ຂີດໝາຍໃໝ່ຂອງສະພາແຫ່ງຊາດຫວຽດນາມ

ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ໄດ້​ກາຍ​ເປັນ​ປະ​ທານ​ຄົນ​ໃໝ່​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ ພາຍຫຼັງ​ປ່ອນ​ບັດ​ຢູ່​ຫໍ​ປະ​ຊຸມ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 31/3. ພ້ອມ​ກັນ​ນັ້ນ, ທ່າ​ນ​ນາງ​ກໍ​ແມ່ນ​ແມ່​ຍິງ​ຄົນ​ທຳ​ອິດ​ທີ່​ດຳ​ລົງ​ຕຳ​ແໜ່ງນີ້​ໃນ​ປະ​ຫວັດ​ສາດກວ່າ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງສະ​ພາ​ແຫ່ງ​ຊາດຫວຽດ​ນາມ. ເຫດ​ການນີ້​ສືບ​ຕໍ່​ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ, ທັງ​ເປັນ​ການຢັ້ງ​ຢືນ​ສິດ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ-ຊາຍ  .

ຂີດໝາຍໃໝ່ຂອງສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ແມ່ນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ   (quochoi)

     ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ແມ່ນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 4 ຕຳ​ແໜ່ງທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ກົງ​ຈັກ​ນຳ​ພາ​ປະ​ເທດ​ຊາດ. ໃນ​ຈຸດ​ເວ​ລາ​ທຳ​ອິດ​ທີ່​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ນາງ​ປະ​ທານສະ​ພາ​ແຫ່ງ​ຊາດຄົນ​ໃໝ່​ໄດ້​ມີ​ຄຳ​ສາ​ບານ​ຕົວ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ຫວັງ​ຈົ່ງ​ຮັກ​ພັກ​ດີ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ເດັດ​ຂາດ.

      ຫາງ​ສຽ​ງ​ເຫັນ​ດີ​ເຫັນພ້ອມ

    ເລື່ອງ​ ສະ​ພາ​ແຫ່ງ​ຊາດຫວຽດ​ນາມມີ​ປະ​ທານ​ຄົນ​ໃໝ່​ເປັນ​ແມ່​ຍິງ ແມ່ນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ. ທ່ານ​ນາງ ກາວ​ທິ​ຊວນ ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ສະ​ພາ​ຊົນ​ເຜົ່າ​ຂອງ ສະ​ພາ​ແຫ່ງ​ຊາດຫວຽດ​ນາມໄດ້​ສະ​ແດງ​ຄວາມພາກ​ພູມ​ໃຈ​ຕໍ່​ເຫດ​ການນີ້. ຕາມ​ທ່ານ​ນາງ​ແລ້ວ, ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ, ລັດ​ໃນ​ວຽກ​ງານ​ພະ​ນັກ​ງານ. ທ່ານ​ນາງ ສ.ສ.ຊ ກາວ​ທິ​ຊວນປາດ​ຖະ​ໜາ​ວ່າ​ປະ​ທານສະ​ພາ​ແຫ່ງ​ຊາດຄົນ​ໃໝ່​ຈະ​ມີ​ຂໍ້​ລິ​ເລີ່ມຫຼາຍ​ຂໍ້​ເພື່ອ​ຊ່ວຍ ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ປ່ຽນ​ແປງ​ໃໝ່, ມີ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ເຄື່ອນ​ໄຫວ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງຫຼາຍ. ທ່ານ ເຢືອງ​ຈຸງ​ກ໋ວກ ສ.ສ.ຊ ແຂວງ​ດົງ​ນາຍ ຢືນ​ຢັນ​ວ່າ ໃນ​ປະ​ຫວັດ​ສາດ, ຫວຽດ​ນາມ​ໄດ້​ມີ​ແມ່​ຍິງຫຼາຍ​ຄົນ​ທີ່​ເປັນ​ຜູ້​ນຳ​ພາ​ເຊັ່ນ: 2 ພະ​ນາງ​ຈຶງ, ພະ​ນາງ​ຈ້ຽວ. ທ່ານ ເຢືອງ​ຈຸງ​ກ໋ວກ ຫວັງ​ວ່າ ໄປ​ຄຽ​ງ​ຄູ່​ກັບເລື່ອງພ້ອມ​ກັບ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ​ຕໍ່​ເສດ​​ຖະ​ກິດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັ້ນ, ທ່ານ​ນາງປະ​ທານສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ຈະ​ສ້າງ​ຂີດ​ໝາຍ​ທີ່​ແຂງ​ແຮງ, ເດັດ​ດຽວ​ໃນ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ. ທ່ານ ໂດ້​ວັນ​ເດືອງ ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິນ ປາດ​ຖະ​ໜາ​ວ່າ : 

   “ ຄຳ​ສາ​ບານ​ຕົວ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງວ່າ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ຂອງ​ຫວຽດ​ນ​າມຈະ​ມີ​ການ​ປະ​ກອບ​ສ່​ວນ​ຢ່າງ​ໃຫຍ່ຫຼວງ​ເພື່ອ​ນຳ​ພາ​ສະ​ພາ​ແຫ່ງ​ຊາດ​ໃຫ້​ກາຍ​ເປັນ​ອົງ​ການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ, ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ແຫ່ງ​ລັດ​ສູງ​ສຸດ ”

    ຂ່າວຄາວ​ກ່ຽວ​ກັບ​ເລື່ອງຫວຽດ​ນາມ​ມີ​ປະ​ທານສະ​ພາ​ແຫ່ງ​ຊາດຍິງ​ຄົນ​ທຳ​ອິດ ໄດ້​ຖືກ​ບັນ​ດາ​ສຳ​ນັກ​ຂ່າ​ວ​ສານ​ຕ່າງ​ປະ​ເທດ​ໃຫ້​ຂ່າວ​ຢ່າງຫຼວງຫຼາຍ, ໃນ​ນັ້ນ ລ້ວນ​ແຕ່​ສະ​ຫງວ​ນ​ຄຳ​ຕີ​ລາ​ຄາ​ອັນ​ດີ​ງາມ​ໃຫ້​ແກ່​ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ . ຂ່າ​ວ​ສານ AFP ໄດ້​ມີ​ບົດ​ໂດຍ​ຂຽນ​ວ່າ : ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ເລືອກ​ເຟັ້ນ​ເອົາ​ແມ່​ຍິ່ງ​ຄົນ​ໜຶ່ງ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ ສະ​ພາ​ແຫ່ງ​ຊາດ​ທີ່​ສາ​ມາດ​ແບກ​ຫາບ​ໜ້າ​ທີ່, ແລະ ແມ່ນ​ໜຶ່ງ​ໃນ 4 ຕຳ​ແໜ່ງ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ. ສ່ວນ​ສຳ​ນັກ​ຂ່າວ​ສານ CNA ຂອງ​ສິງ​ກະ​ໂປ​ໄດ້​ໃຫ້​ຂ່າວ​ວ່າ ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ແມ່ນ​ຜູ້​ນຳ​ທີ່​ສົມ​ກັບ​ອິດ​ທິ​ພົນ​ຊື່​ສຽ​ງ. ໃນ​ຂະ​ນະ​ນັ້ນ, ຕາມ​ນັກ​ຂ່າວ VOV ປະ​ຈຳ​ຝະ​ລັ່ງ, ໜັງ​ສື​ພິມ Liberation ໄດ້​ຊີ້​ແຈ້ງ​ກ່ຽວ​ກັບ​ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ 95,5% ທີ່​ສະ​ຫງວນ​ໃຫ້​ແກ່ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ. ບົດ​ໜັງ​ສື​ພິມ​ຢືນ​ຢັນ​ວ່າ ເຖິງວ່າ ສ.ສ.ຊ​ສ່ວນຫຼາຍ​ຢູ່​ຫວຽດ​ນາມ​ແມ່ນ​ເພດ​ຊາຍ​ກໍ​ຕາມ, ແຕ່ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນໄດ້​ຮັບ 472 ບັດ​ສະ​ໜັບ​ສະ​ໜູນ​ໃນ​ຈຳ​ນວນ​ທັງ​ໝົດ 481 ບັດ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13. ສ່ວນ​ໜັງ​ສື​ພິມ​ນິວຢອກ​ທາມ ຂອງ​ອາ​ເມ​ລິ​ກາ ໃຫ້​ຂ່າວ​ວ່າ : ເລື່ອງທ່ານ​ນາງ ຫງວຽນ​ທິ​ກິມ​ເງິນໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກໍ​ຍ້ອນ​ທ່ານ​ນາງ​ມີ​ລະ​ດັບ​ວິ​ຊາ​ສະ​ເພາະ, ກໍ​ຄື​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃນ​ການ​ນຳ​ພາ ກໍ​ຄື​ມີ​ຄວາມ​ສຸ​ພາບ​ຮຽບ​ຮ້ອຍ ແລະ ມີ​ສະ​ເໜ່.

      ຢັ້ງ​ຢືນ​ສິດ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ

  ເລື່ອງທ່ານ​ນາງ ຫງວຽນ​ທິ​ກິມ​ເງິນໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ກິດ​ຈະ​ການ​ປະ​ຕິ​ບັດ​ສິດສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ, ຊຶ່ງ​ແມ່ນ​ພາ​ລະ​ກິດ​ໄດ້​ເລີ່ມ​ຕົ້ນ​ຈາກ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945 ຂະ​ນະ​ທີ່​ທ່ານ​ປະ​ທານ​ໂຮ່​ຈິ​ມິນ ຢືນ​ຢັນ​ກ່ຽວ​ກັບ​ການກໍ່​ສ້າງສັງ​ຄົມ, ​ໃນ​ນັ້ນມີ ສິດສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ. ທ່ານ ເລ​ຍື​ຕຽນ ສ.ສ.ຊ ແຂວງກວາງ​ຈິ ຕີ​ລາ​ຄາ​ວ່າ ເປັນ​ຄັ້ງ​ທຳ​ອິດ​ທີ່​ ສະ​ພາ​ແຫ່ງ​ຊາດຫວຽດ​ນາມມີ​ປະ​ທານ​ເປັນ​ແມ່​ຍິງ. ສິ່ງນີ້​ແມ່ນ​ການຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ເຊີດ​ຊູ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ນຳ​ພາ ແລະ ຄຸ້ມ​ຄອງ​ປະ​ເທດ​ຊາດ. ທ່ານ​ນາງ ບຸຍ​ທິ​ອານ ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ : (ເທບ) : “ ສິ່ງນີ້ ສະ​ແດງ​ໃຫ້​ເຫັນ​ບາດ​ກ້າວ​ທີ່​ຍາວ​ໄກ​ກ່ຽວ​ກັບສິດສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍຢູ່​ຫວຽດ​ນາມ. ສຳ​ລັບ​ແມ່​ຍິງ​ພວກ​ຂ້າ​ພະ​ເຈົ້າ, ບໍ່​ພຽງ​ແຕ່​ສຳ​ລັບ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ນັບ​ທັງ​ພາກ​ພື້ນ​ອີກ​ດ້ວຍ. ສິ່ງນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປ​ະ​ທານ ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ”

       ເຫັນ​ແຈ້ງ​ບົດ​ບາດ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ, ພາຍຫຼັງ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດວ່າ: 

    “ ຂ້າ​ພະ​ເຈົ້າ​ຂໍ​ຈົດ​ຈຳ​ຄຳ​ສາ​ບານ​ຕົວ​ຂອງ​ຕົນ​ຕໍ່​ໜ້າ ສະ​ພາ​ແຫ່ງ​ຊາດ​ເພື່ອ​ປະ​ຕິ​ບັດ​​ໜ້າ​ທີ່, ສິດ​ອຳ​ນາດ​ຂອງ​ປະ​ທານສະ​ພາ​ແຫ່ງ​ຊາດຢ່າງ​ຖືກ​ຕ້ອງຕາມ​ລະ​ບຽບ​ກົດ​ໝາຍ, ຂ້າ​ພະ​ເຈົ້າ​ຈະ​ພ້ອມ​ກັບ​ຄະ​ນະ​ປະ​ຈຳ ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ນຳ​ພາ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ອົງ​ການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ເທດ, ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ລັດ​ສູງ​ສຸດ​ຂອງ​ປະ​ເທດ ສ.ສ ຫວຽດ​ນາມ ”

     ດ້ວຍຖາ​ນະ​ຕຳ​ແໜ່ງ​ເປັນ​ຜູ້​ນຳອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ລັດ​ສູງ​ສຸດ​ຂອງ​ປະ​ເທດ ສ.ສ ຫວຽດ​ນາມນັ້ນ, ຫວັງ​ວ່າທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ຈະ​ນຳ​ພາ ແລະ ບໍ​ລິ​ຫານສະ​ພາ​ແຫ່ງ​ຊາດຫວຽດ​ນາມເຮັດຫຼ້ອນ​ໜ້າ​ທີ່ຊຶ່ງພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ