ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ

  ໜຶ່ງ​ໃນບັນດາ​ບັນຫາ​ສຳຄັນ​ຖືກ​ນຳ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງທີ 6 ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ຊື່​ງພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ນັ້ນ​ແມ່ນ​ການ​ພັດທະນາ​ການ​ສຶກສາ-​ບຳລຸງ​ສ້າງ. ຕາມ​ນັ້ນ​ແລ້ວ, ຈຸດໝາຍ, ໜ້າ​ທີ່, ບັນດາ​ແຜນ​ນະ​ໂຍບາຍ,​ ນະ​ໂຍບາຍການ​ສຶກສາ​ໃຫ້​ແຕ່ລະ​ເປົ້າໝາຍ​ຈະ​​ໄດ້​ຮັບ​ການຄົ້ນຄ້ວາ, ປ່ຽນ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ລວບ​ລວມຄຳ​ເຫັນ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ​ຜ່ານບົດ​ທີ່​ພາດຫົວ​ເລື່ອງ​ວ່າ: ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽ​ດນາມ​ ໂດຍ​ພື້ນຖານ ​ແລະ ຮອບດ້ານ.

 


ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ - ảnh 1

ປ່ຽນ​ໃໝ່​ການ​ສຶກສາ​ຕ້ອງ​ຢູ່​ໃນ​ທຸກ​ຊັ້ນຮຽນ

(ພາບ:hanoimoi.com.vn)

   ການ​ສຶກສາ​ບຳລຸງ​ສ້າງ​ແມ່ນ​ບັນຫາ​ສຳຄັນ​ພິ​ເສດ ຊື່​ງພັກ, ລັດຖະບານ​ຫວຽດນາມ ຖື​ວ່າ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ​ແມ່ນ​ກຳລັງ​ໜູນ​ພັດທະນາ​ເສດຖະກິດ-​ສັງຄົມ. ພື້ນຖານ​ການ​ສຶກສາ​ຫວຽ​ດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ທີ່​ສຸດ​ກ່ຽວ​ກັບ​ການ​ພັດທະນາ​ຂອບ​ຂະໜາດ, ຈຳນວນ, ຫັນ​ຈາກ​ພື້ນຖານ​ການ​ສຶກສາ​ດ້ວຍ​ຈຳນວນ​ຄົນ​ໄປ​ຮຽນ​ໃນ​ລະດັບ​ຕ່ຳສຸດ ​​ເປັນພື້ນຖານ​ການ​ສຶກສາມະຫາຊົນ​ໂດຍ​ພື້ນຖານ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄຽງ​ຄູ່​ກັບ​ບັນດາ​ຜົນງານທີ່​ບັນລຸ​ໄດ້, ການ​ສຶກສາ​ຫວຽ​ດນາມ ​ພວມ​ສະ​ແດງ​​ໃຫ້​ເຫັນ​ບັນດາ​ຂໍ້ຄົງຄ້າງ, ຂໍ້​ຕິດ​ຂັດ ​ແລະ ຄວາມອ່ອນດ້ອຍ. ນັ້ນ​ແມ່ນ​ຄຸນ​ນະພາ​ບການ​ສຶກສາ​ຍັງ​ຕ່ຳ, ຍັງບໍ່​ທັນ​ຕອບ​ສະໜອງ​​ໄດ້​ຕາມຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດ​, ປະສິດທິ​ຜົນ​ການ​ສຶກສາ​ບໍ່​ທັນ​ສູງ, ​ເນື້ອ​ໃນ​​ຫຼັກສູດການ​ສຶກສາ​ບໍ່​ຕິດ​ແທດ​ກັບພຶດຕິ​ກຳ​ຕົວ​ຈິງ, ບັນດາ​ວິທີ​ການສິດ​ສອນ ​ແລະ ຮຽນ, ກວດກາ, ຕີ​ລາຄາ​ຍັງ​ຫຼ້າ​ຫຼັງ ​ແລະ ການປ່ຽນ​ໃໝ່​ຍັງຊັກ​ຊ້າ. ຖັນ​ແຖວ​ຄູ​ອາຈານ, ພະນັກງານ​ຄຸ້ມ​ຄອງ​ໃນ​ຂະ​ແໜງ​ກໍ່​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໄດ້ ທັງ​ທາງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ. ​ເພື່ອ​ກ້າວ​ໄປ​ເຖິງ​ການປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽ​ດນາມ​ ໂດຍ​ພື້ນຖານ ​ແລະ ຮອບດ້ານ,​​ ໃນ​ນັ້ນມີ​ບັນຫາ​ສ້າງ​ໂຄງ​ປະກອບ​ລະບົບ​ການ​ສຶກສາ​ຄືນ​ໃໝ່, ສາດສະດາຈານ, ດຣ Banh Tien Long ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໄດ້​ເນັ້ນໜັກ​ວ່າ, ທັງ​​ໂຄງ​ປະກອບ​ລະບົບ ​ແລະ ​ເນື້ອ​ໃນ​ການ​ສຶກສາ​ຂອງ​ຫວຽດນາມ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການຄົ້ນຄ້ວາ, ດັດ​ປັບ:

   “ການ​ປ່ຽນ​ໃໝ່​ຈິນຕະນາການ​ໃນ​ຂະ​ແໜງ​ການ​ສຶກສາ​ບໍ່​ທຽມທັນ​ກັບ​ການ​ປ່ຽນ​ໃໝ່​ເສດຖະກິດ​ໃນ​ສັງຄົມ​ນັບ​ແຕ່​ປີ 1986 ​ແລ້ວ, ນັ້ນ​ແມ່ນ​ສາຍ​ເຫດ​ຂອງ​ທຸກໆ​ສາຍ​ເຫດ. ພວກ​ຂ້າພະ​ເຈົ້າຖື​ວ່າລະບົບການ​ສຶກສາສາມັນ 12 ປີ​ແມ່ນ​ບໍ່​ເໝາະ​ສົມ, ວິຊາ​ຮຽນ​ຫຼາຍ​ໂພດ ​ແລະ ມີ​ຫຼາຍ​ເນື້ອ​ໃນ​ທີ່​ສຸດ, ອັນ​ໄດ້​ເຮັດ​ໃຫ້​ນັກຮຽນ​ຈາກ​ຂັ້ນອະ​ນຸບານ, ປະຖົມ​ຂອງ​ຫວຽດນາມ ​ບໍ່​ໄດ້​ຮັບ​ການພັດທະນາ​ຕາມ​ກົດ​ເກນ​ທຳ​ມະ​ຊາດ​ອີກ​ແລ້ວ.

ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ - ảnh 2

ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບການປ່ຽນ​ໃໝ່​ພື້ນຖານ

​ການ​ສຶກສາ​ຫວຽ​ດນາມ​ ໂດຍ​ພື້ນຖານ ​ແລະ ຮອບດ້ານ.

(ພາບ: vietnamnet.vn)

​ ໃນ​ຂະນະ​ນັ້ນ, ສາດສະດາຈານ, ດຣ Nguyen Minh Thuyet  ອະດີດ​ຮອງ​ປະທານ​ກຳມາ​ທິການ​ວັດທະນະທຳ, ການ​ສຶກສາ​ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ຢາກປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽ​ດນາມ​ ໂດຍ​ພື້ນຖານ ​ແລະ ຮອບດ້ານ,​​ ຕ້ອງ​ກຳນົດ​ຈຸດໝາຍ​ຢ່າງ​ຖືກຕ້ອງ, ພ້ອມ​ທັງ​ຕ້ອງ​ປະຕິບັດ​ການ​ປະຕິ​ຮູບພື້ນຖານ​ເສດຖະກິດ​ສັງຄົມ ​ແລະ ບັນດາ​ນະ​ໂຍບາຍ​ຢ່າງ​ແຮງ ​ເພື່ອ​ພັດທະນາ​ພື້ນ​ຖານ​ເສດຖະກິດ​ການ​ສຶກສາ. ສາດສະດາຈານ, ດຣ Nguyen Minh Thuyet  ຢືນຢັນ​ວ່າ:

   “ຂ້າພະ​ເຈົ້າຖື​ວ່າ, ​ໃນ​ການ​ປ່ຽນ​ໃໝ່​ນີ້, ​ເຮົາ​ຕ້ອງ​ເນັ້ນໜັກ​ເຖິງ​ແນວ​ຄິດ​ເປີດ​ເພື່ອ​ພັດທະນາດ້ານ​ເນື້ອ​ໃນ ​ແລະ ວິທີ​ການ​ສຶກສາຢ່າງ​ເສລີ. ການ​ປະຕິຣູບດ້ານ​ການ​ສຶກສາ​ບໍ່​ປະສົບ​ຜົນສຳ​ເລັດ​ໄດ້ ຖ້າ​ຫາກ​ວ່າ​ພວກ​ເຮົາ​ບໍ່​ປະຕິ​ຮູບດ້ານ​ເສດຖະກິດ​ສັງຄົມ, ນະ​ໂຍບາຍ​ພັດທະນາ​ແຫຼ່ງຊັບພະຍາ ກອນ​ມະນຸ​ດຢ່າງ​ແຮງ

 
ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ - ảnh 3

(ພາບ:thanhnien.com.vn)

   ຢາກປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽ​ດນາມ​ ໂດຍ​ພື້ນຖານ ​ແລະ ຮອບດ້ານ,​​ ສິ່ງ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ​ຕ້ອງ​ປ່ຽນ​ໃໝ່​ດ້ານ​ຈິນຕະນາການ, ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ສຶກສາ​ບຳລຸງ​ສ້າງ. ຮອງສາດສະດາຈານ, ດຣ Tran Dinh Thien ຫົວໜ້າ​ສະ​ຖາ​ບັນ​ເສດຖະກິດ​ຫວຽດນາມ ຖື​ວ່າ: ການ​ປ່ຽນ​ໃໝ່​ຕ້ອງປະຕິບັດຕາ​ມທິດ​ສ້າງ​ພື້ນຖານ​ການ​ສຶກສາ​ເປີດ ​ແລະ ສັງຄົມ​ຮ່ຳຮຽນ, ປະຕິບັດ​ການ​ຮຽນ​ຕະຫຼອດ​ຊີວິດ​ຕິດ​ພັນ​ກັບ​ການ​ສຶກສາ​ເອ​ເລກ​ໂຕ​ນິກ. ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ຫັນ​ຈາກ​ການ​ສອນ ​ແລະ ບຳລຸງ​ສ້າງ​ຕາມ​ແບບທິດ​ສະ​ດີ​ເປັນຕົ້ນ ​ໄປ​ສູ່​ການ​ສອນ ​ແລະ ຊ່ວຍ​ນັກຮຽນ, ນັກ​ສຶກສາ​ເປັນ​ເຈົ້າການ, ຕັ້ງໜ້າ​, ມີ​ຫົວຄິດ​ປະດິດ​ສ້າງ, ສຸມ​ໃສ່​ພັດທະນາ​ບັນດາ​ຄວາມ​ສາມາດ:

   “​ເມື່ອປຶກສາ​ຫາລື​ກ່ຽວ​ກັບການ​ປ່ຽນ​ໃໝ່​ການ​ສຶກສາ​​ແມ່ນຕ້ອງ​ປຶກສາ​ຫາລື​ເຖິງ​ວິ​​ໄສ​ທັດ​ກ່ຽວ​ກັບ​ຍຸກ​ສະ​ໄໝ​ພັດທະນາ, ມັນ​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ປ່ຽນ​ແປງ​ຈິນຕະນາການ, ຮຽກຮ້ອງ​ໃຫ້ປະຕິຣູບທຸກມາດ​ຕະການ​​ໃນ​ໄລຍະ​ເຊື່ອມ​ໂຍງ, ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຮຽກຮ້ອງ​ໃຫ້​ນັກຮຽນ​ນັກສຶກສາ ບໍ່​ພຽງ​ແຕ່​ຮູ້​ໜັງສື​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ກຳນົດ​ທິດ​ອາຊີບ​ໄດ້ ​ເພື່ອ​ໃຫ້​​ເຂົາ​ເຈົ້າ​ສາມາດເຮັດ​ວຽກ​ພາຍຫຼັງ​ຮຽນ​ຈົບ​ຢ່າງມີ​ຄຸນ​ນະພາ​ບ

   5 ​ເນື້ອ​ໃນ​ໃຫ່ຍຖືກ​ຖື​ວ່າ​ຈຳ​ເປັນ​ເພື່ອ​ດຳ​ເນີນການປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽ​ດນາມ​ ໂດຍ​ພື້ນຖານ ​ແລະ ຮອບດ້ານ​ໃນ​ປະຈຸ​ບັນ​ລວມມີ: ​ການຕີ​ລາຄາສະພາບ​ການ​ສຶກສາ​ຫວຽດນາມ ຢ່າງ​ຖືກຕ້ອງ, ​ສາຍ​ເຫດ​ຈຳ​ເປັນທີ່ຕ້ອງ​ປ່ຽນ​ໃໝ່ການ​ສຶກສາ​ຢູ່​ຫວຽດນາມ, ບັນດາ​ທັດສະນະ, ຫລັກ​ການ​ຕອ້ງປະຕິບັດ, ບັນດາ​ຈຸດ​ໝາຍ​ສັງ​ລວມ ​ແລະ ລະອຽດ​ສຳລັບ​ແຕ່​ລະຊັ້ນຮຽນ, ບັນດາ​ມາດ​ຕະການ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາ ກອນ​ມະນຸດ. ນີ້​ກໍ່​ແມ່ນ​ບັນດາ​ເນື້ອ​ໃນ​ສຳຄັນ​ຈະ​ໄດ້​ຮັບ​ການປຶກສາ​ຫາລື​ທີ່ກອງ​ປະຊຸມ​ຄັ້ງທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ຊຸດທີ 11 ເພື່ອ​ກ້າວ​ໄປ​ເຖິງ​​ມີ​ບັນດາ​ແຜ​ນນະ​ໂຍບາຍ, ລັດຖະນະ​ໂຍບາຍ​ຖືກຕ້ອງ ​ເພື່ອ​ແນ​ໃສ່ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽ​ດນາມ​ ໂດຍ​ພື້ນຖານ ​ແລະ ຮອບດ້ານ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ໃນ​ສະພາບ​ການ​ໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ