ນຳປະເທດ ຝລັ່ງ ຫຍັບມໍ່ໃກ້ກັບຫວຽດນາມ ກວ່າ

(vovworld)- ປີ​ຝລັ່ງ ຢູ່ ຫວຽດນາມ ​ແມ່ນ​ເລີ່​ມຕົ້ນ​ແຕ່​ເດືອນ 4/2013 ​ແລະ ​ແກ່ຍາວ​ຮອດ​ກາງ​ປີ 2014 ດ້ວຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ອຸດົມສົມບູນຫລາຍ​ຢ່າງ. ປີ​ຝລັ່ງ ຢູ່ ຫວຽດນາມ 2013 ​ແລະ ຖັດມາແມ່ນ​ປີ​ຫວຽດນາມ ດຳ​ເນີນ​ໄປ​ຢູ່​ຝລັ່ງ ​ໃນ​ປີ 2014 ​ເປັນ​ຂີດ​ໝາຍ​ໄລຍະ​ທາງ 40 ປີ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ, ​ເປີດ​ແງ່​ຫວັງ​ໃຫ​ມ່​ໃຫ້​ແກ່​ໄລຍະ​ຮ່ວມ​ມື​ໃຫມ່, ​ແຂງ​ແຮງ ​ແລະ ​ເລິກ​ເຊິ່ງກວ່າ​. ​

        “ພວກ​ຂ້າພະ​ເຈົ້າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຝລັ່ງ​ຫຍັບ​ມໍ່​ໃກ້​ກັບ​ຫວຽດນາມ​ກວ່າ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຝລ່ັງປະຈຳ​ຫວຽດນາມ Jean Noel Poirier ທີ່​ການ​ປະ​ຊຸມ​ຂ່າວ​ແນະນຳ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດນາມ ​ແລະ ຝລັ່ງ ຊ່ື​ງດຳ​ເນີນ​ໄປ​ຫວ່າງ​ແລ້ວ​ນີ້​ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຝລັ່ງ​ແລ້ວ, ປີ​ຝລັ່ງ ຢູ່ ຫວຽດນາມ ດ້ວຍ 100 ​ເຫດການ​ໃຫຍ່, ນ້ອຍ ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ກວ້າງ​ຂວາງ​ໃນ​ທຸກຂົງ​ເຂດ ດ້ວຍ​ການ​ເຄື່ອນ​ໄຫວ​ ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ການ​ປະດິດ​ສ້າງ, ພິ​ເສດ​ແມ່ນ​ສະຖາປັດຕະຍະກຳ, ອາ​ພອນ​ສະ​ໄຫມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ກ່ຽວ​ກັບ​ເສດຖະກິດ, ວິທະຍາສາດ, ການ​ສຶກສາ… ຈະ​ແນ​ະນຳ​ພາບ​ພົດ​ປະ​ເທດ​ຝລັ່ງ​ໃນ​ວັນ​ນີ້​ມາ​ໃຫ້​ຄູ່​ຮ່ວມ​ມື​ສຳຄັນ ຫວຽດນາມ.

        “​ເລື່ອງ​ຫວຽດນາມ ​ແລະ ຝລ່ັງ ຕົກລົງ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດນາມ ​ແລະ ຝລັ່ງ ​ດຳ​ເນີນ​ໄປ​ຢູ່ ຫວຽດນາມ​ໃນ​ປີ 2013 ​ແລະ ປີ​ຫວຽດນາມ ຢູ່​ ຝລັ່ງ ທີ່ດຳ​ເນີນ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ​​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ທ່າ​ແຮງ​ຂອງ​ກັນ. ​ບັນດາ​ທ່າ​ແຮງ​​ພາຍຫລັງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດນາມ ​ແລະ ຝລັ່ງ ຈະ​​ເປັນປະຖົມ​ປັດ​ໃຈ​ເພື່ອ​ໃຫ້​ພວກ​ເຮົາ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແຂງ​ແຮງ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.”

ນຳປະເທດ ຝລັ່ງ ຫຍັບມໍ່ໃກ້ກັບຫວຽດນາມ ກວ່າ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຝລັ່ງ ປະຈຳ​ຫວຽດນາມ Jean Noel Poirier
ພາບ:internet

        ອາດ​ຈະ​ເຫັນ​ໄດ້​ວ່າ, ຜ່ານ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດນາມ ​ແລະ ຝລັ່ງ, ​ເຖິງ​ວ່າ​ບັນລຸ​ໄດ້ຜົນ​ງານ​ສຳຄັນ​ຫລາຍ​ຢ່າງ​ກໍ​ຕາມ ​ແຕ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ລະຫວ່າງ​ສອງ​ປະ​ເທດ ຍັງ​ຄົງ​ພັດທະນາ​ບໍ່​ທັນ​ສົມ​ກັບ​ຄວາມ​ປາດ​ຖະຫນາ. ວົງ​ເງິນການ​ຄ້າ​ສອງ​ຝ່າຍ ລະຫວ່າງ​ຝລັ່ງ ກັບ​ຫວຽດນາມ, ​ເມື່ອ​ທຽບ​ໃສ່​ຝລັ່ງ ​ແລະ ບາງ​ປະ​ເທດ​ຢູ່​ອາຊີ​ຕາວັນ​ອອກສຽງ​ໃຕ້ ຍັງ​ຕຳ່​ຢູ່. ​ເພາະສະ​ນັ້ນ ຫນຶ່ງ​ໃນ​ບັນດາ​ຈຸດ​ເດັ່ນ​ຂອງ​ປີ​ ຝລັ່ງ ຢູ່​ຫວຽດນາມ 2013 ​ແມ່ນ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ດ້ານ​ເສດຖະກິດ ການ​ຄ້າ. ມີ​ຄະນະ​ນັກທຸລະກິດ​ ຝລັ່ງຄະ​ນະ​ຫນຶ່ງ​ຈະ​ມີຫນ້າ​ຢູ່​ນະຄອນ ​ໂຮ່ຈິ​ມີນ, ຫວຽດນາມ ​ເພື່ອຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສນັກທຸລະກິດ ຝລ່ັງ - ຫວຽດນາມ ​ໃນ​ວັນ​ທີ 8/4 ຈະ​ມາ​ເຖິງ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ, ​ແລກປ່ຽນ​ການ​ດຳ​ເນີນ​ທຸລະ​ກິດ, ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ນາງ Tardieu Smith, ທີ່​ປຶກສາ​ການ​ຄ້າ ສະຖານທູດ ຝລັ່ງ ປະຈຳຫວຽດນາມ  ​ແລ້ວ,​ ນີ້​ແມ່ນ​ຫນຶ່ງ​ໃນ​ຈຳນວນຄະນະ​ນັກ​ທຸລະ​ກິດສົ່ງ​ເສີມ​ການ​ລົງທຶນອອກ​ສູ່​ຕ່າງປະ​ເທດ​​ 3 ຄະນະໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ ມາ​ຫວຽດນາມ, ນຳ​ຫນ້າ​ແມ່ນ​ລັດຖະມົນຕີ​ກະຊວງ​ການ​ຄ້າ ຝລັ່ງ Nicole Bricq. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຝລັ່ງ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕະຫລາດ ຫວຽດນາມ​.

        “ປີ 2012 ​ແລະ ຕົ້ນ​ປີ 2013 ​ແມ່ນ​ຈຸດ​ເວລາ​ທ່ີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ. ​​ແຕ່ໃນ​ປີ 2012 ​ແລະ ຕົ້ນ​ປີ 2013 ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ວິ​ສາ​ຫະກິດ​ສຳລັບ​ຕະຫລາດ ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ. ຝລັ່ງ ກໍ​ເຊັ່ນ​ດຽວ​ກັນ. ຊ້ຳ​ບໍ່​ໜຳ​ຍັງ​ ຝລັ່ງຍັງ​ເພີ່ມ​ລະດັບ​ການ​ລົງທຶນ​ເຂົ້າ ຫວຽດນາມ​ຕື່ມ​ອີກ​. ປີ​ກາຍ, ກອງ​ທຶນ​ແລກປ່ຽນ​ການ​ຄ້າ​ຂອງຝລ່ັງ ກັບ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ 29%. ​ເຖິງ​ແນວ​ໃດ​ກໍ​ຕາມ, ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ປາດ​ຖະຫນາ​ຢາກ​ປັບປຸງ​ການ​ພົວພັນ​ດ້າ​ນ​ເສດຖະກິດ​ກັບ​ ຫວຽດນາມ.”

        ປະຈຸ​ບັນ, ມີ​ວິ​ສາ​ຫະກິດ ຝລັ່ງກວ່າ 300 ​ແຫ່ງ ພວມ​ເຄື່ອນ​ໄຫວ​ຢູ່ຕະຫລາດ ຫວຽດນາມ. ຕົວເລກ​ສະຖິຕິໃນ​ປີ 2012 ​ໃຫ້​ເຫັນ​ວ່າ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ເຂົ້າ​ຝລັ່ງ ພວມ​ເພີ່ມ​ຂຶ້ນ. ທ່ານ ນາງ Tardieu Smith, ທີ່​ປຶກສາ​ການ​ຄ້າສະຖານທູດ ຝລັ່ງ ​​ໄດ້​ຮັບ​ຮູ້​ວ່າ: ຝລ່ັງ ພວມ​ຄອຍ​ຖ້າ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​​ໄປ​ຍັງ ຝລັ່ງ​ ​ແລະ ສະຫະພາບເອີ​ລົບ (ອີ​ຢູ) ຫລາຍ​ກວ່າ, ນັ້ນ​ແມ່ນ​ອະນາຄົດ​ການ​ຮ່ວມ​ມື​ໃຫມ່ລະຫວ່າງ​ສອງ​ປະ​ເທດ. ​ເວທີ​ປາ​ໄສ​ນັກ​ທຸລະ​ກິດ ຝລັ່ງ ​ແລະ ຫວຽດນາມ ຢູ່ນະຄອນ ​ໂຮ່ຈິ​ມິນ, ​ແມ່ນເຫດການ​ເປີດ​ສາກ​ໃຫ້​ແກ່​ປີ​ ຝລັ່ງ ຢູ່ ຫວຽດນາມ, ຈະ​ມີ​ການ​ພົບ​ປະລະ​ຫວ່າງ​ນັກທຸລະກິດ​ສອງ​ຝ່າຍ​ກວ່າ 1.000 ຄັ້ງ, ບໍ່​ພຽງ​ແຕ່​ຈັດ​ຂຶ້ນຢູ່​ບັນດາ​ນະຄອນ​ໃຫຍ່​ຂອງ ຫວຽດນາມ ​ເທົ່າ​ນັ້ນ ຫາກຍັງຢູ່​ຫລາ​ຍທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ທ່ານ ນາງ Tardieu Smith ​ໃຫ້​ຮູ້​ວ່າ:

        “ພື້ນຖານ​ເສດຖະກິດ ຫວຽດນາມ ກໍ​ພວມ​ພັດທະນາ​ໃນ​ຫລາຍ​ຂົງ​ເຂດ, ຕົວຢ່າງ​ຄື: ອຸດສາຫະກຳ​ສະບຽງ​ອາຫານ, ການ​ໃຊ້​ສອຍ ​ແລະ ຝ່າຍ​ ຝລັ່ງ ມີ​ທ່າ​ແຮງ​ຫລາຍ​ຢ່າງ​ໃນ​ຂົງ​ເຂດ​ນີ້, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ຮ່ວມ​ມື​ກັບ ຫວຽດນາມ. ຂ້າພະ​ເຈົ້າ​ຢາກ​ເນັ້ນ​ຫນັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ຂອງ ຝລ່ັງ ກັບ​ຫວຽດນາມ ​ມີ​ວິ​ໄສ​ທັດ​ຍາວ​ນານ​ກວ່າ ສະ​ນັ້ນ ບັນດາ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​​ ​ໃນ​ຊຸມ​ປີ​ນີ້ ບໍ່​ແມ່ນ​ສິ່ງ​ກີດ​ຂວາງ​ເທົ່າ​ນັ້ນ ຫາກ​ກົງກັນຂ້າມ​ບັນດາ​ວິ​ສາ​ຫະກິດ ຝລັ່ງ ປາດຖະຫນາຢາກ ທຳ​ມາ​ຫາ​ກິນ​ພ້ອມ​ກັບ​ຫວຽດນາມ ໃນໄລຍະ​ຍາວ​ອີກ​ດ​້ວຍ.”

ນຳປະເທດ ຝລັ່ງ ຫຍັບມໍ່ໃກ້ກັບຫວຽດນາມ ກວ່າ - ảnh 2
ສູນວັດທນະທຳ ຝລັ່ງ ຢູ່ ຮ່າໂນ້ຍ
ພາບ:internet

        ພ້ອມ​ກັບ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​​ການ​ປະຊຸມ​ໂອ້​ລົມ​ສົນທະນາ​ເສດຖະກິດ​ຂັ້ນ​ສູງ ຝລັ່ງ - ຫວຽດນາມ ຈະ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ກວ່າ. ປີ​ນີ້ ຫວຽດນາມ ​ແລະ ຝລ່ັງ ກໍ​ຍົກ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ສິ່ງ​ດັ່ງກ່າວ​ແມ່ນ​ສອດ​ຄອ່ງກັບ​ປະຫວັດສາດ ​ແລະ ສະພາບ​ຕົວ​ຈິງ​ແຫ່ງການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຝລ່ັງ, ສ້າງ​ຂອບ​ເຂດ​ໃຫມ່​ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ພັດທະນາ​ຢາງ​ເລິກ​ເຊິ່ງ ​ແລະ​ກວ້າງ​ຂວາງ​ກວ່າ. ນັບ​ແຕ່​ເມື່ອ ຝລ່ັງ ຊ່ວຍ ຫວຽດນາມ ລົບ​ລ້າງ​ການ​ຂວ້ຳ​ບາດ​ເສດຖະກິດ​ນັບ ​ແຕ່​ທົດ​ສະ​ວັດ 1990 ​, ຫລັງຈາກ​ນັ້ນ​ຍັງ​ສືບ​ຕໍ່​ສະຫນັບສະຫນູນ ຫວຽດນາມ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ, ກາຍ​ເປັນ​ສາຍ​ພົວພັນ​ແບບຢ່າງ​ລະຫວ່າງ​ປະ​ເທດ​ພັດທະນາ​ຊັ້ນ​ນຳ​ຂອງ​ໂລກ ​ແລະ ປະ​ເທດ​ພວມ​ພັດທະນາ. ການສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າ​ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຖືກ​ຈັດ​ຂຶ້ນ​ຢູ່ ທັງ​ຫວຽດນາມ ​ແລະ ຝລັ່ງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ຫວນ​ຄືນ​ປະຫວັດສາດ​ແຫ່ງການ​ພົວພັນ​ຊື່​ງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ສອງ​ປະ​ເທດ ພ້ອມ​ທັງ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ບັນດາ​ແງ່​ຫວັງ​ການ​ຮ່ວມ​ມື​ໃຫມ່​ໃນ​ອະນາຄົດ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ