ບົດຕອບສຳພາດຕໍ່ນັກຂ່າວ VOV ຂອງເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ

ບົດຕອບສຳພາດຕໍ່ນັກຂ່າວ VOV ຂອງເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ - ảnh 1


ວັນ​ທີ 2/12 ​ແມ່ນ​ວັນ​ສະ​ເຫລີ​ມສະຫລອງ ວັນ​ສະຖາ​ປະ​ນາ​ ສາ​ທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຄົບ ຮອບ 36 ປີ(02/12/1975-02/12/2011). ​ໃນ​ຕະຫລອດ 36 ປີຜ່ານມາ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ອ້າຍ​ນ້ອງ ຍາມ​ໃດ​ກໍ​ຮຽງ​ບ່າ​ຮຽງ​ໄລ່ກັບ​ພັກ, ລັດ  ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໃນ​ໄລຍະ​ສົງຄາມ, ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ໃນ​ເມື່ອ​ກ່ອນ​ກໍ່​ຄື​ໃນ​ໄລຍະ​ປົກ​ປັກ​ຮັກສາ ​ແລະ​ ສ້າງສາ​ປະ​ເທດ​ລາວໃນ​​ໄລຍະ​ປະຈຸ​ບັນ. ​ເນື່ອງ​ໃນ​ໂອກາດ​ນີ້ ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມີ​ການ​ສຳພາດ​​ທ່ານ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີອຳນາດ​ເຕັມ​ແຫ່ງ ສປປ ລາວ ປະ​ຈຳ​ຫວຽດນາມ ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ​ ລາວ. ​

ນັກ​ຂ່າວ: ຂໍ​ຮຽນ​ທ່ານ, ​ເນື່ອງ​ໃນ​ໂອກາດ ສະ​ເຫລີ​ມສະຫລອງ ວັນ​ສະຖາ​ປະ​ນາ​ ສາ​ທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຄົບ ຮອບ 36 ປີ(02/12/1975-02/12/2011). ຂໍ​ໃຫ້​ທ່ານ​ຕີ​ລາຄາ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ​ ລາວ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ປີ 2011?

ທ່ານ​​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ: ສາຍພົວພັນ​ມິດຕະພາບ, ຄວາມ​ສາມັກຄີແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ ​ແລະ ຫວຽດນາມ ​​​ໄດ້​ຮັບ​ການ​ສ້າງ​ຕັ້ງໂດຍ​ ປະທານ ​ໂຮ່ຈິ​ມີນ​ ​ແລະ ປະທານ​ໄກສອນ ພົມວິຫານ ​ແລະ ການ​ນຳ​ສອງ​ປະ​ເທດ​ລຸ້ນຕ່າງໆ​ສືບ​ຕໍ່ເພີ່ມ​ພູນ​ຄູ​ນສ້າງ, ພັດທະນາ​ຂຶ້ນ​ສູ່​ລະດັບ​ສູ​ງ​ໃຫມ່, ​ເປັນ​ຕົ້ນ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ສາຍ​ພົວພັນ​ນີ້​ໄດ້​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ​ສອງ​ປະ​ເທດ​ພວກ​ເຮົາ, ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ພັດທະນາ​ທັງ​​ເຂົ້າ​ສູ່ລວງ​​ເລິກ ​ແລະ ລວງ​ກວ້າງ, ​ໂດຍ​ສະ​ເພາະ​ແມ່ນ​ປີ 2011 ນີ້, ​ພາຍຫລັງ​ສອງ​ປະ​ເທດ​ສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ​ເລືອກ​ຕັ້ງ​ຜູ້​ແທນສະພາ ປະຊາຊົນທຸກ​ຂັ້ນ. ການ​ນຳ​ສອງ​ປະ​ເທດ​ໄດ້​ໄປມາ​ຢ້ຽມຢາມ​ເຊິ່ງກັນ ​ແລະ​ ກັນ, ຢືນຢັນ​ຄວາມ​ຕັດສິນ​ໃຈ ສືບ​ຕໍ່​ພັດທະນາ​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃຫ້​ເກີດ​ດອກ​ອອກ​ຜົນ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ນັກ​ຂ່າວ: ທ່ານ​ຕີ​ລາຄາ​ຄື​ແນວ​ໃດ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ​ ລາວ​? ຕາມ​ທ່ານ​ແລ້ວ, ສອງ​ປະ​ເທດ​ພວກ​ເຮົາ​ຄວນ​ເຮັດຫຍັງ​ແດ່​ ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ​ລາວ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ໃຫ້​ແທດ​ຈິງ ​ແລະ​ ມີ​ປະສິດທິ​ຜົນ​ກ່ວາ​ອີກ?

ທ່ານ​​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ:  ສອງ​ປະ​ເທດ​ພວກ​ເຮົາມີ​ການ​ພົວພັນ​ທີ່​​ເປັນ​ມູນ​ເຊື້ອ​ຍາວ​ນານ, ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ ສອງ​ປະ​ເທດ​ພວກ​ເຮົາ​ມີ​ພື້ນຖານ​ທາງ​ດ້ານ​ກົດໝາຍ​ອັນ​ຫນັກ​ແຫນ້ນ ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ດັ່ງກ່າວ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ​ມີ​ຢ່າງ​ຫລວງຫລາຍ, ​ໂດຍສະ​ເພາະ ສອງ​ປະ​ເທດ​ພວກ​ເຮົາມີ​ການ​ພົວພັນ​ຮອບດ້ານ, ຄວາມ​ສາມັກຄີ​​ແບບພິ​ເສດ​ມາ​ແຕ່​ດົນ​ນານ, ນັ້ນ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ຫລວງ, ພິ​ເສດ ​ແມ່ນ​ການ​ຮ່ວມ​ມື​ລົງທຶນ, ​ເສດຖະກິດ, ການ​ເມືອງ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ຊຸມ​ປີຕໍ່ຫນ້າ​ນີ້, ພວກ​ເຮົາ​ຕ້ອງ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ນີ້​ຢ່າງ​ຖືກ​ທິດ ຕາມ​ເນື້ອ​ໃນ​ຈິດ​ໃຈ​ແຫ່ງ​ການ​ຮ່ວມ​ມື ຊຶ່ງ​ການ​ນຳ​ສອງ​ປະ​ເທດ​ໄດ້​ຕົກລົງ, ນອກ​ນັ້ນ ຍັງ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ, ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ເສດຖະກິດ ທັງ​ຢູ່ ລາວ ​ແລະ ຫວຽດນາມ. ປະຈຸ​ບັນ, ການ​ລົງທຶນ​ຂອງ​ຫວຽດນາມ ​ເຂົ້າ​ລາວ ສຸດ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ​ປະກອບສ່ວນ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ລາວ ​ແລະ ນີ້​ກໍ​ແມ່ນ​ແບບຢ່າງ​ເພື່ອ​ໃຫ້​ຝ່າຍ​ລາວ​ສາມາດ​ຮຳ່ຮຽນ. ປະຈຸ​ບັນກໍ​ມີ 8 ບໍລິສັດ​ຂອງ​ລາວມາ​ລົງທຶນ​ຢູ່ ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ປະມານ 60 ລ້ານ​ໂດ​ລາ​ສະຫະລັດ, ນັ້ນ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫລວງ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ເສີມ​ຂະຫຍາຍ, ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ການ​ຮ່ວມ​ມື​ຊຶ່ງ​ການ​ນຳ​ສອງ​ປະ​ເທດ​ໄດ້​ຕົກລົງ​ກັນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ຜັນ​ຂະຫຍາຍ​ການ​ລົງທຶນ​ນີ້​ເພື່ອ​ນຳ​ມາ​ປະສິດທິ​ຜົນ​ສູງ​ສຸດ.

ນັກ​ຂ່າວ: ​ ​ໂດຍ​ໄດ້​ຮູ້​ວ່າ: ທ່ານຫາ​ກໍ່​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ ສປປລາວ​ ປະຈຳ​ຫວຽດນາມ, ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ຄື​ແນວ​ໃດ​ ກ່ຽວ​ກັບປະ​ເທດ​ຊາດ ​ແລະ​ ຊາວ​ຫວຽດນາມ?

ທ່ານ​​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ:  ຂ້າພະ​ເຈົ້າ​ມາ​ຮັບ​ຫນ້າ​ທີ່​ໃຫມ່​ຢູ່​ຫວຽດນາມ​ຄັ້ງ​ນີ້ ທັງ​​ເປັນ​ກຽດ ທັງ​ແມ່ນ​ຫນ້າ​ທີ່​ຂອງ​ຂ້າພະ​ເຈົ້າ. ກ່ອນ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​​ໂອກາດ​ສຶກສາ​ຮຳ່ຮຽນ​ຢູ່​ຫວຽດນາມ​ສະ​ນັ້ນ ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ມູນ​ເຊື້ອ​ແຫ່​ງການ​ຕໍ່ສູ້ຢ່າງ​ພິລະ​ອາດ​ຫານ ບໍ່​ຍອມ​ຈຳນົນຂອງ​ປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ສອງ​ປະ​ເທດ​ພວກ​ເຮົາ​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່​ໃນ​ໄລຍະ​ສົງຄາມ​ກໍ່​ຄື​ໃນ​ກິດຈະການ​ສ້າງສາ ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ປະຫວັດສາດ​ຂອງ​ຫວຽດນາມ ຕິດ​ພັນ​ກັບ​ບັນດາ​ການ​ຕໍ່ສູ້​ພິລະ​ອາດ​ຫານ​ຕ້ານ​ສັດຕູ, ຕິດ​ພັນ​ກັບ​ການ​ຕໍ່ສູ້​ຂອງ​ປະ​ເທດ​ລາວ. ຫວຽດນາມ ​ແມ່ນ​ປະ​ເທດ​ສວຍ​ງາມ, ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່ຫລາຍ​ແຫ່ງ, ຄວາມ​ສາມາດ​ບ່ົມ​ຊ້ອນ​ການທ່ອງທ່ຽວ​ແມ່ນ​​ໃຫຍ່​ຫລວງ. ​ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈຕໍ່​ມິດ​ຈິດ​ມິດ​ໃຈ​ຂອງ ປະຊາຊົນຫວຽດນາມ, ຂອງ​ເພື່ອນ​ມິດ​ຫວຽດນາມທີ່​ມີ​ຕໍ່​ປະຊາຊົນ​ລາວ, ​ ​ໃນ​ການ​ໂອກາດວັນຊາດ​ນີ້ ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາຫນ່ວຍ​ງານ, ອົງການ​ຕ່າງໆ, ນັບ​ທັງ​ແຂວງ​ທ້ອງ​ຖິ່ນ​ທີ່​ຫ່າງ​ໄກ​ສອກຫລີກ  ​ກໍ່​ໄດ້​ແຕ່ງ​ຕັ້ງ​ຄະນະ​ ມາ​ອວຍພອນ​ພວກ
ຂ້າພະ​ເຈົ້າ, ພວກ​ຂ້າພະ​ເຈົ້າສຸດ​ທີ່​ປິ​ຕິ​ຊົມ​ຊື່ນ ສຸດ​ທີ່​ຊາບ​ຊຶ້ງ   ສຸດ​ທີ່​ຮູ້​ບຸນຄຸນຕໍ່​ຄວາມ​ສາມັກ​ຄີຄວາມສະຫນິດ
ສະຫນົມຂອງ​ເພື່ອນ​ສະຫາຍ​ຫວຽດນາມ​ທີ່​ມີ​ຕໍ່​ປະຊາຊົນ​ລາວ​ບັນດາ​ເຜົ່າ.

ນັກ​ຂ່າວ: ​ ຂໍ​ທ່ານ​ໃຫ້​ຮູ້ວ່າ ​ໃນ​ອາຍຸ​ການປະຕິບັດ​ຫນ້າ​ທີ່​ການ​ທູດ​ຂອງ​ຕົນຢູ່​ຫວຽດນາມ ທ່ານ​ຈະ​ເຮັດຫຍັງ​ແດ່​ ເພື່ອປະກອບສ່ວນ​ປັບປຸງ ​ແລະ​ ຊຸກຍູ້​ສາຍ​ພົວພັນມິດຕະພາບ, ຄວາມ​ສາມັກຄີແບບ​ພິ​ເສດ​ຫວຽດນາມ ​ແລະ​ ລາວ?

ທ່ານ​​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ:  ການ​ທີ່​ມາ​ຮັບ​ຫນ້າ​ທີ່ຢູ່​ຫວຽດນາມ​ຄັ້ງ​ນີ້ ທັງ​ເປັນ​ກຽດ, ທັງ​ເປັນ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ. ສະ​ນັ້ນ ຂ້າພະ​ເຈົ້າ​ຈ​ະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ພວກ​ເຮົາ. ​ໃນ​ຖານະ​ເປັນ​ເສ​ນາ​ທິການ​ໃຫ້​ແກ່​ຂັ້ນ​ເທິງ, ​​ເປັນ​ຂົວ​ຕໍ່​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ໃນ​ປີ 2012 ​ແມ່ນ​ປີ​ແຫ່ງ​ຄວາມ​ສາມັກຄີ ມິດຕະພາບ ລະຫວ່າງ​ສອງ​ຊາດ​ພວກ​ເຮົາ, ຂ້າພະ​ເຈົ້າ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​​ເຂົ້າໃນ​ການ​ປະສານ​ສົມທົບ​ກັບ​ບັນດາ​ຂະ​ແຫນງ​ການ​ຕ່າງໆ​ທັງ​ລາວ ​ແລະ ຫວຽດນາມນັບ​ທັງ​ສູນ​ກາງ​ ແລະ ທ້ອງ​ຖິ່ນ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​  ວຽກ​ງານ​     ສະ​ເຫລີ​ມ ສະຫລອງ​ດັ່ງກ່າວ​ມ​ໃຫ້ມີ​ໝາກຜົນ ​ແລະ ມີເນື້ອ​ໃນ, ​ໂດຍ​ສະ​ເພາະ​ສຶກສາ​ອົບ​ຮົບ​ໃຫ້​ແກ່​ຊາວ​ຫນຸ່ມ, ທຸກ​ຄົນ​​ຮັບ​ຮູ້​ໄດ້​ມູນ​ເຊື້ອການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ປະກອບສ່ວນ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ດັ່ງກ່າວ​ໃຫ້​ນັບ​ມື້​ນັບ​ເກີດ​ດອກ​ອອກ​ຜົນ.

ນັກ​ຂ່າວ: ຂໍ​ຂອບ​ໃຈ​ທ່ານ. ຂໍ​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ໃນ​ຫນ້າ​ທີ່​ວຽກ​ງານ​ຂອງ​ຕົນ ​ແລະ ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ເຂົ້າໃນການ​ພັດທະນາ​ສາຍ​ພົວພັນ ຫວຽດນາມ ​ແລະ ລາວກວ່າ​ອີກ.

 


ຕອບກັບ

ຂ່າວ/ບົດ​ອື່ນ