ຄວາມສາມັກຄີ ແມ່ນພະລັງແຮງ

(vovworld) - ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ພາຍຫລັງ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຄັ້ງ​ຕ່າງໆ​ຂອງ​ທ່ານ Marty Natalegawa ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ, ພິ​ເສດ ​ແມ່ນ​ບັນດາ​ການ​ທາ​ບທາມ​ຄວາມ​ເຫັນ​ໂດຍ​ກົງ​ກັບ​ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ, ຟີລິບປີນ ​ແລະ ກຳປູ​ເຈຍ, ວັນ​ທີ 20/7, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ “ຫລັກການ​ລວມ 6 ຂໍ້ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ”. ​ເອກະສານ​ສະບັບ​ນີ້ ອີກ​ຄັ້ງ​ຫນຶ່ງ​​ໄດ້ພິສູດ​ໃຫ້​ເຫັນ​ຄວາມ​ສາມັກຄີ, ​ຄວາມ​ເປັນ​ເອກະ​ພາບ ​ແມ່ນ​ບັນດາ​ປັດ​ໄຈ​ຕັດສິນ​ສ້າງ​ເປັນ​ກຳລັງ​ແຮງ ​ແລະ ຄວາມ​ດູດ​ດື່ມ​ຂອງ​ຫນຶ່ງ​ໃນ​ບັນດາ​ອົງການ​ຈັດ​ຕັ້ງພາກ​ພື້ນສຳ​ເລັດ​ຜົນ​ໃນ​ໂລກ.

        ອາດ​ຈະ​ຢືນຢັນ​ໄດ້​ວ່າ: ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມປອດ​ໄພ​ໃນການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຄວາມ​ສົນ​ໃຈ​ລວມຂອງ​ບັນດາ​ປະ​ເທດ ອາ​ຊຽນ ກໍ​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ສອງ​ຝ່າຍ ລະຫວ່າງ​ປະ​ເທດ​​ໃນ​ອາ​ຊຽນ ຈຳນວນ​ຫນຶ່ງ ​ແລະ ຈີນ. ​ໂດຍ​ຮັບ​ຮູ້​ໄດ້​ສິ່ງ​ດັ່ງກ່າວ, ທ່ານ Marty Natalegawa, ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງຕັ້ງຫນ້າ​ໃນ​ການ​ຢ້ຽມຢາມ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ອາທິດ​ຜ່ານ​ມາ ​ເພື່ອ​ເກ້​ຍກອ່ມບັນດາ​ປະ​ເທດ​ສະມາຊິກ ສະຫນັບສະຫນູນ​ຖະ​ແຫລ​ງການ​ຮ່ວມ​ຂອງ​ກຸ່ມ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຄວາມສາມັກຄີ ແມ່ນພະລັງແຮງ - ảnh 1
ທ່ານ Marty Natalegawa, ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ
ແລະ ທ່ານ Hor Namhong, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ ຢູ່ ພະນົມເປັນ
ພາບ:internet

        ​ໃນ​ການ​ປະຊຸມ​ຂ່າວ​ສາກົນ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 20/7 ຢູ່ ນະຄອນຫລວງ ພະນົມ​ເປັນ, ຕາງຫນ້າ​ໃຫ້​ປະ​ເທດ​ເຈົ້າພາບ ອາ​ຊຽນ, ທ່ານ Hor Namhong, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ ​ໄດ້​ປະກາດ “ຫລັກການ 6 ຂໍ້ ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ”. ​ເຊິ່ງຕາມ​ນັ້ນ​ແລ້ວ, ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ຢືນຢັນ​ຄືນ​​ໃຫມ່​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ທີ່​ມີ​ຕໍ່​ຫລັກການ 6 ຂໍ້, ຊ່ຶງລວມມີ: ການປະຕິບັດ​ຖະ​ແຫລ​ງການ​ຂອງ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​; ​ແນະນຳ​ການ​ປະຕິບັດ DOC; ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ; ​ເຄົາລົບ​ບັນດາ​ຫລັກການ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ກົດໝາຍ​ສາກົນ​ຢ່າງ​ສິ້ນ​ເຊິ​ງ, ​ໃນ​ນັ້ນ ມີ​ສົນທິສັນຍາ​ກົດໝາຍ​ທະ​ເລ 1982 ຂອງ ສະຫະ​ປະຊາ​ຊາດ (UNCLOS); ສືບ​ຕໍ່​ລະງັບ​ໃຈ ​ແລະ ບໍ່​ນຳ​ໃຊ້​ກຳລັງ​ອາ​ວຸດລະຫວ່າງ​ບັນດາ​ຝ່າຍ; ​ແລະ ​ແກ້​ໄຂການ​ພິພາດ​ໂດຍ​ສັນຕິວິທີ ຕາມ​ຫລັກການ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ສົນ​ທິສັນຍາ​ກົດໝາຍ​ທະ​ເລ​ປີ 1982 ຂອງ​ສະ​ຫະປະຊາ​ຊາດ (UNCLOS)​. ທ່ານ Hor Namhong, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ ​ໄດ້​ຢືນຢັນ​ວ່າ:

        “ລັດຖະມົນຕີ​ການ​ຕ່າງປະ​ເທດ ບັນດາ​ປະ​ເທດ​ອາ​ຊຽນ ຕັດສິນ​ໃຈ​ເພີ່ມ​ທະ​ວີ​ການ​ທາ​ບທາມຄວາມ​ເຫັນ​ໃນ ອາ​ຊຽນ ​ເພື່ອ​ຊຸກຍູ້​ມາດ​ຕະການ​ຕ່າງໆ​ທີ່​ລະ​ບຸ​ໄວ້​ໃນ​ຫລັກການ, ສອດຄ່ອງ​ກັບ​ສົນທິສັນຍາ​ການ​ຮ່ວມ​ມື ​ແລະ ​ໄມ​ຕິ​ຈິດ​ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປີ 1976 ​ແລະ ກົດ​ບັດ​ອາ​ຊຽນ 2008.”

ຄວາມສາມັກຄີ ແມ່ນພະລັງແຮງ - ảnh 2
ພາບປະກອບ:internet

        ​ເລື່ອງ​ປະ​ເທດ​​ເປັນປະທານ ອາ​ຊຽນ ປະກາດ “ຫລັກການ 6 ຂໍ້ ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ” ​ໄດ້​ລົບ​ລ້າງຄວາມ​ສົງ​​ໄສກ່ຽວ​ກັບ​ທັດສະນະບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ​ສະມາຊິກ​ອາ​ຊຽນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ທີ່​ພົ້ນ​ເດັ່ນ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນຄັ້ງ​ທີ 45 (AMM - 45) ສິ້ນ​ສຸດ​ກ່ອນ​ນີ້ 1 ອາທິດ ຢູ່ ພະນົມ​ເປັນ ​ຊຶ່ງ​ບໍ່​​ໄດ້​ອອກຖະ​ແຫລ​ງການ​ຮ່ວມ. ​ການ​ຮັບຮອງ​ເອົາ “ຫລັກການ 6 ຂໍ້ ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ” ສະ​ແດງ​​ໃຫ້​ເຫັນ​ວ່າສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຍັງ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ຕົນ​ໃນ​ບັນຫາ​​ເຄັ່ັງ​ຮ້ອນ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຫລັກການ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ 10 ປະ​ເທດ​ອາຊຽນ ທັງ​ໝົດ ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສ້າງ​ພື້ນຖານ​ເພື່ອ​ຮັບປະກັນ​ບັນດາ​ຝ່າຍ​ກ່ຽວຂ້ອງ​ເຄົາລົບ, ປະຕິບັດ​ຕາມ​ກົດໝາຍ​ສາກົນ​ໃນ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢືນຢັນວ່າ: ​ການ​ກະທຳ​ທີ່​ລະ​ເມີດບັນດາ​ຫລັກການ​ນີ້​ຈະ​ສົ່ງຜົນ​ສະທ້ອນ​ເຖິງ ອາ​ຊຽນ. ຈຸດ​ຕົ້ນຕໍ​ຂອງ ຫລັກການ 6 ຂໍ້ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ອີກ​ຄັ້ງ​ຫນຶ່ງ​ພິສູດ​ໃຫ້​ເຫັນ​ວ່າ ໃນ​ເບື້ອງ​ຕົ້ນ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ອາດ​ຈະ​ມີທັດສະນະ​ແຕກ​ຕ່າງ​ ​ແຕ່​ສຸດ​ທ້າຍ ປະ​ເທດສະມາຊິກ​ອາ​ຊຽນ ​ທັງ​ໝົດ ລ້ວນ​ແຕ່​ຖື​ຜົນ​ປະ​ໂຫຍ​ດລວມຂອງ ອາ​ຊຽນ ​ເປັນ​ຕົ້ນຕໍ ​ເພື່ອ​ຊອກ​ຫາ​ສຽງ​ເວົ້າ​ລວມ ​ເຖິງ​ວ່າ ບັນຫາ​ນັ້ນ ສັບ​ສົນ ​ແລະ ສະດຸ້​ງ​ໄວ​ກໍ​ຕາມ. ສຳລັບ ຫວຽດນາມ, ນີ້​ກໍ​ແມ່ນ​ຫລັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ. ຍາມ​ໃດ​ຫວຽດນາມ ກໍ​ຢືນຢັນ ຜົນ​ປະ​ໂຫຍ​ດຂອງ​ຊາດ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ​ໄດ້. ບໍ່​ພຽງ​ແຕ່​ຢູ່​ບັນດາ​ປະ​ເທດ​ມີ​ທະ​ເລ​ຈຶ່ງ​ມີ​ສ່ວນກ່ຽວຂ້ອງ​​ເທົ່າ​ນັ້ນ ຫາກ​ບັນດາປະ​ເທດ​ສະມາຊິກ​ທັງ​ໝົດ​ຄວນ​ເພີ່ມ​ທະວີ​ການ​ແບ່ງປັນ​ຄວາມ​ຮັບຜິດຊອບ​ຮັກ​ສາ​ສັນຕິພາບ​ບົນ​ທະ​ເລ​ຕາ​ເວັນ​ອອກ. ທ່ານ Pham Quang Vinh ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຖື​ວ່າ:

        “ທີ​ຫນຶ່ງ ຕ້ອງ​ເຮັດ​ແນວ​ໃດ​ຮັບປະກັນ​ການ​ປະຕິບັດ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ບັນຫາ​ເຄົາລົບ​ອະທິປະ​ໄຕ​ເອກະລາດ​ແຫ່ງ​ຊາດ, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ ຫາກ​ບໍ່​ນຳ​ໃຊ້​ກຳ​ລັງ​ອາວຸດ. ທີ​ສອງ ອາ​ຊຽນ ຕ້ອງ​ຊຸກຍູ້ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ເຄື່ອງມື, ພາຫະນະ, ​ເວທີ​ປາ​ໄສ​ທີ່ກ່ຽວຂ້ອງ​ເຖິງ​ດ້ານ​ການ​ເມືອງ, ຄວາ​ມໝັ້ນຄົງ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ພາກພື້ນ, ພົ້ນ​ເດັ່ນ​ແມ່ນ​ສົນທິສັນຍາ​ການ​ຮ່ວມ​ມື ​ແລະ ​ໄມ​ຕິ​ຈິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຂດ​ປອດ​ອາວຸດ​ນິວ​ເຄຼຍ ​ແລະ ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ກໍ​ຄື ບັນດາ​ເວທີ​ປາ​ໄສ​ຂອງ ອາ​ຊຽນ. ສິ່ງດັ່ງກ່າວ​ແມ່ນ​ຈຳ​ເປັນ​ທີ່​ສຸດ.”

        ບໍ່​ມີ​ປະ​ເທດສະມາຊິກ​ອາ​ຊຽນ​ໃດ​ແມ່ນ​ປະ​ເທດ​ມະຫາ​ອຳນາດ ​ແຕ່​ສະມາຊິກ​ອາ​ຊຽນທັງ​ໝົດ ສາມັກຄີ​ກັນ​, ອາ​ຊຽນ ຈຶ່ງ​ມີ​ກຳລັງ​ແຮງ ​ແລະ ຄວາມ​ດຶງດູດບັນດາ​ປະ​ເທດ​ມະຫາ​ອຳນາດ​ອື່ນ​ໃນ​ໂລກ. ສະ​ນັ້ນ ​ເລື່ອງ​ຮັບຮອງ​ເອົາ​ຫລັກການ 6 ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ອີກ​ຄັ້ງ​ຫນຶ່ງ​​ໄດ້ຢືນຢັນ​​ໃຫ້​ເຫັນ​ວ່າ ກຳລັງ​ແຮງ​ຂອງ ອາ​ຊຽນ ນັ້ນ​ແມ່ນ​ຄວາມ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ. ຫລັກການ​ດັ່ງກ່າວ ​ໄດ້​ປະກອບ​ເພີ່ມ​ເຕີມ​​ໃຫ້​ແກ່​ສຽງ​ເວົ້າ​ລວມຂອງ ອາ​ຊຽນ ​ໃນ​ໄລຍະ​ທາງ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015./.

ຂ່າວ/ບົດ​ອື່ນ