ປ່ຽນໃຫມ່ການເຄື່ອນໄຫວຂອງສະພາແຫ່ງຊາດ

(vovworld) - ເນື້ອ​ໃນ​ປະການຫນຶ່ງ​ທີ່​ສຳຄັນ​ຖືກ​ຍົກ​ອອກມາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ນັ້ນ​ແມ່ນ​ແຜນ​ຮ່າງ​ປ່ຽນ​ໃຫມ່ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ຈຸດໝາຍ​ຂອງ​ແຜ​ນຮ່າງ​ນີ້ ​​ແມ່ນເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ຕິ​ຕິ​ບັນຍັດ ສັງຄົມ​ນິຍົມ ຫວຽດນາມ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ​ແຜນ​ຮ່າງ​ນີ້​ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຫລາຍ​ທ່ານ.

        ສສຊ ສ່ວນ​ຫລາຍ​ເຫັນ​ດີ​ກັບ​ບັນດາ​ເນື້ອ​ໃນ​ຂອງ​​ແຜນ​ຮ່າງ ​ໂດຍ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຍົກ​ອອກ​ມາ ​ແລະ ຖື​ວ່າ: ບັນດາ​ຂົງ​ເຂດ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໃນ​ແຜນ​ຮ່າງ​ດັ່ງກ່າວ ​ແມ່ນ​ຮອບດ້ານ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຄຳ​ເຫັນ​ຂອງ​ ສສຊ ຫລາຍ​ທ່ານ​ຖື​ວ່າ ​ເລື່ອ​ງປ່ຽນ​ໃຫມ່​ຕ້ອງ​ເລີ່​ມຕົ້ນ​ຈາກ​ວິທີ​ພົບ​ປະ​ກັບ​ຜູ້​ມີສິດ​ເລືອກ​ຕັ້ງ. ທ່ານ Phung Quoc Hien ສສຊ ​ແຂວງ Yen Bai ​ເວົ້າ​ວ່າ:

        “ຖ້າ​ບໍ່​ພົບ​ປະ​ກັບ​ປະຊາຊົນ ພາ​ໄປ​ເຖິງ​ເລື່ອງເກັບກຳຂໍ້​ມູນ​ຂ່າວສານ​ບໍ່​ຄົບ​ຖ້ວນ. ມີ​ຄຳ​ສະ​ເຫ​ນີຫລາຍ​ຂໍ້​ບໍ່​ແມ່ນ​ເລີ່​ມມາ​ຈາກ​ຜູ້​ມີ​ສິດ​ເລ​ືອກຕັ້ງ ຫາກ​ບາງ​ເທື່ອ​ແມ່ນ​ເລີ່ມມາ​ຈາ​ກກຸ່ມ​ຄົນ​ໃດ​ຫນຶ່ງ​ເທົ່າ​ນັ້ນ. ​ໃນ​ໄລຍະ​ຜ່ານ​ມາ, ​ເມື່ອ​ລົງ​ພົບ​ປະ​ກັບ​ຜູ​້ມີສິດ​ເລ​ືອກຕັ້ງ ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳ​ສະ​​ເຫ​ນີຫລາຍ​ຂໍ້ ​ແຕ່​ສິດ​ອຳນາດ​ຂອງ ສສຊ ບໍ່​ແມ່ນ​ຈະສາມາດແກ້​ໄຂທຸກ​ຄຳ​ສະ​ເຫ​ນີ​ໄດ້. ນັ້ນ​ແມ່ນ​ບັນຫາ​ຊຶ່ງ​ເຮັດ​ໃຫ້​ອິດ​ທິພົນ​ຊື່​ສຽງ​ຂອງ ສສຊ ຖືກຫລຸດ​ລົງ.”

        ກ່ຽວ​ກັບ​ການ​ຕິດຕາມ​ກວດກາ, ສສຊ ຫລາຍ​ທ່ານ​ໃຫ້​ຄຳ​ເຫັນ​ວ່າ​: ໝາກຜົນ​ປ່ອນ​ບັດ ​ໄວ້​ວາງ​ໃຈ​ຕ້ອງ​ໄດ້​ຮັບ​ການ​ປະກາດ​ຢ່າງ​ເປີດ​ເຜີຍ. ຖ້າວ່າ​ທ່ານ​ໃດ​ບໍ່​ຍາດ​ໄດ້​ບັດ​ໄວ້​ວາງ​ໃຈ​ກາຍ​ເຄິ່ງຫນຶ່ງ​ເມື່ອ​ທຽບ​ໃສ່​ກັບ​ຍອດ​ຈຳນວນ ສສຊ ​ໃນ​ສອງ​ຄັ້ງ​ຢ່າງ​ລຽນ​ຕິດ ຈະ​ຖືກ​ພິຈາລະນາ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​​ໃຫ້​ພົ້ນ​ຕຳ​ແຫນ່​ງ. ຄຽງ​ຄູ່​ກັນ​ນັ້ນ ​ເພື່ອ​ໃຫ້​ເລື່ອງ​ປ່ອນ​ບັດ​​ມີ​ປະສິດທິ​ຜົນ ​ແລະ ຄຸນ​ນະພາ​ບ ຕ້ອງ​ອີງ​ໃສ່​ລາຍການ​ເຄື່ອນ​ໄຫວ​ລະອຽດ. ທ່ານ​ນາງ Le Thi Nga ສສຊ ​ແຂວງ Thanh Hoa ສະ​ເຫ​ນີວ່າ:

        “ກ່ອນ​ທີ່ ສສຊ ປ່ອນ​ບັດ​ເລືອກ​ຕັ້ງ ຕ້ອງ​ມີ​ລາຍການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ. ​ເມື່ອ​ສ້າງ​ລາຍການ​ແລ້ວ, 1 - 2 ປີ​ຕໍ່​ມາ ຈຶ່ງ​ອີງ​ໃສ່​ເພື່ອ​ພິຈາລະນາວ່າ ສສຊ ປະຕິບັດ​ລາຍການ​ດັ່ງກ່າວ​ຄື​ແນວ​ໃດ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ຄວນ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຈາກ​ຕຳ​ແຫ​ນ່ງລັດຖະມົນຕີ​ຂຶ້ນ​ໄປ.”

        ກ່ຽວຂ້ອງ​ເຖິງ​ການ​ຕິດຕາມ​ກວດກາ, ທ່ານ Truong Van Vo ສສຊ ​ແຂວງ Dong Nai ສະ​ເຫນີວ່າ ຄວນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​​ ​ເພື່ອ​ແກ້​ໄຂ​ຄຳ​ຮ້ອງທຸກ​ຮ້ອງ​​ຟ້ອງ​, ຫລີກ​ລ້ຽງສະພາບ​ຂ້າມ​ຂັ້ນ​ ​ແລະ ​ເພ​ີ່ມທະວີ​ການ​ຕິດຕາມ​ກວດກາ​ແກ້​ໄຂ​ຄຳ​ຮ້ອງ​ທຸກ​ຮ້ອງ​ຟ້ອງຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ Vo ກ່າວ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ຄວນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ອົງການ​ຕຸລາການ ​ແລະ ​ແກ້​ໄຂ​​ການ​ຮ້ອງທຸກ ຮ້ອງຟ້ອງ​ຂອງ​ພົນລະ​ເມືອງ. ຕ້ອງ​ມີ​ການ​ກຳນົດ​ຄວາມ​ຮັບຜິດຊອບ ​ແລະ ຮູບ​ການ​ແກ້​ໄຂ​, ລະບຽບ​ກົດໝາຍ​ຢ່າງ​ຈະ​ແຈ້ງ​ເພື່ອ​ນຳ​ໃຊ້​ຢ່າງ​ເຂັ້ມ​ງວດ​ສຳລັບ​ອົງການ, ຫົວຫນ່ວຍ, ສ່ວນ​ບຸກຄົນ​​ໄດ້​ຮັບ​ການ​ຕິດຕາມ​ກວດກາ ​ແຕ່​ບໍ່​ປະຕິບັດ ຫລື ປະຕິບັດ​ຢ່າງ​ຊັກ​ຊ້າ.”

        ​ເມື່ອ​ເຕື້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ສະພາ​ແຫ່ງ​ຊາດ​ໂດຍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຄຳ​ເຫັນ​ຂອງ​ ສສຊ ຫລາຍ​ທ່ານ​ຖື​ວ່າ ຄວນ​ສື​ບຕໍ່​ປ່ຽນ​ໃຫມ່. ​ເຖິງ​ຢ່າ​ງ​ໃດ, ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຊັກ​ຖາມ​ມີ​ປະສິດທິ​ຜົນ, ຄວນ​ເລືອກ​ເຟັ້ນໝວດ​ບັນຫາ​ຮ້ອນ​ເຮ່ັງ ຊຶ່ງຫາງ​ສຽງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ສສຊ ສົນ​ໃຈ. ຄຽງ​ຂ້າງ​ນັ້ນ ຕ້ອງ​ເປີດ​ເຜີຍ​ຜ່ານ​ພາຫະນະ​ສື່​ມວນ​ຊົນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ອະພິປາຍ. ທ່ານ Truong Minh Hoang ສສຊ ​ແຂວງ Ca Mau ຍົກ​ຄຳ​ເຫັນ​ວ່າ ຄວນ​ເພີ່ມ​ທະວີ​ການຈັດ​ຕັ້ງ​ກອງ​ປະຊຸມ​​ໂດຍ​ກົງ​ຜ່ານ​ເຄືອ​ຂ່າ​ຍອິນ​ເຕີ​​​ແນ​ດ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ ສສຊ ຫລື ກອງ​ປະຊຸມ​ຜ່ານ​ເຄືອ​ຄ່າ​ຍອິນ​ເຕີ​ແນ​ດກັບ​ບັນດາ ສສຊ ສະ​ເພາະ​ກິດ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​​ໃສ່ຮ່າງ​ກົດໝາຍຕ່າງໆ​ໃນ​​ໄລຍະ​ລະຫວ່າງ​ສອງ​ສະ​ໄໝ​ປະ​ຊຸມ, ຄວນ​ເພີ່ມ​ທະວີ​ເວລາ​ອອກ​ອາກາດ​ບັນດາ​ລາຍການ​ກະຈາຍສຽງ ​ແລະ ​ໂທລະພາບ ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ​, ສ້າງ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ ​ແລະ ສອດ​ຄອ່ງກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ຊາດ.

ປ່ຽນໃຫມ່ການເຄື່ອນໄຫວຂອງສະພາແຫ່ງຊາດ - ảnh 1
ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13
ພາບ:internet

        ທ່ານ Do Manh Hung  ສສຊ ​ແຂວງ Thai Nguyen ຖື​ວ່າ: ຢາກ​ປ່ຽນ​ໃຫມ່​ການ​ເຄື່ອນ​ໄຫວ​ລວມຂອງ​ສະພາ​ແຫ່ງ​ຊາດ ຕ້ອງ​ປ່ຽນ​ໃຫມ່ການເຄື່ອນ​ໄຫວ​ຂອງ​ບັນດາ ສສຊ ນັບແຕ່ຫົວທີ່, ທີ​ສອງ​ແມ່ນ​ການປ່ຽນ​ໃຫມ່ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ. ​ໃນ​ນັ້ນ ຕ້ອງ​ປ່ຽນ​ໃຫມ່​ວາລະ​ປະຊຸມ​ຄັ້ງ​ຕ່າງໆ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ກຳມາ​ທິການ ​ແລະ ວາລະ​ອະ​ພິປາຍ. ທ່ານ Do Manh Hung ​ເວົ້າ​ວ່າ:

        “​ໃນ​ຂະບວນວິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ ສັງຄົມ ​ໃນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ກົດໝາຍ, ບັນດາມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດຊຶ່ງ​ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ເຫັນ​ວ່າ​ມີ​ບັນຫາ​ໃດ​ຊຶ່ງ​ຫາງ​ສຽງ​ສົນ​ໃຈ ຕ້ອງ​ຈັດ​ວາ​ລະ​ອະພິປາຍ ​ເພຶ່ອສ້າງ​ເງື່ອນ​ໄຂ​ໃຫ້​ແກ່ ສສຊ ​ເຂົ້າ​ໃຈ​ບັນຫາ​ຮີບ​ຮ້ອນຢ່າງ​ເລິກ​ເຊິ່ງ ພ້ອມ​ກັນ​ນັ້ນ ບັນດາ​ກະຊວງ​ຂະ​ແຫນງ​ການ​ກ່ຽວຂ້ອງຕ້ອງ​ອະພິປາຍ​ຄວາມ​ຮັບຜິດຊອບ​ ​ແລະ ​ມາດ​ຕະການແກ້​ໄຂບັນຫາ​ຮ້ອນເຮັ່ງ​ນັ້ນ ຢ່າງ​ຈະ​ແຈ້ງ.”

        ການປ່ຽນ​ໃຫມ່, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ​ ນັ້ນ​ແມ່ນ​ແຜນ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ ບໍ່​ພຽງ​ແຕ່​ເພື່ອ​ສ້າງ​ສະພາ​ແຫ່ງ​ຊາດ​​ໃຫ້ເຂັ້ມ​ແຂງ​​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເພື່ອ​ໃຫ້​ບັນດາ ສສຊ ປະຕິບັດ​ຄຳ​ໝັ້ນ​ໝາຍ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຢ່າງ​ດີອີກ​ດ້ວຍ. ສະ​ນັ້ນ ບັນດາ​ຄຳ​ເຫັນ​ຂອງ ສສຊ ຕາງຫນ້າ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້ ​ແນ່ນອນ​ວ່າ ຈະ​ປະກອບສ່ວນ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ປະຕິບັດ​ພາລະ​ບົດບາດ, ຫນ້າ​ທີ່​ຂອງ​ຕົນ​    ດີກ​ວ່າ​ເກົ່າ ນັ້ນ​ແມ່ນ​ສ້າງ​ລັດ​​ໂດຍປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

ນັກຂ່າວ Anh Huyen

ຂ່າວ/ບົດ​ອື່ນ