຕິບັດ​ງານ​ຄັ້ງ​ນີ້ ນັ້ນ​ແມ່ນ​ບັນຫາ​ຕາ​ເວັນ​ອອກ​ກາງ, ​ເຊິ່ງລວມມີ​ເສິກ​ກາງ​ເມືອງ​ຢູ່​ຊີ​ຮີ, ບັນຫາ​ນິວຄະ​ເລ​ຍຂອງ​ອີ​ຮານ ​ແລະ ສັນຕິພາບ​ລະຫວ່າງ ອິດສະ​ຮາ​ແອນ - ປາ​ແລດ​ສະຕີ. ວັນ​ທີ 28/2, ຢູ່ ​ໂຣມ (ອີ​ຕາ​ລີ), ທ່ານ John Kery ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ກັບ​ຜູ້ຕາງໜ້າ​ຂອງ​ຝ່າຍ​ຄ້ານ​ຊີ​ຮີ ​ເພື່ອ​ປຶກສາ​ຫາລື ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການ​ທີ່​ແກ່ຍາວ​ມາ​ເປັນ​ເວລາ 23 ​ເດືອນ​ຜ່ານ​ມາ. ​ໃນ​ການ​ໄປ​ປະຕິບັດ​ງານ​ຄັ້ງ​ນີ້, ທ່ານ John Keryກໍ່​ຈະ​ມານະ​ພະຍາຍາມ​​ເກ້​ຍກ່ອມ​ໃຫ້​ລັດ​ເຊຍ, ​ເຊິ່ງ​ແມ່ນ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ອຳນາດ​ການ​ປົກຄອງ​ຊີ​ຮີ  ​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ອາ​ເມ​ລິ​ກາ​ໃນ​ການ​ແກ້​ໄຂ​ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​ຢູ່​ຊີ​ຮີ. ນີ້​ແມ່ນ​ໜ້າ​ທີ່​ຫຍຸ້ງຍາກ​ທີ່​ສຸດ, ​ເພາະວ່າ​ນັບ​ແຕ່​ກ່ອນ​ມາ​ນີ້, ຍາມ​ໃດ​ລັດ​ເຊຍ​ກໍ່​ຮັກສາ​ທັດສະນະ​ທີ່​ວ່າ ບັນຫາ​ຂອງຊີ​ຮີ ​ໂດຍ​ແມ່ນ​ຊາວ​ຊີ​ຮີ ​ເປັນຜູ້ຕັດສິນ​ເອງ, ຫາກ​ບໍ່​ແມ່ນ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ. ນອກ​ນັ້ນ, ບັນຫາ​ນິວຄະ​ເລຍ​ຂອງ​ອີ​ຮານ ກໍ່​ແມ່ນ​ການ​ທ້າ​ທາຍ​ສຳລັບ ວໍ​ຊິງ​ຕັນ, ​ໃນ​ຂະນະ​ທີ່​ການ​ເຈລະຈາ​ນິວຄະ​ເລຍ P5+1 ລະຫວ່າງ​ອີ​ຮານ ກັບ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສະຫະຊາ​ຊາ​ຊາດ ​ເລີ່​ມດຳ​ເນີນ ດ້ວຍ​ສັນຍານ​ທີ່​ວ່າ​ຈະ​ບໍ່​ໄດ້​ຮັບ​ຜົນ ຈົນ​ກວ່າ​ເວລາ​ການເລືອກ​ຕັ້ງ​ປະທານາທິບໍດີ ອີ​ຮານ ​ຈະ​ຖືກ​ຈັດ​ຕັ້ງໃນ​ເດືອນ 6 ປີ​ນີ້. ຢູ່​ອີ​ຢີບ, ທ່ານ John Kery ​ໄດ້​ນຳ​ເອົາ​ສານ​ຂອງ​ອາ​ເມ​ລິ​ກາ​ ທີ່ຢາກ​ຮ່ວມ​ມື​ກັບ​ລັດຖະບານ​ໃໝ່​ຂອງ ອີ​ຢີບ, ​ແຕ່​ເບິ່ງ​ຄື​ວ່າ, ໜ້າ​ທີ່​ນີ້​ກໍ່​ບໍ່​ງ່າຍດາຍ ​ເພາະວ່າ​ອົງການ​ອ້າຍ​ນ້ອງ​ອິດສະ​ລາມ, ບໍ່​ນິຍົມ​ອາ​ເມ​ລິ​ກາ. ຢູ່ ຊາ​ອຸ​ດີ​ອາຣາບີ, UAE, ກາ​ຕາ - ​ເຊິ່ງ​ແມ່ນ​ແຫ່ງ​ພົວພັນ​ຕິດ​ຕໍ່​ຕົ້ນ​ຕໍຂອງ​ອາ​ເມ​ລິ​ກາ​ຢູ່​ຕາ​ເວັນ​ອອກ​ກາງ, ທ່ານ John Kery ຈະ​​ໄດ້​ຮັບຂໍ້​ມູນ​ຂ່າວ​ຕື່ມ​ອີກຢ່າງ​ຫຼວງ​ຫຼາຍ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ຢູ່ ຊີ​ຮີ, ອາບ​ກາ​ນິສະຖານ ​ແລະ ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ.

        ​​ເປົ້າ​ໝາຍ​ການຢ້ຽ​ມຢາມ ​ເອີ​ລົບ ​ແລະ ຕາ​ເວັນ​ອອກ​ກາງ ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນ​ໃໝ່ ອາ​ເມ​ລິ​ກາ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແທນ​ທີ​ຈະ​ປະຕິບັດ​ຈຸດໝາຍ​ອັນ​ຍາວ​ນານ​ນັ້ນ, ວໍ​ຊິງ​ຕັນ​ພວມ​ສຸມ​ໃສ່​ແຊກ​ແຊກ​ເຂົ້າ​ບັນດາບັນຫາ​ໄລຍະ​ສັ້ນ. ອາ​ເມ​ລິ​ກາ​ ໄດ້​ມີ​ການ​ປັບປຸງ​ຍຸດ​ທະ​ສາດ​ໃຫ້​ແກ່ພາກ​ພື້ນ​ອາຊີ - ປາຊີ​ຝິກ, ​ແຕ່​ຍັງ​ຄົງ​ເອົາ​ໃຈ​ໃສ່​ເຖິງ​ພາກ​ພື້ນ​ທີ່​ມີ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ວໍ​ຊິງ​ຕັນ​ ​ຢູ່. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ປ່ຽນ​ໃໝ່​ໃນ​ແນວທາງ​ການ​ຕ່າງປະ​ເທດນີ້ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ເພື່ອ​ແນ​ໃສ່​ປັບປຸງ​ທີ່​ຕັ້ງ, ຜົນ​ສະທ້ອນ​ຂອງ​ອາ​ເມ​ລິ​ກາ​ຢູ່​ເອີ​ລົບ ​ແລະ ຕາ​ເວັນ​ອອກ​ກາງ. ຍ້ອນ​ເຫດ​ນັ້ນ, ການ​ໄປ​ປະຕິບັດ​ງານ​ທີ່​ແກ່ຍາວ​ເປັນ​ເວລາ 11 ວັນ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ ທ່ານ John Kery ຈຶ່ງ​ຖືກ​ຖື​ວ່າ ​ເພື່ອ​ຮັບ​ຟັງ ​ແຕ່​ພັດ​ມີ​ຄວາມ​ສຳຄັນ, ​ເພາະວ່າ​ມັນ​ເລີ່​ມຕົ້ນ​ໃຫ້​ວິວັດ​ການ​ໜຶ່ງ, ນັ້ນ​ແມ່ນ​ສ້າງ​ພື້ນຖານ​ລວມກັບ​ບັນດາ​ພັນທະ​ມິດ​ຕົ້ນ​ຕໍຢູ່ ​ເອີ​ລົບ ​ແລະ ຕາ​ເວັນ​ອອກ​ກາງ, ​ເຊິ່ງຈະ​ເປີດ​ກາລະ​ໂອກາດ ​ເພື່ອ​ໃຫ້​ອາ​ເມ​ລິ​ກາ​ປັບປຸງ​ການ​ພົວພັນ​ກັບ ​ໂລກ​ອາ​ຮັບ.

ຕອບກັບ

ຂ່າວ/ບົດ​ອື່ນ