ຄວາມຫຍຸ້ງຍາກໃນການເຈລະຈາ TTIP ລະຫວ່າງ ອາເມລິກາ ແລະ ອີຢູ

(vovworld) – ວັນ​ທີ 8/7, ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ລົງທຶນ ​ແລະ​ ການ​ຄ້າ​ ​ເຂດ​ອັກ​ລັງ​ຕິກ​ (TTIP) ລະຫວ່າງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ສະຫະລັດ ອາ​ເມ​ລິ​ກາ​ ເລີ່​ມ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ຢູ່ ວໍ​ຊິງ​ຕັນ. ການ​ເຈລະ​ຈາ​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່ການ​ພົວພັນລະຫວ່າງ 2 ຝ່າຍ​ພວ​ມຊົ່ວ​ຮ້າຍ​ລົງ ຍ້ອນ​ໄດ້​ຮັບ​ຂ່າວອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ອາ​ເມ​ລິ​ກາ (NSA) ຕິດ​ຕັ້ງ​ອຸປະກອນລັກ​ຟັງ ​ແລະ ຕິດ​ຕາມ​ກວດ​ກາ​ຢູ່​ຫ້ອງການ ອີ​ຢູ ຢູ່ ບຣຸກ​ແຊນ ​ແລະ ວໍ​ຊິງ​ຕັນ. ​ເຖິງ​ວ່າ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໄດ້​ເລີ່​ມ​ດຳ​ເນີນການ​ເຈລະຈາ​ແລ້ວ​ກໍ່ຕາມ, ​ແຕ່​ເຫດການ​ດັ່ງກ່າວ​ຈະ​ສົ່ງຜົນ​ສະທ້ອນ​ບໍ່​​ແມ່ນໜ້ອຍ​ເຖິງ​ໝາກຜົນ​ຂອງ​ການປຶກສາ​ຫາລື​ສຳຄັນ​ນີ້.

ຄວາມຫຍຸ້ງຍາກໃນການເຈລະຈາ TTIP ລະຫວ່າງ ອາເມລິກາ ແລະ ອີຢູ - ảnh 1

(ພາບປະກອບ vietnamplus.vn)

    ​ເນື້ອ​ໃນ​ຂອງ​ຮອບ​ເຈລະ​ຈາ​ຄັ້ງ​ທຳ​ອິດ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອີ​ຢູ ​ແມ່ນ​ເຫັນ​ດີ​ເປັນ​ເອກະພາບ​ກ່ຽວ​ກັບ​ຂອບ​ຂະໜາດ ​ແລະ ບັນດາ​ບັນຫາ​ຈະ​ໄດ້​ຮັບ​ການ​ເຈລະຈາ.

    ຕາມ​ການ​ສະຖິຕິ​ແລ້ວ, ​ເສດຖະກິດ​ ອາ​ເມ​ລິ​ກາ - ອີ​ຢູ ກວມ​ເກືອບ 50% ຍອດ​ປະລິມານ​ສິນ​ຄ້າ ​ແລະ ການ​ບໍລິການ ​ແລະ 30% ວົງ​ເງິນ​ການ​ຄ້າ​ຂອງ​ທົ່ວ​ໂລກ. ອາ​ເມ​ລິ​ກາ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ສຸດ​ຂອງ ​ເອີ​ລົບ. ປີ 2011, ວົງ​ເງິນ​ແລກປ່ຽນ​ການຄ້າ 2 ສົ້ນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ ບັນລຸ​ພຽງ 449 ຕື້ ​ເອີ​ໂຣ​ເທົ່າ​ນັ້ນ. ​ແຕ່ພາຍຫຼັງ​ພຽງ 1 ປີ, ຕົວ​​ເລກ​ນີ້​ໄດ້​ເພີ່ມ​ຂຶ້ນ 646 ຕື້ ​ເອີ​ໂຣ. ປີ 2012, ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດລະຫວ່າງ 2 ຝັ່ງອັກ​ລັງ​ຕິກບັນລຸ 1.000 ຕື້ ເອີໂຣ.

ຍ້ອນ​ເຫດ​ນັ້ນ, ອາດ​ເວົ້າ​ໄດ້​ວ່າ, ຖ້າ​ຫາກ​ການ​ເຈລະຈາ​ສຳ​ເລັດ​ຜົນ, ຜົນ​ປະ​ໂຫຍ​ດ​ເຊິ່ງ TTIP ນຳ​ມາ​ໃຫ້​ອາ​ເມ​ລິ​ກາ ​ແລະ ອີ​ຢູ ​ແມ່ນ​ແທດ​ຈິງ​ທີ່​ສຸດ. ​ແຕ່ລະ​ປີ TTIP ສາມາດ​ຊ່ວຍ​ໃຫ້​ເພີ່ມ​ຂຶ້ນ​ແຕ່ 0,5-1% ຈີ​ດີ​ພີ​ໃຫ້​ທັງ​ສອງ​ຝ່າຍ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ນັບ​ລ້ານ​ຄົນ. ຕາມ​ການ​ຄິດ​ໄລ່, TTIP ສາມາດ​ນຳ​ມາ​ໃຫ້​ພື້ນຖານ​ເສດຖະກິດອີ​ຢູ ​ໄດ້ 119 ຕື້ ​ເອີ​ໂຣ/ປີ, ຫຼາຍ​ກວ່າ​ຕົວ​ເລກ 95 ຕື້​ເອີ​ໂຣ ​ເຊິ່ງອາ​ເມ​ລິ​ກາ​ໄດ້​ຮັບ​ເອົາ​ໃນ​ແຕ່ລະ​ປີ. ນອກ​ນັ້ນ​ມີ​ຫຼາຍ​ຂະ​ແໜງ​ດຳ​ເນີນ​ທຸລະ​ກິດ ກໍ່​ໄດ້​ຮັບປະ​ໂຫຍ​ດຈາກ TTIP ຄື ລາຍ​ຮັບ​ຂອງ​ບັນດາ​ບໍລິສັດ​ຜະລິດ​ລົດ​ໃຫຍ່​ເອີ​ລົບ​ຢູ່​​ຕະຫຼາດ​ອາ​ເມ​ລິ​ກາ ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ຫຼຸດຜ່ອນ​ການ​ຂຶ້ນ​ກັບ​ຂອງ​ອີ​ຢູ ​ເຂົ້າ​ໃນ​ແຫຼ່ງສະໜອງ​ອາຍ​ແກ​ດຈາກ​ລັດ​ເຊຍ ​ໃນ​ອະນາຄົດ. ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ​ກໍ່​ຫວັງ​ວ່າ TTIP ຈະ​ຊຸກຍູ້​ທ່າ​ຟື້ນ​ຟູ​ເສດຖະກິດ​ທີ່​ພວມ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ ​ໃນ​ຂະນະ​ທີ່​ລະດັບ ຈີ​ດີ​ພີ ​ໃນ​ໄຕ​ມາດ​ທີ 1 ບັນລຸ​ພຽງ​ປະມານ 2.5% ​ແລະ ອັດຕາ​ສ່ວນ​ຜູ້​ຫວ່າງ​ງານ​​ໃນ​ເດືອນ 5 ​ເພີ່ມ​ຂຶ້ນ7,6% ​ເມື່ອ​ທຽບ​ໃສ່ 7,5% ​ໃນ​ເດືອນ 4. ຍ້ອນ​ເຫດ​ນັ້ນ, ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ຈຶ່ງ​ຖື​ວ່າ TTIP ລະຫວ່າງ ອີ​ຢູ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດສາດ. ສ່ວນ​ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (ອີ​ຊີ), ​ເຊິ່ງ​ແມ່ນ​ສະມາຊິກ​ຫຼັກ​ແຫຼ໋ງຂອງ​ຄະນະ​ເຈລະຈາ​ອີ​ຢູ, ທ່ານ Jose Manuel Barroso, ປາຖະໜາ​ວ່າ ວິວັດທະນາ​ການ​ນີ້​ຈະ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ໄວ​ກວ່າ.

​ເຖິງ​ວ່າ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ເຂົ້າ​ໃຈ​ໄດ້​ຄວາມ​ສຳຄັນ​ເມື່ອ​ບັນລຸ​ໄດ້ TTIP ກໍ່ຕາມ, ​ແຕ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍຢ່າງ ​ເຊິ່ງທັງ​ສອງ​ຝ່າຍ​ຕ້ອງ​ແກ້​ໄຂ. ກ່ອນ​ອື່ນ​ໝົດ, ຍ້ອນ​ອັດຕາ​ພາສີ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ອີ​ຢູ ຢູ່​ໃນ​ລະດັບ​ຕຳ່​ພໍ​ສົມຄວນ, ດັ່ງ​ນັ້ນ​ການ​ເຈລະຈາ​ຈະ​ຕ້ອງ​ຫຼຸດຜ່ອນ​ຂໍ້​ກຳນົດ ​ແລະ ບັນດາ​ຮົ້ວ​ກີດຂວາງ​ບໍ່​ເປັນ​ທາງ​ການ ​ເຊິ່ງ​ໄດ້​ກີດຂວາງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ໃນ​ຂົງ​ເຂດ​ຕ່າງໆ​ນັບ​ແຕ່​ຂົງ​ເຂດ​ກະ​ສີ​ກຳ​ຕະຫຼອດ​ຮອດ​ທາດ​ເຄມີ, ລົດ​ໃຫຍ່ ຫຼື​ການ​ເງິນ. ສິ່ງ​ດັ່ງກ່າວ​ບໍ່​ແມ່ນ​ເລື່ອງ​ງ່າຍ, ​ເມື່ອ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ນະ​ໂຍບາຍ​ການ​ຄ້າ​ຂອງ​ອີ​ຢູ ​ແລະ ອາ​ເມ​ລິ​ກາ ​ເຄີຍ​ມີ​ການ​ປະ​ທະ​ກັນ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້. ຍິ່ງ​ກວ່າ​ນັ້ນ, ​ໃນ​ຂົງ​ເຂດ​ວັດທະນະທຳ, ປັດ​ໃຈ​ທີ່​ຖືກ​ຖື​ວ່າ​ຮົ້ວ​ກີດຂວາງ​ໃຫຍ່​ກວ່າ​ໝູ່​ສຳລັບ TTIP ​ໃຫ້​ທັງ​ສອງ​ຝ່າຍ ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ, ຝລັ່ງຢືນຢັນ​ວ່າ​ຈະ​ນຳ​ໃຊ້​ສິດ​ອຳນາດ​ທັງ​ໝົດ ​ເພື່ອ​ປະຕິ​ເສດ​ມາດຕາ​ຕົກລົງ​ກ່ຽວ​ກັບ​ຂົງ​ເຂດ​ຜະລິດ​ຕະພັນ​ຟັງ ​ແລະ ​ເບິ່ງ. ​ໃນ​ຂະນະ​ນັ້ນ, ຄວາມ​ເສລີ​ໃນ​ການ​ຄ້າຂາຍ​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ​ພັດ​ແມ່ນ​ເນື້ອ​ໃນ​ເຊິ່ງອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້​ນຳ​ເຂົ້າ​ໂຄງການ​ດຳ​ເນີນ​ງານ. ຄວນ​ໃສ່​ໃຈ​ວ່າ, ​ຝລັ່ງ​ໄດ້​ຍົກ​ອອກເງື່ອນ​ໄຂ​ດັ່ງກ່າວ​ເມື່ອ​ປີ 1993, ​ເຮັດ​ໃຫ້​ຮອບ​ເຈລະຈາ​ສັນຍາ​ລວມກ່ຽວ​ກັບ​ພາສີ​ອາກອນ ​ແລະ ການ​ຄ້າ (GATT), ​​ເກືອບ​ຈະ​ຕົກ​ເຂົ້າ​ໃນ​ສະພາບ​ບໍ່​ມີ​ທາງ​ອອກ.

ນັ້ນ​ແມ່ນ​ບໍ່​ທັນ​ເຕື້ອງ​ເຖິງ​ການ​ພົວພັນ​​ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ, ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ (NSA) ​ໄດ້​ຕິດ​ຕັ້ງ​ອຸປະກອນ​ລັກ​ຟັງ ​ແລະ ຕິດຕາມ​ຢູ່​ຫ້ອງການ​ຂອງ ອີ​ຢູ ທີ່ ບຣຸກ​ແຊ​ນ ​ແລະ ວໍ​ຊິງ​ຕັນ. ​ເຖິງ​ວ່າ​ຄະນະ​ກຳມະການ​ເອີ​ລົບ​ຖື​ວ່າ ການ​ເຈລະຈາ​ສັນຍາ​ກັບ​ອາ​ເມ​ລິ​ກາ ບໍ່​ຄວນ​ຖືກ​ຜົນ​ສະທ້ອນ​ຈາກເຫດການ​ສືບ​ລາຊາ​ການ​ລັບ​ທີ່​ປະກົດ​ໃນ​ຊຸມ​ມື້​ຜ່ານ​ມາ ​ແລະ ຝ່າຍ​ຕ່າງໆ​ຄວນ​ເຮັດ​ແຈ້ງ​ເຫດການ​ນີ້ ​ເພື່ອ​ຮັບປະກັນ​ໃຫ້ການ​ເຈລະຈາ​ສຳ​ເລັດ​ຜົນ​ກໍ່ຕາມ, ​ແຕ່​ເຫດການ​ດັ່ງກ່າວ​ຍົງ​ຄົງ​ເປັນ​ການ​ກະທົບ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ອີ​ຢູ ​ແລະ ອາ​ເມ​ລິ​ກາ​ຫວັງ​ວ່າ ສາມາດ​​ເຊັ​ນ TTIP ພາຍ​ໃນ​ເວລາ 18 ​ເດືອນ, ໝາຍ​ຄວາມ​ວ່າ​ກ່ອນ​ທີ່​ຄະນະ​ກຳມະການ​ເອີ​ລົບ​ໃນ​ປະຈຸ​ບັນ​ໝົດ​ອາຍຸ​ການ​ໃນ​ປີ 2014. ​ແຕ່​ເບິ່ງ​ຄື​ວ່າ​ວິວັດ​ທະ​ນາ​ການ​ນີ້​ຍາກ​ທີ່​ຈະ​ປະຕິບັດ​ໄດ້ ​ເມື່ອ​ລະຫວ່າງ​ສອງ​ຝ່າຍ​ຍັງ​ຄົງ​ຄ້າງ​ຫຼາຍ​ບັນຫາ​ທີ່ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ