ບັນດາສິ່ງທ້າທາຍທີ່ມີຕໍ່ ປະທານາທິບໍດີເພດຍິງຄົນທຳອິດຂອງ ສ.ເກົາຫຼີ

ບັນດາສິ່ງທ້າທາຍທີ່ມີຕໍ່ ປະທານາທິບໍດີເພດຍິງຄົນທຳອິດຂອງ ສ.ເກົາຫຼີ - ảnh 1
ທ່ານນາງ Park Geun- hyeຈະກາຍ​ເປັນ​ປະທານາທິບໍດີ​​
ເພດ​ຍິງຄົນທຳ​ອິດ​ຂອງ ສ.​ເກົາຫຼີ (ພາບ: internet)

    
  ທ່ານນາງ Park Geun- hye ​ຜູ້​ສະໝັກ​ເລືອກ​ຕັ້ງ​ສັງ​ກັດ​ພັກ​ໂລກ​ໃໝ່​ກຳ​ອຳນາດສາມາດເອົາຊະນະທ່ານ Moon jae-in ສັງກັດພັກ​ຝ່າຍ​ຄ້ານ​ປະຊາທິປະ​ໄຕ​ເອກ​ະພາບ (DUP)​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 19/12/2012 ​ເພື່ອ​ກາຍ​ເປັນ​ປະທານາທິບໍດີ​​ເພດ​ຍິງຄົນທຳ​ອິດ​ຂອງ ສ.​ເກົາຫຼີ. ອາຍຸການຂອງ ປະທານາທິບໍດີ ຄົນທີ່ 18 ຂອງ ສ. ເກົາຫຼີ ຊຶ່ງເລີ່ມແຕ່ເດືອນ 2/2013 ໄດ້ຮັບການຕີລາຄາວ່າ ຈະມີສິ່ງທ້າທາຍຫຼາຍຢ່າງ, ຂະນະທີ່ຕ້ອງປະເຊີນໜ້າກັບ ພື້ນຖານເສດຖະກິດ ຂອງ ສ.​ເກົາຫຼີ ພວມອຶດ​ອາດ​ຊັກ​ຊ້າ​ລົງ ກໍ​ຄື​ບັນດາ​ບັນຫາ​ໃນ​ແຫຼມ​ເກົາຫຼີ.

    ທ່ານນາງ Park Geun- hye ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ໃນ​ສະພາບ​ທີ່​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢູ່ ສ.​ເກົາຫຼີ ​ໃນ​ປີ 2012 ຖືກ​ຊັກ​ຊ້າ​ລົງ​ໃນ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ 3 ປີຜ່ານມາ. ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງຕ່າງປະເທດ, ໂດຍສະເພາະແມ່ນຈາກພາກພື້ນໃຊ້ສະກຸນເງິນເອີໂຣລວມ(Eurozone) ​ໄດ້​ຫຼຸດ​ລົງ​ຢ່າງ​ແຮງ. ທະນາຄານ​ສູນ​ກາງ ສ.​ເກົາຫຼີ (BOK) ​ໃນ​ມໍ່​ມາ​ນີ້​ໄດ້​ຫຼຸດ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ລົງ 2,4%​ເມື​ອ່ທຽບ​ໃສ່​ລະດັບ​ຄາດ​ຄະ​ເນ ຄື 3% ທີ່​ຖືກ​ຍົກ​ອອກ​ມາ​ກ່ອນ​ນີ້. ຍິ່ງ​ໄປ​ກ່ວາ​ນັ້ນ, ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ສືບ​ຕໍ່​ມີ​ທ່າ​ອຽງ​ເຕີບ​ໂຕ​ດ້ວຍ​ລະດັບ​ຕ່ຳ​ຄື​ປະມານ 2%​ໃນ​ປີ 2013 ຍ້ອນ​ຕະຫຼາດ​ອະສັງຫາລິມະ​ຊັບ ​ຫຼຸດ​ລົງ ​ແລະ ຮ້າຍ​ແຮງ​ກ່ວາ​ນັ້ນ​ແມ່ນ​ອັດຕາ​ການວ່າງ​ງານ​ໄດ້​ເພີ່ມ​ຂຶ້ນ​ໃນ​ລຸ່ນໄວ​ໜຸ່ມ. ຄວາມ​ຈິງ​ໃນ​ປະຈຸ​ບັນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຜິດ​ດຽງ​ດ້ານ​ລາຍ​ຮັບ​ກໍ​ຄື​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ຄວາມ​ຮັ່ງມີ ​ແລະ ທຸກ​ຍາກ​ຢູ່ ສ.​ເກົາຫຼີ ​ແມ່ນ​ນັບ​ນື້ນັບ​ສູງ​ຂຶ້ນ. ຖ້າ​ທຽບ​ໃສ່​ປີ 2006, ຈຳນວນ​ຄອບຄົວ​ຢູ່​ໃນ​ເປົ້າ​ໝາຍ​ຂ້ອນ​ຂ້າງ​ຄວາມທຸກ​ຍາກ​ໄດ້​ເພີ່ມ​ຂຶ້ນ 10%.

   ​ໃນ​ຂົງ​ເຂດ​ພົວພັນ​ຕ່າງປະ​ເທດ, ບັນດາ​ການ​ພິພາດ​ອະທິປະ​ໄຕ​ກັບ​ຍີ​ປຸ່ນ ​ແລະ ບັນຫາ​ນິວ​ເຄຼຍ​ໃນ​ແຫຼມເກົາຫຼີ​ຍັງ​ຄົງ​ເກີດ​ຂຶ້ນ, ພີ​ເສດ​ເມື່ອ​ພຽງ​ຢາງ​ຫາ​ກໍ​ດຳ​ເນີນ​ການ​ຍິງ​ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ. ນັກ​ໃຈ້​ແຍກ​ຫຼາຍ​ຄົນ​ໃຫ້​ຂໍ້​ສັງ​ເກດ​ວ່າ : ການ​ພົວພັນ​ລະຫວ່າງ 2 ພາກເກົາຫຼີ​ໄດ້​ຊົ່ວ​ຮ້າຍ​ໄປ​ຢ່າງ​ວ່ອງ​ໄວ​ໃນ​ອະ​ຍຸ​ການ​ຂອງ​ທ່ານ Lee Myung- bak .

    ​ເພື່ອ​ເປັນການບັນ​ເທົ່າ​ຄວາມ​ເປັນ​ຫ່ວງ​​ເປັນ​ໄຍຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ລົງ​ສ່ວນ​ໃດ​ສ່ວນ​ໜຶ່ງ, ທ່ານນາງ Park Geun- hye ​ໄດ້​ໝັ້ນ​ໝາຍວ່າ ຈະ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ທີ່​ເຄັ່ງຮ້ອນ​ໃນ​ປະຈຸ​ບັນ​ເທົາ​ທີ່​ຄວນ ຄື ສະພາບ​ການ​ສຶກສາ​ເກີນ​ຂອບ​ເຂດ, ​ເຮືອນ​ຢູ່​ໃຫ້​ແກ່​ບັນດາ​ຄູ່​ສົມລົດ​ໃໝ່, ​​ບັນຫາ​ການວ່າງ​ງານອາດ​ຈະ​ເກີດ​ຂື້ນ​ໃນ​ກຸ່ມ​ແຮງ​ງານ​ມີ​ເກັ່ນ​ອາຍຸ 40 ປີ ຂຶ້ນ​ໄປ ​ແລະ ສະພາບ​ຜູ້​ເຖົ້າຜູ້​ແກ່​ຢູ່​ປຽວ. ອຳນາດ​ການ​ປົກຄອງ​​ໃໝ່ຍັງມີ​ແຜນການ​ສົ່ງ​ເສີມ​ການ​ກໍ່​ສ້າງ​ຖານ​ທີ່​ໝັ້ນ​ທະຫານ​ເຮືອ​ໃນ​ເກາະ Jeju , ປັບປຸງ​ຄວາມ​ສາມາດ​ຂອງ​ກຳລັງ​ຕຳຫຼວດ​ທະ​ເລ, ພິ​ເສດ​ແມ່ນ​ເປີດ​ກ້ວາງ​ເຄື່ຶອຂ່າຍ​ຮັບປະກັນ​ຊີວິດ​ສັງຄົມ. ນອກຈາກ​ນັ້ນ, ​ເພື່ອ​ປະຕິບັດ​ການ​ຫັນ​ໄປ​ສູ່​ຮູບ​ແບບ​ເສດຖະກິດ​ໃໝ່​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ອຳນາດ​ການ​ປົກຄອງ​ຂອງ ທ່ານນາງ Park Geun- hye ຍັງ​ຄາດ​ຄະ​ເນ​ວ່າ​ຈະ​ສ້າງ​ຕັ້ງ​ກະຊວງ ວິທະຍາສາດ ​ແລະ ປະດິດ​ຄິດ​ສ້າງ​ເພື່ອ​ໜູນ​ຊ່ວຍ​ກິດຈະການ​ປະຕິ​ຮູບ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ.

   ກ່ຽວ​ກັບ​ໂຄງ​ປະກອບ​ຄະນະ​ລັດຖະບານ​ໃໝ່, ທ່ານນາງ Park Geun- hye ​ຍັງ​ໝັ້ນ​ໝາຍ​ເຄົາລົບ​ສິດ​ເລືອກ​ເຟັ້ນບັນດາ​ສະ​ມາ​ຊິກ​ຂອງ​ນາຍົກລັດຖະມົນຕີ. ນອກຈາກ​ນັ້ນ, ປະທານາທິບໍດີ​ຍິງຄົນທຳ​ອິດ​ຂອງ ສ.​ເກົາຫຼີຍັງ​ໃຫ້​ຮູ້​ວ່າ ຈະ​ພິຈາລະນາ​ກໍລະນີ​ປັບປຸງ​ລັດຖະທຳ​ມະນູນ​ຕາມ​ທິດ​ຫຼຸດ​ກຳນົດ​ເວລາ​ກຳ​ອຳນາດ​ໃນ​ອາຍຸ​ການ​ໜຶ່ງ​ລົງ​ເຫຼືອ​ພຽງ 4 ປີ ​ເມື່ອ​ທຽບ​ໃສ່ 5 ປີ ຄື​ປະຈຸ​ບັນ.

     ​ໃນ​ການ​ພົວພັນ​ກັບ ສ.ປ.ປ.​ເກົາຫຼີ, ທ່ານນາງ Park Geun- hye ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຄ່ອງ​ແຄ້ວ​ກ່ວາ​ເມື່ອ​ທຽບ​ໃສ່​ ປະທານາທິບໍດີສະ​ໄໝ​ກ່ອນ ຂະນະ​ທີ່​ໄດ້​ຖະ​ແຫຼ​ງວ່າ ລັດຖະບານ​ໃໝ່​ຈະ​ຮັກສາ​ນະ​ໂຍບາ​ຍ​ເປີດ​ປະຕູ​ເພື່ອ​ປົວ​ແປງ​ການ​ພົວພັນ, ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ມະນຸດສະທຳ, ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ເຕົ້າ​ໂຮມ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ພາກເກົາຫຼີ, ​ໃນ​ນັ້ນ​ມີ​ແຜນການ​ເປີດ​ກ້ວາງ​ເຂດ​ອຸດສາຫະກຳ​ປະສົມ Kaesong . ທ່ານນາງ Park Geun- hye ຍັງ​ເນັ້ນ​ໜັກ​ວ່າ ຈະ​ແຍກ​ບັນຫາ​ຊ່ວຍ​ເຫຼືອ​ມະນຸດສະທຳ​ອອກ​ຈາກ​ຂົງ​ເຂດ​ການ​ເມືອງ, ພ້ອມກັນ​ນັ້ນ, ສຳລັບ​ທຸກໆ​ບ້ວງ​ເງິນ​ລົງທຶນ​ກ້ອນ​ໃຫຍ່​ ໃດໆທີ່​ລົງທຶນເຂົ້າ​ພຽງ​ຢາງ​ ລ້ວນ​ແຕ່​ຕ້ອງ​ປະກອບສ່ວນ​ມຸ່ງ​ໄປ​ສູ່​ຈຸດໝາຍ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ.

    ນັກ​ໄຈ້​ແຍກ​ຫຼາຍ​ຄົນ​​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ປະທານາທິບໍດີ​ຍິງຄົນທຳ​ອິດ​ຂອງ ສ.​ເກົາຫຼີ, ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ ກໍ​ຕາມ, ​ແຕ່​ກໍ​ຍັງ​ມີ​ຄວາມ​ສະດວກ​ ຫຼາຍ​ຢ່າງ. ພາລະກິດ​ການ​ເມືອງ​ຂອງ ທ່ານນາງ Park Geun- hye ​ໄດ້​ເລີ່​ມຂຶ້ນ​ໂດຍ​ໄວ​ທີ່​ສຸດ ຄື​ນັບ​ແຕ່​ມີ​ອາຍຸ 22 ປີ ຂະນະ​ທີ່​ບິດາ​ຂອງ​ລາວ ​ແມ່ນ​ທ່ານ Park Chung- hee ​ໄດ້​ເປັນ ປະທານາທິບໍດີ​​ຂອງ ສ.​ເກົາຫຼີ. ຍິງ​ໄປ​ກ່ວາ​ນັ້ນ, ກ່ອນ​ທີ່​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ​, ທ່ານນາງ Park Geun- hye ​ໄດ້​ເຄີຍ​ເປັນ ສ.ສ.ຊ ​ໃນ 5 ຊຸດ​ຢ່າງ​ລຽນຕິດ ​ແລະ ​ເຄີຍ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະທານ​ຄະນະ​ກຳມະການ​ຮັບ​ມື​ດ່ວນ ຂອງ​ພັກ​ໂລກ​ໃໝ່. ທັງ​ໝົດ​ເຫຼົ່າ​ນັ້ນ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດບໍ່​ໜ້ອຍ​ໃຫ້​ແກ່​ວຽກ​ງານ​ບໍລິຫານ​ຂອງ​ທ່ານນາງ​ໃນ​ອາຍຸ​ການ​ເປັນ ປະທານາທິບໍດີ​ ສ.​ເກົາຫຼີ ທີ່​ຈະ​ມາ​ເຖິງ.

    ດ້ວຍ​ຄຳ​ຖະ​ແຫຼ​ງຈະ​ອຸທິດ​ສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ ​ແລະ ຄວາມ​ມານະ​ພະຍາຍາມ​ສາມັກຄີ​ຊາດ, ທ່ານນາງ Park Geun- hye ​ໄດ້​ຖືກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ສ.​ເກົາຫຼີ ​ເຊື່ອ​ໝັ້ນ​ວ່າ ຈະ​ສາມາດ​ສ້າງອິດ​ທິພົນ​ຊື່​ສຽງ​ປຽບ​ເໝືອນ​ບິດາ​ຂອງ​ທ່ານ​ນາງ ​ແລະ ຈະ​ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ​ຂອງ ສ.​ເກົາຫຼີ ​ໃນ​ປະຈຸ​ບັນ​​ໃຫ້ໄດ້ .

ຕອບກັບ

ຂ່າວ/ບົດ​ອື່ນ