ປັບປຸງກົດໝາຍປ້ອງກັນ,ຕ້ານການສໍ້ລາດບັງຫຼວງ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຊີວິດ

 ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ເນື້ອ​ໃນ​ຈະ​ນຳ​ມາ​ປຶກສາ​ຫາສາ​ລື​ໃນ 2 ວັນ​ຈະ​ມາ​ເຖິງ​ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ຕາມ​ບັນດາ​​ສະມາຊິກ​ສະພາ​ແຫ່ງ​ຊາດ​ ​ແລະ ຫາງ​ສຽງ​ປະຊາຊົນແລ້ວ, ຮ່າງ​ກົດໝາຍ​ວ່າ​ດ້ວຍການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ) ຄັ້ງນີ້​ໄດ້​ແກ້​ໄຂ​ບັນດາ​ຄວາມ​ຈຳກັດ, ຂໍ້​ຂາດຕົກ​ບົກ​ຜ່ອງ, ສ່ອງ​ແສງ​ແຜນ​ນະ​ໂຍບາຍ, ທັດສະນະ​ຊີ້​ນຳ​ໃນ​ບາງ​ມະຕິ, ​ເອກະສານ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຕອບ​ສຳ​ໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ບັນດາ​ສົນທິສັນຍາສາກົນ​ຊື່​ງຫວຽດນາມ ​ເປັນ​ສະມາຊິກ. ນັກ​ຂ່າວ Ngoc Anh ຮວບ​ຮວມຄຳ​ເຫັນ​ຂອງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ​ແລະ ປະຊາຊົນ​ໃນ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ : ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຊີວິດ.


ປັບປຸງກົດໝາຍປ້ອງກັນ,ຕ້ານການສໍ້ລາດບັງຫຼວງ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຊີວິດ - ảnh 1

(ພາບ:baomoi.com)

   ຮ່າງ​ກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາຂອງ​ຮ່າງ​ກົດໝາຍວ່າດ້ວຍການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ປະກາດ​ເພື່ອ​ຮັບເອົາ​ຄຳ​ເຫັນ​ປະກອບ​ຈາກ​ປະຊາຊົນ ​ແລະ ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ຄັ້ງນີ້. ນັ້ນ​ແມ່ນ​ຮ່າງ​ກົດໝາຍ​ດ້ວຍ​ບັນດາ​ຂໍ້​ກຳນົດ​ທີ່​ມີ​ລັກສະນະ​ເປັນ​ໄປ​ໄດ້, ມາດ​ຕະການ​ບັງຄັບ​ຢ່າງ​ພຽງພໍ ​ແລະ​ ຈຳກັດ​ບັນດາຊ່ອງ​ຫວ່າງທີ່​ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫຼວງ​ອາດ​ຈະ​ສວຍ​ໃຊ້. ​ເລື່ອງ​ປັບ​ປຸງ​ກົດໝາຍ​ຄັ້ງນີ້​ເພື່ອ​ແນ​ໃສ່​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບບັນດາຂໍ້​ກຳນົດ​ກົດ​ລະບຽບປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ໜ້າ​ທີ່​ສຳຄັນ ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ຍູ້​ແຮງ​ການ​ເຄື​່ອນ​ໄຫວ​ລວມຢ່າງ​ເປີດ​ເຜີຍ, ​ໂປ່​ງ​ໃສ ຕິດ​ພັນ​ກັບ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ອະພິປາຍ​ຂອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ, ພາລະກອນ.

   ​ເມື່ອປຶກສາ​ຫາລື​ທີ​ຫໍ​ປະຊຸມ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຈຳນວນໜຶ່ງ​ຖື​ວ່າ: ​ເລື່ອງ​ປັບປຸງກົດໝາຍ​ວ່າດ້ວຍການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຄັ້ງນີ້​ຕ້ອງ​ປ່ຽນ​ແປງ​ບາງ​ກົນ​ໄກ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຂົ່ມຂູ່, ສະກັດ​ກັ້ນການ​ກະທຳ​ສໍ້ລາດ​ບັງ​ຫຼວງ. ທ່ານ Nguyen Ba Thuyen ສະມາຊິກ​ສະພາ​ແຊ່ງ​ຊາດ​ແຂວງ Lam Dong ຖື​ວ່າ:

ມີ​ສາຍ​ເຫດ​ໜຶ່ງ​ແມ່ນ​ກົນ​ໄກ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດບັງ​ຫຼວງ. ຖ້າ​ຫາກ​ພວກ​ເຮົາ​ອະນຸຍາດ​ໃຫ້ຕິດຕາມ​ກວດກາ​ສຳລັບ​ເປົ້າໝາຍ​​ໂດຍມີ​ການ​ກຳນົດ​ລະອຽດ, ຂ້າພະ​ເຈົ້າຄິດ​ວ່າຈະຄົ້ນພົບ​ການ​ກະທຳສໍ້​ລາດ​ບັງ​ຫຼວງ​ໄດ້. ຖ້າ​ຫາກ​ວ່າ​ພວກ​ເຮົາ​ບໍ່​ປ່ຽນ​ແປງ​ກົນ​ໄກນັ້ນ, ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຈະ​ບໍ່​ມີ​ປະສິດທິ​ຜົນ

 
ປັບປຸງກົດໝາຍປ້ອງກັນ,ຕ້ານການສໍ້ລາດບັງຫຼວງ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຊີວິດ - ảnh 2

(ພາບປະກອບ:vinasme.vn)

 ຄວາມ​ຈິງ​ໃຫ້​ເຫັນ​ວ່າ, ການ​ແຈ້ງ​ຊັບ​ສົມບັດ​ຕາມ​ກົດໝາຍວ່າດ້ວຍການ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ປີ 2005 ຍັງ​ຄົງມີ​ລັກສະນະ​ເປັນ​ຮູບ​ການຢູ່, ​ເປົ້າໝາຍ​ທຳ​ການແຈ້ງ​ບໍ່​ຖືກຕ້ອງ. ຖ້າ​ຫາກ​ວ່າ​ຢາກປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້ ຕ້ອງ​ຄວບ​ຄຸມ​ຊັບ​ສົມບັດ​ຂອງ​ທຸກໆ​ເປົ້າໝາຍ​ໃນ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ຜູ້​ມີ​ຕຳ​ແໜ່​ງ, ສິດ​ອຳນາດ. ສະນັ້ນ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ) ຄັ້ງນີ້​ໄດ້​ສຸມ​​ໃສ່​ປັບປຸງ, ​ເພີ່ມ​ເຕີມ​ຂໍ້​ກຳນົດ​ກ່ຽວ​ກັບ​ເລື່ອງ​ເປີດ​ເຜີຍ​ຜົນ​ການຂອງ​ແຈ້ງ​ຊັບ​ສົມບັດ, ລາຍ​ຮັບ​ຢູ່​ບ່ອນ​ເຮັດ​ວຽກ ​ແລະ ບ່ອນຢູ່​ອາ​ໄສ. ຜ່ານ​ນັ້ນ, ກຳນົດລະອຽດ​ກ່ວາ​ໃນການ​ປະຕິບັດ​ການ​​ເປີດ​ເຜີຍ​ຊັບ​ສົມບັດ, ລາຍ​ຮັບ​. ຫາງ​ສຽງ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ ​ແລະ ​ເຫັນ​ດີ​ກັບ​ບັນດາ​ການ​ປັບປຸງ​ນີ້. ທ່ານ Luong Ngoc Son ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ສະ​ແດງ​ວ່າ:

    “ມາດ​ຕະການ​ສຳຄັນ​ທີ່​ສຸດ​ແມ່ນ​ຢາກ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້, ກ່ອນ​ອື່ນ​ໝົດ​​ແມ່ນຕ້ອງ​ປະຕິບັດ​ປະຊາທິປະ​ໄຕ, ​ເປີດ​ເຜີຍ ​ແລະ ​ໂປ່​ງ​ໃສ. ຖ້າ​ຫາກ​ວ່າ​ພວກ​ເຮົາ​ບໍ່​ປະຕິບັດ​ສິ່ງ​ດັ່ງກ່າວ​ໄດ້​ແມ່ນ​ຍາກ​ຫຼາຍ

  ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ປັບປຸງ​ໃນຮ່າ​ງກົດໝາຍວ່າ​ດ້ວຍປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຄັ້ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ໃນ​ການ​ຍູ້​ໄພ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ຖອຍ​ໄປ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ. ທ່ານ Tran Dinh Tru ຢູ່​ຮ່າ​ໂນ້ຍ ຖຶວ່າ:

   “​ໂດຍ​ໄດ້​ເສີມ​ຂະຫຍາຍ​ຈິດ​ໃຈປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ຂອງ​ທົ່ວ​ປວງ​ຊົນ, ຕ້ອງ​ຮຽກຮ້ອງ​ໃຫ້​ຜູ້​ມີ​ຕຳ​ແໜ່​ງ, ມີ​ສິດ​ອຳນາດ​ແຈ້ງ​ຊັບ​ສົມບັດ. ການ​ແຈ້ງ​ຊັບ​ສົບ​ບັດ​ເພື່ອ​ໃຫ້​ທົ່ວ​ປວງ​ຊົນ​ໄດ້​ຮູ້ ​ແລະ ຄຸ້ມ​ຄອງ, ​ເຮັດ​ໄດ້​ຄື​ແນວ​ນັ້ນຈຶ່ງປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງໄດ້“

     ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ກ່ວາ​ໝູ່​ຂອງກົດໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ສະບັບ​ປັບປຸງ​ຄັ້ງນີ້​ແມ່ນ​ເລື່ອງ​ປ່ຽນ​ແປງ​ຮູບ​ແບບ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ພ້ອມ​ກັບ​ການ​ປັບປຸງ​ກົງ​ຈັກ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕາມ​ຮູບ​ແບບ​ໃໝ່​ສຳ​ເລັດ​ນັ້ນ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ສະບັບ​ປັບປຸງ​ຄັ້ງນີ້​ສືບ​ຕໍ່​ໄດ້​ຮັບ​ການປັບປຸງ​ກົນ​ໄກ, ນະ​ໂຍບາຍ, ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ເຮັດ​ແຈ້ງ​ການ​ພົວພັນ​ລະຫວ່າງ​ຄະນະ​ຊີ້​ນຳ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ກັບ​ບັນດາ​ອົງການມີໜ້າ​ທີ່​ຮັບຜິດຊອບ​ຂອງ​ລັດ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ໃນ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

 

ຕອບກັບ

ທ້າວ ດວງຕາ ໄຊຍະວົງ

ຖ້າຢາກຕ້ານການສໍ້ລາດບັງຫຼວງໃຫ້ໄດ້ຜົນຕ້ອງຄະນະກວດກາກວດເບີ່ງວິຊາການໃນຂະແໜງການທ້ອງຖິ່ນໄດ້ເຮັດວຽກຫຼືມີແຕ່ບົດລາຍງານແຕ່ບໍ່ມີວິຊາການຜູ້ໃດໄດ້ໄປເຮັດວຽກແທ້ ຍ້ອນການມາກວດມີແຕ່ຄະນະເຂົ້າຮ່ວມຝັງແລ້ວກະບໍ່ໄດ້ເຜີຍແຜ່ວ່າກວດຫຍັງແທ້ແຕ່ລະປີວິຊາການບໍ່ຮູ້ນໍາເລີຍ

ຂ່າວ/ບົດ​ອື່ນ