ນຳບັນຫາສິດທິມະນຸດຕິດພັນກັບການຊ່ວຍເຫຼືອແມ່ນວຽກງານໄຮ້ມະນຸດສະທຳ

(vovworld) – ​ວັນ​ທີ 16/5, ອະນຸ​ກຳມະການ​ສິດທິມະນຸດ​ສະພາ​ຕຳ່​ອາ​ເມ​ລິ​ກາ, ​ໄດ້​ຮັບຮອງ​ເອົາ​ອັນ​ທີ່​ເອີ້ນ​ວ່າ “ຮ່າງ​ກົດໝາຍວ່າດ້ວຍ​ສິດທິ​ມະນຸດ​ໃຫ້​ແກ່​ຫວຽດນາມ​ ປີ 2013“, ​ໃນ​ນັ້ນ​ວາງ​ອອກ​ບັນດາ​ມາດ​ຕະການ​ຊຸກຍູ້ສິດທິ​ມະນຸດ​ຢູ່​ຫວຽດນາມ ພ້ອມ​ທັງ​ຫ້າມ​ການ​ຊ່ວຍ​ເຫຼືອ ບໍ່​ແມ່ນ​ເພື່ອ​ຈຸດປະສົງ​ມະນຸດສະທຳ​ໃຫ້​ແກ່​ຫວຽດນາມ. ​ເຖິງ​ວ່າ​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​​ໃນ​ຂັ້ນ​ອະນຸ​ກຳມະການ​, ຫຼັງ​ຈາກ​ນັ້ນ​ຕ້ອງ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ຕຳ່, ສະພາ​ສູງ​ລົງມະຕິ ​ແລະ ສຸດ​ທ້າຍ​ຕ້ອງ​​ໄດ້​ຮັບ​ລາຍ​ເຊັນ​ຈາກ​ປະທານາທິບໍດີ​ອາ​ເມ​ລິ​ກາ, ກົດໝາຍ​ນີ້​ຈຶ່ງ​ມີ​ຜົນ​ສັກສິດກໍ່ຕາມ. ​ແຕ່​ດ້ວຍ​​ເລື່ອງ​ຮັບຮອງ​ເອົາ​ຮ່າງ​ກົດ​ໝາຍ 1897 ນັ້ນ, ບັນດາ​ສະມາ​ຊິກ​ສະພາ​ (ສສ) ຂອງ​ອະນຸດ​ກຳມະການ​ສິດທິ​ມະນຸດສະພາ​ຕຳ່​ອາ​ເມ​ລິ​ກາ ​ໄດ້ມີ​ການ​ກະທຳ​ຝືນ​ກັບ​ທ່າ​ອ່ຽງພັດທະນາ​ຂອງ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ.

ນຳບັນຫາສິດທິມະນຸດຕິດພັນກັບການຊ່ວຍເຫຼືອແມ່ນວຽກງານໄຮ້ມະນຸດສະທຳ - ảnh 1

ໂສສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງິ້

(ພາບ. ອິນເຕີແນດ)

ກ່ອນ​ອື່ນໝົດ, ບໍ່​ທັນ​ເຕື້ອງ​ເຖິງ​ບັນຫາ​ມະນຸດສະທຳ​ຂອງ​ຮ່າງ​ກົດໝາຍ​ນີ້, ສສ Chris Smith, ​ເຊິ່ງ​ແມ່ນຜູ້​ລິ​ເລີ່​ມຮ່າງ​ກົດໝາຍ​, ​ໄດ້​ສະ​ແດງໃຫ້​ເຫັນ​ຄວາມ​ຜິດພາດ​ຂອງ​ບັນດາ ສສ ອະນຸ​ກຳມະການ​ສິດທິ​ມະນຸດ​ສະພາ​ຕຳ່​ອາ​ເມ​ລິ​ກາ ​​ເມື່ອ​​ເຕື້ອງເຖິງ​ບັນຫາສິດທິ​ມະນຸດ​ຂອງ​ຫວຽດນາມ, ​ເມື່ອ​ກ່າວ​ຄຳ​ເຫັນ​ພາຍຫຼັງ​ທີ່​ຮ່າງ​ກົດໝາຍ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ​ໂດຍ​ຖືວ່າ​ຮ່າງ​ກົດໝາຍ​ຮຽກຮ້ອງ​ໃຫ້​ຫວຽດນາມ “​ເຄົາລົບ​ສິດ​ເສລີ​ທາງ​ສາສະໜາ, ປ່ອຍ​ນັກ​ໂທດ​ການ​ເມືອງ, ​ເຄົາລົບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ປະຕິບັດສິດທິ​ມະນຸດ​ຕາມ​ມາດຖານ​ສາກົນ, ​ເຄົາລົບ​ສິດທິ​ມະນຸດ​ຂອງ​ບັນດາ​ກຸ່ມ​ສ່ວນ​ໜ້ອຍ“… ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ບໍ່​ຖືກ​ກັບ​ຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຂອງ​ຫວຽດນາມ. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ: ສິດ​ເສລີ​ທາງ​ສາສະໜາ​ຢູ່​ຫວຽດນາມ​ ແມ່ນ​ໄດ້​ຮັບການ​ຮັບປະກັນ​ໃນລັດຖະທຳ​ມະນູນ, ກົດໝາຍ. ຢູ່​ຫວຽດນາມ​ ບໍ່​ມີ​ອັນ​ທີ່​ເອີ້ນ​ວ່າ “ນັກ​ໂທດ​ການ​ເມືອງ“, ປະຊາຊົນ​ຫວຽດນາມ​ ມີ​ສິດເສລີ​ໃນ​ການສະ​ແດງ​ທັດສະນະ​ຂອງ​ຕົນ​ກ່ຽວ​ກັບ​ທຸກ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ ​ແລະ ປະຊາ​ຄົມ​ບັນດາ​ເຜົ່າ​ສ່ວນ​ໜ້ອຍກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຈາກ​ລັດ ​ເພື່ອ​ພັດທະນາ​ຢ່າງ​ສະ​ເໝີ​ພາບ​ພ້ອມ​ກັບ​ບັນດາ​ເຜົ່າ​ອ້າຍ​ນ້ອງ​ໃນ​ປະ​ເທດ​ຫວຽດນາມ. ​ແລະ ຍາມ​ໃດ​ຫວຽດນາມ​ກໍ່​ເຄົາລົບ​ນັບຖື ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ, ມາດຕະຖານ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ເປັນ​ຢ່າງ​ດີ. ດັ່ງ​ນັ້ນ​, ປະຊາ​ຄົມ​ໂລກ​ຈຶ່ງ​ຮັບຮອງຜົນງານ​ດ້ານ​ສິດທິ​ມະນຸດ​ຂອງ​ຫວຽດນາມ, ບົນ​ພື້ນຖານ​ນັ້ນ, ຫວຽດນາມ ​ພວມ​ມານະ​ພະຍາຍາມ​ອອກ​ສະໝັກ​​ເຂົ້າ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ອາຍຸ​ການ 2014 – 2016. ​ເປັນ​ອັນວ່າ, ຮ່າງ​ກົດໝາຍ 1897 ຂອງ​ອະນຸ​ກຳມະການ​ສິດທິ​ມະນຸດ ສະພາ​ຕຳ່​ອາ​ເມ​ລິ​ກາ​ ແມ່ນ​ຂາດ​ລັກສະນະ​ພາວະ​ວິ​ໄສ. ​ເລື່ອງ​ບັນດາ ສສ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດ້ວຍ​ບັນດາຂໍ້​ມູນ​ເສກ​ສັນ​ປັ້ນ​ແຕ່ງ ​ເພື່ອ​ຮຽກຮ້ອງ​ໃຫ​້ເຫ​ວຽດນາມ​ຕ້ອງ​ເຄົາລົບສິດ​ເສລີ​ທາງ​ສາສະໜາ, ສິດ​ເສລີ​ທາງ​ສື່​ມວນ​ຊົນ ​ແລະ ສິດ​ທິມະນຸດ… ​ແມ່ນ​ການ​ກະທຳ​ທີ່​ຜິດພາດ, ຂາດ​ເຈດ​ຕະນາ​ດີ​ກັບ​ຫວຽດນາມ. ຕາມ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ, ​ເລື່ອງ​ສ້າງ ​ແລະ ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ​ຄື​​ແນວ​ໃດ ​ແມ່ນ​ສິດ​ຂອງ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ຊາດ, ຫາກ​ບໍ່​ມີ​ປະ​ເທດ​ໃດ, ກຳລັງ​ການ​ເມືອງ​ໃດ​ມີ​ສິດ​ຈັດ​ວາງ. ດ້ວຍ​ຮ່າງ​ກົດໝາຍ 1897, ບັນດາ ສສ ອະນຸ​ກຳມະການ​ສິດທິ​ມະນຸດ ສະພາ​ຕໍ່​າອາ​ເມ​ລິ​ກາ ​ໄດ້​ລະ​ເມີດ​ຫຼັກການ​ເຄົາລົບ​ສິດ​ຕັດສິນ​ດ້ວຍ​ຕົວ​ເອງ​ຂອງ​ຊາດ ​ໃນ​ການ​ພົວພັນ​ກັບ​ສາກົນ​​​ໃນປະຈຸ​ບັນ, ​ເມື່ອ​ເຂົາ​ເຈົ້າ​ໃຫ້​ຕົນ​ສິດ​​ໄດ້ພິຈາລະນາ​ສະພາບ​ການ​ສິດທິ​ມະນຸດ​ຂອງ​ປະ​ເທດ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ຄື​ຫວຽດນາມ.

ຮ່າງ​ກົດໝາຍ 1897 ​ໄດ້​ຫ້າມ​ການ​ຊ່ວຍ​ເຫຼືອ​ບໍ່​ແມ່ນ​ເພື່ອ​ຈຸດປະສົງ​ມະນຸດສະທຳ​ໃຫ້​ແກ່​ຫວຽດນາມ, ​ດ້ວຍ​ເງື່ອນ​ໄຂ “​ເວັ້ນ​ເສຍ​ແຕ່​ກໍລະນີ​ຮ່າ​ໂນ້ຍ ມີ​ບັນດາ​ຄວາມ​ກ້າວໜ້າ​ພໍ​ສົມຄວນ​ໃນ​ບັນຫາ​ສິດທິ​ມະນຸດ“. ກ່ຽວ​ກັບ​ສິ່ງ​ດັ່ງກ່າວ, ຕ້ອງ​ຮູ້​ໄດ້​ວ່າ ຍ້ອນ​ເງື່ອນ​ໄຂ​ປະຫວັດສາດ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພວມ​ມານະ​ພະຍາ​ມຮຳບາດ​ແຜ​ສົງຄາມ ​ແລະ ພັດທະນາ​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນອາ​ເມ​ລິ​ກາ​ໄດ້ ​ແລະ ພວມ​ຮ່ວມ​ມື​ຢ່າງ​ດີງາມ​ກັບ​ຫວຽດນາມ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ມະນຸດສະທຳ ພາຍຫຼັງ​ສົງຄາມ​ຄື: ຊອກ​ຫາອັດຖິ​ພົນທະຫານ​ອາ​ເມ​ລິ​ກາ​ຫາຍ​ສາບ​ສູນ​ໃນ​ສົງຄາມ, ການ​ເກັບກູ້​ລະ​ເບີດ​ທີ່​ຍັງ​ຕົກ​ຄ້າງ​ຫຼັງ​ສົງຄາມ, ການ​ບຳບັດ​ທາດ​ພິດ​ ດີ​ໂອ​ຊິນ, ການ​ຊ່ວຍ​ເຫຼືອ​ມະນຸດສະທຳ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ…​ໃນ​ຊຸມ​ມື້​ນີ້, ທ່ານ​ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາ POW/MIA,  W.M. Winfield ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ຊອກ​ຫາ​ອັດຖິ​ພົນທະຫານຂອງ​ສອງ​ປະ​ເທດ​ທີ່​​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ. ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ເປັນ​ປົກກະຕິ​ລະຫວ່າ​ງສອງ​ປະ​ເທດ ​ເມື່ອ​ປີ 1995 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ… ​ແລະ ​ການ​ຮ່ວມ​ມື​ດ້ານ​ມະນຸດສະທຳແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ພົວພັນ​ນີ້. ການ​ໜູນ​ຊ່ວຍ​ໃຫ້​ຫວຽດນາມ ​ເຊິ່ງອາ​ເມ​ລິ​ກາ​ ພວມ​ປະຕິບັດ​ນັ້ນ ​ແມ່ນ​ວຽກ​ງານ​ສິນ​ທຳ​ທີ່​ຕ້ອງ​ເຮັດ ຂອງ​ບໍ່​ວ່າ​ປະ​ເທດ​ໃດໆ​ພາຍຫຼັງ​ສົງຄາມ​ໂດຍ​ປະ​ເທດ​ນັ້ນ​ກໍ່​ຂຶ້ນ. ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ມີ​ການ​ກະທຳ​ທີ່​ຖືກຕ້ອງ​ເມື່ອ​ປະຕິບັດ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ແລະ ຮ່ວມ​ມື​ພ້ອມ​ກັບ​ຫວຽດນາມ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ. ດັ່ງ​ນັ້ນ, ​ເລື່ອງນຳ​ບັນຫາມະນຸດສະທຳ​​ຕິດກັບ​ກັບ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ຫວຽດນາມ, ​ເຖິງ​ວ່າ​ບໍ່​ແມ່ນ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ, ຄື​ຮ່າງ​ກົດໝາຍ 1897 ກໍ່ຕາມ, ​ແຕ່​ນີ້ກໍ່​ແມ່ນ​ການ​ກະທຳທີ່​ຜິດພາດ, ​ໄຮ້​ມະນຸດສະທຳ​ຢ່າງ​ຊິ້ນ​ເຊີ​ງ.

ສສ ອາ​ເມ​ລິ​ກາ ຈຳນວນ​ໜຶ່ງ, ພິ​ເສດ​ແມ່ນ ສສ Chris Smith ​ເຄີຍ​ສວຍ​ໃຊ້​ບັນຫາ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ເພື່ອ​ຍາດ​ຄະ​ແນນ​ຕື່ມ​ອີກ​ ຈາກ​ກຸ່ມ​ຜູ້​ມີ​ສິດ​ເລືອກ​ຕັ້ງອາ​ເມ​ລິ​ກາ ທີ່​ມີ​ແນວ​ຄິດ​ຕາຍ​ຕົວສຳລັບ​ການ​ພັດທະນາຂອງ​ຫວຽດນາມ. ດ້ວຍ​ຮ່າງ​ກົດໝາຍ 1897 ນີ້, ກຸ່ມ ສສ ດັ່ງກ່າວ​ນັບ​ມື້​ນັບ​ຕົກ​ຢູ່​ໂດດ​ດຽວ ​ໃນ​ການ​ພົວພັນຫວຽດນາມ ​ແລະ ອາ​ເມ​ລິ​ກາ​ທີ່​ນັບ​ມື້​ນັບ​ພັດທະນາ​ອັນ​ດີງາມ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​​ສອງ​ປະ​ເທດ​.

ຕອບກັບ

ຂ່າວ/ບົດ​ອື່ນ