ຊຸກ​ຍູ້​ການ​ຕ່າງ​ປະ​ເທດລັດ​ຖະ​ສະ​ພາ ຫວຽດ​ນາມ - ສະ​ວິດ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ວັນທີ 27 ມິຖຸນາ, ທ່ານປະທານສະພາຕ່ຳ ສະວິດ Martin Candinas ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຖືກດຳເນີນແຕ່ວັນທີ 27  30 ມິຖຸນາ, ອັນໄດ້ເປັນການສະແດງໃຫ້ເຫັນການຖືເປັນສຳຄັນຂອງ ສະວິດ ທີ່ມີຕໍ່ ຫວຽດນາມ, ພ້ອມທັງ ເປັນການເຄື່ອນໄຫວການຕ່າງປະເທດລັດຖະສະພາ ທີ່ສຳຄັນ, ເຊື່ອມຕໍ່ຄືນການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດພາຍຫຼັງໂລກລະບາດໂຄວິດ - 19.

ການຢ້ຽມຢາມຂອງທ່ານປະທານ Martin Candinas ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ, ພ້ອມທັງປັບປຸງການພົວພັນລະຫວ່າງອົງການນິຕິບັນຍັດ ສະວິດ ກັບ ຫວຽດນາມ.

ຊຸກ​ຍູ້​ການ​ຕ່າງ​ປະ​ເທດລັດ​ຖະ​ສະ​ພາ ຫວຽດ​ນາມ - ສະ​ວິດ - ảnh 1ທ່ານປະທານສະພາຕ່ຳ ສະວິດ Martin Candinas  (ພາບ: parlament.ch)

        ການພົວພັນລະຫວ່າງສອງປະເທດພັດທະນາຢ່າງແຮງ

        ໃນໄລຍະ 52 ປີ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ (1971 – 2023), ການພົວພັນລະຫວ່າງ ຫວຽດນາມ - ສະວິດ ໄດ້ພັດທະນາຢ່າງແຮງ, ບໍ່ພຽງແຕ່ໃນຂົງເຂດການເມືອງ, ການຮ່ວມມືຫຼາຍຝ່າຍເທົ່ານັ້ນ, ຫາກຍັງເປີດກວ້າງອອກສູ່ການຮ່ວມມືດ້ານເສດຖະກິດ ແລະ ການໜູນຊ່ວຍດ້ານເຕັກນິກ, ການຄ້າ ແລະ ການລົງທຶນ, ການຄົ້ນຄວ້າ ແລະ ວິທະຍາສາດ, ວັດທະນະທຳ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ. ບັນດາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດທີ່ຈັດຂຶ້ນເປັນປະຈຳ ໄດ້ສ້າງປະຖົມປັດໄຈແກ່ການພົວພັນດ້ານການຄ້າ ແລະ ການລົງທຶນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

        ປີ 2022, ການລົງທຶນໂດຍກົງຂອງ ສະວິດ ຢູ່ ຫວຽດນາມ ບັນລຸເກືອບ 2 ຕື້ CHF, ທຽບເທົ່າກັບ 2,2 ຕື້ USD. ມີບໍລິສັດ ສະວິດ ກວ່າ 100 ແຫ່ງພວມເຄື່ອນໄຫວຢູ່ ຫວຽດນາມ. ນັບແຕ່ປີ 1991 ເມື່ອ ສະວິດ ການເປັນຄູ່ຮ່ວມມືພັດທະນາດ້ານເຕັກນິກ ແລະ ເສດຖະກິດຂອງ ຫວຽດນາມ, ລັດຖະບານ ສະວິດ ໄດ້ໜູນຊ່ວຍ ຫວຽດນາມ ຈຳນວນເງິນກວ່າ 600 ລ້ານ CHF (ປະມານ 670 ລ້ານ USD) ເພື່ອພັດທະນາເສດຖະກິດ - ສັງຄົມ.

        ປັດຈຸບັນ, ດ້ວຍຖານະເປັນປະເທດບຸລິມະສິດໃນໂຄງການຮ່ວມມືພັດທະນາເສດຖະກິດຂອງ ສະວິດ, ຫວຽດນາມ ໄດ້ຮັບບ້ວງເງິນໜູນຊ່ວຍດ້ານເຕັກນິກ ທີ່ມີມູນຄ່າ 70 ລ້ານ CHF (78,4 ລ້ານ USD) ສຳລັບໄລຍະ 2021 – 2024. ເລີ່ມແຕ່ປີ 2020, ເມື່ອກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີແຫ່ງຊາດ ຫວຽດນາມ ໄດ້ຮັບການຮັບຮອງເອົາ, ສະວິດ ແລະ ຫວຽດນາມ ໄດ້ພ້ອມກັນປະກອບສ່ວນເພື່ອເປີດກວ້າງ ແລະ ຍູ້ແຮງການຮ່ວມມືຄົ້ນຄວ້າລະຫວ່າງສອງປະເທດ. ຕາມການຄາດຄະເນ, ໄລຍະ 2 ຂອງ ໂຄງການຮ່ວມມືນີ້ ຈະເລີ່ມເຄື່ອນໄຫວໃນລະດູໃບໄມ້ຫຼົ່ນປີນີ້.  

ຊຸກ​ຍູ້​ການ​ຕ່າງ​ປະ​ເທດລັດ​ຖະ​ສະ​ພາ ຫວຽດ​ນາມ - ສະ​ວິດ - ảnh 2ທ່ານ Ivo Sieber ອະດີດເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ (ພາບ: ສະຖານທູດ ສະວິດ ປະຈຳ ຫວຽດນາມ)
 ພ້ອມດຽວກັນນັ້ນ, ບັນດາການເຈລະຈາກ່ຽວກັບສັນຍາການຄ້າເສລີ ຫວຽດນາມ ແລະ ກຸ່ມການຄ້າເສລີເອີຣົບ (EFTA) ເຊິ່ງ ສະວິດ ເປັນສະມາຊິກ, ໄດ້ດຳເນີນແຕ່ປີ 2012 ແລະ ປັດຈຸບັນ ຍັງແມ່ນໜຶ່ງໃນບັນດາບັນຫາສຳຄັນ ເຊິ່ງສອງປະເທດໃຫ້ຄວາມເອົາໃຈໃສ່ເປັນພິເສດ ແລະ ມີຄວາມມານະພະຍາຍາມຫຼາຍຢ່າງ. ທ່ານ Ivo Sieber ອະດີດເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ຖືວ່າ:

        “ເບິ່ງລວມແລ້ວ, ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ - ສະວິດ ແມ່ນກຳລັງໜູນຕົ້ນຕໍ ແລະ ຂົງເຂດຮ່ວມມືໃຫຍ່ສຸດລະຫວ່າງ 2 ປະເທດ ແລະ ຍັງມີຄວາມສາມາດບົ່ມຊ້ອນເພື່ອພັດທະນາຢ່າງແຮງກວ່າອີກ, ພິເສດແມ່ນລະດັບການລົງທຶນ. ມີວິສາຫະກິດ ສະວິດ ກວ່າ 100 ແຫ່ງ ພວມເຄື່ອນໄຫວຢູ່ ຫວຽດນາມ ແລະ ສ້າງວຽກເຮັດງານທຳໃຫ້ແຮງງານ 20.000 ຄົນ ຢູ່ບັນດາຂົງເຂດທີ່ແຕກຕ່າງກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ ເມື່ອສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບກຸ່ມການຄ້າເສລີ ເອີຣົບ (EFTA) ໄດ້ຮັບການລົງນາມແລ້ວ ກໍ່ຈະສ້າງກຳລັງໜູນຢ່າງແຮງກວ່າອີກ ໃຫ້ວິສາຫະກິດ ສະວິດ ສຶກສາຕະຫຼາດ ຫວຽດນາມ ແລະ ຖືນີ້ແມ່ນຕະຫຼາດທີ່ສະດວກ, ຈັບໃຈເພື່ອດຳເນີນທຸລະກິດ.”

ອົງການນິຕິບັນຍັດ ສວມບົດບາດສຳຄັນເພື່ອຊຸກຍູ້ການພົວພັນສອງຝ່າຍ

        ບັນດາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຂອງບັນດາອົງການນິຕິບັນຍັດສອງປະເທດ ຍາມໃດກໍສວມບົດບາດສຳຄັນໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍ. ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ສະວິດ ໄດ້ແລກປ່ຽນຄະນະຜູ້ແທນ ເປັນປະຈຳ, ໂດຍສະເພາະແມ່ນຂັ້ນສູງ ແລະ ມີການສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ. ບົນເນື້ອໃນຈິດໃຈດັ່ງກ່າວ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ສະວິດ Martin Candinas ພ້ອມກັບການເຂົ້າຮ່ວມຂອງຮອງປະທານສະພາແຫ່ງຊາດ ສະວິດ 2 ທ່ານ ໄດ້ສະແດງໃຫ້ເຫັນວ່າ ສະວິດ ຖືການພົວພັນກັບ ຫວຽດນາມ ເວົ້າລວມ ແລະ ສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະເປັນສຳຄັນ.

        ຜ່ານການຢ້ຽມຢາມດັ່ງກ່າວ, ສອງຝ່າຍກໍປຶກສາຫາລືບັນດາມາດຕະການລະອຽດເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຊ່ອງທາງການຕ່າງປະເທດລັດຖະສະພາ, ຮັກສາການແລກປ່ຽນຄະນະ, ແລກປ່ຽນບົດຮຽນປະສົບການດ້ານວິຊາສະເພາະລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ ຫວຽດນາມ ກັບ ລັດຖະສະພາສະວິດ. ພ້ອມດຽວກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ກໍຈະແລກປ່ຽນກັບ ສະວິດ ກ່ຽວກັບບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືກັນຢູ່ບັນດາເວທີປາໄສຫຼາຍຝ່າຍໃຫ້ແໜ້ນແຟ້ນກວ່າອີກ.  

        ກ່ຽວກັບດ້ານການເມືອງ, ສອງຝ່າຍຈະສືບຕໍ່ຢັ້ງຢືນການສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກເຖິງການຍົກສູງບົດບາດຂອງກົດໝາຍສາກົນ ແລະ ຂອງ ສປຊ, ໂດຍສະເພາະແມ່ນໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນ ໂດຍສັນຕິວິທີ ແລະ ບົນພື້ນຖານກົດໝາຍສາກົນ. ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍຈະປຶກສາຫາລືກ່ຽວກັບມາດຕະການ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ. ໃນນັ້ນ, ພິເສດແມ່ນການສະແດງຄວາມມຸ່ງມາດປາດຖະໜາຂອງສອງຝ່າຍຕໍ່ການສິ້ນສຸດການເຈລະຈາສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບກຸ່ມການຄ້າເສລີເອີຣົບ (EFTA)  ເຊິ່ງລວມມີ ອຽກລັງ, ເລັກເຕນສະເຕນ, ນອກແວ ແລະ ສະວິດ ໂດຍໄວ.  ເລື່ອງສັນຍາສະບັບດັ່ງກ່າວໄດ້ລົງນາມໃນໄວໆນີ້ ແນ່ນອນວ່າ ຈະເປີດກາລະໂອກາດຮ່ວມມືຢ່າງໃຫຍ່ຫຼວງກ່ຽວກັບດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ກັບ ສະວິດ ແລະ ບັນດາປະເທດໃນກຸ່ມ EFTA.

        ເດືອນ ກຸມພາ ປີນີ້, ລັດຖະບານ ສະວິດ ໄດ້ຮັບຮອງເອົາຍຸດທະສາດອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2023 – 2026. ໃນຍຸດທະສາດນີ້, ສະວິດ ຕີລາຄາວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນພາກພື້ນ, ເປັນຄູ່ຮ່ວມມືທີ່ນັບມື້ນັບສຳຄັນຂອງສະວິດ. ແລະ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ສະວິດ Martin Candinas ບໍ່ພຽງແຕ່ຊ່ວຍເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນປະຕິບັດຍຸດທະສາດອາຊີຕາເວັນອອກສ່ຽງໃຕ້ຂອງປະເທດເອີຣົບນີ້ໃຫ້ປະກົດຜົນເປັນຈິງອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ