ຄວາມມຸ້ງຫວັງຕົ້ນລະດຸບານໃຫມ່

ມື້​ຕົ້ນ​ປີ​ໃຫມ່ ​ແມ່ນ​ໂອກາດ​ເພື່ອຫວນ​ຄືນ 1 ປີ ຜ່ານ​ມາ, ດ້ວຍ​ຄວາມ​ປາດ​ຖະຫນາ​ຫາແຕ່​ສິ່ງ​ທີ່​ດີງາມ. ມື້​ຕົ້ນ​ລະດູບານ​ໃຫມ່,​ ສຳລັບ​ປະຊາຊົນ​ຫວຽດນາມ​ແຕ່​ລະ​ຄົນແລ້ວ, ນອກຈາກພາວະ​ນາຂໍໃຫ້ມີສຸຂະພາບ​ເຂັ້ມແຂງ, ມີ​ໂຊກ​ມີ​ໄຊ​ຫລັ່ງໄຫລມາສູ່​ຕົນ​ເອງ ແລະ ​ຄອບຄົວ​ແລ້ວ, ​ໃຜໆ​ກໍ່​ມີຄວາມປາດ​ຖະຫນາ​ຢາກໃຫ້​ ໃຫ້​ແກ່​ປະ​ເທດ​ຊາດມີອະນາຄົດ​ອັນ​ດີງາມ​ກວ່າ​.

        ປີ 2011 ຜ່ານພົ້ນໄປ​ດ້ວຍ​ການຜັນແປ່ຫລາຍຢ່າງ ​ແລະ ຄາດວ່າປີ 2012 ກໍຈະເຕັມ​ໄປ​ດ້ວຍ​ຄວາມຫຍຸ້ງຍາກ ແລະ ສິ່ງ​ທົດ​ສອບ, ​ແຕ່​ປະຊາຊົນ​ຫວຽດນາມ​ທຸກ​ຄົນ ຍັງ​ຕ້ອນຮັບ​ປີ​ໃຫມ່​ດ້ວຍ​ຄວາມ​ເບ​ີກບານ​ມ່ວນ​ຊື່ນ ​ແລະ ມີ​ຄວາມ​ມຸ້ງ​ຫວັງ​ຫລາຍ​ຢ່າງ. ຕາມ​ນັກ​ຂ່າວ ຫວູກົງ​ເລີບ, ​ເຖິງ​ວ່າ ບໍ່​ມີ​ການ​ຫັນປ່ຽນ​ອັນໃຫຍ່​ຫລວງຄື​ປີ 2011 ກໍ​ຕາມ, ​ແຕ່​ປີ 2012 ຄວາມ​ຫຍຸ້ງຍາກ​ທາງດ້ານເສດຖະກິດ​ໂລກ​ແນ່ນອນ​ວ່າ ຈະ​ສົ່ງ​ຜົນ​ກະທົບ​ບໍ່​ຫນ້ອຍ​ເຖິງ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ບັນດາ​ສິ່ງ​ທົດ​ສອບທີ່​​ຜ່ານ​ຜ່າ​ໄດ້ໃນ​ປີ 2011 ຈະ​ແມ່ນ​ກຳລັງ​ຫນູນ​ເພື່ອ​​ໃຫ້​ປະ​ເທດ​ຊາດ​ຜ່າ​ຜ່າ​ໃນ​ປີ​ໃຫມ່ 2012.

        “ປີ​ໃດ​ກໍ​ມີການຜັນແປ່, ຍ້ອນ​ພວກ​ເຮົາ​ພວມ​ດຳລົງ​ຊີວິດ​ໃນ​ໂລກ​ຫນຶ່ງ​ທີ່​​ທັງມີ​ກາລະ​ໂອກ​າດ ​ແລະສິ່ງທ້າທາຍ ສະ​ນັ້ນ ພວກ​ເຮົາ​ຕ້ອງ​ກະກຽມ​ສຳພາລະເພື່ອ​ຮັບ​ມື​ກັບ​ທຸກ​ສະຖານະການໃຫ້ຕົນເອງ, ຍາດ​ແຍ່ງເອົາ​ເງື່ອນ​ໄຂ​ດີທີ່ສຸດ​ໃຫ້​ແກ່ປະ​ເທດ​ຊາດ. ທົບ​ທວນ​ຄືນ​ຫນຶ່ງ​ປີຜ່ານມາ, ກໍເຫັນ​ວ່າໄດ້ວ່າ ເຖິງວ່າຈະປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ກໍ​ຜ່າ​ນຜ່າ​ໄດ້, ສິ່ງ​ທົດ​ສອບ​ຄືແນວໃດພວກເຮົາກໍຜ່ານຜ່າ ແລະ ຮັບມືໄດ້​ໄດ້. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຈະ​ແກ້​ໄຂ​ບັນຫາ​ການ​ເງິນ, ​ເງິນຕາ​ໄດ້,​ຈາກ​ນັ້ນ ຈະ​ແກ້​ໄຂ​ບັນຫາ​ລາຄາ​, ຊີວິດ​ການ​ເປັນ​ຢູ່ ​ແລະ ​ເຊື່ອ​ໝັ້ນ​ວ່າ ປີ 2012 ​ແມ່ນ​ປີ​ທີ່​ຈົບງາມ​ໃຫ້​ແກ່​ປະ​ເທດ​ຊາດ.“

        ສຳລັບ​ສາດສະດາ​ຈານ​,​ ນັກ​ຄົ້ນ​ຄ້ວາ​ປະຫວັດສາດ ຫງວຽນ​ກວາງ​ງອກ ອາຈານ​ສອນ ຢູ່ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍແລ້ວ, ປີ​ໃຫມ່​ນີ້​ແມ່ນ​ໂອກາດ​ເພື່ອ​ສືບ​ຕໍ່​ບັນດາ​ວຽກ​ງານຍັງຄົງຄ້າງ​ໃນ​ປີ​ຜ່ານ​ມາ. ຄວາມ​ມຸ້ງຫວັງ​ຂອງ​ທ່ານ​ແມ່ນ​ໂຄງການ​ຄົ້ນ​ຄ້ວາ​ສັງ​ລວມ​ເພື່ອ​ສ້າງ​ສຳ​ເນົາ​ເອກະສານ​ບັນລຸ​ມາ​ດຕະຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນດາ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ກໍ​ຄື​ບັນດາ​ເຂດ​ໝູ່​ເກາະ​ອື່ນ​ຂອງ​ຫວຽດນາມ ຊຶ່ງ​ທ່ານ​ພວມ​ພ້ອມ​ກັບ​ບັນດາ​​ເພື່ອ​ນຮ່ວມ​ງານ, ບັນດາ​ນັກ​ຄົ້ນ​ຄ້ວາ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮີບ​ເຮ່ັງ​ປະຕິບັດ ຈະ​ສ້າງ​ສຳ​ເລັດ​​ໂດ​ຍ​ໄວ ​ແລະ ຮັບ​ໃຊ້​ໃຫ້​ແກ່​ການ​ສ້າງ​ເອກະສານ​ນິຕິ​ກຳ​ວ່າ​ດ້ວຍ​ທະ​ເລ​ໃຫ້​ສົມບູນ​​ແບບ, ເຮັດໃຫ້​ທະ​ເລ​ຫວຽດນາມ ກາຍ​ເປັນ​ເຂດ​ພັດທະນາ​ເສດຖະກິດ​ຢ່າງ​ກວ້າງ​ໃຫຍ່, ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ.

        “​ໃນ​ລາຍການ​ເຮັດ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ ມີ​ການຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ. ນັ້ນ​ແມ່​ນສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຄອງ​ຄອຍ​​ທີ່​ສຸດ. ຫວັງ​ວ່າ ພວກ​ເຮົາ​ຈະ​ມີ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຢ່າງ​ສົມບູນ​ແບບ​ເພື່ອ​ທັງ​ເປັນການປົກ​ປັກ​ຮັກສາ​ອະທິປະ​ໄຕ, ການ​ຂຸດ​ຄົ້ນ, ທັງ​ເສີມ​ຂະຫຍາຍ​ທຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທະ​ເລ​ໝູ່​ເກາະ​ຢ່າງ​ສູງ​ສຸດ​ເພື່ອຮັບໃຊ້ໃຫ້​ແກ່​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.“

ຄວາມມຸ້ງຫວັງຕົ້ນລະດຸບານໃຫມ່ - ảnh 1

ການເຄື່ອນໄຫວສະແດງຄວາມມູ້ງຫວັງຕົ້ນລະດູບານໃຫມ່

        ພັດທະນາ​ເສດຖະກິດ​ກະສິກຳ,​ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ   ຈິ​ດ​ໃຈ​ໃຫ້​ແກ່​ຊາວ​ກະສິກອນ ​ເພື່ອ​ຊຸ​ກຍູ້​ສັງຄົມ​ພັດທະນາ​ຕາມ​ທິດ​ດຸນ​ດຽງ, ​ຮັດ​ແຄບ​ຊ່ອງ​ຫວ່າງ​ລະ​ຫວ່າງ​ຜູ້​ຮັ່ງມີ ​ກັບຜູ້ທຸກຍາກ ລະຫວ່າງ​ເຂດ​ຕົວ​ເມືອງ ​ກັບເຂດຊົນ​ນະ​ບົດ​ເທື່ອລະກ້າວແມ່ນຈຸດໝາຍ​ຂອງ​ລັດຖະບານ​ໃນ​ປີ 2012 ທັງ​ແມ່ນ​ຄວາມ​ໄຝ່ຝັນ​ຂອງ​ຊາວ​ກະສິກອນ​ນັບ​ລ້ານ​ຄົນ​ໃນທຸກ​ແຖບ​ທິ່ນຂອງ​ປະ​ເທດ​ຊາດ. ປີ​ໃຫມ່ ຊາວ​ກະສິກອນ ​ພຽງ​ແຕ່​ປາດ​ຖະຫນາ​ວ່າ ​ດິນ​ຟ້າ​ອາກາດຈະ​ເອື້ອ​ອຳ​ນວຍ​ຄວາມ​ສະດວກ, ລະ​ດູ​ການ​ໄດ້​ຮັບ​ຜົນ​ດີ,​ ພິ​ເສດ​ແມ່ນ ​ໂຄງການ​ສ້າງ​ເຂດຊົນນະບົດ​ໃຫມ່ ຊຶ່ງ​ພັກ, ລັດ ພວມ​ປະຕິບັດ​ຈະ​ສື​ບຕໍ່​​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ກວ່າ​ອີກ​, ຊ່ວຍ​ສ້າງ ໂສມ​ຫນ້າ​​ໃຫມ່ຢູ່​ຊົນນະບົດ​​​ໃຫ້ດີ​ຂຶ້ນ ​ແລະ ​ເພື່ອ​ໃຫ້​ຊາວ​ກະສິກອນ​ສາມາດ​ສ້າງ​ຄວາມ​ຮັ່ງມີ​ຢູ່​ໃນ​ເຂດ​ດິນ​​ຂອງ​ຕົນ​ເອງ​ໄດ້.

        ​ໂດຍແມ່ນ​ຊາວ​ກະສິກອນ, ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອພັກ, ລັດຖະບານ ​ໄດ້ ຜັນ​ຂະຫຍາຍ​ໂຄງການ​ສ້າງ​ເຂດ​ຊົນນະບົດ​ໃຫມ່. ​ເພາະວ່າ ​ໂຄງການ​ແມ່ນ​ມີ​ຄວາມ​ແທດ​ຈິງ​ສຳລັບ​ຊາວ​ກະສິກອນ​ຄື​ພວກ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ໂຄງການ​ໄດ້​ຮັບ​ການ​ຍູ້​ແຮງ ​​ເພື່ອເຮັດ​ໃຫ້​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ການ​ປ່ຽນ​ແປງ​​ໂດຍໄວ, ​ເປັນ​ຕົ້ນ​​ແມ່ນການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ຄົມມະນາຄົມ, ຊົນລະປະທານ,ວາງ​ແຜນ​ກຳນົດ​ເຂດ​ຊຸມ​ຊົນ,ຫັນ​​ເຂດ​ຊົນນະບົດ​ເປັນເປັນອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຊາວ​ກະສິກອນ​ໄດ້​ຮຽນ​ວິຊາ​ຊີບ,​ ປ່ຽນ​ແປງ​ຮີດຄອງ​ປະ​ເພນີ​ໃນ​ການ​ຜະລິດ ​ເພື່ອ​​ເຮັດໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ໄດ້​ມີ​ການຍົກ​ສູງ​ຂຶ້ນ.”

        ​ໃນ​ມື້​ຕົ້ນ​ລະດູບານ​ໃຫມ່, ​ຊາວ​ຫວຽດນາມ ບໍ່​ວ່າ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ລ້ວນ​ແຕ່​ອວ່າຍຫນ້າ​ເມືອ​ຫາ​ປະ​ເທດ​ຊາດ. ມີ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ໃຫ້​ປະ​ເທດ​ຊາດ​ພັດທະນາ, ມີ​ຄວາມສະຫງົບ​ສຸກ ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ ​ແມ່ນ​ອະທິປະ​ໄຕ​​ຜືນ​ແຜ່ນດິນ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ. ສຳລັບ​ບັນດາ​ນັກຮົບພວມ​ປະຕິບັດ​ຫນ້າ​ທີ່​ຮັກ​ສາ​ເຂດ​ໝູ່​ເກາະ ​ແລະ ທະ​ເລ, ​​ໂອກາດ​ລະດູບານ​ໃຫມ່ຢູ່​ເຂດ​​ຫ່າງ​ໄກ​ນີ້​ກໍ່​ບໍ່ມີ​ຄວາມ​ແຕກ​​ຕ່າງ​ປານ​ໃດ​ເມື່ອ​ທຽບ​ໃສ່​ຢູ່​ເຂ​ດດິນ​ຕໍ່​ແຜ່ນ. ​ອາລົມ​ຈິດອັນ​ອົບ​ອຸ່ນ​ຂອງ​ປະຊາຊົນ​ຫວຽດນາມ​ທຸກ​ຄົນ​ຍາມ​​ໃດ​ກໍ​ມຸ້ງ​ໄປ​ເຖິງ​ເຂດ​ທະ​ເລ​ໝູ່​ເກາະ,​ ນັ້ນ​ແມ່ນ​ແຫ​ລ່ງລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫລວງ ​ເພື່ອ​ໃຫ້​ບັນດາ​ນັກຮົບ​ປະຕິບັດສຳ​ເລັດ​ຫນ້າ​ທີ່. ນັກຮົບ​ຫນຸ່ມ ຫງວຽນຈຸງຢາງ, ພວມ​ປະຕິບັດ​ງານ​ຢູ່​ເກາະ ​ເຈື່ອງ​ຊາ ​ໄດ້​ແບ່ງປັນ​ວ່າ:

        “ ນ້ອງ​ແມ່ນ​ນັກຮົບ​ປະຕິບັດ​ງານ​ຢູ່​ເກາະ​ແຫ່ງ​ນີ້​ເພື່ອ​ປົກ​ປັກ​ຮັກສາ​​ເຂດ​ດິນ​ແດນ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ນ້ອງ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ເພາະວ່າ ຕົນ​ເອງ​​ໄດ້​ປະກອບ​ພະລັງຂອງ​ໄວ​ຫນຸ່ມ​ເຂົ້າ​ໃນ​ການປົກ​ປັກ​ຮັກສາ​ໄລ່​ທະວີບ, ​ເຂດ​ດິນ​ແດນ​ຂອງ​ປະ​ເທດ​ຊາດ.“

        ປີ​ໃຫມ່​ກໍແມ່ນການ​​ເປີ​ດສາກ​ໃຫ້​ແກ່​ຂະ​ບວນວິວັດ​ໃຫມ່, ສົ່ງ​ທ້າຍ​ປີ​ເກົ່າປີຖໍ້(ຢູ່​ຫວຽດນາມ​ເອີ້ນ​ວ່າ​ປີ​ແມວ) ຕ້ອນຮັບ​ປີ​ໃຫມ່ ປີ​ມະ​ໂຣງ), ​ໃນ​ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດນາມ, ​ໂຕມັງກອນ​ແມ່ນ​ສັນຍາ​ລັກ​ຂອງ​ປາ​ໄນ​ຂ້າມ​ຜ່ານ​ພາຍຸ​ລົມ​ແດງ ​ແມ່ນ​ສັນຍາ​ລັກ​ຂອງການ​ເຕີບ​ໂຕ​ກ້າວ​ກະ​ໂດດ​ຂັ້ນ. ຢາກ​ເຮັດ​ໃຫ້​ສັນຍາ​ລັກ​ນັ້ນ​ນັ້ນ​ປະກົດ​ຜົນ​ເປັນ​ຈິງຈຳ​ເປັນ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມມີຄວາມ​ຕັດສິນ​ໃຈ​ຂອງລັດຖະ

ບານ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ສະຫນັບສະຫນູນຈາກ​ປະຊາຊົນ​. ຮັກສາ​​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ,​ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ,  ຍາດ​ແຍ່ງ​ທ່າ​ແຮງ ​ແຕ່​ກໍ​ຕ້ອງ​ສ້າງ​ບາດກ້າວ​ບຸກທະລຸ ນຳ​ປະ​ເທດ​ຊາດ​ຫັນປ່ຽນ​​ໄປ​ສູ່ໄລຍະ​ໃຫມ່./.

ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ