ບາດລ້ຽວໃນການແກ້ໄຂການປະທະກັນຢູ່ຊີຣີ

ບາດລ້ຽວໃນການແກ້ໄຂການປະທະກັນຢູ່ຊີຣີ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດເຊຍ Sergei Lavrov.
(ພາບ: baomoi.com)

   ໃນສະພາວະທີ່ອາເມລິກາ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ພວມຂຸ້ນຂ້ຽວ​ກະກຽມ​ແຜນການ​ບຸກ​ໂຈມ​ຕີ​ຊີຣີນັ້ນ, ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ​ກ່ຽວ​ກັບ​ເລື່ອງ​ມອບ​ສິດ​ຄວບຄຸມ​ສາງ​ອາວຸດ​ເຄມີ​ໃຫ້​ສາກົນ​ໄດ້​ເຮັດ​ໃຫ້​ສະພາບ​ການ​ຫັນ​ປ່ຽນ. ຫາງ​ສຽງ​​ເຫັນ​ວ່າ ວິ​ກິດ​ການ​ຢູ່​ຊີຣີພວມ​ມີ​ບັນດາ​ການ​ຜັນ​ແປ​ທີ່​ໜ້າ​ຊື່ນ​ຊົມ. ​ໄພ​ອັນຕະລາຍ​ເກີດ​ການ​ແຊກ​ແຊງ​ທາງ​ທະຫານ​ພວມ​ຄ່ອຍ​ຖືກຍູ້​ໃຫ້​ຖອຍ​ໄປ.      ຕາມ​ຂໍ້​ສະ​ເໜີ​ທີ່​ລັດ​ເຊຍ​ຍົກ​ອອກ​ມາ​ເມື່ອ​ຕົ້ນ​ອາທິດ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ຊີຣີ Bashar al- Assad ຄວນມອບ​ສິດ​ຄວບຄຸມ​ສາງ​ອາວຸດ​ເຄມີ​ໃຫ້​ສາກົນ, ຫຼັງ​ຈາກ​ນັ້ນ, ຈຳນວນ​ອາວຸດ​ດັ່ງກ່າວ​ຈະ​ຖືກ​ທຳລາຍ. ພ້ອມ​ກັນ​ນັ້ນ, ລັດ​ເຊຍ​ກໍ​ໄດ້​ສະ​ເໜີ​ຊີຣີ​ເຂົ້າ​ຮ່ວມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ເກືອດ ຫ້າມ ອາວຸດ​ເຄມີ. ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ລັດ​​ເຊຍ​ແລ້ວ, ຂໍ້​ລິ​ເລີ່​ມ​ໃໝ່​ນີ້ ​ແມ່ນ​ບາດກ້າວ​ເດີນ​ທີ່​ເຂັ້ມ​ງວດ ​ແນ​ໃສ່​ແກ້​ໄຂ​ສັນຕິພາບ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ຊີຣີ.

   ພາຍຫຼັງທີ່​ລັດ​ເຊຍ​ຍົກ​ອອກ​ຂໍ້​ສະ​ເໜີ​ດັ່ງກ່າວ​ພຽງ 1 ວັນ, ອຳນາດ​ການ​ປົກຄອງ Damacus ​ໄດ້​ຖະ​ແຫຼ​ງວ່າ ຊີຣີຢາກ​ເຂົ້າ​ຮ່ວມ ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ເກືອດຫ້າມ ອາວຸດ​ເຄມີ, ພ້ອມ​ແລ້ວ​ອະນຸຍາດ​ໃຫ້​ປະ​ເທດ​ອື່ນ​ພ້ອມ​ກັບ ສ.ປ.ຊ ​ເຂົ້າ​ກວດກາ​ສາງ ອາວຸດ​ເຄມີຂອງ​ປະ​ເທດ​ຕົນ. ຕາມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Muallem ​ແລ້ວ, ຊີຣີພ້ອມ​ແລ້ວ ປະກາດ​ສະຖານ​ທີ່​ເກັບ​ມ້ຽນ ອາວຸດ​ເຄມີ ​ແລະ ຢຸດຕິ​ການ​ຜະລິດ​ອາວຸດ​ປະ​ເພດ​ນີ້. ພ້ອມ​ກັນ​ນັ້ນ, ຊີຣີຈະ​ເຄົາລົບ​ບັນດາ​ຄຳ​ໝັ້ນ​ໝາຍ​ຂອງຕົນທີ່​ກ່ຽວຂ້ອງ​ເຖິງ ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ເກືອດຫ້າມອາວຸດ​ເຄມີ, ນັບ​ທັງ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ອາວຸດ​ປະ​ເພດ​ນີ້.

    ​ໂດຍ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຜົນ​ເສຍ​ຫາຍ​ພ້ອມ​ກັບ​ຜົນ​ຮ້າຍ​ທີ່​ຍາກ​ຈະ​ຄາດ​ໄວ້​ລ່ວງ​ໜ້າ​ຊຶ່ງ​ຈະ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຖ້າ​ຫາກ​ການ​ບຸກ​ໂຈ​ມຕີ​ຊີຣີຖືກ​ອາ​ເມ​ລິ​ກາດຳ​ເນີນ, ດັ່ງ​ນັ້ນ​ຫາກ​ສຽງ​ບໍ່​ປະຫຼາດ​ໃຈ​ເມື່ອ​ຂໍ້ສະ​ເໜີຂອງ​ລັດ​ເຊຍ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ.

    ຊ້ຳ​ບໍ​ໜຳ​ຂໍ້​ສະ​ເໜີ​ດັ່ງກ່າວ​ຍັງ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ອາ​ເມ​ລິ​ກາ​ເອງ. ກ່າວ​ຄຳ​ເຫັນຕໍ່ໜ້າ​ຊາວ​ອາ​ເມ​ລິ​ກາ, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ​ຢາກ​ກວດກາ​ກ່ຽວ​ກັບ​ລັກສະນະ​ເຂັ້ມ​ງວດ​ຂອງ​ຂໍ້​ສະ​ເໜີ​ດັ່ງກ່າວ​ໂດຍ​ໄວ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຂຸດ​ຄົ້ນ​ທຸກ​ວິທີ​ທາງ​ການ​ທູດ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ທີ່​ແກ່ຍາວ​ເປັນ​ເວລາ​ກ່ວາ 2 ປີຢູ່ຊີຣີ. ຕາມປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ແລ້ວ, ທ່ານ​ຈະ​ສືບ​ຕໍ່​ຕິດ​ຕໍ່​ພົວພັນ​ກັບ​ປະທານາທິບໍດີ​ລັດ​ເຊຍ Putin ​ແລະ ກາ​ນນຳ​ປະ​ເທດ​ຝະລັ່ງ ​ແລະ ອັງກິດ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ທາງ​ການ​ທູດ​ໃຫ້​ແກ່​ບັນຫາ​ຊີຣີ. ​ເລື່ອງ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ໂຈະ​ການ​ປ່ອນ​ບັດ​ກ່ຽວ​ກັບ​ການ​ອະນຸຍາດ​ນຳ​ໃຊ້​ກຳລັງ​ອາວຸດ​ບຸກ​ໂຈມ​ຕີຊີຣີ ນັ້ນ ກໍ​ຖືກ ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ຍົກ​ອອກ​ມາ. ພ້ອມ​ກັນ​ນັ້ນ, ວັນ​ທີ 12/9, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຈະ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງລັດ​ເຊຍ ຢູ່​ສະ​ວິດ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ໃໝ່​ນີ້.

    ປະຈຸ​ບັນ, ລັດ​ເຊຍພວມ​ພ້ອມ​ກັບ​ຊີຣີ ສ້າງ​​ແຜນການມອບ​ສິດ​ຄວບຄຸມ​ສາງ​ອາວຸດ​ເຄມີ​ໃຫ້​ສາກົນ. ລັດຖະມົນຕີ​ການ​ຕ່າງປະ​ເທດ​​ເຢັຍລະ​ມັນ Guido Westerwelle ຖະ​ແຫຼ​ງວ່າ ​ເຢັຍລະ​ມັນ​ອາດ​ຈະ​ເຂົ້າ​ຮ່ວມ​ວິວັດ​ການ​ທຳລາຍ ອາວຸດ​ເຄມີຂອງ​ຊີຣີ ​ເພາະ​ມີ​ປະສົບ​ການ​ໃນ​ຂົງ​ເຂດນີ້. ສ່ວນ​ນາຍົກ​ລັດຖະມົນຕີ​ເຢັຍລະ​ມັນ Angela Merken ພັດ​ຢືນຢັນ​ວ່າ ຖ້າ​ຫາກ​ຂໍ້​ສະ​ເໜີ​ດັ່ງກ່າວ​ຖືກ​ຫັນ​ເປັນ​ລະອຽດ, ​ເຢຍລະ​ມັນ​ຈະ​ພະຍາຍາມ​ຊຸກຍູ້​ວິວັດ​ທະ​ນາ​ການ​ນີ້. ​ໃນ​ຂະນະ​ນັ້ນ, ທີ່​ເລຂາທິການ​ໃຫຍ່ ສ.ປ.ຊ Ban Ki Moon ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງ​ບັນດາ​ເຂດ​ທີ່​ປອດ​ໄພ​ໂດຍ ສ.ປ.ຊ ຕິດຕາມ​ກວດກາ​ຢູ່​ຊີຣີ ​ເປັນ​ບ່ອນ​ທຳລາຍ​ຈຳນວນ ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້. ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ປະຊາ​ຄົມ​ໂລກ​ຈະ​ມີ​ການ​ກະທຳ​ໂດຍ​ໄວ​ແນ​ໃສ່​ຮັບປະກັນ​ໃຫ້​ສາງອາວຸດ​ເຄມີຂອງ​ຊີຣີຖືກ​ທຳລາຍ​ຢ່າງ​ແນ່ນອນ.

   ​ແຕ່​ເຖິງຢ່າງ​ໃດ​ກໍ​ຕາມ, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ເບິ່ງ​ຄື​ວ່າ ຍັງ​ບໍ່​ທັນ​ປະ​ເອີ​ບ​ໃຈ​ຕໍ່​ຂໍ້​ສະ​ເໜີ​ໃໝ່​ນີ້​ຂອງ​ລັດ​ເຊຍ. ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama​ໃຫ້​ຮູ້​ວ່າ ທຳນຽບຂາວ​ຍັງ​ຄົງ​ສືບ​ຕໍ່​ສະ​ເໜີ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ອະນຸຍາດ​ນຳ​ໃຊ້​ອາວຸດ​ບຸກ​ໂຈມ​ຕີ​ຊີຣີຖ້າ​ຫາກ​ປະ​ເທດ​ນີ້​ບໍ່​ມີ​ການ​ກະທຳ​ຢ່າງ​ເຂັ້ມ​ງວດ​ຕໍ່​ຂໍ້​ສະ​ເໜີ​ຂອງລັ​ດເຊຍ. ​ໃນ​ຂະນະ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປະຕິບັດ​ຂໍ້​ລິ​ເລີ່​ມຂອງ​ລັດ​ເຊຍ ​​ບໍ່​ແມ່ນ​ງ່າຍດາຍ, ​ໂດຍ​ສະ​ເພາະ​ແມ່ນ​ການ​​ເຄື່ອນຍ້າຍຫຼື​ຄວບ​ຄຸມ​ຈຳນວນ ອາວຸດ​ເຄມີຂອງ​ຊີຣີ​ໃນ​ຂະນະ​ທີ່​ຝ່າຍ​ລຸກ​ຮື້​ຂຶ້ນ​ຍັງ​ຄົງ​ຊອກ​ຫາ​ວິທີ​ເພື່ອ​ໂຄ່ນລົ້ມ​ອຳນາດ​ການ​ປົກຄອງ Damacus.

    ວິ​ກິດ​ການ​ຊີຣີພວມ​ຢືນ​ຢູ່​ຕໍ​ໜ້າກາ​ລະໂອກາດ​ໄດ້​ຮັບ​ການ​ແກ້​ໄຂ. ຫາງ​ສາງ​ພວມ​ລໍ່​ຄອຍ​ວ່າ ບັນດາ​ຝ່າຍ​ຈະ​ມີ​ເຈດ​ຕະນາ​ດີ ​ແລ​ະ ຮູ້ຈັກ​ນຳ​ໃຊ້​ກາລະ​ໂອກາດ​ນີ້​ ​ເພື່ອ​ຊ່ວຍ​ຊາວ​ຊີຣີ​ເວົ້າ​ສະ​ເພາະ ​ແລະ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​​ເວົ້າ​ລວມ ຫຼີກ​ລ້ຽງ​ສົງຄາມຫຼື​ບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ