ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ

(VOVWORLD) - ນັບແຕ່ວັນທີ 5 – 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ. ແອັດໂຕເນຍ ຢ່າງເປັນທາງການ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ຢູ່ສ.ຝລັ່ງ ແລະ ຢ້ຽມຢາມ ລາຊະອານາຈັກ ສະວິດຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ຊຸກຍູ້ການພົວພັນກັບສາມປະເທດ ເອີລົບໃຫ້ຫຼາຍກ່ວາອີກ, ພ້ອມທັງປະກອບສ່ວນເຂົ້າຂໍ້ລິເລີ່ມ ແລະ ມາດຕະການອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດ ແບບຍືນຍົງ.
ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  (ພາບ: VOV)

ນີ້ເປັນຄັ້ງທຳອິດນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ມະຫາສະໝຸດ ຂອງ ສປຊ, ແມ່ນການຢ້ຽມຢາມຝລັ່ງຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ນັບແຕ່ເວລາສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນຕຸລາ 2024), ພ້ອມທັງແມ່ນການຢ້ຽມຢາມ ແອັດໂຕເນຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ນັບແຕ່ເວລາສອງປະເທດສ້າງການພົວພັນທາງການທູດ ເມື່ອປີ 1992.

ຂຸດຄົ້ນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນກັບບັນດາປະເທດ ເອີລົບ

ສ.ແອັດໂຕເນຍ ແມ່ນປະເທດທຳອິດໃນການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ໂດຍແມ່ນປະເທດຢູ່ເອີລົບເໜືອທີ່ມີການພົວພັນກັບຫວຽດນາມ ແຕ່ປີ 1992, ແອັດໂຕເນຍ ໄດ້ຢັ້ງຢືນເປັນຫຼາຍຄັ້ງວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ຫຼາຍກ່ວາອີກ.

ເຖິງວ່າວົງເງິນການຄ້າສອງສົ້ນຍັງຢູ່ລະດັບຕ່ຳແຕ່ປັດຈຸບັນ, ທັງສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບໂດຍຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງບັນດາຂົງເຂດເຊິ່ງ ເປັນທ່າແຮງຂອງປະເທດນີ້, ສ່ວນປະເທດຍັງເຫຼືອມີຄວາມຕ້ອງການເປັນຈຳນວນຫຼາຍ. ສອງຝ່າຍພວມຊຸກຍູ້ການເຊັ່ນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໂດຍໄວ ເພື່ອສ້າງຂອບເຂດຢ່າງເປັນທາງການ, ປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.

ສຳລັບຊູແອັດແລ້ວ, ນີ້ແມ່ນໜຶ່ງໃນບັນດາປະເທດ ເອີລົບທຳອິດ ຮັບຮູ້ ແລະ ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ (ປີ 1969), ຕັ້ງໜ້າສະໜັບສະໜູນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ການພົວພັນສອງປະເທດໃນປັດຈຸບັນພວມມີການພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ປີ 2024, ວົງເງິນການຄ້າສອງຝ່າຍບັນລຸເກືອບ 1,5 ຕື້ USD.

ໃນຂະນະນັ້ນ, ການຢ້ຽມຢາມສ.ຝລັ່ງ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ  ນັບແຕ່ເວລາສອງປະເທດຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນຕຸລາ 2024). ການຢ້ຽມຢາມໄດ້ດຳເນີນພາຍຫຼັງການຢ້ຽມຢາມ ຫວຽດນາມທີ່ປະສົບຜົນສຳເລັດ ຂອງທ່ານປະທານາທິບໍດີ ຝລັ່ງ Emanuel Macron ດ້ວຍຫຼາຍໝາກຜົນທີ່ມີປະສິດທິຜົນ, ແທ້ຈິງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຝລັ່ງ ດິງຕວ່ານທັ້ງ ເນັ້ນໜັກວ່າ:

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານພວມເປີດສະຖານທີ່ຮ່ວມມືຢ່່າງເລິກເຊິ່ງກວ້າງຂວາງກ່ວາ, ສຸມໃສ່ເຂົ້າບັນດາຂົງເຂດບຸລິມະສິດ ແລະ ມີລັກສະນະຍຸດທະສາດ, ເໝາະສົມກັບຜົນປະໂຫຍດ ແລະ ຄວາມສາມາດບົ່ມຊ້ອນຂອງທັງ ຫວຽດນາມ ແລະ ຝລັ່ງ. ນອກຈາກນັ້ນ, ສອງປະເທດມີທ່າແຮງຫຼາຍຢ່າງເພື່ອຮ່ວມມືນຳກັນ, ສ້າງຂໍ້ສະດວກ, ໜູນຊ່ວຍເຊິ່ງກັນແລະກັນ ໃນການປະຕິບັດບັນດາຍຸດທະສາດພັດທະນາ ແລະ ຍົກສູງຖານະບົດບາດຂອງແຕ່ລະປະເທດ.

ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອະນຸລັກຮັກສາ ມະຫາສະໝຸດແບບຍືນຍົງ

ຈຸດພົ້ນເດັ່ນສຳຄັນໃນການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຄັ້ງນີ້ແມ່ນຄັ້ງທຳອິດ ທີ່ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3), ດ້ວຍຖານະເປັນແຂກຖືກເຊີນພິເສດຂອງທ່ານປະທານາທິບໍດີ ຝລັ່ງ Emanuel Macron. ດ້ວຍຫົວຂໍ້ “ຍູ້ໄວການກະທຳ ແລະ ລະດົມທຸກຝ່າຍ ເຂົ້າຮ່ວມການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ”, UNOC 3 ໄດ້ປຶກສາຫາລືບັນດາບັນຫາເຊິ່ງປະຊາຄົມສາກົນພວມປະເຊີນໜ້າ ແລະ ຕ້ອງຊຸກຍູ້ຮ່ວມມື, ເພື່ອແນໃສ່ດຶງດູດຫັນເປັນຫຼາຍຮູບແບບແຫຼ່ງກຳລັງກ່ຽວກັບການເງິນ, ວິທະຍາສາດເຕັກໂນໂລຢີ ເພື່ອແກ້ໄຂບັນດາສິ່ງທ້າທາຍລວມ.

UNOC 3 ເໝາະສົມກັບບຸລິມະສິດຂອງ ຫວຽດນາມ ໃນສະພາບການ ຫວຽດນາມ ພວມຍູ້ແຮງການພັດທະນາເສດຖະກິດທະເລ ແບບຍືນຍົງ ບົນພື້ນຖານການເຕີບໂຕສີຂຽວ, ການອະນຸລັກຮັກສາຊີວະນາໆພັນ, ບັນດາລະບົບນິເວດທະເລ. ຢູ່ ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຈະມີບົດກ່າວປາໄສ ໃນນັ້ນຢັ້ງຢືນສານຫວຽດນາມ ພ້ອມແລ້ວທີ່ຈະເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃນບັນດາຂອບເຂດ, ຮູບແບບຮ່ວມມື. ທັດສະນະສະເໝີຕົ້ນສະເໝີປາຍນີ້ ກໍ່ໄດ້ຮັບການ ຢັ້ງຢືນຈາກທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລມິງເງິນ ຢູ່ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດ ແບບຍືນຍົງທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ຫວ່າງແລ້ວນີ້:

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືແບ່ງປັນພູມປັນຍາວິທະຍາສາດ, ປະສົບການ, ແຫຼ່ງກຳລັງ ແລະ ບັນດາຂໍ້ລິເລີ່ມຄຸ້ມຄອງສັງລວມເພື່ອພື້ນຖານວິທະຍາສາດທະເລສີຂຽວ ຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຕັ້ງໜ້າໃນປະຊາຄົມສາກົນ.

ໃນສະພາບການນັ້ນ, ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແນໃສ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນກັບບັນດາປະເທດເອີລົບ, ໃນນັ້ນມີຝລັ່ງ, ແອັດໂຕເນຍ ແລະ ຊູແອັດ. ພ້ອມທັງ, ຊຸກຍູ້ການຮ່ວມມືສາກົນໃນການຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ. ການເດີນທາງໄປປະຕິບັດງານກໍ່ໂຄສະນາເຖິງປະຊາຄົມສາກົນ ກ່ຽວກັບບັນດາການກຳນົດທິດ ແລະ ບຸລິມະສິດພັດທະນາໃນໄລຍະຈະມາເຖິງ ຂອງ ຫວຽດນາມ, ພິເສດແມ່ນຄວາມຄາດຫວັງກ້າວເຂົ້າສູ່ສັງກາດໃໝ່ຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ