ຄວາມນຶກຄິດບາງຢ່າງກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ ແລະ ຮອບດ້ານ

(vov)- ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ ​ເຊິ່ງກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ຫາ​ກໍ່​ປຶກສາ​ຫາລື​ນຳ​ກັນນັ້ນ ​ແມ່ນ​ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ. ​ເປັນ​ຫຍັງ​ປະຈຸ​ບັນ​ພວກ​ເຮົາ​ພັດ​ຕັ້ງ​ບັນຫາປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ ? ​ແມ່ນ​ບໍ່​ວ່າ​ພື້ນຖານ​ການ​ສຶກສາ​ຂອງ​ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ມີ​ການ​ປ່ຽນ​ໃໝ່ ? ​ແມ່ນ​ບໍ່​ວ່າ​ນີ້​ແມ່ນການປະຕິບັດ​ຄືນ​ໃໝ່ ​ແລະ ປະຕິ​ເສດ​ພື້ນຖານ​ການ​ສຶກສາ​ບຳລຸງ​ສ້າງ​ໃນ​ປະຈຸ​ບັນ? ​ແລະ ການປ່ຽນ​ໃໝ່​​ໂດຍ​ພື້ນຖານ ​ແລະ ຮອບດ້ານ ​ແມ່ນ​ປ່ຽນ​ໃໝ່​ຄື​ແນວ​ໃດ? ນັ້ນ​ແມ່ນ​ບັນດາ​ຄຳ​ຖາມທີ່​ຕ້ອງ​ໄດ້​ຮັບ​ການ​ແລກປ່ຽນ​ ​ແລະ ​​ຕ້ອງ​ມີ​ຄຳຕອບ​.

ຄວາມນຶກຄິດບາງຢ່າງກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ ແລະ ຮອບດ້ານ - ảnh 1
ທ່ານVu Hai ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13,
ຮອງ​ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ
(ພາບປະກອບ)


ກິດຈະການ​ປ່ຽນ​ໃໝ່ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ​ນຳພາ​​​ຍາດ​​​​ໄດ້ບັນດາ​ຜົນງານ​ສຳຄັນ​ທີ່​ສຸດ, ​​ສ້າງ​ການ​ປ່ຽນ​ໃໝ່​ໃຫ້​ແກ່ປະ​ເທດ​, ​ແລະ ຍົກສູງທີ່​ຕັ້ງ​ບົດບາດຂອງ​ຫວຽດນາມ​ໃນ​ເວທີ​ສາກົນ. ສິ່ງ​ດັ່ງກ່າວ​​ໄດ້​ຮັບ​ການ​ຮັບ​ຮູ້​ຈາກປະຊາຊົນພາຍ​ໃນ​ປະ​ເທດ ​ກໍ່​ຄືເພື່ອນ​ມິດ​ສາກົນ. ພ້ອມ​ກັບ​ການ​ພັດທະນາ​ລວມຂອງ​ປະ​ເທດຊາດ, ພື້ນຖານ​ການ​ສຶກສາ​ຫວຽດນາມ​ກໍ່​ໄດ້​ຮັບ​ຜົນງານ​ຫຼາຍ​ຢ່າງ​ທີ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ. ​ແຕ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຂອງ​ຫວຽດນາມ ​ຍັງ​ມີ​ບາງ​ບັນຫາ​ທີ່ຍັງ​ຈຳ​ກັດ, ອ່ອນ​ດ້ອຍ, ຄຸນ​ນະພາ​ບການ​ສຶກສາ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຕາມຄວາມ​ຮຽກຮ້ອງ​ຕ້ອງການ, ບໍ່​ທັນ​ຕິດ​ພັນ​ກັບ​ຄວາ​ມຕ້ອງການ​ຂອງ​ສັງຄົມ, ບໍ່​ທັນ​​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຮ່ຳ​ຮຽນ​ດ້ວຍ​ຕົວ​ເອງ, ລັກສະນະ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ຜູ້​ຮຽນ​ໄດ້​ເທື່ອ. ​

        ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ພັກ ​ແລະ ລັດ​ຫວຽດນາມ​ ມີ​ແຜນ​ນະ​ໂຍບາຍ​ປ່ຽນ​ໃໝ່​ການ​ສຶກສາ, ບຳລຸງ​ສ້າງ. ນັບ​ແຕ່​ວັນສະຖາປະນາ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ​ຫວຽດນາມ (ວັນ​ທີ 2/9/1945), ປະຈຸ​ບັນ​ແມ່ນ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ, ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ການ​ສຶກສາ​ຫຼາຍ​ຄັ້ງ​​​ແລ້ວ​ຄື: ໃນ​ປີ: 1950, 1956, 1979 ​ແລະ ພິ​ເສດ​ແມ່ນ​​ປີ 1986 ອັນ​ໄດ້​ນຳ​ພື້ນຖານການ​ສຶກສາ​ເຂົ້າ​ໃນ​ກິດຈະການ​ປ່ຽນ​ໃໝ່​ໂດຍ​ພື້ນຖານ ​ແລະ ຮອບດ້ານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກ່ອນ​ທີ່​ດຳ​ເນີນການປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານຄັ້ງ​ນີ້, ພວກ​ເຮົາ​​ຕ້ອງ​ຕີ​ລາຄາ​ສະພາບ​ຕົວ​ຈິງ​ຂອງ​ພື້ນຖານ​ການ​ສຶກສາ​ຫວຽດນາມ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ສິ່ງຈຳກັດ ​ແລະ ສາຍ​ເຫດ​ທັງ​ພາວະ​ວິ​ໄສ ​ແລະ ອັດຕະວິ​ໄສ, ​ເພື່ອ​ມີ​ທັດສະນະ, ຫຼັກການ​ປະຕິບັດ, ກຳນົດ​ຈຸດໝາຍ​ລວມ, ຂັ້ນ​ຕອນ​ປະຕິບັດ ​ແລະ ບັນດາ​ບັນຫາ​ຈະ​ເຕື້ອງ​ເຖິງ​ໃນ​ການ​ປ່ຽນ​ໃໝ່​ການ​ສຶກສາ​​ໂດຍ​ພື້ນຖານ.

ຄວາມນຶກຄິດບາງຢ່າງກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ ແລະ ຮອບດ້ານ - ảnh 2

​ເພື່ອປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານນັ້ນ, ພວກ​ເຮົາ​ຍັງ​ຂາດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ສຶກສາຫຼື​ບໍ່ ? ຄຳ​ຕອບ​ແມ່ນ​ບໍ່. ​ນອກຈາກ​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 6 ຊຸດ​ທີ 11 ​ແລ້ວ, ມະຕິ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 2 ຊຸດ​ທີ 8 ​ແລະ ​ແຈ້ງ​ການ​ສະຫຼຸບ​ຂອງ​ກົມ​ການ​ເມືອງ​ເມື່ອ​ເດືອນ 11/2009 ກ່ຽວ​ກັບ​ການ​ສຶກສາ​ນັ້ນ ຍັງ​ຄົງ​ຮັກສາ​ຄຸນຄ່າ​ເດີມນັ້ນ​ແມ່ນ: ພັກ ​ແລະ ລັດ​ຖື​ການ​ສຶກສາ ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ການ​ສຶກສາ​ຕ້ອງ​ປະຕິບັດ​ກ່ອນ​ບາດກ້າວ​ໜຶ່ງ, ການ​ລົງທຶນ​ໃຫ້​ແກ່​ການ​ສຶກສາ ​ແມ່ນ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ ​ແລະ ການ​ສຶກສາ​ແມ່ນ​ພາລະກິດ​ຂອງ​ພັກ, ລັດ ​ແລະ ທົ່ວ​ປວງ​ຊົນ.

        ​ເປັນ​ອັນວ່າ​ປ່ຽນ​​ໃຫມ່ການ​ສຶກສາ​​​ໂດຍພື້ນຖານ​ຄັ້ງ​ນີ້ ຕ້ອງ​ປະຕິບັດ​ສິ່ງ​ໃດ​ແດ່? ປ່ຽນ​​ໃຫມ່ການ​ສຶກສາ,​ ​ບຳ​ລຸງ​ສ້າງ​ໂດ​ຍພື້ນຖານ ​ແລະ ຮອບດ້ານກ່ອນ​ອື່ນ​ໝົດ​ຕ້ອງ​ມີ​ລັກສະນະ​​ເປັນລະບົບ, ຄົບ​ຊຸດ, ມີ​ພື້ນຖານ​ວິທະຍາສາດ, ມີຂັ້ນ​ຕອນ​ຢ່າງ​ເໝາະ​ສົມ, ມີ​ລັກສະນະ​ສືບ​ທອດ ​ແລະ ພັດທະນາ. ຕ້ອງ​ປ່ຽນ​ໃຫມ່​ຫລັກສູດ​ການ​ສຶກສາ​ຊັ້ນ​ອະນຸບານ, ສາມັນສຶກສາ, ອະ​ຊີວະ​ສຶກສາ, ວິທະຍາ​ໄລ ​ແລະ ມະຫາ​ວິທະ​ຍາ​ໄລ. ມີ​ຜູ້ຊ່ຽວຊານ​​ບາງ​ທ່ານຖື​ວ່າ ຫລັກສູດການ​ສຶກສາ​ສາມັນ 12 ປີ​ຄື​ປະຈຸ​ບັນ​ແມ່ນ​ຫນັກຫນ່ວງ, ​ເສຍ​​ເງິນ​ຂອງ​ປະຊາຊົນ​, ຂອງ​ສັງຄົມຫລາຍ. ມີຜູ້​ຊ່ຽວຊານບາງ​ທ່ານ​ສະ​ເຫ​ນີວ່າ: ​ຫລັກສູດ​ການ​ສຶກສາສາມັນ​ພຽງ​ແຕ່​ຮັກສາ​​ໃນໄລຍະ 10 ປີຄື​ກ່ອນ​ນີ້, ຊ້ຳ​ບໍ່​ໜຳ 9 ປີ​ກໍ​ພໍ, ຫລັງ​ຈາກ​ນັ້ນ​ແບ່ງ​ເປັນ​ຂະ​ແຫນງ, ບຳລຸງ​ເພື່ອ​ເລື່ອນ​ຊັ້ນ. ​ນອກ​ນັ້ນ ​ເນື້ອ​​ໃນ​ການ​ສຶກສາ​ຕ້ອງ​ຫລຸດຜ່ອນ, ຄວນ​ສຸມ​ໃສ່​ເຂົ້າບັນຫາ​ທີ່​ຈຳ​ເປັນຕາມ​ຄວາມ​ຕ້ອງການ​ຂອງ​ສັງຄົມ, ພິ​ເສດ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ສຶກສາ​ບຸກຄະ​ລິກກະພາບ. ນັກຮຽນ​ຫ້ອງ​ປໍ 1 ​ໄປ​ໂຮງຮຽນ​​ແມ່ນ​ຖື​ກະ​ເປົາ​​ຫນັກ​ເກີນ​​ຂອບ​ເຂດໃນ​ນັ້ນມີ​ປື້​ມ​ເກືອບ 20 ຫົວ ​ແລະ ບິ​ກ,  ສໍ, ຫວນ​ຄືນ​ຫລັງ​ໃນ​ຕະຫລອດ 30 ປີຜ່ານມາ, ການ​ສຶກສາ​ບຳລຸງ​ສ້າງ​ກໍ​ມີ​ການ​ດັດ​ແກ້​ຫລາຍ​ຢ່າງ, ​ແຕ່​​ການ​ດັດ​ແກ້​ນັ້ນບໍ່​ແມ່ນ​ການ​ປະຕິ​ຮູບ ​ເພາະວ່າ ບັນດາຜູ້​ສ້າງ​ແຜນ​ນະ​ໂຍບາຍພຽງ​ແຕ່​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ຈຳນວນ​ຫນຶ່ງ​ໃນ​ການ​ສຶກສາ​ເທົ່າ​ນັ້ນ. ​ແລະ​ ການ​ດັດ​ແກ້​ນັ້ນ​ແມ່ນ​ເສຍ​ເງິນຫລາຍ ບໍ່​ບັນລຸ​ປະສິດທິ​ຜົນ. ທຳ​ອິດ​ແມ່ນ​ດັດ​ແກ້​ຕົວ​ຫນັງສື. ດ້ວຍ​ຄວາມ​ຄິດ​ຢ່າງ​ງ່າຍດາຍ ຕົວ​ຫນັງສື​ພຽງ​ແຕ່​ມີ​ການ​ກ່າຍ​ສິ່ງ​ທີ່​ຕ້ອງ​ເວົ້າ​ເຖິງ, ຕ້ອງ​ຂຽນ​ໄວ, ສະ​ນັ້ນ ບັນດາ​ຜູ້​ວາງ​ແຜນ​ນະ​ໂຍບາຍ​ດັດ​ແກ້​ຕົວ​ຫນັງສື​ສະ​ເຫ​ນີຕ້ອງ​ລາຍ​ຕົວ​ໜັງສື​ປະກອບ. ຜົນ​ສຸດ​ທ້າຍ​ແມ່ນ​ໄດ​້​ກໍ່ສ້າງ​ລຸ້ນນັກຮຽນຂຽນ​ຕົວ​ຫນັງສື​ຂີ້ຮ້າຍ​ເປັນ​ຈຳນວນ​ຫລວງຫລາຍ.

ຄວາມນຶກຄິດບາງຢ່າງກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ ແລະ ຮອບດ້ານ - ảnh 3

ປ່ຽນ​​ໃຫມ່ການ​ສຶກສາ, ບຳລຸງ​ສ້າງ​​ໂດຍ​ພື້ນຖານ ​ແລະ ຮອບດ້ານ ຕ້ອງ​ຖື​​ເປັນ​ສຳຄັນຈຸດໝາຍ​ການ​ສິດສອນ ​ແລະ ສ້າງ​ຄົນ, ສ້າງ​ບຸກຄະ​ລິກກະພາບ, ພັດທະນາ​ກຳລັງ​ຄວາມ​ສາມາດ, ການ​ເຄື່ອນ​ໄຫວ​ພຶ​ດຕິ​ກຳ, ຫັນ​ການ​ສຶກສາ​ໃນ​ທ່າ​ຮັບ, ​ການ​ເສັງ​ເພື່ອ​​​ໃບ​ປະກາດສະ​ນີຍະ​ບັດ ​ແລະ ບາງ​ເທື່ອ​ພຽງ​ຕອບ​ສະຫນອງ​ມາດ​ຕະຖານ​ພະນັກງານ ​ໄປ​ສູ່​ການ​ສຶກສາ​ເປັນ​ເຈົ້າ​ການ, ມີ​ການ​ພົວພັນ​ຕິດ​ຕໍ່, ​ແກ້​ໄຂ​ກໍລະນີ​ເກີດ​ຂຶ້ນ. ການ​ສຶກສາ​ຕ້ອງ​ຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ສັງຄົມ, ພື​້ນຖານ​ສຶກສາຕາມ​ຮູບ​ການ​ເປີດ, ມີ​ໄຫວພິບ, ​ແບ່ງ​ເປັນ​ຂະ​ແຫນງ ​ແລະ ບຳລຸງ​ເລື່ອນຊັ້ນ, ກ້າວ​ໄປ​ເຖິງ​ການ​ສ້າງ​ສັງຄົມ​ຮ່ຳຮຽນ. ກ່ຽວ​ກັບ ການປ່ຽນ​​ໃຫມ່ການ​ສຶກສາ​, ບຳລຸງ​ສ້າງ​ໂດຍພື້ນຖານ, ພວກ​ເຮົາ​ຕ້ອງ​ປ່ຽນ​ໃຫມ່ກົນ​ໄກ, ນະ​ໂຍບາຍ​ສຳລັບ​ຖັນ​ແຖວ​ຄູ​ອາ​ຈານ, ບັນດາ​ນັກ​ຄຸ້ມ​ຄອງ​ການ​ສຶກສາ.        ປ່ຽນ​​ໃຫມ່ການ​ສຶກສາ, ບຳລຸງ​ສ້າງ​​ໂດຍ​ພື້ນຖານ ​ແລະ ຮອບດ້ານ ຕ້ອງ​ປ່ຽນ​ໃຫມ່​ກົນ​ໄກ​ຄຸ້ມ​ຄອງ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ຄຸນ​ນະພາ​ບຄົ້ນ​ຄ້ວາ​ວິທະຍາສາດ​​ໃນ​ການ​ສຶກສາ, ກົນ​ໄກ​ນະ​ໂຍບາຍ​ການ​ລົງທຶນ ​ແລະ ​ການ​ເງິນ ​ເພື່ອ​ລະດົມ​​ແຫ​ລ່ງກຳລັງ​ໃຫ້​ແກ່​ການ​ສຶກສາ, ບຳລຸງ​ສ້າງ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ສຳລັບ ການປ່ຽນ​​ໃຫມ່ການ​ສຶກສາ​ພື້ນຖານ ​ແລະ ຮອບດ້ານ ຕ້ອງ​ສະຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນກັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ, ປັບປຸງ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ຕ້ອງການ​ແຫ​ລ່ງຊັບ​ພະ​ຍາກ​ອນມະນຸດ. ​​ເຮັດ​ໄດ້ຄື​ແນວ​ນັ້ນ  ພວກ​ເຮົາ​ຈຶ່ງ​ ປ່ຽນ​​ໃຫມ່ການ​ສຶກສາ, ບຳລຸງ​ສ້າງ​​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ນັກ​ຮຽນ​ມີ​ຫົວຄິດ​ປະດິດ​ສ້າງ, ພັດທະນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາມາດ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ​ເອງ, ສ້າງ​ກຳລັງ​ຫນູນ​ຊຸກຍູ້​ການ​ພັດທະນາ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ