ຄວາມເຄັ່ງຕຶງສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ

(VOVWORLD) -ສົງຄົມການຄ້າລະຫວ່າງອາເມລິກາ - ຈີນ ສືບຕໍ່ມີການຜັນແປໃໝ່, ເມື່ອວັນທີ 8 ສິງຫາ, ກະຊວງການຄ້າຈີນ ໄດ້ປະກາດວ່າ ຈະຈັດວາງອັດຕາພາສີເພີ່ມ 25 % ສໍາລັບບັນດາສິນຄ້າ ນໍາເຂົ້າຈາກອາເມລິກາ ທີ່ມີຍອດມູນຄ່າ 16 ຕື້ USD ນັບແຕ່ວັນທີ 23 ສິງຫາ ເປັນຕົ້ນໄປ. ການຕັດສິນດັ່ງກ່າວ ໄດ້ຍົກອອກມາ ພຽງໜຶ່ງວັນ ພາຍຫຼັງລັດຖະບານ ອາເມລິກາ ອອກຄໍາຖະແຫຼງເຊັ່ນດຽວກັນ ສໍາລັບສິນຄ້າທີ່ນໍາເຂົ້າຈາກຈີນ. ບັນດາການກະທໍາດັ່ງກ່າວຂອງ ວໍຊິງຕັນ ແລະ ປັກກິ່ງ ໄດ້ສະແດງໃຫ້້ເຫັນວ່າ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ເບິ່ງຄືວ່າບໍ່ຢາກຫຼຸດຜ່ອນຄວາມເຄັ່ງຕຶງໃນສົງຄາມການຄ້າທີ່ພວມປີນຂັ້ນໄດໃນປັດຈຸບັນ. 

ບັນຊີລາຍຊື່ສິນຄ້າຂອງອາເມລິກາ ຖືກຈີນ ຈັດວາງອັດຕາພາສີໃນຄັ້ງນີ້ ສ່ວນຫຼາຍແມ່ນບັນດາປະເພດສິນຄ້າກ່ຽວກັບເຊື້ອເພີງ ຄື ຖ່ານຫີນ, ນໍ້າມັນບໍ່, ທອງເສດເຫຼືອ, ບັນດາຜະລິດຕະພັນທີ່ປຸງແຕ່ງດ້ວຍໄມ້ ແລະ ອື່ນໆ. ການຈັດວາງອັດຕາພາສີດັ່ງກ່າວເລີ່ມມີຜົນສັກສິດນັບແຕ່ເວລາ 0 ໂມງ ຂອງວັນທີ 23 ສິງຫາ 2018 (ຕາມເວລາປັກກິ່ງ) ເປັນຕົ້ນໄປ. ຕາມກະຊວງການຄ້າຂອງຈີນແລ້ວ, ນີ້ແມ່ນການກະທໍາ  “ປ້ອງກັນຕົວ” ທີ່ຈໍາເປັນ ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດຂອງຈີນ ແລະ ກົນໄກການຄ້າຫຼາຍຝ່າຍ.

        ໃນຂະນະນັ້ນ, ບັນຊີລາຍຊື່ສິນຄ້າຂອງຈີນ ຖືກອາເມລິກາ ຈັດວາງອັດຕາພາສີໃນຄັ້ງນີ້ ພັດໄດ້ເລັ່ງໃສ່ບັນດາອຸປະກອນ ເຄິ່ງຊັກນໍາໄຟຟ້າ. ບັນດາປະເພດສິນຄ້າອື່ນຄື ເຄື່ອງໄຟຟ້າ, ຢາງປລາສຕິກ, ທາດເຄມີ ແລະ ບັນດາເຄື່ອງອາໄຫຼ່ທາງລົດໄຟ ເຊິ່ງນອນໃນແຜນການອຸດສາຫະກໍາ ຮອດປີ 2025 ເພື່ອແນໃສ່ເພີ່ມກໍາລັງຄວາມສາມາດໃນການແກ້ງແຍ້ງຂອງຈີນ ກໍຖືກອັດຕາພາສີນໍາເຂົ້າ 25% ເຊັ່ນດຽວກັນ.

ການໂຕ້ຕອບເຊິ່ງກັນ ແລະກັນ

        ໃນເວລາກວ່າ 01 ເດືອນຜ່ານມາ, ນັບແຕ່ເມື່ອອັດຕາພາສີ 25% ຂອງ ອາເມລິກາ ສໍາລັບ ສິນຄ້າທີ່ໄດ້ນໍາເຂົ້າຈາກຈີນ ມີມູນຄ່າ 34 ຕື້ USD ເລີ່ມມີຜົນສັກສິດ (ເມື່ອວັນທີ 6 ກໍລະກົດ), ກຸ່ມຫາງສຽງໄດ້ເຫັນປະຈັກຕາບັນດາການກະທໍາໂຕ້ຕອບກັນ ດ້ານພາສີລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກ ຢ່າງລຽນຕິດ. ຖ້າຫາກວ່າ ອາເມລິກາ ຍາມໃດກໍເປັນເຈົ້າການໃນການຈັດວາງອັດຕາພາສີແລ້ວ,ຈີນກໍເລືອກວິທີໂຕ້ຕອບທີ່ຄ້າຍຄືກັນ, ທັງດ້ານພາສີ ແລະ ມູນຄ່າຂອງສິນຄ້າ.

        ບັນຊີລາຍຊື່ບັນດາປະເພດສິນຄ້າທີ່ອາເມລິກາໄດ້ຍົກອອກມາ ເພື່ອລົງໂທດນັ້ນ ແມ່ນຈະແຈ້ງທີ່ສຸດ, ອີງໃສ່ລະບົບບັນດາຂະແໜງການ, ບັນຊີລາຍຊື່ຖືກຫ້າມແມ່ນຊັດເຈນທີ່ສຸດ. ສາຍເຫດທີ່ພາໃຫ້ອາເມລິກາມີບັນດາການກະທໍານັ້ນ ແມ່ນເນື່ອງຈາກວ່າຈີນປະຕິບັດບັນດານະໂຍບາຍດ້ານການຄ້າບໍ່ຍຸຕິທໍາ ແລະ ລະເມີດລິຂະສິດເຕັກໂນໂລຢີຈາກບັນດາກຸ່ມບໍລິສັດຂອງອາເມລິກາ. ທ່ານປະທານາທິບໍດີ ອາເມລິກາ Donald Trump  ກໍໃຫ້ຄໍາໝັ້ນສັນຍາວ່າ ຈະຫຼຸດຜ່ອນການຂາດດຸນການຄ້າກັບປັກກິ່ງ.

ຄາດຄະເນການຈັດວາງອັດຕາພາສີ 25% ຂອງ ອາເມລິກາ ຈະບໍ່ຢຸດຢູ່ດ້ານປະລິມານສິນຄ້າລວມມູນຄ່າ 34 ຕື້ USD ໃນໄລຍະຜ່ານມາ ແລະ ເພີ່ມຕື່ມອີກ 16 ຕື້ USD ໃນວັນທີ 23 ສິງຫາ ຈະມາເຖິງ. ນີ້ພຽງແຕ່ແມ່ນການທົດລອງ, ຄຳກ່າວເຕືອນສຳລັບ ປັກກີ່ງ ເທົ່ານັ້ນ. ອຳນາດການປົກຄອງ D. Trump ຄວນມີກຳລັງດັນຢ່າງແຮງກວ່າເພື່ອນຳປັກກີ່ງ ເຂົ້າໂຕະເຈລະຈາ. ໃນກໍລະນີແຂງກະດ້າງກວ່າ, ອາເມລິກາ ອາດຈະເປີດກວ້າງການຈັດວາງອັດຕາພາສີ 25% ສຳລັບປະລິມານສິນຄ້າຂອງຈີນລວມມູນຄ່າ 200 ຕື້ USD. ຖ້າຫາກສິ່ງດັ່ງກ່າວປະກົດຜົນເປັນຈິງ ຈະເຮັດໃຫ້ ອາເມລິກາ, ຈີນ ແລະ ທົ່ວໂລກ ມີຄວາມວິຕົກກັງວົນຢ່າງແຮງ.

ພ້ອມກັບມາດຕະການຈັດວາງອັດຕາພາສີ, ຄະນະກຳມະການຄຸ້ມຄອງການລົງທຶນຕ່າງປະເທດຂອງອາເມລິກາ ໃນໄລຍະຜ່ານມາ ກໍ່ມີມາດຕະການແຂງກະດ້າງກວ່າ ເມື່ອແຊກແຊງເຂົ້າຂົງເຂດການລົງທຶນ. ປີຜ່ານມາ, 25% ບັນດາກໍລະນີ ຖືກປະຕິເສດໃນບັນຊີລາຍຊື່ຂອງຄະນະກຳມະການດັ່ງກ່າວ ແມ່ນມີໂຄງການລົງທຶນຈາກຈີນ. ເປັນທີ່ຈະແຈ້ງແລ້ວວ່າ ອຳນາດການປົກຄອງ D. Trump ຢາກສະກັດກັ້ນການຍູ້ແຮງການລົງທຶນເຂົ້າບັນດາຂົງເຂດຍຸດທະສາດເຕັກໂນໂລຊີສູງຂອງຈີນ ເຂົ້າດິນແດນ ອາເມລິກາ.

ສົງຄາມດ້ານການຄ້າກ່ຽວຂ້ອງເຖິງການແກ້ງແຍ້ງ

ເຖິງຢ່າງໃດກໍຕາມ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ບໍ່ພຽງແຕ່ແມ່ນການ “ຖົກຖຽງກັນ” ເພື່ອຫລຸດຜ່ອນການຂາດດຸນການຄ້າເທົ່ານັ້ນ ຫາກ ສົງຄາມດ້ານການຄ້ານີ້ຍັງກ່ຽວຂ້ອງເຖິງການແກ້ງແຍ້ງກ່ຽວກັບເຕັກໂນໂລຊີ ແລະ ກຳລັງຄວາມສາມາດແຫ່ງຊາດໃນຊຸມປີຈະມາເຖິງ. ສາຍເຫດອາດຈະແມ່ນ ຂະແຫນງອຸດສາຫະກຳເຕັກໂນໂລຊີສູງຂອງຈີນ. ນີ້ແມ່ນຍຸດທະສາດແຫ່ງຊາດ ເພື່ອແນໃສ່ຊຸກຍູ້ 10 ຂົງເຂດສຳຄັນກ່ຽວກັບດ້ານຍຸດທະສາດ ແລະ ເຕັກໂນໂລຊີ ຄື: ເຄືອຂ່າຍ 5G ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, robot ແລະ ບັນດາເຄື່ອງມືຊັດເຈນເຕັກໂນໂລຊີສູງ, ການບິນອາວະກາດ… ດ້ວຍເລື່ອງຜັນຂະຫຍາຍຍຸດທະສາດແຫ່ງຊາດນີ້, ຈີນ ໄດ້ຮັບຖືວ່າພວມແມ່ນໄພນາບຂູ່ສຳລັບ ອາເມລິກາ. ນອກນັ້ນ  ບໍ່ອາດປະຕິເສດໄດ້ວ່າ ເສດຖະກິດຈີນ ປະຈຸບັນພວມຖືກ ຄອບງຳຈາກຕະຫລາດ ຕາມຫລາຍວິທີ. ແຕ່ ອາເມລິກາ ຖືວ່າ ຍັງຄົງມີຫລາຍພາກສ່ວນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແບບລວມສູນຂອງຈີນສືບຕໍ່ໄດ້ຮັບການຮັກສາໄວ້. ແລະ ສິ່ງນີ້ໄດ້ຮັບຖືວ່າເຮັດໃຫ້ບັນດາຄູ່ແຂ່ງຂອງຈີນ ປະສົບກັບສິ່ງບໍ່ສະດວກ.

ການແລກປ່ຽນສິນຄ້າ ແລະ ບໍລິການລະຫວ່າງ ຈີນ ແລະ ອາເມລິກາ ລວມມູນຄ່າ ປະມານ 650 ຕື້ USD ແຕ່ລະປີ. ນີ້ແມ່ນຫນຶ່ງໃນບັນດາສາຍພົວພັນດ້ານການຄ້າສອງຝ່າຍໃຫຍ່ສຸດໃນໂລກ. ເລື່ອງຫລຸດຜ່ອນການຂາດດຸນການຄ້າ ດ້ວຍຕົວເລກ 375 ຕື້  USD/ປີ ລົງເຫລືອໃນລະດັບ 100 ຕື້ USD ແມ່ນສິ່ງບໍ່ມີຄວາມເປັນໄປໄດ້. ສະນັ້ນຕາມບັນດານັກຊ່ຽວຊານແລ້ວ, ຄວາມເຄັ່ງຕຶງດ້ານການຄ້າ ອາດຈະພຽງແຕ່ແມ່ນຂໍ້ອີງເພື່ອໃຫ້ອາເມລິກາ ກະກຽມການແກ້ງແຍ້ງຕໍ່ໄປໃນອະນາຄົດໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ