ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫລີ

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫລີ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ພົບປະກັບ
ນັກທຸລະກິດ ສເກົາຫລີ
ພາບ:ktdt.com.vn

(vovworld) - ການ​ຢ້ຽມຢາມ ສ​ເກົາຫລີ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ນິວ​ເຄຼຍຄັ້ງ​ທີ 2 ຢູ່ ສ​ເກົາຫລີ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 26 - 29/3. ດ້ວຍ​ບັນດາ​ໝາກຜົນ​ສຳຄັນ​ທີ່​ບັນລຸ​ໄດ້​ໃນ​ຫລາຍ​ຂົງ​ເຂດ, ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຢັ້ງຢືນ​ທັດສະນະ​ຂອງ​ ຫວຽດນາມ ​ແມ່ນ​ສືບ​ຕໍ່​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ ​ແລະ ປາດ​ຖະຫນາ​ຢາກຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສ​ເກົາຫລີ.

        ພ້ອມ​ກັບ​ຜູ້ນຳ, ປະມຸກ​ລັດ​ 57 ທ່ານ​ທີ່​ມາ​ຈາກ​ຫລາຍ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ຫນຶ່ງ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ນິວເຄຼຍຄັ້ງ​ທີ 2, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ສົ່ງ​ສານ​ຂັນ​ແຂງຂອງ​ ຫວຽດນາມ ​ເຖິງ​ປະຊາ​ຄົມ​​ໂລກ, ນັ້ນ​ແມ່ນ ຫວຽດນາມ ບໍ່​ພຽງ​ແຕ່​ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ມາດ​ຕະການ​ຮັບປະກັນ​ຄວາມໝັ້ນຄົງ, ຄວາມ​ປອດ​ໄພນິວ​ເຄຼຍ ພ້ອມ​ກັບ​ບັນດາ​ປະ​ຊາ​ຊາດ​ໃນ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ຢືນຢັນ​ທັດສະນະ​ໃນ​ການ​ແກ້​ໄຂ​ບັນຫາ​ຊຶ່ງ​ທົ່ວ​ໂລກ​ພວມ​ປະ​ເຊີນ​ຫນ້າອີກ​ດ້ວຍ. ​ໃນບັນດາ ​ບົດ​ປາ​ໄສ​ທີ່​ກອງ​ປະຊຸມ​ກໍ​ຄື​ທີ່​ການ​ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ,         ທ່ານ​ນາຍົກ

ລັດຖະມົນຕີ Nguyen Tan Dung ລ້ວນ​ແຕ່​ເນັ້ນ​ຫນັກ​​ເຖິງ​ການ​ຫລຸດຜ່ອນ​ກຳລັງ​ທະຫານ, ອາວຸດ ​ແລະ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນ​ທີ່​ສຸດ​ເພື່ອ​ບັນ​ເທົາ​ຄວາມສ່ຽງ​ທີ່​ມີ​ຕໍ່​ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອ​ດ​ໄພ​ນິວ​ເຄຼຍ. ​ແຕ່ລະ​ປະ​ເທດ ລ້ວນ​ແຕ່​ມີ​ສິດ​ອັນ​ຊອບ​ທຳ​ໃນ​ການ​ນຳ​ໃຊ້​ພະລັງງານ ​ແລະ ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ ​ເພື່ອ​ຈຸດປະສົງ​ສັນຕິພາບ. ຫວຽດນາມ ຕັດສິນ​ໃຈ​ພັດທະນາ​ໂຄງການ​ນິວ​ເຄຼຍ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຄວາມ​ປອດ​ໄພ​ພະລັງງານ​ແຫ່ງ​ຊາດ ​ແລະ ພວມ​ສ້າງ​ບັນດາ​ລະບຽບ​ການ​ທີ່​ຈຳ​ເປັນ​ໃຫ້​ສົມບູນ​ແບບ​ເພື່ອ​ເຂົ້າ​ຮ່ວມ​ສົນ​ທິສັນຍາ​ປົກ​ປັກ​ຮັກສາ​ອຸປະກອນ​ນິວ​ເຄຼຍ. ຫວຽດນາມ ກໍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ເພື່ອ​ປະຕິບັດ​ຈຸດ​ໝາຍ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ​ເພື່ອ​ຈຸດປະ​ສົງ​ສັນຕິພາບ. ກ່ຽວກັບ​ບັນຫາ​ນີ້ ທ່ານ Nguyen Quan, ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ກໍ​ເຫັນດີບົນຫລັກການ ຈະ​ພ້ອມ​ກັບ ສ​ເກົາຫລີ ຄົ້ນ​ຄ້ວາ​ໂຄງການ​ທົດ​ລອງ​ການກຳນົດ​ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ​ຜ່ານດາວ​ທຽມ ​ແລະ ຖ້າ​ຫາກ​ໂຄງການ​ນີ້​ໄດ້​ຮັບ​ການ​ປະຕິບັດ ພວກ​ເຮົາ​ກໍ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ຄວບ​ຄຸມບັນດາ​ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ​ຢູ່​ໃນ​ຜືນ​ແຜ່ນດິນ​ຂອງ​ຫວຽດນາມ ​ກໍ​ຄື​   ແຫ​ລ່ງກຳ​ມັນ​ຕະພາບ​ລັງສີ​ຈາກ​ຕ່າງປ​ະ​ເທດ​ ເຂົ້າ​ຫວຽດນາມ.”

        ​ໃນ​​ເວລາ 2 ວັນ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ຕ່າງໆ, ພິ​ເສດ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ຫວຽດນາມ. ຈຸດ​ລວມ​ແມ່ນ ບັນດາ​ຜູ້ນຳ​ປະ​ເທດ​ເຫຼົ່ານັ້ນ ລ້ວນ​ແຕ່​ຕີ​ລາຄາ​ສູງ​ບົດບາດ, ທີ່​ຕັ້ງ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ ​ຫວຽດນາມ​ ນັບ​ມື້​ນັບ​ສູງ​ຂຶ້ນ​ຢູ່​ໃນ​ເວທີ​ສາກົນ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​​ແຂງແຮງພ້ອມ​ກັບ​ຫລາຍ​ມາດ​ຕະການ​ລະອຽດ ​ເພື່ອ​ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ ​ໃຫ້ປະກົດຜົນ​ເປັນຈິງ.

        ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອ​ດ​ໄພ​ນິວ​ເຄຼຍຄັ້ງ​ທີ 2 ສິ້ນ​ສຸດ​ລົງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ ສ​ເກົາຫລີ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ແມ່ນ​ການ​ເຄື່ອນ​ໄຫວການ​ເມືອງ​ສຳຄັນ​ ​ເປີດ​ສາກ​ໃຫ້​ແກ່ “ປີ​ແຫ່ງ​ມິດຕະພາບ​ຫວຽດນາມ ສ​ເກົາຫລີ 2012” ​ເນື່ອງ​ໃນ​ໂອກາດ​ລະ​ນຶກ 20 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດລະ​ຫວ່າງ​ສອງ​ປະ​ເທດ. ​ໃນ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​​ແລະ ປະທານາທິບໍດີ ສ​ເກົາຫລີ Lee Myung Bak ​ໄດ້​ດຳ​ເນີນ​ການ​ເຈລະຈາ, ປຶ​ກສາ​ຫາລື​ຫລາຍ​ເນື້ອ​ໃນ​ທີ່​ແທດຈິງ, ​ເຫັນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ ​​ເປັນ​ເອກະ​ພາບ​ພ້ອມ​ກັນ​ເຄື່ອນ​ໄຫວ​ເພື່ອ​​ເຮັດ​ໃຫ້​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ     ສ​ເກົາຫລີ ສົມກັບການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ Le Luong Minh ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

        “ສອງ​ຝ່າຍ​ເຫັນ​ດີ ຄວນ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ, ວາງ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂຶ້ນ​ເຖິງ 20 ຕື້ USD ກ່ອນ​ປີ 2015 ​ແລະ 30 ຕື້ USD ​ໃນ​ຊຸມ​ປີ​ຕໍ່​ໄປ. ​ເພື່ອ​ບັນລຸ​ຄາດໝາຍນີ້ໃຫ້​ໄດ້​, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ​ສອງ​ປະ​ເທດ​ໂດ​ຍ​ໄວ ​ແລະ ຝ່າຍ         ສ​ເກົາຫລີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ສິນຄ້າ​ຫວຽດນາມ ​ສົ່ງເຂົ້າ​ຕະຫລາດ ສ​ເກົາຫລີ​ ຢ່າງ​ສະດວກ​ສະບາຍ​ກ່ວາ, ພິ​ເສດ​ແມ່ນ​ບັນດາ​ປະ​ເພດ​ສິນຄ້າ ຊຶ່ງ​ຫວຽດນາມ​ ມີ​ທ່າ​ແຮງ​ຄື: ​ຜະລິດ​ຕະພັນ​ກະ​ເສດ.”

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫລີ - ảnh 2
ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ​ເຂົ້າ​ຮ່ວມ​ການ​​​
ໂອ້​ລົ​ມສົນທະນາ​ໂຕະມົນ​ຂັ້ນ​ສູງ ຫວຽດນາມ - ສ​ເກົາຫລີ
ພາບ: internet

        ທີ່ ສ​ເກົາຫລີ, ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ​ໃຫຍ່ ສ​ເກົາຫລີ ​ແລະ ​ເຂົ້າ​ຮ່ວມ​ການ​​​ໂອ້​ລົ​ມສົນທະນາ​ໂຕະມົນ​ຂັ້ນ​ສູງ ຫວຽດນາມ - ສ​ເກົາຫລີ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ຢືນຢັນ​ວ່າ ຍາມ​ໃດ ຫວຽດນາມ ​ກໍ​ຖື​ເປັນ​ສຳຄັນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ສ​ເກົາຫລີ ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ຍາວ​ນານ​ຢູ່​ ຫວຽດນາມ. ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖ​ະມົນຕີ Nguyen Tan Dung ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ວິ​ສາ​ຫະກິດ ສ​ເກົາຫລີ. ທ່ານ Hu Soc U, ລັດຖະມົນຕີ​ກະຊວງ​ເສດຖະກິດ​ພູມ​ປັນຍາ ສ​ເກົາຫລີ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ດ້ວຍ​ຖານະ​ແມ່ນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ, ສ​ເກົາ​ຫລີ ສາມາດ​ເຂົ້າ​ຮ່ວມ​ ປະກອບສ່ວນ​ຫັນ​ຈຸດໝາຍ​​ເຊິ່ງ ຫວຽດນາມ ພວມ​ມຸ້ງ​ໄປ​ເຖິງ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ນັ້ນ​ແມ່ນ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ພື້ນຖານ. ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ສ​ເກົາຫລີ ຈະ​ຕັ້ງຫນ້າ​ຊຸກຍູ້​ການ​ຮ່ວມ​ມື​ສ້າງ​ສວນ​ເທັກ​ໂນ​ໂລ​ຊີ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ສຳຮອງ ​ແລະ ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃຫ​້​ແກ່ ຫວຽດນາມ.”

        ຫນຶ່ງ​​ໃນ​ບັນດາ​ຄວາມ​ສົນ​ໃຈ​ຕົ້ນຕໍ​ຂອງ​ທ່ານ​ນາຍົກລັດຖະ​ມົນຕີ​ຫວຽດນາມ Nguyen Tan Dung ​ໃນ​ການ​ຢ້ຽມຢາມ ສ​ເກົາຫລີ ຢ່າງ​ເປັນ​ທາງ​ການ ນັ້ນ​ແມ່ນ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ຫວຽດນາມ ກວ່າ 116.000 ຄົນ​ທີ່​ພວມ​ດຳລົງ​ຊີວິດ​ຢູ່ ​ສ​ເກົາຫລີ.

        ການ​ຢ້ຽມຢາມ ສ​ເກົາຫລີ ທີ່​ໄດ້ດຳ​​ເນີນ​ໃນ​ເວລາ 2 ວັນ ​ແຕ່​ບັນດາ​ໝາກຜົນ​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ເປັນ​ຂີດ​ໝາຍ​ໄລຍະ 20 ປີ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ລະຫວ່າງ​ຫວຽດນາມ ​ແລະ ສ​ເກົາຫລີ, ພ້ອມ​ທັງ​ເປີດ​ກາລະ​ໂອກາດ​ໃຫມ່​ໃຫ້​ແກ່​ໄລຍະ​​ຕໍ່​ໄປ.

ນັກ​ຂ່າວ: Thanh Chung

 

ຕອບກັບ

ຂ່າວ/ບົດ​ອື່ນ