ຊຸກຍູ້ບັນດາຄຸນຄ່າສິດທິມະນຸດໃນຂອບເຂດທົ່ວໂລກ

ຊຸກຍູ້ບັນດາຄຸນຄ່າສິດທິມະນຸດໃນຂອບເຂດທົ່ວໂລກ - ảnh 1
(ພາບປະກອບ)

ວັນ​ທີ 12/11, ທີ່ການປ່ອນບັດເລືອກຕັ້ງ 14 ປະເທດສະມາຊິກໃໝ່ ຂອງສະພາສິດທິມະນຸດ ສະຫະປະຊາ ຊາດ ອາຍຸການ 2014-2016, ຫວຽດນາມໄດ້ຮັບການເລືອກຕັ້ງ ດ້ວຍຈຳນວນບັດເຫັນດີສູງສຸດ ແລະ ເປັນຄັ້ງທຳອິດໄດ້ກາຍເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາ ຊາດ.    ສິດທິມະນຸດ, ການ​ເຄື່ອນ​ໄຫວ​ປົກ​ປ້ອງ, ຊຸກຍູ້ສິດທິມະນຸດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ຂອງ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ຂອງສະຫະ ປະຊາຊາດ. ຍ້ອນ​ເຫດ​ນີ້​ເອງ, ສະພາສິດທິມະນຸດ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ອົງ​ການ​ທີ່​ອາດ​ຈະ​ຮັບ​ຖື​ວ່າ ​ແມ່ນ​ອົງການ​ທີ່​ສຳຄັນ​ກ່ວາ​ໝູ່​ຂອງ ສະຫະປະຊາຊາດ.

    ​ເລີ່​ມຈາກ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແມ່ນ​ປົກ​ປ້ອງ ​ແລະ ​ເສີມ​ຂະຫຍາຍສິດທິມະນຸດ.​

   ​ເມື່ອ​ປະ​ເທດ​ໃດ​ໜຶ່ງ ຕົກລົງ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກສະພາສິດທິ ມະນຸດ ສະຫະປະຊາຊາດນັ້ນ, ກ່ອນ​ອື່ນ​ໝົດ, ​ແມ່ນ​ສະ​ແດງ​ແນວທາງ​ນະ​ໂຍບາຍ​ຂອງ​ປະ​ເທດ​ນັ້ນ​ທີ່​ມີ​ຕໍ່​ບັນຫາ​ຊຸກຍູ້, ປົກ​ປ້ອງສິດທິມະນຸດ, ​ແຕ່​ພ້ອມ​ກັນ​ນັ້ນ, ກໍ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຕ່າງໆ. ການ​ຕັດສິນສະໝັກ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກສະພາສິດທິມະນຸດ ສະຫະປະຊາ ຊາດອາຍຸ​ການ 2014-2016 ຂອງ​ຫວຽດນາມ​ແມ່ນ ເລີ່​ມມາຈາກ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຫວຽດນາມ, ນັ້ນ​ແມ່ນ​ປົກ​ປ້ອງ, ​ເຄົາລົບ ​ແລະ ​ເສີມ​ຂະຫຍາຍສິດທິມະນຸດ, ພ້ອມ​ທັງ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຢ່າງ​ລະອຽດ, ນັ້ນ​ແມ່ນ​ເປັນ​ເຈົ້າການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ພັກ ​ແລະ ລັດ​ຫວຽດນາມ.

   ​ໂດຍເລີ່​ມມາຈາກ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ​ແນວທາງ​ການ​ຕ່າງປະ​ເທດ​ເຊັ່ນ​ນັ້ນ, ຫວຽດນາມ​ໄດ້​ມີ​ທັງ​ວິວັດ​ການ​ກະກຽມ​ສະໝັກ​ເລືອກ​ຕັ້ງ​ມາ​​ແຕ່​ດົນ​ນານ​ແລ​້ວ. ຕາມ​ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ​ແລ້ວ, ​ເພື່ອ​ມີ​ລາຍ​ຊື່​ໃນ​ກຸ່ມ​ບັນດາ​ປະ​ເທດ​ ​ຢູ່​ພາກ​ພື້ນ​ອາຊີ​-ປາຊີ​ຝິກ​ ສະໝັກ​ເລືອກ​ຕັ້ງເຂົ້າ​ໃນ ສະພາສິດທິມະນຸດ ສະຫະປະຊາຊາດນັ້ນ ກໍ​ແມ່ນ​ຂະ​ບວນວິວັດ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໃຫ້​ຮູ້​ວ່າ : 

  “ ມີ​ຫຼາຍ​ປະ​ເທດ​ອອກ​ສະໝັກ​ເລືອກ​ຕັ້ງ, ​ແຕ່​ມີ​ພຽງ 4 ທີ່​ນັ່ງ​ເພື່ອ​ສະຫງວຽນ​ໃຫ້​ແກ່​ສະມາຊິກ ສະພາສິດທິມະນຸດຢູ່​ແຕ່​ລະ​ພາກ​ພື້ນ. ສິ່ງ​ດັ່ງກ່າວ​ເປັນ​ການສະ​ແດງ​ໃຫ້​ເຫັນ​ລັກສະນະ​ທີ່​ສຳຄັນ​ທີ່​ສຸດຂອງສະພາສິດທິມະນຸດ. ​ແລະ ພວກ​ເຮົາ​ໄດ້​ຮັບ​ເລືອກ​ຕັ້ງ​ດ້ວຍ​ບັດ​ເຫັນ​ດີ​ຫຼາຍ​ທີ່​ສຸດ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ , ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ປະ​ເທດ​ໄດ້​ຮັບ​ຮູ້​ບັນດາ​ໝາກຜົນ, ຜົນ​ງານຂອງ​ຫວຽດນາມ​ໃນ​ບັນຫາຊຸກຍູ້ ​ແລະ ປົກ​ປ້ອງສິດທິມະນຸດຢູ່​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ບັນດາ​ຜົນສຳ​ເລັດ​ຂອງ​ພວກ​ເຮົາ​ໃນ​ວິວັດ​ການ​ປ່ຽນ​ແປງ​ໃໝ່. ທີ​ 2, ນັ້ນ​ແມ່ນ​ເລື່ອງ​ບັນດາ​ປະ​ເທດ​ກໍ​ໄດ້​ຮັບ​ຮູ້​ ​ແລະ ຕີ​ລາຄາ​ສູງບົດບາດທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວ​ທີ່​ສາກົນ”

    ສັງ​ເກດ​ກ່ຽວ​ກັບ​ບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ​ບັນຫາຊຸກຍູ້ ​ແລະ ປົກ​ປ້ອງສິດທິມະນຸດຢູ່​ຫວຽດນາມ ຈຶ່ງ​ເຫັນ​ວ່າ ​ເລື່ອງ 184 ປະ​ເທດ​ໃນ​ຈຳນວນ 193 ປະ​ເທດ​ສະໜັບສະໜູນ​ຫວຽດນາມ​ກາຍ​ເປັນ​ສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ​ແມ່ນ​ໝາກຜົນ​ທີ່​ບໍ່​​ແມ່ນ​ເລື່ອງ​ບັງ​ເອີນ. ຫວຽດນາມ​ໄດ້​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ນຳ​ບັນຫາ ສິດທິມະນຸດ​ເຂົ້າ​ໃນ​ລັດຖະທຳ​ມະນູນ ​ແລະ ບັນດາ​ຜົນງານ​ທີ່​ຫວຽດນາມ​ບັນລຸ​ມາ​ໄດ້​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ທີ່​ສຸດຈາກສະຫະປະຊາຊາດ ​ແລະ ປະຊາ​ຄົມ​ໂລກ. ນັ້ນ​ແມ່ນ​ຫຼັກ​ຖານ​ທີ່​ພິສູດ​ຢ່າງ​ຈະ​ແຈ້ງວ່າ ຫວຽດນາມ​ແມ່ນ​ປະ​ເທດ​ມີ​ຄວາມ​ຮັບຜິດຊອບ​ໃນບັນຫາຊຸກຍູ້ ​ແລະ ປົກ​ປ້ອງສິດທິມະນຸດ. ນອກຈາກ​ນັ້ນ, ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ​​ໃນ​ບັນດາ​ເວ​ທີ່​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ​ໄດ້​ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ປະຊາ​ຄົມ​ໂລກ, ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ກ່ວາ​ອີກ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ທົ່ວ​ໂລກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ຢືນຢັນ​ວ່າ : 

   “ ຫວຽດນາມ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງສະຫະປະຊາຊາດ ຊຶ່ງ​ໄດ້​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ ພວກ​ເຮົາ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ອາຍຸ​ການ​ເປັນ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ ປະຊາຊາດອາຍຸ​ການ 2008-2009. ຫວຽດນາມ​ກໍໄດ້​ມີ​​ການ​ປະກອບສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ບັນດາ​ເວ​ທີ່​ປາ​ໄສ​ພາກ​ພື້ນ. ຍົກ​ຕົວຢ່າງ​ຄື ບົດບາດ​ຂອງ​ຫວຽດນາມ​ໃນ​ກຸ່ມ​ອາ​ຊຽນ, ອາ​ແຊມ, ອາ​ເປັກ”

     ປົກ​ປ້ອງ ​ແລະ ຊຸກຍູ້ບັນດາ​ຄຸນຄ່າສິດທິມະນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ

   ​ໃນ​ອາຍຸ​ການ​ເປັນ​ສະມາຊິກສະພາສິດທິມະນຸດສະຫະປະຊາຊາດ​ໃນ 3 ປີ​ຂ້າງ​ໜ້າ, ຫວຽດນາມ​ຈະ​ມີ​ກາລະ​ໂອກາດ​ປະກອບສ່ວນ​ໂດຍ​ກົງ​ດ້ວຍ​ຈິດ​ໃຈ​ສ້າງສັນ ​ແລະ ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ກິດຈະການປົກ​ປ້ອງ ​ແລະ ຊຸກຍູ້ບັນດາ​ຄຸນຄ່າສິດທິມະນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ກໍ​ຄືມີ​ເງື່ອນ​ໄຂ​ໄດ້​ແບ່ງປັນ ​ແລະ ຖອດ​ຖອນ​ບົດຮຽນ​ທີ​່ດີຈາກ​ເພື່ອນ​ມິດສາ​ກົນ ​ແນ​ໃສ່​ຮັບປະກັນ​ການ​ຊົ​ມໃຊ້​ຜົນ​ປະ​ໂຫຍ​ດທີ່​ນັບ​ມື້​ນັບ​ດີ​ກ່ວາ​ສຳລັບ​ບັນດາ​ສິດທິ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ. ກ່ຽວ​ກັບ​ບັນດາ​ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງສະພາສິດທິມະນຸດ ສະຫະປະຊາຊາດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ເນັ້ນ​ໜັກ​ວ່າ : 

   “ ​ໂດຍ​ແມ່ນ​ສະມາຊິກ​ຂອງ ສະພາສິດທິມະນຸດ ສະຫະປະຊາຊາດ, ພວກ​ເຮົາ​ຈະ​ມີ​ເງື່ອນ​ໄຂ​ປະກອບສ່ວນ​ເຂົາ​ໃນ​ການ​ສ້າງສາ, ສ້າງ​ບັນດາ​ກົນ​ໄກ, ລະບອບ​ລະບຽບ​ການ​ຂອງສະຫະປະຊາຊາດ​ໃນ​ຂົງ​ເຂດປົກ​ປ້ອງ ​ແລະ ຊຸກຍູ້ສິດທິມະນຸດ ໃຫ້​ສຳ​ເລັດ​ບໍລິບູນ. ​ໃນ​ຖານະ​ເປັນ​ປະ​ເທດ​ພວມ​ພັດທະນາ, ຫວຽດນາມ​ຈະ​ປະກອບສ່ວນ​ເພື່ອ​ໃຫ້ ສະພາສິດທິມະນຸດ ສະຫະປະຊາຊາດ​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ, ບໍ່​ເພື່ອ​ເປົ້າ​ໝາຍ​ການ​ເມືອງ ​ແລະ ຍຸຕິ​ທຳ. ​ແລະ ກໍ​ຜ່ານ​ການ​ເຄື່ອນ​ໄຫວ​ຂອງ ສະພາສິດທິມະນຸດ, ຫວຽດນາມ​ກໍ​ສາມາດ​ຖອດ​ຖອນ​ບັນດາບົດຮຽນ ຈາກ​ບັນດາ​ປະ​ເທດ​ໃນ​ໂລກສຳລັບ​ການຊຸກຍູ້ ​ແລະ ປົກ​ປ້ອງສິດທິມະນຸດ. ທັງ​ນີ້​ກໍ​ເພື່ອ​ໃຫ້ພວກ​ເຮົາ​ປະຕິບັດ​ເປັນ​ຢ່າງ​ດີ​ກ່ວາໃນ​ຂົງ​ເຂດຊຸກຍູ້​ແລະປົກ​ປ້ອງສິດທິ ມະນຸດ”

    ຕາມ​ແຜນການ​ແລ້ວ, ຫວຽດນາມ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ໃນສະພາສິດທິມະນຸດສະຫະປະຊາຊາດ ດ້ວຍ​ຖານະ​ເປັນ​ສະມາຊິກ​ນັບ​ຕັ້ງ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ດ້ວຍ​ບັນດາ​ໝາກຜົນ​ໃນ​ຕະຫຼອດ 36 ປີ​ເຊິ່ງ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ ​ ສະຫະປະຊາຊາດ, ພິ​ເສດ​ແມ່ນບັນດາ​ບົດຮຽນ​ທີ່​ມີ​ມາ​ເມື່ອ​ເປັນ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງສະຫະປະຊາຊາດ, ​ແນ່ນອນ​ວ່າ ຈະ​ເຮັດ​ສຳ​ເລັດ​ບົດບາ​ດ​​ເປັນສະມາຊິກ​ຂອງສະພາສິດທິມະນຸດ ສະຫະປະຊາຊາດອາຍຸ​ການ 2014-2016, ປະກອບສ່ວນ​ຊຸກຍູ້ບັນດາ​ຄຸນຄ່າສິດທິມະນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ