ການຮ່ວມມືລັດຖະສະພາ: ເສົາຄ້ຳໃນການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ

(VOVWORLD) - ການຢ້ຽມຢາມດຳເນີນໄປພາຍຫຼັງດຳເນີນການເຄື່ອນໄຫວຂັ້ນສູງຫຼາຍຢ່າງລະຫວ່າງການນຳ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ພັດທະນາຢ່າງແທດຈິງ
ການຮ່ວມມືລັດຖະສະພາ: ເສົາຄ້ຳໃນການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ)

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພວມຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ (ແຕ່ວັນທີ 08 – 10 ກັນຍາ), ຕາມຄຳເຊີນຂອງທ່ານປະທານດູມາແຫ່ງຊາດ (ສະພາຕ່ຳ ລັດເຊຍ) Victorovich Volodin ແລະ ທ່ານປະທານສະພາຫະພັນສະພາແຫ່ງຊາດ ລັດເຊຍ ນາງ Valentina Matviyenko. ການຢ້ຽມຢາມດຳເນີນໄປພາຍຫຼັງດຳເນີນການເຄື່ອນໄຫວຂັ້ນສູງຫຼາຍຢ່າງລະຫວ່າງການນຳ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ພ້ອມກັນນັ້ນ, ກໍ່ຊຸກຍູ້ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດໃນໄລຍະຈະມາເຖິງ,

        ການພົວພັນດ້ານການເມືອງ ຫວຽດນາມ - ລັດເຊຍ ມີຄວາມໄວ້ເນື້ອເຊື່ອໃຈຢ່າງສູງ, ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍປີຜ່ານມາ. ໃນນັ້ນ, ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໄດ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ.

ການຮ່ວມມືລັດຖະສະພາສວມບົດບາດສຳຄັນ

        ສະພາແຫ່ງຊາດ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບສະພາຕ່ຳ ລັດເຊຍ ແຕ່ເດືອນ ເມສາ 2009 ແລະ ສະພາສະຫະພັນລັດເຊຍ ແຕ່ເດືອນ ພະຈິກ 2012. ປີ 2018, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະກຳມາທິການຮ່ວມມືລະຫວ່າງລັດຖະສະພາລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ. ບັນດາວາລະປະຊຸມຂອງຄະນະກຳມາທິການຮ່ວມມືລະຫວ່າງລັດຖະສະພາ ໄດ້ຈັດຂຶ້ນໃນຊຸມປີຕໍ່ໆໄປ ໃນຂອບເຂດການຢ້ຽມຢາມຂອງປະທານສະພາແຫ່ງຊາດ 2 ປະເທດ. ທ່ານ ດັ້ງມິງຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ຢືນຢັນວ່າ:

        “ຫວນຄືນໄລຍະ 20 ປີຜ່ານມາ, ໄດ້ມີການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງຄື 11 ຄັ້ງຂອງປະທານສະພາແຫ່ງຊາດ 2 ປະເທດ. ສະພາແຫ່ງຊາດ 2 ປະເທດໄດ້ສວມບົດບາດສຳຄັນຍິ່ງໃນການຕິດຕາມກວດກາ, ສ້າງເງື່ອນໄຂສະດວກ ກໍຄືຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ສະພາແຫ່ງຊາດ 2 ປະເທດເວົ້າສະເພາະ”.

        ຕາມທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລ້ວ, ຄະນະກຳມາທິການລະຫວ່າງລັດຖະສະພາ ຫວຽດນາມ - ສະຫະພັນ ລັດເຊຍ ແມ່ນກົນໄກຮ່ວມມືພິເສດສະເພາະທີ່ສຸດ, ແມ່ນກົນໄກຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບອົງການລັດຖະສະພາ, ອົງການນິຕິບັນຍັດຂອງປະເທດອື່ນ.

ການຮ່ວມມືລັດຖະສະພາ: ເສົາຄ້ຳໃນການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ - ảnh 2(ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ)

        ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນ ມິຖຸນາ 2024 ຜ່ານມາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນວ່າ, ການຮ່ວມມືລັດຖະສະພາມີຄວາມສຳຄັນທີ່ສຸດ. ນີ້ແມ່ນພື້ນຖານເພື່ອໃຫ້ 2 ຝ່າຍສ້າງກອບນິຕິກຳ, ພື້ນຖານດ້ານກົດໝາຍເພື່ອປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ. ສະນັ້ນ, ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄັ້ງທີ 3 ຂອງຄະນະກຳມາທິການຮ່ວມມືລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ລັດເຊຍ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ, ໃຫ້ຮູ້ຕື່ມອີກວ່າ:

        “ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ 7 ບັນຫາໃຫຍ່, ແລກປ່ຽນບົດຮຽນລະຫວ່າງສະພາແຫ່ງຊາດ 2 ປະເທດ ກ່ຽວກັບວຽກງານນິຕິບັນຍັດ, ວຽກງານຕິດຕາມກວດກາ ກໍຄືບັນດາບັນຫາລະອຽດກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ. ການຮ່ວມມືລະຫວ່າງ 2 ປະເທດໄດ້ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງ 2 ຝ່າຍ, ກະຕຸກຊຸກຍູ້ບັນດາຝ່າຍປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງລັດຖະບານ 2 ປະເທດ”.

        ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາເນື້ອໃນລະອຽດຈະສືບຕໍ່ໄດ້ປຶກສາຫາລືທີ່ວາລະປະຊຸມຄະນະກຳມະການລະຫວ່າງລັດຖະບານໃນວັນທີ 11 ກັນຍາ ຈະມາເຖິງ, ຢູ່ສະຫະພັນ ລັດເຊຍ, ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ແລະ ທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Chernyshenko ເປັນປະທານຮ່ວມ.

ການຢ້ຽມຢາມເພື່ອປະກອບສ່ວນຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດ

        ບັນດາເນື້ອໃນແທດຈິງທີ່ການພົບປະ, ວາລະປະຊຸມຄັ້ງຕ່າງໆໃນການຢ້ຽມຢາມສະຫະພັນ ລັດເຊຍ ຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະປະກອບສ່ວນກຳນົດທິດການຮ່ວມມືໃນບັນດາຂົງເຂດ, ຄື: ການສຶກສາ, ເສດຖະກິດ, ແມ່ຍິງ ແລະ ຫຼາຍບັນຫາອື່ນໆ… ພິເສດ, ໃນສະພາບການປະຈຸບັນ, ເລື່ອງເພີ່ມທະວີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືລະຫວ່າງ 2 ປະເທດເພື່ອນມິດທີ່ເປັນມູນເຊື້ອຍິ່ງມີຄວາມໝາຍຫຼາຍກວ່າ. ທ່ານສາດສະດາຈານ Vladimir Kolotov, ນັກຄົ້ນຄວ້າ ຫວຽດນາມ ວິທະຍາ, ຫົວໜ້າສະຖາບັນ ໂຮ່ຈີມິນ ສັງກັດມະຫາວິທະຍາໄລສັງລວມແຫ່ງຊາດ St.Petersburg, ຖືວ່າ:

        “ໃນສະພາບຄວາມໝັ້ນຄົງ, ພູມສາດການເມືອງໂລກສືບຕໍ່ມີການປ່ຽນແປງ ແລະ ຂາດສະຖຽນລະພາບ, ບັນດາການຂັດແຍ້ງດ້ານການເມືອງຍິ່ງນັບມື້ນັບສັບສົນຂຶ້ນ. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍພິເສດເພື່ອໃຫ້ 2 ຝ່າຍສາມາດແລກປ່ຽນຄຳເຫັນ, ຊອກຫາມາດຕະການແກ້ໄຂທີ່ສາມາດເປັນໄປໄດ້ ເພື່ອພັດທະນາການພົວພັນຮ່ວມມື 2 ຝ່າຍ”.

        ການຢ້ຽມຢາມສະຫະພັນ ລັດເຊຍ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງ ຫວຽດນາມ ໃນປີ 2024. ເຊິ່ງໄດ້ດຳເນີນໄປໃນສະພາບ 2 ປະເທດມີບາດກ້າວພັດທະນາຢ່າງແຮງໃນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ທັງມີຄວາມໝາຍສືບທອດມູນເຊື້ອມິດຕະພາບອັນດີງາມລະຫວ່າງ 2 ປະເທດ ແລະ ກໍ່ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ