ຂາດສະຖຽນລະພາບດ້ານການເມືອງ ຍູ້ ບັງກະລາເທດ ຕົກເຂົ້າອະນາຄົດທີ່ບໍ່ຄົງທີ່

(VOVWORLD) - ວັນທີ 05 ສິງຫາ, ທ່ານນາງ Sheikh Hasina ນາຍົກລັດຖະມົນຕີ ບັງກະລາເທດ ໄດ້ຖະແຫຼງລາອອກຈາກຕຳແໜ່ງ ແລະ ຂຶ້ນຍົນເດີນທາງອອກຈາກປະເທດນີ້ ຕໍ່ໜ້າຄວາມກົດດັນຈາກການແຫ່ຂະບວນປະທ້ວງອັນຮ້າຍແຮງຕ່າງໆເກີດຂຶ້ນໃນຫຼາຍມື້ຜ່ານມາ. ເຫດການດັ່ງກ່າວ ໄດ້ຍູ້ປະເທດ ອາຊີໃຕ້ນີ້ຕົກເຂົ້າສູ່ອະນາຄົດໃໝ່ທີ່ສັບສົນ ເຕັມໄປດ້ວຍສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ກໍ່ຄວາມຫຍຸ້ງຍາກຕໍ່ເສດຖະກິດ.
ຂາດສະຖຽນລະພາບດ້ານການເມືອງ ຍູ້ ບັງກະລາເທດ ຕົກເຂົ້າອະນາຄົດທີ່ບໍ່ຄົງທີ່ - ảnh 1ການແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ທ່ານນາງນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina ລາອອກຈາກຕຳແໜ່ງຢູ່ Dhaka ໃນວັນທີ 5/8/2024 (ພາບ: AP)

  ກະແສແຫ່ຂະບວນປະທ້ວງເລີ່ມເກີດຂຶ້ນຢູ່ ບັງກະລາເທດ ໃນຕົ້ນເດືອນ ກໍລະກົດ ເມື່ອລັດຖະບານຂອງທ່ານນາຍົກລັດຖະມົນຕີ ນາງ Sheikh Hasina ປະກາດນະໂຍບາຍຈັດແບ່ງໂຄ້ຕາສຳລັບພາລະກອນ. ບັນດາບັ້ນແຫ່ຂະບວນປະທ້ວງໄດ້ເກີດຂຶ້ນຢ່າງວ່ອງໄວ ແລະ ພາໄປເຖິງການໃຊ້ຄວາມຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ ພາຍໃນເວລາກວ່າ 1 ເດືອນ, ບັງຄັບໃຫ້ທ່ານນາງ Sheikh Hasina ຈຳເປັນຕ້ອງລາອອກຈາກຕຳແໜ່ງ ແລະ ເດີນທາງອອກຈາກປະເທດຂອງຕົນ.

ນະໂຍບາຍທີ່ພາໄປເຖິງການໂຕ້ຖຽງກັນ

ຕາມນະໂຍບາຍຈັດແບ່ງໂຄ້ຕາພາລະກອນ ທີ່ໄດ້ຍົກອອກມາໃນທ້າຍເດືອນ ກໍລະກົດ ແລ້ວ, ລັດຖະບານ ບັງກະລາເທດ ໄດ້ສະຫງວນກວ່າເຄິ່ງໜຶ່ງດັດຊະນີຮັບສະໝັກພາລະກອນໃນແຕ່ລະປີໃຫ້ແກ່ກຸ່ມຄົນທີ່ພິເສດ, ໃນນັ້ນ ມີປະມານ 30% ແມ່ນສະຫງວນໃຫ້ແກ່ລູກຂອງນັກຮົບເກົ່າໃນບັ້ນຕໍ່ສູ້ປົດປ່ອຍຊາດໃຫ້ຫຼຸດພົ້ນອອກຈາກການປົກຄອງຂອງ ປາກິດສະຖານ ເມື່ອປີ 1971. ຕາມທ່ານ Rashed Al Mahmud Titumir ສາດສະດາຈານຂະແໜງຄົ້ນຄວ້າການພັດທະນາ, ຂຶ້ນກັບມະຫາວິທະຍາໄລ Dhakar (ບັງກະລາເທດ) ແລ້ວ, ນະໂຍບາຍນີ້ ໄດ້ຍົກອອກມາໃນຈຸດເວລາທີ່ບໍ່ເໝາະສົມ, ເມື່ອອັດຕາໄວໜຸ່ມ ບັງກະລາເທດ ວ່າງງານພວມເພີ່ມຂຶ້ນຢ່າງວ່ອງໄວ, ດ້ວຍອັດຕາເກືອບ 20% ປະຊາຊົນ ບັງກະລາເທດ ໃນເກັນອາຍຸແຕ່ 15 – 24 ປີ ບໍ່ມີວຽກເຮັດງານທຳ ຫຼື ບໍ່ໄດ້ເຂົ້າໂຮງຮຽນ. ໄປຄຽງຄູ່ກັນນັ້ນ, ແຕ່ລະປີ, ບັງກະລາເທດ ມີແຮງງານໃໝ່ເກືອບ 2 ລ້ານຄົນ ໄດ້ເຂົ້າຕະຫຼາດແຮງງານ ແລະ ອັດຕາສ່ວນເພື່ອກາຍເປັນພາລະກອນລັດຖະກອນແມ່ນເກືອບ 1/100 ໃນປີກາຍ. ດັ່ງນັ້ນ, ນະໂຍບາຍຈັດແບ່ງໂຄ້ຕາພາລະກອນ ໄດ້ສ້າງການໂຕ້ຖຽງກັນຢ່າງໃຫຍ່ໃນສັງຄົມ ບັງກະລາເທດ ໃນທັນທີ ແລະ ຖືກບັນດາກຸ່ມນັກສຶກສາ, ຊາວໜຸ່ມຄັດຄ້ານຢ່າງແຮງ ເພາະເຂົາເຈົ້າຖືວ່າ ບໍ່ມີຄວາມຍຸຕິທຳ ແລະ ມີການຈຳແນກການປະພຶດ.

ຮອດວັນທີ 21 ກໍລະກົດ, ສານສູງສຸດ ບັງກະລາເທດ ໄດ້ອອກຄຳຕັດສິນປັບປຸງນະໂຍບາຍນີ້. ແຕ່ບໍ່ຫົວຊາຕໍ່ການຕັດສິນຂອງສານສູງສຸດ ບັງກະລາເທດ, ບັນດາບັ້ນແຫ່ຂະບວນປະທ້ວງໂດຍຂະບວນການນັກສຶກສານຳພານັ້ນ ກໍບໍ່ໄດ້ຫຼຸດໜ້ອຍຖອຍລົງ ຫາກຍັງຍັງຮຽກຮ້ອງໃຫ້ ທ່ານນາງນາຍົກລັດຖະມົນຕີ Sheikh Hasina ຕ້ອງລາອອກຈາກຕຳແໜ່ງ. ການແຫ່ຂະບວນປະທ້ວງໄດ້ຂະຫຍາຍກາຍເປັນການປະທະກັນ, ການໃຊ້ຄວາມຮຸນແຮງ ລະຫວ່າງບັນດາພັກຝ່າຍທີ່ຄັດຄ້ານ ແລະ ສະໜັບສະໜູນທ່ານນາງນາຍົກລັດຖະມົນຕີ Sheikh Hasina ກໍຄື ລະຫວ່າງບັນດາກຸ່ມແຫ່ຂະບວນປະທ້ວງກັບ ກຳລັງປ້ອງກັນຄວາມສະຫງົບ. ເຫດການດັ່ງກ່າວໄດ້ບັງຄັບໃຫ້ທ່ານນາງ Sheikh Hasina ຈຳເປັນຕ້ອງຖະແຫຼງລາອອກຈາກຕຳແໜ່ງ ໃນວັນທີ 04 ສິງຫາ ພາຍຫຼັງທີ່ກຳອຳນາດມາເປັນເວລາ 15 ປີ ແລະ ຕ້ອງເດີນທາງອອກຈາກປະເທດ.

ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ ແລະ ຢຸດຕິກະແສຟອງໃຊ້ຄວາມຮຸນແຮງ, ຜູ້ບັນຊາການກອງທັບ ບັງກະລາເທດ, ນາຍພົນ Waker Uz Zaman ໄດ້ປະກາດກອງທັບຂຶ້ນກຳອຳນາດຊົ່ວຄາວ ເພື່ອບໍລິຫານປະເທດໃນໄລຍະເວລາສ້າງອຳນາດການປົກຄອງໃໝ່. ເມື່ອກ່າວປາໄສໃນວັນທີ 05 ສິງຫາ, ທ່ານ Waker – Uz – Zaman ໃຫ້ຮູ້ວ່າ ໄດ້ປຶກສາຫາລືກັບບັນດາພັກຝ່າຍທັງໝົດຢູ່ ບັງກະລາເທດ ກ່ຽວກັບການສ້າງຕັ້ງລັດຖະບານຊົ່ວຄາວ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ບັງກະລາເທດ ເຊື່ອໝັ້ນຕໍ່ການນຳພາຂອງກອງທັບ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຂອງປະເທດຄືນໃໝ່ໂດຍໄວ.

        “ຂໍໃຫ້ຮັກສາຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງກອງທັບ. ຂ້າພະເຈົ້າຂໍຮັບຜິດຊອບ ແລະ ໝັ້ນໝາຍວ່າ ຈະປົກປ້ອງຊີວິດ ກໍຄື ຊັບສິນຂອງປະຊາຊົນ. ພວກຂ້າພະເຈົ້າ ຈະຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ນຳມາເຊິ່ງສັນຕິພາບ, ຄວາມປອງດອງຄືນໃໝ່ໃຫ້ແກ່ປະເທດ. ຂ້າພະເຈົ້າກໍຮຽກຮ້ອງໃຫ້ປະຊາຊົນທຸກຄົນຢຸດຕິທຸກການກະທຳໃຊ້ຄວາມຮຸນແຮງ, ມ້າງທຳລາຍ ແລະ ແຫ່ຂະບວນປະທ້ວງ”.

ອະນາຄົດທີ່ບໍ່ຄົງທີ່

ເພື່ອແນໃສ່ນຳປະເທດກັບຄືນສູ່ສະພາບເປັນປົກກະຕິ, ກອງທັບ ບັງກະລາເທດ ໃຫ້ຮູ້ວ່າ ໄອຍະການເສິກ ໄດ້ຈັດວາງແຕ່ວັນທີ 20 ກໍລະກົດ ເພື່ອສະກັດກັ້ນການແຫ່ຂະບວນປະທ້ວງ ແລະ ໄດ້ຍົກເລີກໃນຕອນເຊົ້າວັນທີ 06 ສິງຫາ, ຕາມເວລາທ້ອງຖິ່ນ. ບັນດາຫ້ອງການ, ໂຮງງານ, ໂຮງຮຽນ… ໄດ້ກັບມາເຄື່ອນໄຫວຄືນໃໝ່. ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການໄດ້ໃຫ້ຂໍ້ສັງເກດກ່ຽວກັບການສ້າງຕັ້ງລັດຖະບານກຳອຳນາດຊົ່ວຄາວ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຂອງປະເທດເປັນປົກກະຕິ, ຫຼັງຈາກນັ້ນແມ່ນການສ້າງແຜນການມອບສົ່ງສິດອຳນາດທາງການ ຢ່າງມີປະຊາທິປະໄຕຜ່ານການເລືອກຕັ້ງນັ້ນ, ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບ ບັງກະລາເທດ ໃນສະພາບການເມືອງທີ່ບໍ່ເປັນປົກກະຕິຄືໃນປັດຈຸບັນ.  ທ່ານ Nahid Islam, ຜູ້ປະສານງານຂອງຂະບວນການນັກສຶກສາຕ້ານການຈຳແນກການປະພຶດ, ໄດ້ຖະແຫຼງວ່າ:

“ພວກຂ້າພະເຈົ້າ ຈະຍົກອອກຂໍ້ສະເໜີແນະກ່ຽວກັບການສ້າງລັດຖະບານສາມັກຄີແຫ່ງຊາດກຳອຳນາດຊົ່ວຄາວໂດຍໄວ. ນັກສຶກສາ ແລະ ຜູ້ຈັດຕັ້ງກະແສຟອງແຫ່ຂະບວນປະທ້ວງໃນໄລຍະຜ່ານມາ ຈະນອນໃນລັດຖະບານກຳອຳນາດຊົ່ວຄາວ, ກໍຄືເປັນຜູ້ຕາງໜ້າສັງຄົມພົນລະເຮືອນ ແລະ ບັນດາອົງການຈັດຕັ້ງອາຊີບ. ພວກຂ້າພະເຈົ້າຈະສະເໜີບຸກຄະລາກອນ ແລະ ທິດທາງຂອງລັດຖະບານກຳອຳນາດຊົ່ວຄາວ”.

ຂາດສະຖຽນລະພາບດ້ານການເມືອງ ຍູ້ ບັງກະລາເທດ ຕົກເຂົ້າອະນາຄົດທີ່ບໍ່ຄົງທີ່ - ảnh 2 ທ່ານ Nahid Islam, ຜູ້ປະສານງານຂອງຂະບວນການນັກສຶກສາຕ້ານການຈຳແນກການປະພຶດ (ພາບ: AFP)

ໃນຂະນະນັ້ນ, ການຂາດສະຖຽນລະພາບດ້ານການເມືອງ ຢູ່ ບັງກະລາເທດ ພວມກໍ່ຄວາມວິຕົກກັງວົນຕໍ່ປະຊາຄົມສາກົນ. ໃນແຈ້ງການທີ່ໄດ້ຍົກອອກມາໃນວັນທີ 06 ສິງຫາ, ທະນາຄານໂລກ (WB) ໃຫ້ຮູ້ວ່າ ຈະຕີລາຄາບັນດາຜົນກະທົບຂອງການຜັນແປການເມືອງໃນໄລຍະທີ່ຫາກໍ່ຜ່ານມາຢູ່ ບັງກະລາເທດ ສຳລັບບັນດາໂຄງການເງິນກູ້ຂອງ WB ຢູ່ປະເທດນີ້. ເລື່ອງ WB ກໍຄືບັນດາອົງການການເງິນສາກົນອື່ນ, ດັດປັບນະໂຍບາຍນັ້ນ ອາດຈະສົ່ງຜົນເສຍຫາຍເຖິງແງ່ຫວັງການເຕີບໂຕເສດຖະກິດຂອງ ບັງກະລາເທດ.

ການຂາດສະຖຽນລະພາບຢູ່ ບັງກະລາເທດ ກໍເຮັດໃຫ້ເພີ່ມຄວາມເຄັ່ງຕຶງດ້ານຄວາມໝັ້ນຄົງຢູ່ ອາຊີໃຕ້ ເຊັ່ນດຽວກັນ. ປັດຈຸບັນ, ອິນເດຍ ໄດ້ເພີ່ມທະວີນາຍທະຫານປະຈຳຢູ່ອ້ອມເຂດຊາຍແດນຕິດກັບ ບັງກະລາເທດ, ພ້ອມທັງຕັ້ງຫົວໜ່ວຍກົມກອງຕ່າງໆ ໃນສະພາວະສຸກເສີນລະດັບສູງນີ້. ສປຊ, ສະຫະພາບເອີຣົບ, ອາເມລິກາ ຫຼື ຫຼາຍປະເທດອື່ນໆ ກໍສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ ບັງກະລາເທດ ເຊັ່ນດຽວກັນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ