ຕຳນິຕິຕຽນບັນດາປະເທດກ່ຽວກັບສິດທິມະນຸດ, ແຕ່ຄວາມຈິງແລ້ວ ອາເມລິກາ ພັດຂາດສິດທິມະນຸດ

(vovworld) - ບົດ​ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ໂລກ​ປີ 2011ໄດ້​ຮັບ​ການປະກາດ​ເມື່ອ​ວັນ​ທີ 24/5/2012 ຖືກ​ຫລາຍ​ປະ​ເທດ​ຢູ່​ໃນ​ໂລກ​ຕຳ​ນິຕິ​ຕຽນ​ຢ່າງ​​​ແຮງ ​ເພາະວ່າ​ໃນ​ຄວາມ​ຈິງ​ແລ້ວ ຢູ່​ອາ​ເມ​ລິ​ກາ ຍັງ​ມີ​ບັນດາ​ກໍລະນີ​ລະ​ເມີດ​ສິດທິ​ມະນຸດ. ບັນດາ​ຄຳ​ຖະ​ແຫລ​ງທາງ​ການ​ທູດ​ຢືນຢັນ​ວ່າ ບໍ່​ມີ​ປະ​ເທດ​ໃດ​ມີ​ສິດ​ນຳ​ໃຊ້​ບັນຫາ​ສິດທິ​ມະນຸດ​ຄື​ເປັນ​ເຄື່ອງມື​ອັນຫນຶ່ງ​ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.

ຕຳນິຕິຕຽນບັນດາປະເທດກ່ຽວກັບສິດທິມະນຸດ, ແຕ່ຄວາມຈິງແລ້ວ ອາເມລິກາ ພັດຂາດສິດທິມະນຸດ - ảnh 1
ຕຳຫລວດອາເມລິກາຈັບຕົວຜູ້ແຫ່ຂະບວນປະທ້ວງ
ພາບ:internet

        ​ໃນ​ຖະ​ແຫລ​ງການ​ຄັດຄ້ານ​ບົດ​ລາຍ​ງານ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຂອງ ປະ​ເທດກູ​ບາ, ປະ​ເທດ​ນີ້​ຖື​ວ່າ ທຸກ​ການ​ກ່າວ​ຫາ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຂອງ ກູ​ບາ ພຽງ​ແຕ່​ແມ່ນ​ການ​ປິດ​ບັງ​ບັນດາ​ການ​ກະທຳ​​ໂຫດຮ້າຍ​ສາມານ​ຂອງ​ອາ​ເມ​ລິ​ກາ​ໃນ​ນະ​ໂຍບາຍ​ຂວ້ຳບາດ​ທີ່​ມີ​ຕໍ່ ກູ​ບາ. ສ່ວນ ຈີນ ຖື​ວ່າ: ບົດ​ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ແມ່ນ​ເອກະສານ​ທີ່​ເຕັ​ມ​ໄປ​ດ້ວຍ​ລັກສະນະ​ຈຳ​ແນ​ກການປະ​ພຶດຕໍ່, ບໍ່​ຖືກ​ກັບ​ຄວາມ​ຈິງ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ວ່າ: ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ໂລກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃນ​ຕອນເວົ້າ​ເຖິງ ຫວຽດນາມ ​ແມ່ນ​ການ​ສັງ​ເກດ​ຂາດ​​ພາວະ​ວິ​ໄສ ​ໂດຍ​ອີງ​ໃສ່​ບັນດາ​ຂໍ້​ມູນ​ຂ່າວສານ​ທີ່​ຜິດ​ເຂ​ວ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສິດທິ​ມະນຸດ​ ຢູ່ ຫວຽດນາມ.

        ນອກຈາກ​ຍົກ​ອອກ​ບັນດາ​ຄຳ​ຖະ​ແຫລ​ງຢ່າງ​ແຂງ​ແຮງ​ເພື່ອ​ຄັດຄ້ານ​ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ສິດ​ທີ​ມະນຸດ​ໂລກ​ປີ 2011 ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ອຳນາດ​ການ​ປົກຄອງ​ປັກ​ກີ່​ງ ​ໄດ້​ປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​​ສິດທິ​ມະນຸດ​ຂອງ ອາ​ເມ​ລິ​ກາ ປີ 2011 ຢ່າງ​ທັນ​ທີກ່ຽວ​ກັບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສະພາບ​ອຶ​ດຫິວ​ທຸກ​ຍາກ, ຄວາມ​ປອດ​ໄພ​ຂອງ​ສ່ວນ​ຕົວ, ບັນດາ​ສິດ​ພົນລະ​ເຮືອນ ​ແລະ ການ​ເມືອງ, ບັນດາ​ສິດທາງ​ດ້ານ​ວັດທະນະທຳ, ສັງຄົມ ​ແລະ ​ເສດຖະກິດ, ​ການຈຳ​ແນ​ກ​​​ເຊື້ອ​ຊາດ​ຜິວ​ພັນ, ສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ, ສຸດ​ທ້າຍ​ແມ່ນ​ສະພາບ​ການລະ​ເມີດ​ສິດທິ​ມະນຸດ​ຂອງ​ອາ​ເມ​ລິ​ກາ ຢູ່​ບັນດາ​ປະ​ເທດ​ອ່ືນ. ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຖືກ​ປະລາ​​​ໄຊ​ໃນ​ການ​ຮັບ​ຮອງ​ເອົາ​ບັນດາ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ແຫ​ລ່ງຂ່າວ​ທີ່​ສະຫນອງ​ໃຫ້​ແກ່​ນັກ​ຂ່າວ. ຢູ່ ອາ​ເມ​ລິ​ກາ, ຈຳນວນ​ນັກ​ຂ່າວ​ວ່າງ​ງານ​ໄດ້​ເພີ່ມ​ຂຶ້ນ ​ເພາະວ່າ ມີ​ຄຳ​ວິຈານ​ບໍ່​ເໝາະ​ສົມ​ທີ່​ກ່ຽວຂ້ອງ​ເຖິງ​ດ້ານ​ການ​ເມືອງ. ນອກ​ນນັ້ນ ວິທີ​ການ​ຊຶ່ງອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ​ປະພຶດ​ຕໍ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ເຂົ້າຮ່ວມ​ຂະ​ບວນການຢືດ​ຄອງ Wall Streest ​ໄດ້​ສະ​ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ໄດ້​ສິ່ງ​ທີ່​ອາ​ເມ​ລິ​ກາ ​ເອີ້ນ​ວ່າ “ຄວາມ​ເສ​ລິ​ພາບ ​ແລະ ປະຊາທິປະ​ໄຕ ຂອງ ອາ​ເມ​ລິ​ກາ.”

        ​ໃນ​ບົດ​ລາຍ​ງານ​ປະຈຳ​ປີ​ກ່ອນ​ນີ້, ອົງການ​ອະ​ໄພ​ຍະ​ໂທດ ສາກົນ ​ໄດ້​ເນັ້ນ​ຫນັກ​ພິ​ເສດ​ເຖິງ​ສະພາບ​ລະ​ເມີດ​ສິດທິ​ມະນຸດ ຢູ່ ອາ​ເມ​ລິ​ກາ.  ອົງການ​ນີ້​ໄດ້​ເວົ້າ​ວ່າ: ​ໂດຍແມ່ນ​ປະ​ເທດ​ມະຫາ​ອຳນາດ, ອາ​ເມ​ລິ​ກາ ​ໄດ້​ວາງ​ອອກ​ບັນດາ​ມາດຕະຖານ​ການ​ປະພຶດ​ຕໍ່​​ໃຫ້​ແກ່​ບັນດາ​ປະ​ເທດ. ​ແຕ່ ວໍ​ຊິງ​ຕັນ ພັດສະ​ແດງ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຂອງ​ຕົນ​ຜ່ານ​ບັນດາ​ການ​ກະທຳທ້າ​ທາຍ​ກົດໝາຍ​ສາກົນ​ໃນ​ການ​ຕໍ່ສູ້​ຕ້ານ​ກໍ​ການ​ຮ້າຍ​ທົ່ວ​​ໂລກ. ສ່ວນ​ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ (HRW) ກໍ​ສະ​ເຫ​ນີປະທານາທິບໍດີ ອາ​ເມ​ລິ​ກາ B. Obama ​ເປີດ​ການ​ສື​ບສວນ​ທາງ​ອາຍາ​ກ່ຽວ​ກັບ​ການ​ສວຍ​ໃຊ້​ສິດ​ທິມະນຸດ​ສຳລັບ​ອະດີດ​ປະ​ທາ​ນາ​ທິບໍດີ Bush ພ້ອມ​ກັບ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ໃນ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ນີ້. ອົງການ​ອະ​ໄພ​ຍະ​ໂທດ ສາກົນ ສະ​ແດງ​ຄວາມ​ເສຍ​ໃຈ ຕໍ່​ການ​ປະລາ​ໄຊ​ຂອງ​ທ່ານ Obama ​ໃນ​ການ​ປິດ​ປະຕູ​ຄຸກ Goantanamo.

        ບັນດາ​ປະ​ເທດ​ໄດ້​ຕຳ​ນິຕິ​ຕຽນ​ກ່ຽວ​ກັບ​ການ​ກະທຳ​ແຊກ​ແຊງ​​ເຂົ້າ​ວຽກ​ງານພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ສຳລັບ​ຫວຽດນາມ, ບົດ​ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ແມ່ນ​ວຽກ​ງານ​ທີ່​ໄປ​ຝືນ​ກັບ​ບັນດາ​ຄວາ​ມມານະ​ພະຍາຍາມ ​ແລະ ທ່າ​ອ່ຽງຕັ້ງຫນ້າ​ທີ່​ບໍ່​ອາດ​ຕ່າວປິ້ນໄດ້​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ​ແລະ ຄວາມຫຍຸ້ງຍາກ​ໃນ​ຫລາຍ​ປີ ​ແຕ່​ກຳນົດ​ຢ່າງ​ຈະ​ແຈ້ງ​ຕາມ​ທິດ​ນັບ​ມື້​ນັບ​ເລິກ​ເຊິ່ງ ​ນຳ​ມາ​ຊຶ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ທັງ​ສອງ​ຝ່າຍ. ດ້ວຍ​ຈິດ​ໃຈ​ປອງ​ດອງ, ຍາມ​​ໃດ ຫວຽດນາມ ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ຮ່ວມ​ມື ​ແລະ ​ໂອ້​ລົ​ມສົນທະນາ​ກັບ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ,​​ໃນ​ນັ້ນ ມີ​ອາ​ເມ​ລິ​ກາ ກ່ຽວກັບ​ບັນດາ​ບັນຫາ​ທີ່​ຍັງ​ມີ​ທັດສະນະທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນ ມີ​ບັນຫາ​ສິດ​ທິມະນຸດ.​​

ຕຳນິຕິຕຽນບັນດາປະເທດກ່ຽວກັບສິດທິມະນຸດ, ແຕ່ຄວາມຈິງແລ້ວ ອາເມລິກາ ພັດຂາດສິດທິມະນຸດ - ảnh 2
ຍາມໃດສິດທິມະນຸດຢູ່ ຫວຽດນາມ ກໍໄດ້ຮັບປະກັນ



ໃນ​ສະພາບ​ການ​ທີ່ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸກ​ຂົງ​ເຂດຄື: ການ​ເມືອງ, ​ເສດຖະກິດ, ການ​ທູດ ຄື​ປະຈຸ​ບັນ, ​ພວກ​ເຮົາ​ຄິດ​ວ່າ ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ແມ່ນ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ໂອ້​ລົ​ມສົນທະນາ ​ແລະ ​ມີ​ຄວາມເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ກວ່າ, ຫລຸດຜ່ອນ​ຄວາມ​ບໍ່​ລົງ​ລອຍ​ກັນ. ​ເຮ​ັດ​ໄດ້​ຄື​ແນວ​ນັ້ນ, ການ​ພົວພັນ​ຮ່ວມ​ມື ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈຶ່ງ​ໄດ້​ຮັບ​ການ​ຊຸກຍູ້ ​ແລະ ພັດທະນາ, ຕອບ​ສະຫນອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ນັກ​ຂ່າວ Thu Hoa

ຕອບກັບ

ຂ່າວ/ບົດ​ອື່ນ