ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ- ການດຳເນີນຊີວິດການເມືອງຂອງພັກ

ໃນ​ເດືອນ 12/2012 ນີ້, ຢູ່​​ໃນ​ທຸກໜ່ວຍ​ພັກ​ຂອງ​ພັກກອມ​ມູນິດ​ຫວຽດນາມ ໃນ​ທົ່ວປະ​ເທດ​ໄດ້ ​ແລະ ພວມ​ດຳ​ເນີນການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ເລກທີ 4 ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກປະຈຸ​ບັນ. ​ໂດຍ​ໄດ້​​ເລີ່​ມດຳ​ເນີນ​ແຕ່​ເດືອນ 8/2012 ​ຊື່​ງເລີ່​ມ​ຈາກການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ, ມາ​ຮອດ​ປະຈຸ​ບັນ, ບັ້ນດຳ​ເນີນ​ຊີວິດ​ການ​ເມືອງ​ນີ້​ໄດ້​ຮັບ​ການ ຜັນ​ຂະຫຍາຍ​​ຢ່າງ​ກ້ວາງ​ຂວາງໃນທົ່ວ​ພັກ​.

ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ- ການດຳເນີນຊີວິດການເມືອງຂອງພັກ - ảnh 1

ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ

ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ເລກທີ 4 ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ

(ພາບ:bptv.vn)

  ຈຸດປະສົງ​ຂອງ​ການ​ສຳ​ຫຼວດກວດກາການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍຄັ້ງນີ້​ແມ່ນ​ໄດ້ຮັບ​ການ​ຜັນ​ຂະຫຍາຍຕາມ​ເນື້ອ​ໃນ​ຈິດ​ໃຈຂອງ​ມະຕິ​ເລກທີ 4 ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ບາງ​ບັນຫາ​​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ ຊື່​ງສຸມ​ໃສ່​ການ​ສະກັດ​ກັ້ນ, ​ແກ້​ໄຂ​ສະພາບ​​ເສື່ອ​ມ​ທາດ​ຂາດ​ຄຸນ​, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພະນັກງານ, ສະມາຊິກ​ພັກ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ, ກຳລັງ​ຕໍ່ສູ້​ຂອງ​ບັນດາ​ອົງການ​ຈັດຕັ້ງພັກ ​ແລະ ບົດບາດນຳ​ໜ້າ, ​ເປັນ​ແບບຢ່າງ​ຂອງພະນັກງານ, ສະມາຊິກ​ພັກ, ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ຄຸ້ມ​ຄອງ​ຂັ້ນຕ່າງໆ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃຫ້​ແກ່​ປະຊາຊົນ​ທີ່​ມີ​ຕໍ່ພັກ. ນັບ​ແຕ່​ເດືອນ 8/2012, ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເປັນ​​ແບບຢ່າງ, ນຳ​ໜ້າ​ໃນ​ການ​ສຳ​ຫຼວດກວດກາ. ກ່ຽວ​ກັບ​ວິທີ​ການ​ສະ​ຫຼວດກວດກາ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ, ທ່ານ​ໂງ​ວັນ​ຢຸ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ກວດກາ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ການ​ສຳ​ຫຼວດກວດກາໄດ້​ດຳ​ເນີນ​ໃນ​ເວລາ 16 ວັນ, ທຳ​ອິດ​ແມ່ນ​ດຳ​ເນີນ​ການສຳ​ຫຼວດກວດການໝູ່​ຄະນະ, ຕໍ່​ຈາກ​ນັ້ນແມ່ນສຳ​ຫຼວດກວດກາ 4 ສະ​ຫາຍການ​ນຳ​ຫຼັກ​ແຫຼ່ງຊື່​ງລວມມີ​ທ່ານ​ເລຂາທິການ​ໃຫ່ຍ, ທ່ານປະທານ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ. ​ແລະ ຕໍ່​ຈາກ​ນັ້ນ​ແມ່ນການ​ສຳ​ຫຼວດກວດກາ 14 ສະຫາຍ​ໃນ​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາ​ທີ່​ຍັງ​ເຫຼືອ

 

ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ- ການດຳເນີນຊີວິດການເມືອງຂອງພັກ - ảnh 2

ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍຢູ່​ໜ່ວຍ​ພັກ

(ພາບ:hoabinh.baclieu.gov.vn)

    ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ໃນ​ພັກ ​ໂດຍ​ເລີ່​ມ​ແຕ່​ກົມ​ການ​ເມືອງ, ຄະນະ​ເລຂາ​ແມ່ນ​ບັ້ນດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ​ສຳຄັນ​ພິ​ເສດ​ເພື່ອ​ຄວາມປອດ​​ໃສ, ໝັ້ນຄົງ​ເຂັ້ມ​ແຂງ​ຂອງ​ພັກ. ບັນດາ​ເນື້ອ​ໃນ​ການ​ສຳ​ຫຼວດກວດກາ​ຂອງກົມ​ການ​ເມືອງ, ຄະນະ​ເລຂາ​​ໄດ້​ຕິດ​ພັນ​ກັບເນື້ອ​ໃນ​ຈິດ​ໃຈ​ມະຕິ​ເລກທີ 4 ຂອງ​ສູນ​ກາງ​ພັກ, ບັນດາ​ບັນຫາທີ່​ພະນັກງານ, ສະມາຊິກ​ພັກ​ມີ​ຄວາມ​ສົນ​ໃຈ, ບັນຫາ​ເຄ່ັງຮ້ອນ…​ລ້ວນ​ແຕ່​​ໄດ້ຮັບການ​ວິ​ເຄາະ ​ແລະ ຖອດຖອນບົດຮຽນ​ຢ່າງ​ເລິກ​ເຊິ່ງ. ບັນ​ຍາ​ກາດ​ໃນການ​ປຶກ​ສາ​ຫາລືການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ແມ່ນ​ມີ​ລັກສະນະ​ກົງ​ໄປ​ກົງ​ມາ, ​ເຂັ້ມງວດ, ​ສ້າງສັນ ​ແລະ ຈິງ​ໃຈ. ​ໃນ​ບົດ​ກ່າວ​ຄຳ​ປາ​ໄສ​ອັດ​ກອງ​ປະຊຸມ​ຄັ້ງທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ເນັ້ນໜັກ​ວ່າ:

   “ຜ່ານການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​“ ​ແລະ ຮັບ​ຟັງ​ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ພະນັກງານ,​ ສະມາຊິກ​ພັກ ​ແລະ ປະຊາຊົນ, ກົມ​ການ​ເມືອງ,​ ຄະນ​ະ​ເລຂາ ​ແລະ ບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາ​ລ້ວນ​ແຕ່​ມີ​ສະຕິ​ຄວາມ​ຮັບ​ຮູ້​ບັນດາ​ຈຸດ​ດີ,​ ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຈຸດ​ອ່ອນຢ່າ​ງເລິກ​ເຊິ່ງກ່ວາ ​ແລະ ຄົບ​ຖ້ວນ​ກ່ວາ​​ ວິ​ເຄາະ​ສາຍ​ເຫດ​ຂອງ​ຈຸດ​ອ່ອນ, ຂໍ້​ຈຳກັດ​, ຈາກ​ນັ້ນຈຶ່ງ ວາງ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ. ຜ່ານ​ການ​ສຳ​ຫຼວດກວດກາຄັ້ງນີ້,​ ບັນດາ​ສະຫາຍ​ໃນກົມ​ການ​ເມືອງ, ຄະນະ​ເລຂາມີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ກັນ​ກ່ວາ, ​ແບ່ງປັນ, ຮ່ຳຮຽນ​ຊື່​ງກັນ ​ແລະ ກັນ, ສາມັກຄີ​ກັນ ​ແລະ​ ມີຄວາມ ສະໜິດ​ຕິດ​ພັນ​ກັນ​ກ່ວາ​ອີກ​.

  ພາຍຫຼັງ​ກອງ​ປະຊຸມ​ສູນ​ກາງຄັ້ງທີ 6 ​ແລະ ໝາກຜົນ​ໃນ​ເບື້ອງ​ຕົ້ນຂອງ​ບັ້ນຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ຂອງກົມ​ການ​ເມືອງ, ຄະນະ​ເລຂານັ້ນ​, ບັນດາ​ອົງຄະ​ນະ​ພັກ, ໜ່ວຍ​ພັກ​ຈາກ​ຂັ້ນສູນ​ກາງ​ລົງ​ຮອດ​ຂັ້ນຮາກ​ຖານ​ໃນ​ທົ່ວ​ປະ​ເທດກໍ່​ໄດ້​ດຳ​ເນີນການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​. ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ບັນດາ​ພະນັກງານ, ສະມາຊິກ​ພັກ​ໃນ​ທົ່ວ​ປະ​ເທດ​ໄດ້​ປະຕິບັດ​ການ​ສຳ​ຫຼວດກວດກາ, ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ຢູ່​ຮາກ​ຖານ, ປະກອບ​ຄຳ​ເຫັນ​ເພື່ອ​ໃຫ້ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ໃນທົ່ວ​ພັກ ບັນລຸ​ໝາກຜົນ​ຢ່າງ​ດີງາມ. ທ່ານ​ເຈີ​ນຮົງ​ກວນ ສະມາຊິກ​ພັກ​ພວມ​ດຳ​ເນີນ​ຊີວິດ​ຢູ່​ໜ່ວຍ​ພັກ​ທັງ​ລອງ, ​ເມືອງ​ຮ່ວານ​ກຽມ, ຮ່າ​ໂນ້ຍ ຢືນຢັນ​ວ່າ:

   “ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ບໍ່​ພຽງ​ແຕ່ຕ້ອງ​ປະ​ຕິ​ບັດດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງຂັ້ນ​ເທິ​ງເທ​ົ່ານັ້ນ ຫາກ​ສະມາຊິກ​ພັກ​ທຸກ​ຄົ​ນລ້ວນ​ແຕ່​ຕ້ອງ​ປະກອບຄຳ​ຄິດຄຳ​ເຫັນ​ຂອງ​ຕົນ​ຕື່ມອີກ​. ບົດບາດ​ຂອງ​ບັນດາ​ອົງ​ການ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ໝູ່​ຄະນະ​ກໍ່​ມີ​ຄວາມ​ສຳຄັນ​ທີ່​ສຸດ“.

  ດ້ວຍ​ຈິດ​ໃຈ​ນຳ​ໜ້າ ​ແລະ ​ເປັນ​ແບບຢ່າງ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ປະຕິບັດ​ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ, ​ເປີດ​ສາກ​ບັ້ນດຳ​ເນີນ​ຊີວິດ​​ການ​ເມືອງ​ຢ່າງ​ກ້ວາງ​ຂວາງ​ໃນ​ທົ່ວ​ພັກ​ໃນ​ປີ 2012. ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​​ໄດ້​ກາຍ​ເປັນ​ເຫດການ​ການ​ເມືອງ​ພົ້ນ​ເດັ່ນ​ໃນ​ພັກ, ມີການ​ກະທົບ​ທີ່​ດີ​ຕໍ່ການ​ກໍ່ສ້າງ ​ແລະ ປັບປຸງ​ພັກ. ພາຍ​ຫຼັງ​ການ​ສຳ​ຫຼວດກວດກາ​ຄັ້ງນີ້, ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຈະ​ຖືກ​ປະຕິບັດ​ໃນ​ພັກ​ຢ່າງ​ເປັນ​ປະຈຳ​ກ່ວາ​ອີກ, ຕິດ​ພັນ​ກັບ​ການ​ປະຕິບັດພາລະ​ໜ້າ​ທີ່ຂອງ​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ, ປະກອບສ່ວນ​ເພີ່ມ​ທະວີ​ກຳ​ລັງ​ແຮງ​​ໃນການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ