ຫວຽດນາມ ຍາມໃດກໍ່ຖືສຳຄັນ ແລະມານະພະຍາຍາມເພື່ອຜູ້ອອກແຮງງານ

(VOVWORLD) - ເດືອນກຳມະກອນປີ 2024 ຈະສິ້ນສຸດໃນວັນທີ 31 ພຶດສະພາ.ນີ້ແມ່ນເຫດການໄດ້ຮັບການຈັດຕັ້ງປະຈຳປີ ເພື່ອໃຫ້ອຳນາດການປົກຄອງທຸກຂັ້ນ, ຜູ້ໃຊ້ແຮງງານ ແລະ ທົ່ວສັງຄົມຍູ້ແຮງການການເອົາໃຈໃສ່ ເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງກັບກົດໝາຍຂອງກຳມະກອນ, ລັດຖະກອນ, ຄົນງານ. ຢູ່ ຫວຽດນາມ, ການເອົາໃຈໃສ່ ເບິ່ງແຍງດູແລ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ, ລັດຖະກອນ, ຄົນງານ ຍາມໃດກໍ່ແມ່ນບຸລິມະສິດແຖວຫນ້າໃນທຸກນະໂຍບາຍພັດທະນາ.

ປະຈຸບັນ ຫວຽດນາມ ມີຜູ້ອອກແຮງງານ ກວ່າ 52 ລ້ານຄົນ. ສິດຂອງ ຜູ້ອອກແຮງງານ ແມ່ນພາກສ່ວນຫນຶ່ງຂອງລະບົບສິດທິມະນຸດຊື່ງພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ປະຕິບັດຜ່ານບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່.

          ການຮັບປະກັນສິດຂອງ ຜູ້ອອກແຮງງານ ແມ່ນໄດ້ລະບຸໃນບັນດາແຜນນະໂຍບາຍໃຫຍ່

ບັນຫາສິດທິມະນຸດຢູ່ ຫວຽດນາມ ໄດ້ຮັບການລະບຸໄວ້ໃນບັນດາລັດຖະທຳມະນູນແຕ່ປີ 1946 ມາຮອດປະຈຸບັນ. ມະນຸດ, ໃນນັ້ນ ຊົນຊັ້ນກຳມະກອນ ແລະຊາວ ຜູ້ອອກແຮງງານ ໄດ້ຮັບການກຳນົດວ່າ ແມ່ນໃຈກາງ, ແມ່ນເປົ້າໝາຍ ແລະກຳລັງຫນູນການພັດທະນາ.

ມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ XIII ( ປີ 2021) ໄດ້ກຳນົດຢ່າງຈະແຈ້ງແຜນນະໂຍບາຍເອົາໃຈໃສ່ເຖິງປະຊາຊົນທຸກຄົນ, ຮັບປະກັນນະໂຍບາຍແຮງງານ, ວຽກເຮັດງານທຳ, ລາຍຮັບ, ປະຕິບັດສະຫວັດດີການສັງຄົມໃຫ້ເປັນຢ່າງດີ; ປັບປຸງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຢ່າງຮອບດ້ານ.

ບົນພື້ນຖານນັ້ນ, ຄຳສັ່ງເລກທີ 16/ຄສ -ນຍ  ລົງວັນທີ 14 ມິຖຸນາປີ 2021 ຂອງນາຍົກລັດຖະມົນຕີ ກ່ຽວກັບການຮັບປະກັນວຽກເຮັດງານທຳແບບຍືນຍົງ, ປົວແປງເງື່ອນໄຂເຮັດວຽກຂອງກຳມະກອນ ໄດ້ວາງອອກຫລາຍມາດຕະການ, ວິທິການແກ້ໄຂຢ່າງຄົບຊຸດເພື່ອໃຫ້ທຸກຂັ້ນ, ທຸກຂະແຫນງການ, ທ້ອງຖິ່ນຕ່າງໆ ສຸມໃສ່ວຽກງານນີ້.

ນັບແຕ່ປີ 2016, ດ້ວຍຂໍ້ລິເລີ່ມຂອງກຳມະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ປະຕິບັດການໂອ້ລົມສົນທະນາເປັນ 7 ຄັ້ງ ກັບກຳມະກອນ, ລັດຖະກອນ, ຄົນງານ ຢູ່ ຫລາຍແຂວງ, ນະຄອນ, ເຂດ, ຮູບແບບອາຊີບ.  ຄວາມມຸ່ງມາດປາດຖະຫນາ, ຄວາມຫວັງ, ຂໍ້ສະເຫນີຫລາຍຂໍ້ ທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່, ວຽກເຮັດງານທຳຂອງກຳມະກອນຜູ້ອອກແຮງງານ ໂດຍຜູ້ນຳຫນ້າລັດຖະບານໄດ້ຮັບຟັງ, ເຂົ້າໃຈ, ຊີ້ນຳແກ້ໄຂຢ່າງຂ້ຽວຂາດ.

ໃນໄລຍະ 10 ປີມານີ້,ລະບົບນະໂຍບາຍ, ກົດໝາຍວ່າດ້ວຍແຮງງານໄດ້ຮັບການປັບປຸງ, ເພີ່ມເຕີມໃຫ້ເໝາະສົມກັບແຜນນະໂຍບາຍ,ແນວທາງຂອງພັກ ກໍ່ຄື ອັບເດດກັບບັນດາມາດຖານຂອງອົງການແຮງງານສາກົນ (ILO) ແລະສ່ອງແສງຢ່າງພາວະວິໄສເຖິງພຶດຕິກຳຕົວຈິງການພັດທະນາ ເສດຖະກິດ ສັງຄົມຂອງປະເທດຊາດ. ຫວຽດນາມ ກໍ່ໄດ້ມານະພະຍາຍາມໃຫ້ຄຳໝັ້ນສັນຍາ ແລະປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບການພົວພັນແຮງງານ, ເພື່ອແນໃສ່ຊຸກຍູ້ ແລະ ຮັບປະກັນມາດຕະຖານແຮງງານພື້ນຖານໃຫ້ແກ່ ຜູ້ອອກແຮງງານ ຢູ່ ຫວຽດນາມ ໃຫ້ຖືກຕ້ອງກັບບັນດາມາດຖານສາກົນ ກ່ຽວກັບສິດຂອງ ຜູ້ອອກແຮງງານ         

ເປັນຫນ້າສົນໃຈ, ນັບແຕ່ເມື່ອ ຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ ປຸກລະດົມໂຄງການດຳເນີນງານກ່ຽວກັບວຽກເຮັດງານທຳຢ່າງສົດເຫດສົມຜົນໃນທົ່ວໂລກນັ້ນ ຫວຽດນາມ ແລະ ILO ໄດ້ພ້ອມກັນກໍ່ສ້າງ ແລະ ລົງນາມປະຕິບັດ 3 ຮອບວຽນການຮ່ວມມືໃຫ້ແກ່ໄລຍະ 2022 – 2010, 2012 – 2016 ແລະ 2017-2021).  ກ່ຽວກັບຮອບວຽນຮ່ວມມືຄັ້ງທີ 4, ໄລຍະ 2006- 2026, ທ່ານ ລືວກວາງຕວັນ, ຫົວຫນ້າກົມຮ່ວມມືສາກົນ, ກະຊວງແຮງງານ ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

 “ຮອບວຽນການຮ່ວມມືຄັ້ງທີ 4, ພວກເຮົາສືບຕໍ່ວາງຈຸດສຸມເຂົ້າບັນຫາວຽກເຮັດງານທຳ, ພັດທະນາແຫລ່ງຊັບພະຍາກອນມະນຸດ ແລະ ສະຫວັດດີການສັງຄົມ,ຮັບປະກັນຄວາມກົມກຽວສິດຂອງ ຜູ້ອອກແຮງງານ ແລະ ສິດຂອງວິສາຫະກິດໃຫ້ຕິດພັນກັບວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ສອດຄ່ອງກັບຍຸດທະສາດພັດທະນາແບບຍືນຍົງແຫ່ງຊາດ ກໍ່ຄື ໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງຂອງ ສປຊ.”

ບັນດາຜົນງານບໍ່ອາດປະຕິເສດໄດ້

ປະສິດທິຜົນຈາກບັນດານະໂຍບາຍຮັບປະກັນສິດຂອງ ຜູ້ອອກແຮງງານ ແມ່ນບັນລຸໄດ້ບັນດາໝາກຜົນຕັ້ງຫນ້າຈາກພຶດຕິກຳຕົວຈິງ. ຕາມການປະກາດຂອງກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ), ໃນຊຸມເດືອນຕົ້ນປີນີ້, ອົງປະກອບແຮງງານຂອງຫວຽດນາມ ໄດ້ມີການເຄື່ອນຍ້າຍ ຢ່າງຕັ້ງຫນ້າ. ກຳລັງແຮງງານ ແຕ່ອາຍຸ 15 ປີຂຶ້ນໄປໃນໄຕມາດ 1 ປີ 2024 ແມ່ນ 52,4 ລ້ານຄົນ, ເພີ່ມຂຶ້ນເກືອບ 176.000 ຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

          ລາຍຮັບສະເລ່ຍ/ເດືອນຂອງ ຜູ້ອອກແຮງງານ ໄດ້ເພີ່ມຂຶ້ນຢູ່ທຸກຂະແຫນງເສດຖະກິດເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ອັດຕາຜູ້ວ່າງງານໃນເກນອາຍຸອອກແຮງງານຂອງເຂດຕົວເມືອງ ສືບຕໍ່ຮັກສາຢູ່ລະດັບຕ່ຳກວ່າ 3% ນັບແຕ່ໄຕມາດ 1ປີ 2022.

ເພື່ອແກ້ໄຂຄວາມຕ້ອງການດ້ານເຮືອນຢູ່ໃຫ້ແກ່ຄົນງານ, ມະຕິ ເລກທີ 01 ຂອງລັດຖະບານກ່ຽວກັບຫນ້າທີ່, ມາດຕະການຕົ້ນຕໍປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2024 ໄດ້ຮຽກຮ້ອງຍູ້ແຮງການພັດທະນາດ້ານເຮືອນຢູ່ສັງຄົມ, ເຮືອນຢູ່ກຳມະກອນ; ສຸມໃສ່ຜັນຂະຫຍາຍແຜນຮ່າງ “ລົງທຶນກໍ່ສ້າງຢ່າງຫນ້ອຍສຸດ 1 ລ້ານ ອາພາດເມັນໃຫ້ແກ່ເປົ້າໝາຍມີລາຍຮັບຕ່ຳ, ກຳມະກອນຢູ່ເຂດອຸດສາຫະກຳ ໄລຍະ 2021 – 2030, ປີ 2024 ມານະພະຍາຍາມສູ້ຊົນກໍ່ສ້າງສຳເລັດ 130.000 ອາພາດເມັນ.         

 ເບິ່ງລວມແລ້ວ, ເຖິງວ່າ ຍັງມີບາງການກະທົບບໍ່ດີປານໃດ, ແຕ່ບັນດານະໂຍບາຍແຮງງານ ໄດ້ນຳມາເຊິ່ງປະສິດທິຜົນຫລາຍຢ່າງ. ສິ່ງນີ້ສະແດງໃຫ້ເຫັນໝາກຜົນຈາກບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນເລື່ອງຖືເປັນສຳຄັນ ແລະ ປະຕິບັດການຫັນສິດຂອງ ຜູ້ອອກແຮງງານ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ