ການເລືອກຕັ້ງປະທານາທິບໍດີຝລັ່ງ ແລະ ບັນດາຜົນສະທ້ອນຂອງມັນ

ການເລືອກຕັ້ງປະທານາທິບໍດີຝລັ່ງ ແລະ ບັນດາຜົນສະທ້ອນຂອງມັນ - ảnh 1
ທ່ານ Francois Hollande ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຝລັ່ງ​
(ພາບ: google.com.vn)

(vovwold) - ດ້ວຍ​ເລື່ອງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງພັກ​ສັງຄົມ​ທ່ານ Francois Hollande ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຝລັ່ງ​ ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ຫາງ​ສຽງ​ທັງ​ພາຍ​ໃນ​ປະ​ເທດ​ຝລັ່ງ ​ແລະ​ ສາກົນ​ຖື​ວ່າ, ໝາກຜົນ​ດັ່ງກ່າວ​ບໍ່​ພຽງ​ແຕ່​ມີ​ການ​ກະທົບ​ເຖິງ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຢູ່​ເອີ​ລົບ ​ໃນ 5 ປີ​ຈະ​ມາ​ເຖິງ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ພາກ​ພື້ນ​ທີ່​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຮ ​ອີກ​ດ້ວຍ.

        ທ່ານ Francois Hollande  ​ແມ່ນຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ພັກ​ສັງຄົມຜູ້​ທຳ​ອິດ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຝລັ່ງ ​ໃນ 17 ປີທີ່​ຜ່ານ​ມາ. ​ໃນ​ສູນ​ທອນ​ພົດ​ທຳ​ອິດ​ຕໍ່ໜ້າ​ມະຫານ​ຊົນຢູ່​ນະຄອນ Tulle, ທາງພາກ​ກາງຝລັ່ງ, ທ່ານ Francois Hollande  ໝັ້ນ​ໝາຍ​ຈະ​ມານະ​ພະຍາຍາມ​ນຳ​ປະ​ເທດ​ຝລັ່ງອອກ​ຈາກ​ວິ​ກິດ​ການ, ​ແຕ່​ຍັງ​ຄົງ​ຮັກສາ​ຄວາມ​ສະ​ເໝີ​ພາບ​ດ້ານ​ສາທາລະນະ​ສຸກ ​ແລະ ການ​ສຶກສາ. ທ່ານ Francois Hollande  ​ໄດ້​ວາງ​ອອກ​ຄຳ​ໝັ້ນ​ສັນຍາ​ອັນ​ເປັນ​ພື້ນຖານ 2 ຢ່າງ​ໃນ​ອາ​ຍຸການ​ຂອງ​ຕົນ ນັ້ນ​ແມ່ນ​ບຸລິມະສິດ​​​ໃຫ້ຄວາມ​ຍຸຕິ​ທຳ, ​ແລະ ບຸລິມະສິດ​ໃຫ້​ແກ່ລຸ້ນໜຸ່ມ. ​ແຕ່​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ, ​ເພາະວ່າ​, ປະ​ເທດ​ຝລັ່ງພວມ​ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ. ອັດຕາ​ຄົນ​ຫວ່າງ​ງານ​ຂອງຝລັ່ງ​ໃນ​ປີ​ນີ້​ຄາດ​ວ່າ​ຈະ​ຢູ່​ໃນ​ລະດັບ 10%. ປີ 2011, ຝລັ່ງຖືກ​ຂາດ​ດູ່ນການ​ຄ້າ​ຢູ່​ໃນ​ລະດັບ​ສະຖິຕິ​ແມ່ນ 70 ຕຶ້ກວ່າ​ເອີ​ໂຮ ​ແລະ​ໜີ້​ສິນ​ຂອງ​ລັດ​ແມ່ນ​ກວ່າ 1.700 ຕຶ້​ເອີ​ໂຮ, ​ເທົ່າ​ກັບ 5,2% ຂອງຈີ​ດີ​ພີ. ດັ່ງ​ນັ້ນ, ວຽກ​ງານ​ທຳ​ອິດ​ເຊິ່ງສະມາຊິກ​ພັກ​ສັງຄົມທ່ານ Francois Hollande  ​ຕ້ອງ​ດຳ​ເນີນ​ນັ້ນ​ແມ່ນ ສ້າງ​ລັດຖະບານ​ສາມັກຄີ​ກັບ​ບັນດາ​ສະມາຊິກ​ທີ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ນຳ​ປະ​ເທດ​ຝລັ່ງຜ່ານ​ຜ່າ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ປະ​ຈຸ​ບັນ.

        ກ່ຽວ​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ຫາງ​ສຽງ​ສາກົນ​ຖື​ວ່າ ​ເລື່ອງທ່ານ Francois Hollande  ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຝລັ່ງ ​ແມ່ນ​ເຫດການ​ທີ່​ເປັນ​ບາດ​ລ້ຽວຂອງ​ເອີ​ລົບ. ນີ້​ແມ່ນ​ສິ່ງ​ທີ່​ເຂົ້າ​ໃຈງ່າຍ, ​ເພາະວ່າ, ​ຝລັ່ງ ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ຢູ່​ເອີ​ລົບ, ຍິ່ງ​ກວ່າ​ນັ້ນ, ທ່ານ Francois Hollande  ​ເຄີຍ​ປະກາດ​ຈະ​ຄັດຄ້ານ​ນະ​ໂຍບາຍ​ປະຢັດ​ຂອງ​ພັນທະ​ພາບ​ເອີ​ລົບ. ຕາມ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ເອີ​ລົບ​ທີ່​ເຮັດ​ວຽກ​ຢູ່​ສະພາ​ກ່ຽວ​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ, ທ່ານ Charles Kupchan ​ແລ້ວ, ທ່ານ Francois Hollande  ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ຄືນ​ໃໝ່​ກ່ຽວ​ກັບ​ຂໍ້​ຕົກລົງ​ດ້ານ​ເສດຖະກິດ​ໂດຍ​ອີ​ຢູສ້າງ​ຂຶ້ນ ​ເພື່ອ​ຮັກສາ​ສະກຸນ​ເງິນ​ເອີ​ໂຮ​ໃຫ້​ເປັນ​ປົກກະຕິ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊຸກຍູ້​ເສດຖະກິດ​ແທນ​ໃຫ້​ບັນດາ​ມາດ​ຕະການ​ປະຢັດ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ທ່ານ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຝລັ່ງ​ແລະ​ບັນດາ​ປະ​ເທດ​ເອີ​ລົບ​ອື່ນໆ, ​ແຕ່​ສິ່ງ​ດັ່ງກ່າວສາມາດ​​ເຮັດ​ໃຫ້​ເຢັຍລະ​ມັນບໍ່ພໍ​ໃຈ. ທ່ານ Francois Hollande  ກໍ່​ມີ​ມາດ​ຕະການ​ຈຳໜ່າຍ​ພັນທະບັດ​ເອີ​ລົບ​ເພື່ອ​ແກ້​ໄຂ​ໜິ້ສິນ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ກຸ່ມ, ​ເຊິ່ງ​ແມ່ນ​ມາດ​ຕະການທີ່​ຍາມ​ໃດເຢັຍລະ​ມັນກໍ່​ຄັດຄ້ານ. ດັ່ງ​ນັ້ນ​ຝລັ່ງ ​ແລະ ​ເຢັຍລະ​ມັນ​ອາດ​ຈະ​ຕ້ອງ​ມີ​ການ​ເຈລະຈາ​ຄືນ​ກ່ຽວ​ກັບ​ສົນທິສັນຍາ​ງົບປະມານ​ເອີ​ລົບ.

        ທັດສະນະ​ຂອງທ່ານ Francois Hollande  ​ໄດ້​ມີ​ການ​ກະທົບ​ເຖິງ​ຕະຫຼາດ​ຫຼັກ​ຊັບ​ຂອງ​ເອີ​ລົບ, ​ແລະ ​ທົ່ວ​ໂລກ. ພາຍຫຼັງ​ການ​ເລືອກ​ຕັ້ງ​ຢູ່​ຝລັ່ງ, ຕະຫຼາດ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ ກໍ່​ຄື​ຂອງ​ທົ່ວ​ໂລກ​ຖືກ​ຫຼຸດ​ລົງ. ຢູ່​ຕະຫຼາດ​ຫຼັກ​ຊັບ​ປາ​ຮີ ​ແລະ Frankfurt, ມູນ​ຄ່າ​ຂອງ​ສະກຸນ​ເງິນ​ເອີ​​ໂຮ​ໄດ້​ຫຼຸດ​ລົງ​ເທົ່າ​ກັບ​ເກືອບ 1,3 USD, ​ເຊິ່ງ​ແມ່ນ​ລະດັບ​ຕຳ່​ສຸດ​ໃນ 3 ​ເດືອນ​ທີ່​ຜ່ານ​ມາ. ບັນດາ​ຕະຫຼາດ​ຫຼັກ​ຊັບ​ອາຊີ​ທີ່​ສຳຄັນ​ກໍ່​ຫຼຸດ​ລົງ​ຢ່າງ​ແຮງ​ໃນ​ວັນ​ທີ 7/5.

        ​ແລະ​ກໍ່​ໃນ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ​ເລື່ອງທ່ານ Francois Hollande  ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຝລັ່ງ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ແຜນການ​ຖອນ​ທະຫານ​ຂອງ​ຝລັ່ງອອກ​ຈາກ ອາບ​ກາ​ນິສະຖານ . ທ່ານ Francois Hollande  ​ເຄີຍ​ສະ​ແດງ​ທັດສະນະ​ຢາກ​ເຮັດ​ໃຫ້​ທະຫານ ຝລັ່ງ ​ຖອນ​ອອກ​ຈາກ ອາບ​ກາ​ນິສະຖານໃນ​ປີ​ນີ້, ກ່ອນກຳນົດ​ເວລາ​ເຊິ່ງ NATO​ໄດ້​ວາງ​ອອກ​ແມ່ນ 2 ປີ​. ດັ່ງ​ນັ້ນ, ​ພາຍຫຼັງ​ທີ່ທ່ານ Francois Hollande  ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຝລັ່ງ. NATO ​ຕ້ອງ​ຮຽກຮ້ອງ​ໃຫ້​ຝລັ່ງສືບ​ຕໍ່​ເຄົາລົບ​ນັບຖື​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ຈຳນວນ​ພົນທະຫານ​ຂອງປະ​ເທດ​ນີ້​ຢູ່​ອາບ​ກາ​ນິສະຖານ​ໃນ​ທັນທີ. ​ໂຄສົກ​ຂອງ NATO ​ໄດ້​ເນັ້ນ​ໜັກ​ວ່າ, ບໍ່​ວ່າການ​ປ່ຽນ​ແປງ​ໃດ​ໃນ​ແຜນການ​ຖອນ​ທະຫານ ກໍ່​ລ້ວນ​ແຕ່​ໄດ້​ຮັບ​ການ​ປຶກສາ​ຫາລື ​ແລະ​ ຮັບ​ຮູ້​ຈາກ​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ NATO.

        ​ໃນ​ອາທິດ​ໜ້າ, ທ່ານ Francois Hollande  ຈະ​ຈັດ​ພິທີ​ສາບານ​ຕົວ​ຮັບ​ຕຳ​ແໜ່​ງ, ກາຍ​ເປັນ​ປະທານາທິບໍດີ​ຝລັ່ງຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ອາຍຸ​ການ​ບໍ່​​ແມ່ນງ່າຍດາຍ, ​ແລະ​ ຫາງ​ສຽງ​ຈະ​ຕິດຕາມ​ຂໍ້​ຕົກລົງ​ທັງ​ໝົດ​ຂອງ​ປະທານາທິບໍດີ​ຄົນ​ໃໝ່​ຝລັ່ງ ​​ເມື່ອເລີ່​ມຕົ້ນ​ວິ​ວັດທະນາ​ການ​ໃໝ່​ຢູ່​ຝລັ່ງ ກໍ່​ຄື​ເອີ​ລົບ.

ຕອບກັບ

ຂ່າວ/ບົດ​ອື່ນ