ຫັນ​ເປັ​ນ​ດີ​ຈີ​ຕອນ​ເພື່ອ​ໃຫ້ ຫວຽດ​ນາມ ພັດ​ທະ​ນາ

(VOVWORLD) -  ການຫັນເປັນດີຈີຕອນຢ່າງແຮງ, ການໝູນໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ຈະສ້າງກຳລັງໜູນໃໝ່, ສຳຄັນ ໃຫ້ແກ່ການພັດທະນາຂອງ ຫວຽດນາມ. ຫວຽດນາມ ກຳນົດວ່າ ນີ້ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນ ໃນສະພາບຫັນເປັນໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແມ່ນປັດໄຈຍົກສູງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດໃນໄລຍະຈະມາເຖິງ.

     ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ ຕ້ອງມີການປະຕິບັດກັບບັນດາການປະຕິຮູບເຂັ້ມແຂງ, ຮອບດ້ານ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາ.

ຫັນ​ເປັ​ນ​ດີ​ຈີ​ຕອນ​ເພື່ອ​ໃຫ້ ຫວຽດ​ນາມ ພັດ​ທະ​ນາ - ảnh 1(ພາບປະກອບ: congthuong.vn)

ການຫັນປ່ຽນຢ່າງຕັ້ງໜ້າຂອງການໝູນໃຊ້ເຕັກໂນໂລຊີດີຈີຕອນ ໃນເສດຖະກິດ-ສັງຄົມ

    ອົງການປະກັນສັງຄົມ ຫວຽດນາມ ແມ່ນ 1 ໃນ 4 ກະຊວງ, ຂະແໜງການໄດ້ຫັນເປັນດີຈີຕອນ ດ້ວຍ 100% ໃຊ້ການບໍລິການສາທາລະນະທາງອອນໄລ. ດ້ວຍເລື່ອງນຳໃຊ້ 100% ຂັ້ນຕອນວິຊາການຂອງຂະແໜງ ໄດ້ປະຕິບັດເຊື່ອມຕໍ່ທາງອອນໄລ ເຊິ່ງໄດ້ຊ່ວຍຫລຸດຜ່ອນເວລາແກ້ໄຂລະບຽບການບໍລິຫານ. ຈຳນວນເວລາປະຕິບັດລະບຽບການບໍລິຫານໄດ້ຫລຸດລົງ 86%. ປຊຊ ສາມາດພົວພັນແລກປ່ກັບອົງການປະກັນສັງຄົມຢ່າງໄວວາທີ່ສຸດພາຍໃນ 24 ຊົ່ວໂມງຂອງ 7 ວັນໃນສັບປະດາ. ປະຈຸບັນ, ມີປະມານ 13.000 ຮາກຖານການແພດໄດ້ເຊື່ອມຕໍ່ໂດຍກົງກັບອົງການປະກັນສັງຄົມ ຫວຽດນາມ ເພື່ອປະຕິບັດການບໍລິການທາງລັດ ເພື່ອຊຳລະຄ່າກວດ, ປິ່ນປົວພະຍາດປະກັນໄພ. ອົງການປະກັນສັງຄົມ ພວມຈ່າຍເງິນເດືອນຜ່ານບັນຊີທະນາຄານ ໃຫ້ແກ່ 74% ຜູ້ກິນເງິນເດືອນບຳນານ ແລະ ອຸດໜູນປະກັນສັງຄົມປະຈຳເດືອນຢູ່ເຂດຕົວເມືອງ. ທ່ານ ຫງວຽນເທແມັ້ງ, ຜູ້ອຳນວຍການໃຫ່ຍອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

      ການຫັນເປັນດີຈີຕອນໄວເທົ່າໃດ, ການຫລຸດຜ່ອນເວລາປະຕິບັດລະບຽບການບໍລິຫານຈະນັບມື້ນັບຫຼາຍເທົ່ານັ້ນ. ບົນພື້ນຖານຂໍ້ມູນ, ລຸລ່ວງ ແລະ ແບ່ງປັນຂໍ້ມູນ, ຂະແໜງປະກັນສັງຄົມຈະສືບຕໍ່ຫລຸດຜ່ອນລະບຽບການບໍລິຫານໃຫ້ແກ່ ປຊຊ, ເຮັດແນວໃນເພື່ອຮັບໃຊ້ ປຊຊ ແລະ ວິສາຫະກິດໄດ້ໄວ ແລະ ສະດວກທີ່ສຸດ.

  ໃນຂົງເຂດເສດຖະກິດ, ການຫັນເປັນດີຈີຕອນ ກໍ່ນຳມາເຊິ່ງບັນດາປະສິດທິຜົນຢ່າງຈະແຈ້ງ. ການຫັນເປັນດີຈີຕອນ ໃນບັນດາຂະແໜງເສດຖະກິດ, ການຄຸ້ມຄອງ, ລົງທຶນກໍ່ສ້າງ, ການຜະລິດໄດ້ຜັນຂະຫຍາຍຢ່າງແຮງ. ລາຍຮັບຈາກການຄ້າເອເລກໂຕນິກເພີ່ມຂຶ້ນແຕ່ 13.7 ຕື້ USD ໃນປີ 2021 ຂຶ້ນເປັນ 20.5 ຕື້ USD ໃນປີ 2023. ບັນດາຜະລິດຕະພັນ OCOP (ໜຶ່ງຕາແສງ ໜຶ່ງຜະລິດຕະພັນ) ໄດ້ວາງຂາຍໃນບັນດາຖານການຄ້າເອເລກໂຕນິກພາຍໃນປະເທດ ແລະ ຂ້າມຊາຍແດນ ຊື່ງໄດ້ສ້າງວຽກເຮັດງານທຳ ແລະ ລາຍຮັບສູງໃຫ້ແກ່ຊາວກະສິກອນ. ການຊຳລະບໍ່ໃຊ້ເງິນສົດໄດ້ຜັນຂະຫຍາຍຢ່າງກ້ວາງຂວາງ. ທ່ານ ປອ ຫວໍ້ຈີແທັງ, ນັກຊ່ຽວຊານດ້ານເສດຖະກິດ ໄດ້ໃຫ້ຂໍ້ສັງເຫດວ່າ:

   ສິ່ງສຳຄັນສຳລັບເສດຖະກິດດີຈີຕອນ ແມ່ນເພື່ອໃຫ້ເສດຖະກິດພັດທະນາຢ່າງແທ້ຈິງ. ບໍ່ແມ່ນເລື່ອງບັງເອີນທີ່ພວກເຮົາຖືວ່າ ການຫັນເປັນດີຈີຕອນ, ການພັດທະນາເສດຖະກິດດີຈີຕອນ ແມ່ນໂອກາດທອງໃຫ້ແກ່ ຫວຽດນາມ ຊື່ງແມ່ນປະເທດເດີນຕາມຫຼັງ ສາມາດໄປທັນ, ໄປພ້ອມກັບຍຸກສະໄໝ, ກັບປະເທດຕ່າງໆ.

ການກຳນົດສ້າງວິທິການຜະລິດໃໝ່ທີ່ ກ້າວໜ້າ, ທັນສະໄໝ

     ການຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນການໝູນໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນບັນດາການເຄື່ອນໄຫວເສດຖະກິດ-ສັງຄົມເທົ່ານັ້ນ, ຫາກຍັງແມ່ນວິວັດການກຳນົດວິທິການຜະລິດໃໝ່ທີ່ກ້າວໜ້າ, ທັນສະໄໝອີກດ້ວຍ ຊື່ງມີການປະສົມກົມກຽວລະຫວ່າງມະນຸດ ແລະ ເຕັກໂນໂລຊີໃໝ່, ໃນນັ້ນ ມີປັນຍາປະດິດ (AI). ເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍນີ້, ຫວຽດນາມ ໄດ້ມີການເປັນເຈົ້າການຈາກຫຼາຍຂັ້ນ. ທ່ານ ເຈິ່ນລິວກວາງ ຫົວໜ້າຄະນະເສດຖະກິດສູນກາງ ຢືນຢັນວ່າ:

ໂດຍມີສະຕິຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງປັນຍາປະດິດ, ໃນໄລຍະຜ່ານມາ, ພັກ, ລັດ ຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ການກຳນົດທິດລະອຽດ ເພື່ອແນໃສ່ຊຸກຍູ້ການຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ເຕັກໂນໂລຊີປັນຍາປະດິດ. ທ່ານນາຍົກລັດຖະມົນຕີຍັງໄດ້ປະກາດໃຊ້ຍຸດທະສາດກ່ຽວກັບການຄົ້ນຄ້ວາ, ພັດທະນາແລະ ໝູນໃຊ້ເຕັກໂນໂລຊີປັນຍາປະດິດຮອດປີ 2030 ດ້ວຍເປົ້າໝາຍນຳປັນຍາປະກິດ ກາຍເປັນຂົງເຂດເຕັກໂນໂລຊີສຳຄັນຂອງ ຫວຽດນາມ.

   ໃນຂະນະນັ້ນ, ຫຼາຍແຂວງນະຄອນກໍ່ໄດ້ຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ນະຄອນ ດ່າໜັງ ໄດ້ຊຸກຍູ້ເປົ້າໝາຍຮອດປີ 2030 ຈະບຳລຸງສ້າງນັກວິສາວະກອນແຜງວົງຈອນເຄິ່ງຊັກນຳໄຟຟ້າ   5000 ຄົນ. ຢູ່ແຂວງ ບິນດິ້ງ, ໄດ້ເລີ່ມໂຄງການກໍ່ສ້າງສູນປັນຍາປະດິດ-ຕົວເມືອງສຳຮອງ ຊື່ງແມ່ນຂີດໝາຍແຫ່ງບາດກ້າວເດີນໃໝ່ ໃນການໝູນໃຊ້ເຕັກໂນໂລຊີສູງ. ທ່ານ ຟ້າມແອັງຕວັນ ປະທານຄະນະກຳມະການ ປຊຊ ແຂວງ ບິນດິ້ງ ໃຫ້ຮູ້ວ່າ:

   ສູນປັນຍາປະດິດ-ຕົວເມືອງສຳຮອງ ຈະສວມບົບາດຄືກັບຂີດໝາຍທີ່ພົ້ນເດັ່ນ ໃນລະບົບຊີວະພາບເຕັກໂນໂລຊີຂອງແຂວງ, ຊື່ງແມ່ນແຫ່ງທີ່ຈະສຸມໃສ່ບັນດາການເຄື່ອນໄຫວຊຸກຍູ້ການຄົ້ນຄ້ວາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ ແລະ ໝູນໃຊ້ປັນຍາປະກິດ ເຂົ້າໃນບັນດາຂົງເຂດສຳຄັນ.

       ການຫັນເປັນດີຈີຕອນຢ່າງແຮງ ແມ່ນປັນໄຈສຳຄັນທີ່ສຸດ ເພື່ອໃຫ້ ຫວຽດນາມ ພັດທະນາ. ເລື່ອງຍູ້ແຮງການຫັນດີຈີຕອນໃນທົ່ວປະເທດ ຈະປະກອບສ່ວນຫັນເປົ້າໝາຍ ນຳ ຫວຽດນາມ ນອນໃນກຸ່ມ 50 ປະເທດອັນດັບ 1 ໃນໂລກ ແລະ ອັນດັບ 3 ໃນອາຊຽນ ກ່ຽວກັບລັດຖະບານເອເລກໂຕນິກ, ເສດຖະກິດດີຈີຕອນໃນປີ 2030 ໃຫ້ປະກົດຜົນເປັນຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ