ອະ​ໄພ​ຍະ​ໂທດ: ນະ​ໂຍ​ບາຍອະ​ໄພ​ໂທດ​ສຳ​ລັບ​ຜູ້​ທີ່​ເຄີຍ​ກະ​ທຳ​ຜິດ

(VOVWORLD) - ມື້ນີ້, ວັນທີ 01 ຕຸລາ, ບັນດາຄ້າຍຄຸມຂັງ, ຄ້າຍກັກຂັງຊົ່ວຄາວ ຢູ່ ຫວຽດນາມ ໄດ້ຈັດການປ່ອຍຕົວຜູ້ທີ່ມີການກະທຳຜິດທີ່ໄດ້ຮັບການອະໄພຍະໂທດຕາມຂໍ້ຕົກລົງຈາກປະທານປະເທດ. ນີ້ແມ່ນນະໂຍບາຍອະໄພໂທດພິເສດຂອງ ລັດ ຫວຽດນາມ, ໂດຍທ່ານປະທານປະເທດຕົກລົງໃຫ້ປ່ອຍຕົວນັກໂທດກ່ອນກຳນົດເວລາ ສຳລັບບຸກຄົນທີ່ຖືກຕັດສິນຈຳຄຸກແບບມີກຳນົດເວລາ, ຈຳຄຸກຕະຫຼອດຊີວິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 79 ປີ (2/9/1945 - 2/9/2024) ແລະ  ປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 70 ປີ  (10/10/1954 - 10/10/2024). ການອະໄພຍະໂທດປີ 2024 ອີກຄັ້ງໜຶ່ງໄດ້ຢັ້ງຢືນໃຫ້ເຫັນນະໂຍບາຍອະໄພໂທດຂອງພັກ, ລັດ ແລະ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ ທີ່ມີຕໍ່ກັບບັນດານັກໂທດ, ສົ່ງເສີມເຂົາເຈົ້າກັບໃຈກິນແໜງ, ກາຍເປັນຜູ້ທີ່ມີຜົນປະໂຫຍດໃຫ້ແກ່ສັງຄົມ.
ອະ​ໄພ​ຍະ​ໂທດ: ນະ​ໂຍ​ບາຍອະ​ໄພ​ໂທດ​ສຳ​ລັບ​ຜູ້​ທີ່​ເຄີຍ​ກະ​ທຳ​ຜິດ - ảnh 1ຕຳຫຼວດແຂວງ ພ້ອມດ້ວຍການນຳແຂວງ ກວ໋າງນິງ ມອບຂໍ້ຕົກລົງອະໄພຍະໂທດປີ 2024 (ພາບ: VOV)

ຫຼັກການສູງສຸດ ເມື່ອພິຈາລະຈາອະໄພຍະໂທດແມ່ນເຄົາລົບກົດໝາຍ. ໃນໂອກາດນີ້, ມີນັກໂທດກວ່າ 3700 ຄົນ ພວມປະຕິບັດຕາມຄຳຕັດສິນຂອງສານແມ່ນຈຳຄຸກ ໄດ້ຮັບການອະໄພຍະໂທດ. ໃນນັ້ນ ມີຊາວເຜົ່າສ່ວນໜ້ອຍ 561 ຄົນ, ນັກໂທດທີ່ຖືສັນຊາດຕ່າງປະເທດ 20 ຄົນ.

ຂັ້ນຕອນດຳເນີນທີ່ເຄັ່ງຂັດ, ເປີດເຜີຍ, ປະຊາທິປະໄຕ, ພາວະວິໄສ

        ພາຍຫຼັງທີ່ປະທານປະເທດໄດ້ເຊັນປະກາດໃຊ້ຂໍ້ຕົກລົງກ່ຽວກັບການອະໄພຍະໂທດປີ 2024, ຫ້ອງວ່າການປະທານປະເທດໄດ້ສົມທົບກັບກະຊວງຕຳຫຼວດ, ກະຊວງການຕ່າງປະເທດ ແລະ ສານປະຊາຊົນສູງສຸດ ຈັດການຖະແຫຼງຂ່າວກ່ຽວກັບຂໍ້ຕົກລົງດັ່ງກ່າວຢ່າງເປີດເຜີຍ. ເພື່ອຮັບປະກັນໃຫ້ວຽກງານອະໄພຍະໂທດໄດ້ຮັບການປະຕິບັດຢ່າງປະຊາທິປະໄຕ, ຍຸຕິທຳ, ພາວະວິໄສ, ບັນດາອົງການເຈົ້າໜ້າທີ່ໄດ້ປະກາດໃຊ້ເອກກະສານຫຼາຍສະບັບເພື່ອແນະນຳ, ຈັດຕັ້ງປະຕິບັດ. ໃນນັ້ນ, ມີຄຳແນະນຳສະບັບເລກທີ 88, ລົງວັນທີ 2 ສິງຫາ ແລະ ໂທລະເລກທາງການເລກທີ 76 ລົງວັນທີ 7 ສິງຫາ ກ່ຽວກັບການຜັນຂະຫຍາຍປະຕິບັດວຽກງານອະໄພຍະໂທດ ປີ 2024. ນີ້ແມ່ນບັນດາຫຼັກຖານສຳຄັນເພື່ອໃຫ້ວຽກງານອະໄພຍະໂທດໄດ້ປະບັດຢ່າງມີປະສິດທິຜົນ. ທ່ານພັນໂທ ຮ່າຢາງ, ຜູ້ຄຸ້ມຄອງຄ້າຍກັກຂັງຊົ່ວຄາວຂອງຕຳຫຼວດແຂວງ ກວ໋າງນິງ, ໃຫ້ຮູ້ວ່າ:

        “ການອະໄພຍະໂທດຄັ້ງນີ້ ໄດ້ຮັບການເປີດກວ້າງບັນດາເປົ້າໝາຍທີ່ໄດ້ຮັບອະໄພຍະໂທດ. ຄ້າຍກັກຂັງຊົ່ວຄາວຂອງຕຳຫຼວດ ແຂວງ ກວ໋າງນິງ ໄດ້ເຜີຍແຜ່ກ່ຽວກັບຈຸດໃໝ່ຂອງວຽກງານອະໄພຍະໂທດຢ່າງເປັນປະຈຳ, ຕິດປະກາດຢ່າງເປີດເຜີຍເຖິງບັນດາຜູ້ຕ້ອງໂທດນັກໂທດທຸກຄົນ. ບັນດາຜູ້ຕ້ອງໂທດນັກໂທດກຳໄດ້ນະໂຍບາຍການເຄື່ອນໄຫວຂອງພັກ, ລັດ ແລະ ກົດໝາຍຢ່າງຈະແຈ້ງ ສະນັ້ນ, ເຂົາເຈົ້າໄດ້ມີຄວາມຕັ້ງໜ້າ ແລະ ດັດສ້າງໄດ້ເປັນຢ່າງດີ ເພື່ອໄດ້ຮັບອະໄພຍະໂທດໃນຄັ້ງນີ້”.

        ໃນຂະນະນັ້ນ, ການພິຈາລະນາສະເໜີອະໄພຍະໂທດໃຫ້ແກ່ນັກໂທດ ໄດ້ດຳເນີນໄປຕາມຂັ້ນຕອນຢ່າງເຄັ່ງຂັດ, ເປີດເຜີຍ, ມີປະຊາທິປະໄຕ, ພາວະວິໄສ, ຍຸຕິທຳ, ປອດໃສ, ຖືກເປົ້າໝາຍ, ເງື່ອນໄຂຕາມຂໍ້ກຳນົດ. ນັກໂທດທຸກຄົນໄດ້ຮັບການພິຈາລະນາຢ່າງສະເໝີພາບ, ບໍ່ມີການຈຳແນກສັນຊາດ, ຊົນເຜົ່າ, ສາສະໜາ, ຖານະຕຳແໜ່ງໃນສັງຄົມ ກ່ອນທີ່ຈະຖືກຕັດສິນລົງໂທດ. ເອກະສານສະເໜີຂໍອະໄພຍະໂທດ ກໍໄດ້ຮັບການກວດກາ, ຢັ້ງຢືນຜ່ານຫຼາຍຂັ້ນ ດ້ວຍການເຂົ້າຮ່ວມຂອງຫຼາຍອົງການ, ຄະນະ, ຂະແໜງການເຈົ້າໜ້າທີ່ ແລະ ພິເສດແມ່ນການຕິດຕາມກວດກາຂອງບັນດາອົງການຈັດຕັ້ງສັງຄົມ ແລະ ປະຊາຊົນ.

ອະ​ໄພ​ຍະ​ໂທດ: ນະ​ໂຍ​ບາຍອະ​ໄພ​ໂທດ​ສຳ​ລັບ​ຜູ້​ທີ່​ເຄີຍ​ກະ​ທຳ​ຜິດ - ảnh 2 ບ່ອນເຮັດລະບຽບການໃຫ້ແກ້ບັນດານັກໂທດຜູ້ໄດ້ຮັບການອະໄພຍະໂທດ (ພາບ: VOV)

ສ່ອງແສງໃຫ້ເປັນຢ່າງຈະແຈ້ງບຸລິມະສິດຮັບປະກັນ ແລະ ການຊຸກຍູ້ສິດທິມະນຸດ

        ໃນ 15 ປີຜ່ານມາ, ດ້ວຍການອະໄພຍະໂທດມາເປັນ 9 ຄັ້ງ, ທ່ານປະທານປະເທດໄດ້ຕົກລົງປ່ອຍຕົວນັກໂທດກ່ອນກຳນົດເວລາໃຫ້ແກ່ນັກໂທດກວ່າ 92.000 ຄົນທີ່ມີໝາກຜົນການຮ່ຳຮຽນ, ດັດສ້າງ, ອອກແຮງງານໄດ້ເປັນຢ່າງດີ. ມີຫຼາຍກໍລະນີພາຍຫຼັງໄດ້ຮັບການອະໄພຍະໂທດ ກັບຄືນເມືອເຕົ້າໂຮມກັບຄອບຄົວແລ້ວ, ເຂົາເຈົ້າມີຄວາມຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວອອກແຮງງານ, ທຳການຜະລິດ, ສ້າງຄວາມຮັ່ງມີໃຫ້ແກ່ສ່ວນຕົວ, ຄອບຄົວ ແລະ ສັງຄົມ; ກາຍເປັນພາກສ່ວນແກ່ນສານ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ຂັ້ນຮາກຖານ. ອັດຕານັກໂທດມີການກະທຳຜິດຄືນໃໝ່ແມ່ນຕ່ຳສຸດ, ພຽງແຕ່ 0.08%. ທ່ານຮອງຫົວໜ້າຫ້ອງວ່າການປະທານປະເທດ ຟ້າມແທັງຮ່າ ຖືວ່າ:

       “ດ້ວຍບັນດາຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດ, ນັບໝື່ນຄົນມີຄວາມປະຕິຊົມຊື່ນເມື່ອໄດ້ຮັບການອະໄພຍະໂທດ, ກັບຄືນເມືອເຕົ້າໂຮມພ້ອມກັບຄົບຄອບຄົວໄວກ່ອນກຳນົດ, ກຽມພ້ອມສ້າງຊີວິດໃໝ່. ຈຳນວນຜູ້ໄດ້ຮັບອະໄພຍະໂທດສ່ວນໃຫຍ່ມີຊີວິດການເປັນຢູ່ເປັນປົກກະຕິ, ທຳມາຫາກິນ, ກາຍເປັນຄົນດີມີປະໂຫຍດໃຫ້ແກ່ສັງຄົມ. ອັດຕາຜູ້ໄດ້ຮັບອະໄພຍະໂທດທີ່ມີການກະທຳຜິດຄືນໃໝ່ແມ່ນຕ່ຳຫຼາຍ. ນັ້ນແມ່ນຂີດໝາຍມະນຸດສະທຳອັນໃຫຍ່ຫຼວງຂອງແຜນນະໂຍບາຍອະໄພຍະໂທດ, ສ່ອງແສງໃຫ້ເຫັນບຸລິມະສິດການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃນທຸກແຜນນະໂຍບາຍຂອງພັກ ແລະ ລັດ ສສ. ຫວຽດນາມ ຢ່າງຈະແຈ້ງ”.

       ເພື່ອຊ່ວຍໃຫ້ຜູ້ໄດ້ຮັບອະໄພຍະໂທດໄດ້ເຊື່ອມຕົວເຂົ້າກັບສັງຄົມວົງຄະນະຍາດໂດຍໄວ, ປັດຈຸບັນ, ບັນດາທ້ອງຖິ່ນພວມຮັກສາການເຄື່ອນໄຫວຂອງ 355 ຮູບແບບພົ່ນເດັ່ນ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ, ເຊັ່ນ: ຮູບແບບທຶນຊ່ວຍເຫຼືອ, ຊ່ວຍເຫຼືອກູ້ຢືນທຶນ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ທີ່ເຄີຍກະທຳຜິດ; ຮູບແບບເຂົ້າຮ່ວມການຄຸ້ມຄອງ, ສຶກສາຜູ້ທີ່ເຄີຍກະທຳຜິດ…ນອກຈາກນັ້ນແລ້ວ, ປີ 2023, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 22 ລົງວັນທີ 17 ສິງຫາ ກ່ຽວກັບການສິນເຊື່ອສຳລັບຜູ້ປະຕິບັດສິ້ນສຸດການປະຕິບັດໂທດຈຳຄຸກ. ໄລ່ຮອດປັດຈຸບັນ, ມີນັກໂທດກວ່າ 6.000 ຄົນທີ່ໄດ້ຮັບການອະໄພຍະໂທດໄດ້ຮັບການກູ້ຢືມທຶນຈາກທະນາຄ້ານນະໂຍບາຍສັງຄົມ ດ້ວຍຈຳນວນເງິນກວ່າ 500 ຕື້ດົ່ງ (ກວ່າ 21 ລ້ານ USD) ເພື່ອລົງທຶນພັດທະນາການຜະລິດ, ພັດທະນາເສດຖະກິດຄອບຄົວ, ຊີວິດການເປັນຢູ່ໃຫ້ເປັນປົກກະຕິ.

        ອະໄພຍະໂທດແມ່ນໜຶ່ງໃນບັນດາລະບອບການກຳນົດນິຕິກຳສຳຄັນ, ໂດຍໄດ້ກຳນົດໃນລັດຖະທຳມະນູນ ແລະ ພ້ອມທັງໄດ້ຫັນເປັນລະບອບລະບຽບການໃນກົດໝາຍວ່າດ້ວຍການອະໄພຍະໂທດ ພ້ອມດ້ວຍເອກະສານນິຕິກຳສະບັບຕ່າງໆ. ນີ້ແມ່ນນະໂຍບາຍອະໄພຍະໂທດພິເສດຂອງລັດທີ່ມີຕໍ່ນັກໂທດ; ສະແດງໃຫ້ເຫັນການຮັບຮູ້ໝາກຜົນດັດສ້າງ, ປະຕິບັດຂໍ້ກຳນົດກົດລະບຽບຂອງນັກໂທດ; ເປີດກາລະໂອກາດໃໝ່ສຳລັບບຸກຄົນທີ່ເຄີຍກະທຳຜິດ, ຫຼົງທາງໄດ້ຮູ້ສຶກກິນແໜງ, ດັດປັບຕົນເອງ. ຂໍ້ຕົກລົງອະໄພຍະໂທດປີ 2024 ຂອງທ່ານປະທານປະເທດ ອີກຄັ້ງໜຶ່ງຢັ້ງຢືນໃຫ້ເຫັນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢ່າງຍຸຕິທຳ, ສະເໝີພາບ ສຳລັບພົນລະເມືອງທຸກຄົນ, ນັບທັງຜູ້ກຳລັງປະຕິບັດໂທດຈຳຄຸກ./.

ຕອບກັບ

ຂ່າວ/ບົດ​ອື່ນ