ບຸນເຕັດຢູ່ໝູ່ບ້ານ
ປະຊາຊົນຄຸ້ມບ້ານ ເດິ່ມ, ບ້ານ ບິກຈີ່, ຕາແສງ ລຽມຕວຽນ, ນະຄອນ ຝຸລີ, ແຂວງຮ່ານາມ ພວມຟ້າວຟັ່ງກະກຽມຂັ້ນຕອນຕ່າງໆເພື່ອເຮັດເຂົ້າຕົ້ມທີ່ຫອມແຊບ, ສະໜອງໃຫ້ແກ່ລູກຄ້າທັງຢູ່ພາຍໃນ ແລະ ນອກແຂວງ.
ປະຊາຊົນໝູ່ບ້ານເດິມເຮັດເຂົ້າຕົ້ມ |
ຄຸ້ມບ້ານເດິ່ມ ເຮັດເຂົ້າຕົ້ມຕະຫຼອດປີຕາມໃບສັ່ງຊື້ສິນຄ້າ ແຕ່ເວລາມີຄົນສັ່ງຊື້ຫຼາຍທີ່ສຸດພັດແມ່ນຕອນເວລາໃກ້ບຸນເຕັດ, ລົດຊາດກິ່ນອາຍບຸນເຕັດທີ່ມາຈາກບັນດາໝໍ້ຕົ້ມເຂົ້າຕົ້ມພວມກະຈາຍອອກທົ່ວໝູ່ບ້ານນີ້.
ມ່ວນຫຼາຍ, ເຮືອນໃດ, ຜູ້ໃດກໍ່ໄປໆມາໆ, ຟ້າວຟັ່ງຫໍ່ເຂົ້າຕົ້ມ. ວັນບຸນເຕັດແມ່ນມ່ວນທີ່ສຸດ.
ໃນໂອກາດບຸນເຕັດປີນີ້, ພວກຂ້າພະເຈົ້າເຮັດເຂົ້າຕົ້ມບໍ່ທັນຕາມຄວາມຕ້ອງການຂອງຕະຫຼາດເລີຍ. ຄວາມຕ້ອງການເຂົ້າຕົ້ມຂອງຕະຫຼາດແມ່ນຫຼາຍໆ.
ໃກ້ຈະຮອດບຸນເຕັດ, ຖະໜົນຫົນທາງມີຄົນຄັບຄາໜາແໜ້ນ, ມີຄົນມາຊື້ເຂົ້າຕົ້ມເພື່ອສົ່ງໄປຂາຍຢູ່ບ່ອນອື່ນ, ມີຄົນຂົນສົ່ງໃບຕອງກ້ວຍ, ມີຄົນຂົນສົ່ງອາຫານການກິນອື່ນໆມາ ເພື່ອແລກເອົາສິນຄ້ານຳກັນ. ມີຄົນຫຼາຍທັງເວັນ ແລະ ຄືນເລີຍ.
ເຂົ້າຕົ້ມຄຸ້ມບ້ານ ເດິ່ມ ມີຊື່ສຽງຍ້ອນຫອມແຊບຫຼາຍ. ເພາະສະນັ້ນ, ແຕ່ດົນນານມາແລ້ວ, ຊາວໝູ່ບ້ານຍັງຮັກສາວິທີການຫໍ່ເຂົ້າຕົ້ມແບບດັ້ງເດີມ. ພິເສດ, ປະຊາຊົນຢູ່ແຫ່ງນີ້ຍັງມີເຄັດລັບສະເພາະແມ່ນນຳໃຊ້ນ້ຳຝົນເພື່ອຕົ້ມເຂົ້າຕົ້ມຈົນຄົບ 12 ຊົ່ວໂມງ.
ປະຊາຊົນຢູ່ແຫ່ງນີ້ໃຫ້ຮູ້ວ່າ ຕອນໃດທີ່ຄົນຫວຽດ ຍັງກິນເຂົ້າຕົ້ມ ຕອນນັ້ນຊາວຄຸ້ມບ້ານ ເດິ່ມ ຈະຍັງຮັກສາອາຊີບເຮັດເຂົ້າຕົ້ມນີ້ໄວ້. ອ້າຍ ບຸຍມິງຕວັນ, ຊາວບ້ານ ເດິ່ມ ແບ່ງປັນວ່າ:
ເຂົ້າຕົ້ມແມ່ນສັນຍາລັກໃຫ້ແກ່ການເຕົ້າໂຮມ, ຮັກແພງກັນໃນແຕ່ລະຄອບຄົວ. ເພາະສະນັ້ນ, ເຖິງວ່າໃນປັດຈຸບັນ ຊີວິດມີການພັດທະນາແລ້ວ, ມີອາຫານຕ່າງໆຫຼາຍຢ່າງແຕ່ການຫໍ່ເຂົ້າຕົ້ມນີ້ ຍັງສະແດງໃຫ້ເຫັນຄວາມປາດຖະໜາຂອງຂ້າພະເຈົ້າກໍ່ຄືປະຊາຊົນແຕ່ລະຄົນຢູ່ແຫ່ງນີ້ ແມ່ນເຮັດແນວໃດໃຫ້ການດຳລົງຊີວິດນັບມື້ນັບສົມບູນພູນສຸກ.
ບຸນເຕັດຢູ່ເຂດນ້ຳຖ້ວມ
ການຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນແມ່ນມູນເຊື້ອຂອງຊາດຫວຽດນາມ, ບໍ່ພຽງແຕ່ໃນຄອບຄົວເທົ່ານັ້ນ ຫາກຍັງໃນວົງຄະນະຍາດສັງຄົມອີກດ້ວຍ. ບຸນເຕັດປີນີ້, ປະຊາຊົນເຂດປະສົບໄພທຳມະຊາດ, ພາຍຸໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ໃນການແບ່ງເບົາ, ຄວາມເອົາໃຈໃສ່ຂອງປະຊາຊົນນັບລ້ານຄົນ. ຍິ່ງໄປກ່ວານັ້ນ, ເຂົາເຈົ້າພວມມີຄວາມໝັ້ນໃຈວ່າ ຕົນເອງຈະສາມາດສ້າງການດຳລົງຊີວິດໃໝ່ແຫ່ງຄວາມສະຫງົບສຸກ, ມີຄວາມຜາສຸກ ແລະ ໝັ້ນຄົງກວ່າກ່ອນເວລາເກີດໄພທຳມະຊາດ.
ປະຊາຊົນ ຮັບເຮືອນໃໝ່ |
ວັນສຸດທ້າຍຂອງປີເກົ່າ, ບັນຍາກາດຄຶກຄື້ນມ່ວນຊື່ນທົ່ວທຸກແຫ່ງຢູ່ເຂດຕັ້ງຖິ່ນຖານໃໝ່ ຫວຍແກ, ບ້ານ ລິ້ງ, ຕາແສງ ເມື່ອງໂປນ, ແຂວງ ດຽນບຽນ ເມື່ອພໍ່ແມ່ປະຊາຊົນປຸ້ມລຸມກັນປະດັບປະດາຢູ່ເຮືອນຫຼັງໃໝ່ ເພື່ອຕ້ອນຮັບບຸນເຕັດ.
ເຮືອນຫຼັງໃໝ່ 35 ຫຼັງຢູ່ເຂດຕັ້ງຖິ່ນຖານໃໝ່ ບໍ່ພຽງແຕ່ແມ່ນບ່ອນຢູ່ອາໄສເທົ່ານັ້ນ ຫາກຍັງແມ່ນບ່ອນເພື່ອໃຫ້ເຂົາເຈົ້າພ້ອມກັນມຸ່ງໄປເຖິງປີໃໝ່ແຫ່ງຄວາມສະຫງົບສຸກ, ມີຄວາມສົມບູນພູນສຸກ.
ພໍ່ແມ່ປະຊາຊົນຜູ້ໃດກໍ່ຮູ້ສຶກປະຕິຊົມຊື່ນ, ຂໍຂອບໃຈຄວາມເອົາໃຈໃສ່ຂອງພັກ, ລັດ. ຢູ່ເຮືອນລັງໃໝ່, ພໍ່ແມ່ປະຊາຊົນຈະປູກດອກໄມ້ຢູ່ໜ້າບ້ານ ເພື່ອສ້າງຄວາມສວຍງາມໃຫ້ແກ່ໝູ່ບ້ານ.
ບຸນເຕັດປີນີ້ ແມ່ລູກຂ້າພະເຈົ້າໄດ້ຢູ່ເຮືອນຫຼັງໃໝ່. ຄວາມຝັນໃນຫຼາຍປີມານີ້ໄດ້ປະກົດຜົນເປັນຈິງແລ້ວ. ຂໍຂອບໃຈນຳລັດຫຼາຍໆ.
ພາຍຫຼັງພາຍຸ, ພໍ່ແມ່ປະຊາຊົນໄດ້ຮັບຫຼາຍແຫຼ່ງກຳລັງໂດຍປະຊາຊົນໃນທົ່ວປະເທດສົ່ງມາໃຫ້. ກ້າວເຂົ້າສູ່ລະດູບານໃໝ່, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນ, ນີ້ແມ່ນກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າກັບຄືນສູ່ຊີວິດທີ່ເປັນປົກກະຕິໂດຍໄວ, ກ້າວເຂົ້າສູ່ປີໃໝ່ຢ່າງໝັ້ນໃຈໝັ້ນຄົງ.
ໃນຂະນະນັ້ນ, ຢູ່ເຂດຕັ້ງຖິ່ນຖານຄືນໃຫມ່ ໝູ່ບ້ານຫນູ໋ ຕາແສງ ຟຸກແຄງ ເມືອງ ບ໋າວອຽນ ແຂວງ ລ່າວກາຍ, ໃນມື້ສຸດທ້າຍຂອງປີເກົ່າ, ບັນຍາກາດແມ່ນຄຶກຄື້ນແຕ່ຮຸ່ງເຊົ້າ.
ເຮືອນຫຼັງໃໝ່ແມ່ນພະຍານຫຼັກຖານໃຫ້ແກ່ຄວາມສາມັກຄີທົ່ວປວງຊົນທັງຊາດ |
ກ່ອນນີ້ 1 ເດືອນ, ຄອບຄົວ ອ້າຍ ຊອນ ແມ່ນຫນຶ່ງໃນບັນດາຊາວບ້ານຫນູ໋ ທີ່ໄດ້ຮັບເຮືອນຫລັງໃຫມ່ຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃຫມ່ ໂດຍບໍ່ຫ່າງໄກປານໃດກັບບ່ອນຢູ່ເກົ່າທີ່ຖືກໄພທຳມະຊາດລົບລ້າງໃນເຫດພາຍຸນ້ຳຖ້ວມກ່ອນນີ້ 3 ເດືອນ.
“ຂ້າພະເຈົ້າບໍ່ຄິດໄດ້ວ່າ ຕົນເອງຈະໄດ້ຮັບເຮືອນຫລັງງາມຄືແນວນີ້. ຜົວເມຍຂ້າພະເຈົ້າສອງສາມມື້ຜ່ານມາກໍ່ຫ້າງຫາກະກຽມແຕ່ງເຍື່ອງອາຫານແຊບໆເພື່ອເຊີນພີ່ນ້ອງເພື່ອນບ້ານມາຮ່ວມ”.
ເອື້ອຍ ຖຸຍ ເມຍຂອງອ້າຍ ຊອນ ບໍ່ເຊື່ອວ່າ ທຸກສິ່ງທຸກຢ່າງແມ່ນມາໄວແທ້ຄືດັ່ງຄວາມຝັນ. ເປີດປະຕູເຮືອນຫລັງໃຫມ່, ຄອບຄົວເອື້ອຍ ຖຸຍ ອ້າຍ ຊອນ ຄືດັ່ງໄດ້ເປີດອະນາຄົດໃຫມ່...
ຜ່ານຜ່າຄວາມຫຍຸ້ງຍາກລຳບາກຈາກເຫດໄພທຳມະຊາດກໍ່ຂຶ້ນນັ້ນ, ປະຊາຊົນໃນບ້ານພວມມານະພະຍາຍາມສ້າງຊີວິດໃຫ້ເປັນປົກກະຕິ. ລະດູບານໃຫມ່ພວມວຽນມາ, ປະຊາຊົນຢູ່ທີ່ນີ້ຍາມໃດກໍ່ປາດຖະຫນາຢາກມີອະນາຄົດອັນສົດໃສກວ່າ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍຂອງການຟື້ນຟູຊີວິດເທົ່ານັ້ນ ຫາກຍັງເປັນການພິສູດໃຫ້ເຫັນນ້ຳໃຈຄວາມຮັກແພງ ແລະ ກຳລັງແຮງເຈດຈຳນົງ ພ້ອມກັນກໍ່ສ້າງ “ບ້ານແບບຢ່າງ”, “ບ້ານຜາສຸກ”.
ຕ້ອນຮັບບຸນເຕັດຫ່າງໄກບ້ານເກີດເມືອງນອນ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດອວ່າຍຫນ້າເມືອຫາປະເທດຊາດ
ຊາວຫວຽດນາມອາໄສຢູ່ໄທ ເຂົ້າຮ່ວມວັນບຸນເຕັດແຫ່ງບ້ານເກີດເມືອງນອນ ທີ່ໄດ້ຈັດຂຶ້ນຢູ່ ໄທ (ພາບ: nhandan.vn) |
ສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເມື່ອໂອກາດບຸນເຕັດວຽນມາ, ເຖິງວ່າ ຄ້າງຄາກັບວຽກງານຢູ່ປະເທດປະຈຳຖິ່ນແນວໃດກໍຕາມ ແຕ່ຜູ້ໃດກໍພະຍາຍາມຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳຕ້ອນຮັບບຸນເຕັດ, ສາມັກຄີ, ອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍ, ປາດຖະຫນາຢາກໃຫ້ບ້ານເກີດເມືອງນອນມີການປ່ຽນແປງ, ມີການຫັນປ່ຽນຕົນ.
ໂດຍໄດ້ດຳລົງຊີວິດຢູ່ Morocco ກວ່າ 50 ປີແລ້ວ, ແຕ່ປ້າ ເຈີນທິຮົ່ງໄມ ຍາມໃດກໍ່ເຄົາລົບແຕ່ລະຈຸດເວລາກ່ຽວກັບບຸນເຕັດ ເມື່ອປ້າໄດ້ກັບຄືນເມືອ ຫວຽດນາມ ຕ້ອນຮັບບຸນເຕັດ ແລະ ຍາມໃດລໍຄອຍບຸນເຕັດເພື່ອໃຫ້ມີໂອກາດເລົ່າໃຫ້ລູກຫລານຟັງກ່ຽວກັບບຸນເຕັດຢູ່ ຫວຽດນາມ.
ສຳລັບປ້າ ໄມ, ການຕ້ອນຮັບບຸນເຕັດ ຫວຽດນາມ ຢູ່ ປະເທດຕ່າງປະເທດ ແລະ ມີຄວາມແຕກຕ່າງດ້ານວັດທະນະທຳ ຍິ່ງເຮັດໃຫ້ຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ, ຄິດຮອດບັນຍາກາດຕ້ອນຮັບບຸນເຕັດຍິ່ງຫລາຍຂຶ້ນ.
ໂດຍຕ່າງກັບປ້າ ໄມ, ລຸງ ຫງວຽນວັນຮວ່າ ດຳລົງຊີວິດຢູ່ ໄທ ມາເປັນເວລາກວ່າເຄິ່ງສັດຕະວັດແລ້ວ. ຄອບຄົວລຸງ ປະຈຸບັນ ດຳລົງຊີວິດຢູ່ ແຂວງ ປະທຸມທານີ ພາກກາງ ໄທ. ປີໃດກໍ່ກະກຽມເພື່ອຕ້ອນຮັບບຸນເຕັດຢ່າງຄົບຖ້ວນ.
ບໍ່ພຽງແຕ່ແມ່ນຈຸດເວລາທີ່ເຕັມໄປດ້ວຍຄວາມອົບອຸ່ນຮັກແພງຢູ່ໃນແຕ່ລະຄອບຄົວເທົ່ານັ້ນ ຫາກສຳລັບຊາວ ຫວຽດນາມ ອາໄສຢູ່ ໄທ ແລ້ວ, ບຸນເຕັດຍັງແມ່ນໂອກາດໄດ້ເຕົ້າໂຮມກັນຂອງວົງຄະນາຍາດ. ທ່ານນາງ ເຈືອງທິແບ, ຮອງປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ພູເກັດ ແລະ ທ່ານ ເລືອງຊວນຮວ່າ, ປະທານສະມາຄົມຊາວ ໄທ ເຊື້ອຊາດ ຫວຽດນາມ ຢູ່ແຂວງ ອຸດອນທານີ, ມີຄວາມປິຕິຊົມຊື່ນເມື່ອໄດ້ພ້ອມກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ໄທ ຕ້ອນຮັບບຸນເຕັດໃນລາຍການ: ລະດູບານໃຫມ່ແຫ່ງບ້ານເກີດເມືອງນອນທີ່ຈັດຂຶ້ນຢູ່ ນະຄອນຫລວງ ບາງກອກ:
“ພວກຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເດີນທາງຈາກ ພູເກັດ ໄປຕົ້າໂຮມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ດຳລົງຊີວິດຢູ່ ປະເທດໄທ ເພື່ອພ້ອມກັນຕ້ອນຮັບບຸນເຕັດດ້ວຍຄວາມສາມັກຄີ, ຄຶກຄື້ນມ່ວນຊ່ືນ ແລະ ມີຄວາມສຸກ”.
“ປີນີ້ ລະດູບານໃຫມ່ແຫ່ງບ້ານເກີດເມືອງນອນ ໂດຍ ນະຄອນຫລວງ ບາງກອກ ເປັນເຈົ້າພາບຈັດຕັ້ງ, ຊາວ ຫວຽດນາມ ອາໄສຢູ່ 26 ແຂວງ, ເມືອງ ລ້ວນແຕ່ມາທີ່ນີ້ ເຕົ້າໂຮມກັນດ້ວຍຄວາມປິຕິຊົມຊື່ນ, ດົນໆຈຶ່ງໄດ້ມີໂອກາດຄືແນວນີ້, ພວກຂ້າພະເຈົ້າດີໃຈຫລາຍ”.
ຕາມທ່ານ ຫງວຽນງອັກຖິ່ນ, ປະທານ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ແລ້ວ, ສຳລັບຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຫ່າງໄກກັບບ້ານເກີດເມືອງນອນ, ບຸນເຕັດແມ່ນໂອກາດເພື່ອໃຫ້ສະມາຊິກທຸກຄົນໃນຄອບຄົວໄດ້ມາເຕົ້າໂຮມກັນ, ແມ່ນຈຸດເວລາທີ່ເຕັມໄປດ້ວຍຄວາມອົບອຸ່ນຮັກແພງ ພ້ອມກັນອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍ, ບ້ານເກີດເມືອງນອນ.
ເຖິງວ່າຫ່າງໄກກັບບ້ານເກີດເມືອງນອນ ແຕ່ໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ, ບຸນເຕັດ ຍັງຄົງແມ່ນສາຍເຊື່ອມຕໍ່ອັນສັກກະລະບູຊາ, ຄວາມຮັກຕໍ່ປະເທດຊາດ ແລະ ສາຍຈິດມິດໃຈຂອງຊາວ ຫວຽດນາມ ໄດ້ເພີ່ມພູນຄູນສ້າງຖະນຸຖະຫນອມເພື່ອຕັກເຕືອນໃຫ້ກັນວ່າ ບ້ານເກີດເມືອງນອນຍາມໃດກໍ່ແມ່ນບ່ອນອີງອັນໝັ້ນແກ່ນ”.
ບັນຍາກາດອັນອົບອຸ່ນ, ໃກ້ຊິດສະຫນິດສະຫນົມ ຊື່ງບັນດາລາຍການ: ລະດູບານໃຫມ່ແຫ່ງບ້ານເກີດເມືອງນອນ ນຳມາໃຫ້ ກໍ່ໄດ້ຊ່ວຍໃຫ້ຫລາຍໆຄົນບັນເທົາຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ, ຄອບຄົວ. ທ່ານຮອງສາດສະດາຈານ ຈູຮວ່າງລອງ, ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໃຫ້ຮູ້ວ່າ: ທ່ານຍາມໃດກໍ່ພະຍາຍາມເຂົ້າຮ່ວມບຸນເຕັດວົງຄະນາຍາດ ດ້ວຍຄວາມປາດຖະຫນາຢາກພ້ອມກັນປະກອບສ່ວນຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາວ ຫວຽດນາມ ຊື່ງທ່ານ ແລະ ທຸກຄົນລ້ວນແຕ່ມີຄວາມເອກອ້າງທະນົງໃຈ.
“ບຸນເຕັດ ແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າ ໄດ້ເຕົ້າໂຮມກັນໃນຄອບຄົວໃຫຍ່, ຄອບຄົວຂອງຊາວ ຫວຽດນາມ ຢູ່ ອົດສະຕາລີ, ຄອບຄົວທີ່ມີຫລາຍສະມາຊິກ, ຫລາຍລຸ້ນຄົນ, ມີຄວາມຮັບຜິດຊອບ ແລະ ພັນທະສັງຄົມແຕກຕ່າງກັນ ແຕ່ມີຈຸດຄືກັນນັ້ນແມ່ນຍາມໃດກໍ່ມີຄວາມເອກອ້າງທະນົງໃຈກ່ຽວກັບກົກເຄົ້າເຫງົ້າກໍ ແລະ ວັດທະນະທຳຂອງຕົນ”.
ເມ່ືອໄດ້ພົບປະກັນໃນໂອກາດບຸນເຕັດ ກໍ່ແມ່ນໂອກາດເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແບ່ງປັນຄວາມມຸ່ງມາດປາດຖະຫນາກ່ຽວກັບການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ພິເສດ ເມື່ອ ຫວຽດນາມ ພວມມີການຫັນປ່ຽນສຳຄັນ, ໃນນັ້ນ ຖືວິທະຍາສາດ, ເຕັກໂນໂລຊີແມ່ນບາດກ້າວບຸກທະລຸຍຸດທະສາດໃນໄລຍະຈະມາເຖິງ.
“ຫວຽດນາມ ໃນໄລຍະມໍ່ໆມານີ້ໄດ້ມີການພັດທະນາກ່ຽວກັບພື້ນຖານໂຄງລ່າງ ຫລື ການພັດທະນາເສດຖະກິດສັງຄົມຢ່າງແຮງດ້ວຍລະດັບບຸກທະລຸ. ປະຈຸບັນ ພວກຂ້າພະເຈົ້າຍັງບໍ່ທັນປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນໄດ້ຫລາຍປານໃດ ແຕ່ພວກຂ້າພະເຈົ້າຍາມໃດກໍ່ປາດຖະຫນາຢາກກັບຄືນເມືອປະກອບສ່ວນກຳລັງເຫື່ອແຮງ, ພູມປັນຍາຂອງຕົນໃຫ້ແກ່ບ້ານເກີດເມືອງນອນ”.