ຄວາມຂາດສະຖຽນລະພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ໃນປີ 2013


(vovworld) - ການ​ປະ​ທະ​ກັນ​ຕ່າງໆດ້ວຍ​ກຳລັງ​ອາວຸດຢ່າງ​ຂຸ້ນຂ້ຽວ, ​ແລະ ການ​ກະທຳ​ດ້ານ​ການ​ທະຫານ​ຖືກຜັນ​ຂະຫຍາຍ​​ຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແມ່ນ​ປັບ​ໃຈ​ທີ່​ເຮັດ​ໃຫ້​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ກາຍ​ເປັນ​ພາກ​ພື້ນ​ທີ່​ຊ້ອນ​ແຝງ​ໄພ​ປະ​ທະ​ກັນ​​ໃນ​ລະດັບສູງ​ສຸດ​ຢູ່​ໂລກ​ໃນ​ປີ 2013.

        ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ກ້າວ​ເຂົ້າ​ສູ່​ປີ 2013 ດ້ວຍ​ຄວາມ​ຫວັງ​ໃໝ່​ເມື່ອ​ການ​ນຳ​ລຸ່ນ​ໃໝ່​​ຂຶ້ນກຳ​ອຳນາດ. ​ແຕ່ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ລະຫວ່າງ​ຈີນ - ສ​ເກົາຫຼີ - ຍີ່ປຸ່ນ ພັດສືບ​ຕໍ່​ເພີ່ມ​ຂຶ້ນ ຍ້ອນ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ ກ່ຽວ​ກັບ​ບັນດາ​ບັນຫາ​ຂຶ້ນ​ກັບ​ປະຫວັດສາດ ​ແລະ ພິ​ເສດ​ແມ່ນ​ການ​ພິພາດ​ໃນ​ທະ​ເລ​ຮວາ​ຕຸ​ງ.

ຄວາມຂາດສະຖຽນລະພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ  ໃນປີ 2013 - ảnh 1


ລູກສອນໄຟຂອງເກົາຫຼີ (ພາບ: Sourcefednew)

        ສະພາບ​ຂາດ​ສະຖຽນ​ລະ​ພາບ​ເພີ່ມ​ຂຶ້ນ

        ການ​ມີໜ້າ​ຂອງ​ບັນດາ​ນັກ​ເຄື່ອນ​ໄຫວ​ຈີນ​ຢູ່​ໝູ່​ເກາະ​ທີ່​ພວມ​​ເກີດ​ການ​ພິພາດ​ກັນລະຫວ່າງ​ຈີນ ​ແລະ ຍີ່ປຸ່ນ. ​ເຊິ່ງຈີນ​ເອີ້ນ​ວ່າ ຕຽວ​ອີ້ ​ແລະ ຍີ່​ປຸ່ນ​ເອີ້ນ​ວ່າ ​Senkaku ​ແລະ ​ເລື່ອງ​ຍີ່ປຸ່ນ​ຖະ​ແຫຼ​ງຫັນ 3 ​ໃນ​ຈຳນວນ​ ​ເກາະ 5 ​ແຫ່ງ​​ໃນ​ໝູ່​ເກາະ​ນີ້​ເປັນຂອງ​ລັດ​ນັ້ນ, ​ໄດ້​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ​ຈີນ - ຍີ່ປຸ່ນ​ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ. ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ສອງ​ຝ່າຍ ​ແລະ ປະຊາ​ຄົມ​ໂລກ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ບໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ຈີນ​ຍັງ​ຄົງ​ໃຫ້​ກຳ່​ປັ່ນ ​ແລະ ​ເຮືອບິນ​ຂອງ​ຕົນ​ແຊກ​ແຊງ​ເຂົ້າ​ເຂດນ່ານ​ທະ​ເລ ​ແລະ ນ່ານຟ້າ​ຢູ່​ອ້ອມ​ໝູ່​​ເກາະ​​ເຊິ່ງຍີ່ປຸ່ນ​ພວມ​ຄຸ້ມ​ຄອງເປັນ​ປະຈຳ. ສິ່ງ​ດັ່ງກ່າວ​ໄດ້​ພາ​ໄປ​ເຖິງ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ລະຫວ່າງ​ບັນດາ​ນັກ​ການ​ທູດ ​ແລະ ວົງ​ການ​ເຈົ້າ​ໜ້າ​ທີ່​ສອງ​ປະ​ເທດ.

        ​ໃນ​ຊຸມ​​ເດືອນ​ທ້າຍ​ປີ 2013, ການ​ປະ​ທະ​ກັນ​ລະຫວ່າງ​ກຳ່​ປັ່ນ​ລາດ​ຕະເວນຂອງ​ຍີ່ປຸ່ນ ​ແລະ ກຳ່​ປັ່ນ​ຫາ​ປາ​ຂອງ​ຈີນ​ ເຄີຍ​ເກີດ​ຂຶ້ນ​ເປັນ​ປະຈຳ. ພິ​ເສດ, ​ໄລຍະ​ທ້າຍ​ປີ, ການ​ພົວພັນ​ລະຫວ່າງ​ຈີນ - ຍີ່ປຸ່ນ ຍິ່ງ​ຮ້າຍ​ແຮງ​ກວ່າ​ອີກ, ​ເມື່ອ​ລັດຖະບານ​ຍີ່ປຸ່ນ​ຮັບຮອງ​ເອົາ​ແຜນການ​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທຸກ​ລຳ​ທີ່​ລ່ວງ​ລະ​ເມີດ​ເຂດ​ນ່ານຟ້າ​ຂອງ​ໂຕ​ກຽວ, ​ໃນ​ຂະນະ​ນັ້ນ, ຈີນ​ກໍ່​ໄດ້​ຖະ​ແຫຼ​ງສ້າງ​ເຂດປ້ອງ​ກັນ​ອາກາດ (ADIZ) ​ຢ່າງ​ກະທັນຫັນ, ອັນ​ໄດ້​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ໃນ​​ເຂດທະ​ເລຮວາ​ຕຸ​ງ. ຫວ່າງ​ແລ້ວ​ນີ້, ​ເຂດ​ປ້ອງ​ກັນ​ອາກາດ​ຂອງ​ຈີນລວມທັງ​ໝູ່​ເກາະ​ຕຽວອີ້/​Senkaku ​ແລະ ​ເຂດ​ຫາດ​ຫີນ​ໃຕ້​ນຳ້ Ieodo/ ຊູ​ເຢັນ​ແຊວ, ເຊິ່ງສ​ເກົາຫຼີ​ ພວມ​ຄຸ້ມ​ຄອງ, ​ແລະ ສ່ວນ​ໜຶ່ງ​ໃນ​ເຂດ​ນ່ານຟ້າ​ຢູ່​ອ້ອມ​ເກາະ JeJu ອີກ. ສິ່ງ​ດັ່ງກ່າວ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ວ່າ ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດລະຫວ່າງ​ສາມ​ຝ່າຍ​ຄື​ຈີນ - ສ​ເກົາ​ລີ - ຍີ່ປຸ່ນ ຈະ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄວາມຂາດສະຖຽນລະພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ  ໃນປີ 2013 - ảnh 2



ຂດປ້ອງກັນອາກາດ ADIZ ເຊິ່ງຈີນປະກາດສ້າງຕັ້ງໃນວັນທີ 23/11
(ພາບ: AFP)

        ການ​ຊ່ວງ​ເສັງ​ດ້ວຍ​ກຳລັງ​ອາວຸດ

        ຄວາມ​ເຄັ່ງ​ຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເຮັດ​ໃຫ້​ບາງ​ປະ​ເທດ​​ໄດ້ຕັ້ງໜ້າ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ດ້ານ​ການ​ທະຫານ, ​ເພີ່ມ​ງົບປະມານ​ປ້ອງ​ກັນ​ປະ​ເທດ. ກາງ​ເດືອນ 12/2013, ລັດຖະບານ​ຍີ່ປຸ່ນ​ ໄດ້​ຮັບ​ຮອງ​ເອົາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃໝ່, ຕາມ​ນັ້ນ​ແລ້ວ, ​ໂຕ​ກຽວ​ຈະ​ສະຫງວນ​ເງິນ​ປະມານ 240 ຕື້​ໂດ​ລາ​ສະຫະລັດ​ໃຫ້​ງົບປະມານ​ປ້ອງ​ກັນຊາ​ດ​ໄລຍະ 2014 – 2019. ນອກຈາກ​ຊື້​ອາວຸດ​ປະ​ເພດ​ໃໝ່​ແລ້ວ, ຈຳນວນ​ເງິນ​ດັ່ງກ່າວ​ຍັງ​ນຳໃຊ້​ເຂົ້າ​ໃນ​ການ​ສ້າງ​ຕັ້ງ​ກອງ​ຍົກ​ພົນ​ຂຶ້ນ​ບົກ​ທັງມີ​ຄວາມ​ສາມາດ​ສູ້​ຮົບ, ຕິດຕາມ​ກວດກາ ​ແລະ ຮັບ​ມື​ຢ່າງ​ວ່ອງ​ໄວ​​ໃນທຸກ​ສະຖານະ​ການ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ.

        ການ​ພິພາດ​ອະທິປະ​ໄຕ​ຢູ່​ໝູ່​ເກາະ​ຕ່າງໆ​ໃນ​ເຂດ​ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລ​ຍີ່ປຸ່ນ ​ແມ່ນ​ບັນຫາ​ປະຫວັດສາດ​ລະຫວ່າງ​ຫຼາຍ​ປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ພາກ​ພື້ນ​ນີ້. ​ ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຂຶ້ນໃນ​ໄລຍະ​ຜ່ານ​ມາ​ນັ້ນ, ​ແມ່ນ​ເພື່ອ​ແນ​ໃສ່​ຈຸດປະສົງ​ຊອດ​ຫາ​ແຫຼ່ງຂຸດ​ຄົ້ນ​ຊັບພະ​ຍາກ​ອນ​ໃໝ່, ​ເມື່ອ​ແຫຼ່ງຊັບພະຍາ​ກ່ອນ​ອື່ນໆ​ໄດ້​ໝົດ​ກ້ຽງ​ແລ້ວ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ, ການ​ພິພາດ​ກັນ​ບໍ່​ພຽງ​ແຕ່​ເລີ່​ມມາ​ຈາກຄວາມ​ສຳຄັນ​ດ້ານ​ຍຸດ​ທະ​ສາດ​ຂອງ​ໝູ່​ເກາະ​ດັ່ງກ່າວ​ເທົ່າ​ນັ້ນ, ຫາກ​ຍັງ​​ເພື່ອ​ຈຸດປະສົງ “ຢືນຢັນ​ທີ່​ຕັ້ງ​“ ຂອງ​ບັນດາ​ປະ​ເທດ​ໃຫຍ່​ອີກ​ດ້ວຍ.

        ສັນຕິພາບ, ການ​ຮ່ວມ​ມື​ແມ່ນທ່າ​ອ່ຽງສຳຄັນ

        ຫວນ​ຄືນ 1 ປີ ຜ່ານ​ມາ, ການ​ພິພາດອະທິປະ​ໄຕ​ຄັ້ງ​​​ຕ່າງໆຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ໄດ້​ຂຶ້ນ​ສູ່​ລະດັບ​ຮ້າຍ​ແຮງ​ທີ່​ສຸດ, ​ຄິດ​ວ່າ​ບໍ່​ສາມາດ​ຄວບ​ຄຸມ​ໄດ້. ​ແຕ່​ໂຊກ​ດີ​ຫຼາຍ, ພາກ​ພື້ນ​ນີ້​ໄດ້​ກ້າວ​ເຂົ້າ​ສູ່​ຄວາມ​ສັນຕິພາບ. ​ເຖິງ​ວ່າ​ມັນ​ບໍ່​ໝັ້ນຄົງ​ກໍ່ຕາມ, ​ແຕ່​ພັດສະ​ແດງ​ໃຫ້​ເຫັນ​ວ່າ “ການ​ເຈລະຈາ, ການ​ຮ່ວມ​ມື ​ແລະ ພັດທະນາ“ ຍັງ​ຄົງ​ແມ່ນ​ທ່າ​ອ່ຽງຕົ້ນ​ຕໍ່​ໃນ​ການ​ປະ​ພືດ​ລະຫວ່າງ​ຝ່າຍ​ຕ່າງໆ​ຢູ່​ພາກ​ພື້ນ. ປັກ​ກິ​ງ ​ແລະ ​ເຊີ​ອູ​ນ ລ້ວນ​ແຕ່​ສະ​ແດງ​ຄວາມ​ລະມັດລະວັງ, ​ແລະ ມີຄວາມ​ຮັບ​ຮູ້​ລວມວ່າ. ການ​ປະ​ທະ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ ​ແມ່ນ​ບໍ່​ສາມາດ​​ແກ້​ໄຂ​ໃນ​ທັນທີ​ໄດ້, ພິ​ເສດ​ແມ່ນ​ໃນ​ສະພາບທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ຈາກ​ວິ​ກິດ​ການ​ເສດຖະກິດ ​ແລະ ການ​ທ້າ​ທາຍ​ພາຍ​ໃນ​ປະ​ເທດ​ກໍ່​ຄື​ໃນ​ທົ່ວ​ໂລກ… ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ກໍ່​ເຂົ້າ​ໃຈ​ໄດ້​ວ່າ, ຖ້າ​ຫາກ​ມີ​ການ​ຄິດ​ໄລ່​ຢ່າງ​ຜິດພາດ, ອາດ​ຈະ​ພາ​ໄປ​ເຖິງ​ການ​ທຳລາຍ​ຄວາມ​ສະຫງົບ​ປອດ​ໄພ, ຊຳ້​ບໍ​ໜຳ​ຍັງ​ຂົ່ມຂູ່​ເຖິງ​ການ​ພັດທະນາ​ລວມຂອງ​ທົ່ວ​ພາກ​ພື້ນ​ອາຊີ ປາຊີ​ຝິກ ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ປະຈຸ​ບັນ, ​ເພື່ອ​ແກ້​ໄຂ​ບັນຫາ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ອງ​ລະງັບ​ໃຈ, ພິ​ເສດ, ​ໃນ​ຂະນະ​ທີ່ ​ປີ 2014 ​ໄດ້​ຮັບ​ຖື​ວ່າ​ ແມ່ນ​ປີ​ສືບ​ຕໍ່ມີການ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ພາກ​ພື້ນ​ນີ້.

       

ຕອບກັບ

ຂ່າວ/ບົດ​ອື່ນ