(vovworld) - ວັນທີ 18/2, ຢູ່ວຽນ (ອົດຕະລິດ), ອີຣານ ແລະ ກຸ່ມ P5+1 (ລວມມີອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເລີ່ມດຳເນີນການເຈລະຈາຄືນໃໝ່ ກ່ຽວກັບບັນຫານິວຄະເລຍຂອງອີຣານ, ເພື່ອບັນລຸໄດ້ຂໍ້ຕົກລົງຮອບດ້ານ ແລະ ຍາວນານ. ເຖິງຢ່າງໃດກໍ່ຕາມ, ທຸກສິ່ງທຸກຢ່າງທີ່ດຳເນີນກ່ອນເຫດການທີ່ສຳຄັນນີ້ສະແດງໃຫ້ເຫັນວ່າ, ນີ້ແມ່ນການເຈລະຈາທີ່ສັບສົນ, ແກ່ຍາວ ແລະຍາກທີ່ຈະນຳມາເຊິ່ງໝາກຜົນຄືດັ່ງຄວາມປາຖະໜາຂອງແຕ່ລະຝ່າຍ.
ຮອບເຈລະຈາໜຶ່ງລະຫວ່າງອີຣານ ແລະ ກຸ່ມ P5+1
(ພາບ : AP)
ນີ້ແມ່ນການເຈລະຈາຂັ້ນສູງຄັ້ງທຳອິດລະຫວ່າງກຸ່ມ P5+1 ແລະ ອີຣານ, ນັບແຕ່ສອງຝ່າຍລົງນາມໃນຂໍ້ຕົກລົງນິວຄະເລຍໃນເບື້ອງຕົ້ນ ເມື່ອວັນທີ 24/11/2013. ການເຈລະຈາຈະແກ່ຍາວໃນຫຼາຍວັນ, ໂດຍຜູ້ຕາງໜ້າຂັ້ນສູງ, ຮັບຜິດຊອບການຕ່າງປະເທດຂອງສະຫະພາບເອີລົບ (ອີຢູ), ທ່ານນາງ Catherine Ashton ເປັນປະທານ.
ຄວາມສົງໄສຕໍ່ຜົນແຫ່ງການເຈລະຈາ
ກ່ອນທີ່ດຳເນີນການເຈລະຈາ, ຝ່າຍຕ່າງໆລ້ວນແຕ່ມີຂໍ້ສັງເກດທີ່ສົງໄສຕໍ່ຄວາມສາມາດບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ເພື່ອແນໃສ່ຜ່ອນຄາຍຄວາມເປັນຫ່ວງກັງວົນຂອງປະຊາຄົມໂລກທີ່ມີຕໍ່ເລື່ອງອີຣານ ພວມຊອກຫາວິທີພັດທະນາອາວຸດນິວຄະເລຍ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງອຳນາດການປົກຄອງອາເມລິກາ ຍອມຮັບວ່າ, ວິວັດການບັນລຸຂໍ້ຕົກລົງຍາວນານ ເພື່ອຈຳກັດລາຍການນິວຄະເລຍທີ່ກໍ່ຄວາມໂຕ້ຖຽງກັນໃນຫຼາຍທົດສະວັດຜ່ານມາຂອງອີຣານ ບໍ່ແມ່ນເລື່ອງງ່າຍດາຍ.
ໃນຂະນະນັ້ນ, ວົງການການນຳອີຣານ ກໍ່ບໍ່ປະເອີບໃຈຕໍ່ວິວັດທະນາການດັ່ງກ່າວ. ຜູ້ນຳສູງສຸດອີຣານ ທ່ານ Ali Khamenei ຄາດຄະເນວ່າ, ການເຈລະຈານີ້ຈະບໍ່ໄດ້ຮັບຜົນ. ຂໍ້ສັງເກດຂອງທ່ານ Ali Khamenei ແມ່ນຄຳກ່າວເຕືອນ ກ່ຽວກັບການປະລາໄຊຂອງການເຈລະຈາ ທີ່ສົ່ງເຖິງ ວໍຊິງຕັນ. ຜູ້ນຳສູງສຸດອີຣານ Ali Khamenei ຍັງຖືວ່າ, ບັນຫານິວຄະເລຍຂອງອີຣານ ພຽງແຕ່ແມ່ນຂໍ້ອ້າງຂອງອາເມລິກາ ເທົ່ານັ້ນ, ແລະ ວໍຊິງຕັນຈະບໍ່ຢຸດຕິຄວາມເປັນປໍລະປັກ ກັບ ເຕເຮຣານເທື່ອ.
ທ່ານລັດຖະມົນຕີການຕ່າງປະເທດອີຣານ Mahammad Javad zarif ກໍ່ໄດ້ເວົ້າວ່າ, ການທ້າທາຍໃຫຍ່ກວ່າໝູ່ແມ່ນສະພາບຂາດຄວາມໄວ້ເນື້ອເຊື່ອໃຈລະຫວ່າງຝ່າຍຕ່າງໆ.
ໂດຍມີທັດສະນະດຽວກັນກັບວົງການເຈົ້າໜ້າທີ່ສອງຝ່າຍ, ຕາມນັກໄຈ້ແຍກຫຼາຍທ່ານແລ້ວ, ກາລະໂອກາດເຊັນຂໍ້ຕົກລົງຮອບດ້ານ ແລະ ຍາວນານລະຫວ່າງສອງຝ່າຍແມ່ນຍາກທີ່ສຸດ. ມາຮອດປະຈຸບັນ, ວິທີດີທີ່ສຸດ ເຊິ່ງຝ່າຍຕາເວັນຕົກສາມາດບັນລຸໄດ້ໃນວິວັດແຫ່ງການແກ້ໄຂບັນຫາ ນິວຄະເລຍຂອງອີຣານ ນັ້ນແມ່ນ ຂໍ້ຕົກລົງຊົ່ວຄາວ.
ທັດສະນະແຕກຕ່າງກັນ - ແມ່ນບັນຫາຕົ້ນຕໍ່ທີ່ສົ່ງຜົນສະທ້ອນເຖິງການເຈລະຈາ
ຄວາມຂັດແຍ້ງກັນຢ່າງຂ້ຽວຂາດລະຫວ່າງເຕເຮຣານ ແລະ ຝ່າຍຕາເວັນຕົກ, ພ້ອມກັບການຄັດຄ້ານຂອງຝ່າຍຄ້ານໃນແຕ່ລະຝ່າຍ ແມ່ນການຂົ່ມຂູ່ທີ່ອາດຈະລະເບີດຂຶ້ນໃນບໍ່ວ່າເວລາໃດຂອງວິວັດການເຈລະຈາ.
ຕາມນັກເຈລະຈານິວຄະເລຍຂອງອີຣານ ທ່ານ Hamid Baeedinejad, ເນື້ອໃນການເຈລະຈາລະຫວ່າງເຕເຮຣານ ກັບບັນດາປະເທດມະຫາອຳນາດ ແມ່ນສຸມໃສ່ບັນດາຈັກພົ້ນຈາກສຸນທີ່ທັນສະໄໝ ແລະ ເຕົາປະຕິການນິວຄະເລຍນ້ຳໜັກ Arak.
ຝ່າຍຕາເວັນຕົກສະແດງຄວາມວິຕົກກັງວົນວ່າ, ເຕົາປະຕິການນິວຄະເລຍນ້ຳໜັກ Arak ຂອງເຕເຮຣານ ສາມາດສະໜອງທາດ Plutoni ເພື່ອຜະລິດລະເບີດນິວຄະເລຍ. ແຕ່ທ່ານ Hamid Baeedinejad ພັດຢືນຢັນວ່າ, ອີຣານ ບໍ່ປະລະສິດປ່ຽນບັນດາຈັກພົ້ນຈາກສູນທີ່ມີຢູ່ແລ້ວ ດ້ວຍຈັກພົ້ນຈາກສູນປະເພດໃໝ່ທີ່ທັນສະໄໝ.
ໃນຂະນະນັ້ນ, ກ່ອນການເຈລະຈາ ໜຶ່ງສັບປະດາ, ວົງການເຈົ້າໜ້າທີ່ອີຣານ ກໍ່ໄດ້ກ່າວເຕືອນວ່າ, ເຂົາເຈົ້າບໍ່ຜ່ອນສັ້ນຜ່ອນຍາວຕໍ່ບາງບັນຫາເຄັ່ງຮ້ອນທີ່ສຸດ. ທ່ານ Majid Takhte Ravanchi, ເຈົ້າໜ້າທີ່ເຈລະຈາຂອງອີຣານ ຢືນຢັນວ່າ, ອີຣານບໍ່ເຫັນດີຕໍ່ການປິດຮາກຖານນິວຄະເລຍໃດໆ.
ສ່ວນບັນດາປະເທດຝ່າຍຕາເວັນຕົກຍັງຄົງຮັກສາທັດສະນະທີ່ວ່າ ອີຣານ ຕ້ອງປະລະບັນດາພາກສ່ວນອັນຕະລາຍທີ່ສຸດໃນໂຄງການນິວຄະເລຍ.
ຕໍ່ໜ້າຄວາມຂັດແຍ້ງກັນດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mahammad Javad zarif ໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆສະແດງຄວາມຕັດສິນໃຈດ້ານການເມືອງ ເພື່ອໃຫ້ການເຈລະຈາປະສົບຜົນສຳເລັດ. ຕາມທ່ານແລ້ວ, ຂໍ້ຕົກລົງໃນເບື້ອງຕົ້ນເຊິ່ງສອງຝ່າຍບັນລຸໄດ້ເມື່ອເດືອນ 11/2013 ກ່ຽວກັບບັນຫານິວຄະເລຍຂອງອີຣານ ແມ່ນບາດກ້າວທີ່ຕັ້ງໜ້າ ແລະ ຕ້ອງໄດ້ຮັບການປະຕິບັດຢ່າງເຖິງຖອງ. ແຕ່ຍັງມີບາງບັນຫາຈຳເປັນຕ້ອງເຮັດແຈ້ງ ແລະ ຮຽກຮ້ອງໃຫ້ຝ່າຍຕ້ອງແກ້ໄຂໃນວິວັດການເຈລະຈາ.
ເປັນທີ່ຈະແຈ້ງແລ້ວວ່າ, ຄວາມຂັດແຍ້ງກັນຢ່າງເລິກເຊິ່ງລະຫວ່າງອີຣານ ແລະ ຝ່າຍຕາເວັນຕົກຈະເປັນການກະທົບຢ່າງຫຍໍ້ທໍ້ເຖິງຜົນຂອງການເຈລະຈານິວຄະເລຍ. ຍ້ອນເຫດນັ້ນ, ຂໍ້ຕົກລົງນິວຄະເລຍຢ່າງຮອບດ້ານ ແລະ ຍາວນານຍາກທີ່ຈະບັນລຸໄດ້ ເມື່ອຝ່າຍຕ່າງໆບໍ່ເຫັນດີຜ່ອນສັ້ນຜ່ອນຍາວ ກ່ຽວກັບບັນຫານິວຄະເລຍນຳກັນ.