ຊາວຕ່າງປະເທດຕ້ອນຮັບບຸນປີໃຫມ່ປະຈຳຊາດ ຫວຽດນາມ

ລະດູບານ​ໃຫມ່​ວຽນມາ ​ແລະ ປະຊາຊົນ​ຫວຽດນາມ ພວມ​ຕ້ອນຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ (ບຸນ​ເຕັດ) ປີ​ມະ​ໂຣງ 2012. ​ໂດຍ​​ເຈືອ​ຈານ​​​ກັບ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຂອງ​ປະຊາຊົນ​ຫວຽດນາມ, ບັນດາ​ຊາວ​ຕ່າງປະ​ເທດ​ທີ່​ພວມ​ດຳ​ລົງ​ຊີວິດ ​ແລະ ​ເຮັດ​ວຽກ​ ​ກໍ​ຄືນັກ​ທ່ອງ​ທ່ຽວສາກົນຢູ່​ນະຄອນ​ໂຮ່ຈິ​ມີນ ​ມີ​ຄວາມ​ຮູ້​ສຶກ​ເບີກບານ​ມ່ວນ​ຊື່ນ​ທີ່ໄດ້​ເຂົ້າ​ຮ່ວມ​ບັນຍາກາດຂອງ​ບຸນ​ເຕັດ ​ແລະ ຄົ້ນ​ຫາ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ຂອງ​ບຸນປີ​ໃຫມ່​ປະ​ຈຳ​ຊາດ​ຫວຽດນາມ.

        ​ເຖິງ​ວ່າ ຫາ​ກໍ​ມາ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈິ​ມີນ​​ໃນ​ເວລາ​ຫນຶ່ງປີ​ເຄິ່ງກໍ​ຕາມ ​ແຕ່​ທ່ານ Elio Machilada ຜູ້ອຳນວຍການ​ໃຫຍ່ ບໍລິສັດ Oreo Kraft Foods ​ມີ​ຄວາມໂຊກ​ດີ​ທີ່ໄດ້​ຕ້ອນຮັບ​ບຸ​ນ​ເຕັດ​ຫວຽດນາມ​ເປັນ​ເທື່ອ​ທີສອງ. ທ່ານ Elio Machilada ​ເວົ້າ​ວ່າ: ສິ່ງ​ທີ່​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບຸນ​ເຕັດ​ຢູ່​ຫວຽດນາມ ນັ້ນ​ແມ່ນ​ການ​ເຕົ້າ​ໂຮມ​ກັນ​ຂອງບັນດາ​ສະມາຊິກ​ໃນ​ຄອບຄົວ ​ແລະ ຂອງໝູ່​​ເພື່ອນ. ​ໃນ​ຊຸມ​ມື້​ນີ້ ​ແລະ ​ເປັນ​ຕົ້ນ​ແມ່ນ​ໄດ້​ຮັບ​ປະທາ​ນ​ເຍື່ອງ​ອາຫານ​ພື້ນ​ເມືອງຕ່າງໆຂອງ​ຫວຽດນາມ ດ້ວຍ​ລົດ​ຊາດ​ພິ​ເສດ ຊຶ່ງ​ບໍ່​ມີ​ຢູ່ແຫ່ງ​ໃດ​. ​ເພາະສະ​ນັ້ນ ປີ​ນີ້ ທ່ານ​​ເຊີນຍາດຕິ​ພີ່ນ້ອງ​ຈາກ Venezuela ມານະ​ຄອນ​ໂຮ່ຈິ​ມີນ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ​ຂອງ​ຕົນ. ​ເຖິງ​ວ່າ​ຄາ​ວຽກ​ງານ​ຫລາຍ​ກໍ​ຕາມ, ​ແຕ່​ທ່ານ​ຍັງ​ຄົງ​ຍາດ​ເວລາ​ເພື່ອພ້ອມ​ກັບ​ເມຍ ​ແລະ ລູກ​ສາວ​ໄປ​ຊື້​ເຄື່ອງ​ຂອງ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ. ກໍ​ຄ້າຍຄື​ກັນ​ກັບ​ຊາວ​ຫວຽດນາມ, ​ໃນ​ລາຍການອາຫານເພື່ອກະກຽມຕ້ອນ​ຮັບ​ບຸ​ນ​ເຕັດຂອງ​ທ່ານ ມີ​ເຂົ້າຕົ້ມ, ຢໍ່, ​ເຂົ້າໜົມ, ​ເບຍ ​ ນອນ​ນັ້ນ ທ່ານ​ຍັງຊື້​ຕົ້ນ​ເໝີ​ຍຕື່ມ​ອີກ​ເພື່ອ​ປະດັບ​ປະດາ​​ເຮືອນ​ຊານ. ທ່ານ Elio Machilada ​ເວົ້າ​ວ່າ:

 

 

        “ຂ້າພະ​ເຈົ້າ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢູ່​ຫວຽດນາມ​ ​ໃນ 2 ປີ​ຢ່າງ​ລຽນ​ຕິດ ​ແລະ ຂ້າພະ​ເຈົ້າ​ມັກ​ຫລາຍ. ປະຈຸ​ບັນ ທັງ​ຄອບຄົວ​ຂ້າພະ​ເຈົ້າ​ພວມ​ດຳລົງ​ຊີວິດ​ຢູ່​ທີ່​ນີ້ ​ແລະ ພວກ​ຂ້າພະ​ເຈົ້ານິຍົມ​ວັດທະນະທຳ​ບຸນ​ເຕັດ​ຂອງ​ຫວຽດນາມ ​ເຖິງ​ວ່າ​ມັນ​ແຕກ​ຕ່າງ​ກັບ​ວັດທະນະທຳ​ຂອງ​ປະຊາຊົນ ​ອາ​ເມ​ລິ​ກາ​ລາຕີ​ນ​ ຊຶ່ງ​ແມ່ນ​ແຫ່ງ​ທີ່​ພວກ​ຂ້າພະ​ເຈົ້າ​​ໄດ້​ເຕີບ​​ໃຫຍ່​ແລະດຳລົງ​ຊີວິດກໍ​ຕາມ.​ແຕ່ຊາ​ວຫວຽດນາມ ​ແມ່ນ​​ໃກ້ຊິດສະຫນິດສະຫນົມ ​ແລະ ພິ​ເສດ​ຂ້າພະ​ເຈົ້າ​ມັກ​ເຍື່ອງ​ອາຫານ​ຫວຽດນາມ​ທີ່​ສຸດ. ​ເພາະ​ສະ​ນັ້ນ ນີ້​ແມ່ນ​ຈຸດ​ເວລາ ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ປຸງ​​ແຕ່ງ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງໃນ​ໂອກາດ​ບຸນ​ເຕັດ​ຫວຽດນາມ ​ເພື່ອ​ໃຫ້​ຄອບຄົວ ​ແລະ ​ເພື່ອນ​ມິດ​ຂອງ​ຕົນ​ຮັບ​ປະທານ.”

ຊາວຕ່າງປະເທດຕ້ອນຮັບບຸນປີໃຫມ່ປະຈຳຊາດ ຫວຽດນາມ - ảnh 1

ຊາວຕ່າງປະເທດຜູ້ຫນຶ່ງມີຄວາມເບີກບານມ່ວນຊື່ນເມື່ອໄດ້ຕ້ອນຮັບບຸນເຕັດ

        ສ່ວນ ​ເອື້​ອຍ Edina, ອາຍຸ 36 ປີ ​ຊຶ່ງ​ແມ່ນ ຊາວ Rumani ປະ​ຈຸ​ບັນ ​ແມ່ນ​ພາລະ​ກອນ​​ເປັນທີ່​ປຶກສາ​ໃຫ້​ແກ່​ບໍລິສັດ​ເຄື່ອງ​ສຳອາງ​ໃຫຍ່​ຢູ່​ນະຄອນ ​ໂຮ່ຈິ​ມີນ, 8 ປີມາ​ນີ້ ​ເອື້ອຍ​ ​ໄດ້​ຕອ້ນຮັບ​ບຸນ​ເຕັດ​ຢູ່​ນະຄອນ​ໂຮ່ຈິ​ມີນ ​ແລະ ຢູ່ ຫລາຍ​ເຂດ​ຢູ່​ຫວຽດນາມ. ​ເອື້ອຍ Edina ​ໃຫ້​ຮູ້​ວ່າ: ລະດູບານ​ໃຫມ່ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ຫວຽດນາມ​ແມ່ນ​ສວຍ​ງາມ, ອາກາດ​ຢູ່​ພາກ​ໃຕ້​ແມ່ນ​ອົບ​ອຸ່ນ​ຄື​ດັ່ງ​ອາລົມ​ຈິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້. ພິ​ເສດ ບັນຍາກາດ​ອັນອົບ​ອຸ່ນ​ໃນ​​ແຕ່ລະຄອບຄົວຂອງ​ຫວຽດນາມ ​ແລະ ບັນດາ​ເຍື່ອງ​ອາຫານ​ຂອງ​ບຸນ​ເຕັດ ​ລ້ວນ​ແຕ່ເຮັດ​ໃຫ້​ເອື້ອຍ​ຍິ່ງ​ມີ​ຄວາມ​ຮັກ​ແພງ​ຫວຽດນາມ​ກວ່າ. ບໍ່​ສະ​ເພາະແຕ່​ເອື້ອຍ​ເທົ່າ​ນັ້ນ ​ຊາວ​ຕ່າງປ​ະ​ເທດ​ຫລາຍ​ຄົນ​ກໍ​ຢາກ​ຕ້ອນຮັບ​ບຸນ​ເຕັດ​ຫວຽດນາມ​ອີກ​ດ້ວຍ. ສິ່ງ​ທີ່​ສ້າງຄວາມ​ປະທັບ​ໃຈ, ​ແມ່ນ​ໄດ້​ພ້ອມ​ກັບ​ໝູ່​ເພື່ອນ​ໄປ​ຢ້ຽມ​ຊົມ​ຕະຫລາດ​ດອກ​ໄມ້​ໃນ​ລະດູບານ​ໃຫມ່ ຢູ່ຖະໜົນ​ຫງວຽນ​ເຫ້ວ ຊຶ່ງ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປ​ັນ​ເອກະລັກ​ສ​ະ​ເພາະ​ຂອງ​ຊາວ ​ໄຊ​ງ່ອນ ​ໃນ​​ເມື່ອບຸນ​ເຕັດ​ວຽນມາ. ​ເອື້ອຍ Edina ​ເວົ້າ​ວ່າ:

        “ບຸນ​ເຕັດ​ຫວຽດນາມ​ແມ່ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ພິ​ເສດ ມີ​ເຍື່ອງ​ອາຫານຫລາຍ​ແນວ​ເມື່ອ​ທຽບ​ກັບປະ​ເທດ​ພວກຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ມັກ​ບັນດາ​ເຍື່ອງ​ອາຫານ​ຫວຽດນາມ, ​ເຍື່ອງ​ອາຫານ​ໃດ​ກໍ​​ແຊບ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. ນະຄອນ ​ໂຮ່ຈິ​ມີນ ​ແມ່ນ​ນະຄອນ​ສວຍ​ງາມ, ປະຊາຊົນ​ກໍ​ມີ​ຄວາມຈິງ​ໃຈ ​ແລະ ​ໃກ້ຊິດ​ສະຫນິດສະຫນົມ. ຂ້າພະ​ເຈົ້າ​ຄິດ​ວ່າ ບໍ່​ສະ​ເພາະ​​ແຕ່ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ ຫາກ​ນັກ​ທ່ອງ​ທ່ຽວ​ສາກົນ​ຜູ້​ອື່ນອື່ນ​ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​ປະ​ທັບ​ໃຈ​ຕໍ່ບັນຍາກາດ​ບຸນ​ເຕັດ​ຂອງ​ຫວຽດນາມ.“

        ຊາວ​ຕ່າງປະ​ເທດ​ຫລາຍ​ຄົນ​ທີ່​ມາ​ຮຳ່ຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ເມື່ອ​ມີ​ໂອກາດ​ຢູ່​ຫວຽດນາມ​​ກົງ​ກັບ​ໂອກາດ​ບຸນ​ເຕັດ ລ້ວນ​ແຕ່​ຮູ້​ສື​ກປະ​ທັບ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຕ້ອນຮັບ​ບຸນ​ເຕັດ​ ກໍ​ຄື​ໄດ້​ຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຕ່າງໆ​ຂອງ​ຫວຽດນາມ. ທ່ານ Amudha Cribb ນັກ​ທ່ອງ​ທ່ຽວ​ມາ​ຈາກ Kurdistan ​ໃຫ້​ຮູ້​ວ່າ: ທ່ານ​ຮູ້ຈັກ​ເຖິງ​ຫວຽດນາມ​ຜ່ານ​ປື້​ມ, ຫນັງສື​ພີ​ມ ​ແລະ ຜ່ານ​ໂທລະພາບ, ທ່ານ​ຢາກ​ເຫັນ​ປະຈັກ​ຕາ​ບຸນ​ເຕັດ​ຂອງ​ຫວຽດນາມ. ສະ​ນັ້ນ ​ໃນ​ໂອກາດ​ໄປ​ພັກຜ່ອນ​ລະດູ​ຫນາວ​ປີ​ນີ້ ທ່ານ​​ໄດ້ຕົກລົງ​ພ້ອມ​ກັບ​ໝູ່​ເພື​ອ່ນມາ​ທ່ອງ​ທ່ຽວ​ຢູ່ ຫວຽດນາມ ດ້ວຍ​ຄວາມ​ປາດ​ຖ​ະຫນາ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ບັນດາ​ຈຸດວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ຫວຽດນາມ​ຢ່າງ​ລະອຽດ​ກວ່າ, ​ເປັນ​ຕົ້ນ​ແມ່ນ​ຮີດຄອງ​ປະ​ເພນີ​ຕ້ອນຮັບ​ບຸນ​ປີ​ໃຫມ່​ປະຈຳ​ຊາດ​. ທ່ານ Amudha Cribb ມາ​ຈາກ Kurdistan ​ເວົ້າ​ວ່າ:

        “ນີ້​​ເປັນ​ຄັ້ງ​ທຳ​ອິດ ຂ້າພະ​ເຈົ້າ​ມີຫນ້າ​ຢູ່​ທີ່​ນີ້. ຂ້າພະ​ເຈົ້າ​ນິຍົມ​ບັນດາ​ງານ​ບຸນ​ຢູ່​ຫວຽດນາມ. ມັນ​ມີລັກສະນະ​ພິ​ເສດ​ສະ​ເພາະ​ເມື່ອ​ທຽບ​ກັບ​ຮີດຄອງ​ປະ​ເພນີ​ຕ້ອນຮັບ​ປີ​ໃຫມ່​ຢູ່ປະ​ເທດ​ພວກ​ຂ້າພະ​ເຈົ້າ. ​ໃນ​ຊຸມ​ມື້​ນີ້ ​ເມື່ອ​ລົງ​ຖະໜົນ, ຂ້າພະ​ເຈົ້າ​ເຫັນ​ວ່າ ທຸກ​ຄົນ​ໄປ​ຊື້​ເຄື່ອງ​ຂອງ​ກະກຽມ​ຕ້ອນຮັບ​ບຸນ​ເຕັດ​​ແມ່ນ​ຟົດ​ຟື້ນ​ທີ່​ສຸດ, ບັນດາ​ເຍື່ອງ​ອາຫານ​ຂອງ​ຫວຽດນາມ​ກໍ​ແຊບ​ຫລາຍ ​ແລະ ດູດ​ດື່ມ.”

        ສຳລັບ​ຊາວ​ຫວຽດນາມ​ແຕ່ລະຄົນ, ບຸນ​ເຕັດ​ແມ່ນ​ສິ່ງ​ທີ​່ສັກກະ​ລະ​ບູຊາ ທັງ​ໃກ້ຊິດ​ສະຫນິດ​ສະໜົມ ດ້ວຍ​ອາລົມ​ຈິດ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ​ແລະ​ຄອບ​ຄົວ. ສ່ວນ​ສຳລັບ​ຊາວ​ຕ່າງປະ​ເທດ​ແລ້ວ ​ເມື່ອ​ມີ​ໂອກາດ​ຕ້ອນຮັບ​ບຸນ​ເຕັດ​ຂອງ​ຫວຽດນາມ ​ເຂົາ​ເຈົ້າ​ຍິ່ງ​ມີ​ຄວາມ​ຮັກ​ແພງ​ປະ​ເທດ​ຫວຽດນາມ ​ແລະ ຊາວ​ຫວຽດນາມ​ກວ່າ​ອີກ./.

ລານ​ແອນ

ຕອບກັບ

ຂ່າວ/ບົດ​ອື່ນ