(vovworld) – ໃນຕະຫຼອດ 83 ປີຜ່ານມາ, ນັບແຕ່ພັກກອມມູນິດຫວຽດນາມມີມະຕິທຳອິດກ່ຽວກັບວຽກງານຂົນຂວາຍປະຊາຊົນ, ວຽກງານຂົນຂວາຍປະຊາຊົນຂອງພັກໄດ້ຮັບຜົນງານອັນໃຫຍ່ຫຼວງ, ປະກອບສ່ວນປັບປຸງສາຍພົວພັນເລືອດເນື້ອລະຫວ່າງພັກ ແລະ ປະຊາຊົນ, ອັນໄດ້ຊ່ວຍໃຫ້ພັກກອມມູນິດຫວຽດນາມເຕົ້າໂຮມກຳລັງແຮງຂອງປະຊາຊົນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍນາໆປະກາດ, ຕີເອົາຊະນະສັດຕູຕ່າງຊາດ ແລະ ປະຕິບັດສຳເລັດພາລະກິດປ່ຽນໃໝ່. ປະຈຸບັນ, ວຽກງານຂົນຂວາຍປະຊາຊົນຂອງພັກພວມໄດ້ຮັບຄວາມເອົາໃຈໃສ່ເປັນພິເສດໃນໄລຍະທີ່ຫວຽດນາມປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງກັບສາກົນ.
ການຂົນຂວາຍປະຊາຊົນຢ່າງໃກ້ຊິດ ແລະ ແທດຈິງຂອງລຸງໂຮ່ ຍັງຄົງຮັກສາຄຸນຄ່າເດີມໃນຍຸກປະຈຸບັນ
(ພາບ: ອິນເຕີແນດ)
ລັດຖະນະໂຍບາຍກ່ຽວກັບວຽກງານຂົນຂວາຍປະຊາຊົນໃນໄລຍະໃໝ່
ໂດຍຮັບຮູ້ໄດ້ຄວາມຈຳເປັນ ແລະ ສຳຄັນຂອງວຽກງານຂົນຂວາຍປະຊາຊົນ, ພັກກອມມູນິດຫວຽດນາມໄດ້ມີລັດຖະນະໂຍບາຍຫຼາຍສະບັບ ກ່ຽວກັບວຽກງານຂົນຂວາຍປະຊາຊົນ ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນຂອງວຽກງານຂົນຂວາຍປະຊາຊົນໃນແຕ່ລະໄລຍະປະຕິວັດ. ຫວ່າງແລ້ວນີ້, ທີ່ກອງປະຊຸມຄັ້ງທີ 7 ເມື່ອເດືອນ 5/2013, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ 11 ໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີ ແລະ ປ່ຽນໃໝ່ການຊີ້ນຳ, ນຳພາຂອງພັກທີ່ມີຕໍ່ວຽກງານຂົນຂວາຍປະຊາຊົນ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ, ໃນເງື່ອນໄຂພັກກຳອຳນາດ, ກໍ່ສ້າງລັດແຫ່ງອຳນາດນິຕິບັນຢັດ, ພັດທະນາເສດຖະກິດຕະຫຼາດ, ເຊື່ອມໂຍງກັບສາກົນ, ມີຫຼາຍບັນຫາໃໝ່ທີ່ຫາກໍວາງອອກໄດ້ກະທົບເຖິງແນວຄິດ, ຈິດໃຈ, ຊີວິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ມີແຕ່ປ່ຽນໃໝ່ ແລະ ເຮັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ເພີ່ມທະວີສາຍພົວພັນລະຫວ່າງພັກກັບປະຊາຊົນ ກໍ່ຄືສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນເທົ່ານັ້ນ, ຈຶ່ງສາມາດເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງທົ່ວປວງຊົນເພື່ອຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໄດ້. ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
“ຕ້ອງຊາບຊືມແນວຄິດຂອງປະທານ ໂຮ່ຈີມິນ ແລະ ບັນດາທັດສະນະຂອງພັກກ່ຽວກັບການຂົນຂວາຍປະຊາຊົນ, ກ່ຽວກັບບັນຫາມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງເລິກເຊິ່ງ. ພິເສດແມ່ນຕ້ອງເຄົາລົບນັບຖື ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງຄົບຖ້ວນ; ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງສຸດຈິດສຸດໃຈ. ເອົາໃຈໃສ່ເຖິງຜົນປະໂຫຍດຂອງປະຊາຊົນ; ເຄົາລົບປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ເຊື່ອໝັ້ນປະຊາຊົນ. ອັນໃດມີຜົນປະໂຫຍດໃຫ້ປະຊາຊົນຈຶ່ງເຮັດ. ອັນໃດກໍ່ຜົນຮ້າຍເຖິງປະຊາຊົນແມ່ນບໍ່ໄດ້ເຮັດ, ຕ້ອງປັບປຸງພັກເປັນປະຈຳ, ກໍ່ສ້າງພັກ, ລັດ, ອຳນາດການປົກຄອງປອດໃສ, ໝັ້ນຄົງ. ທັດສະນະ, ແຜນນະໂຍບາຍທັງໝົດຂອງພັກ, ກົດໝາຍ, ນະໂຍບາຍຂອງລັດ ແມ່ນຕ້ອງເພື່ອປະຊາຊົນ, ເລີ່ມມາຈາກຜົນປະໂຫຍດ ແລະ ຄວາມມຸ້ງມາດປາຖະໜາອັນຊອບທຳຂອງປະຊາຊົນ. ພະນັກງານສະມາຊິກພັກ, ລັດຖະກອນ, ພາລະກອນຕ້ອງເປັນແບບຢ່າງ, ສຸດຈິດສຸດໃຈກັບວຽກງານ, ເວົ້າຕ້ອງໄປຄຽງຄູ່ກັບການກະທຳ ເພື່ອໃຫ້ປະຊາຊົນເຊື່ອໝັ້ນ ແລະ ປະຕິບັດຕາມ“.
ວຽກງານຂົນຂວາຍປະຊາຊົນຂັ້ນຮາກຖານ
ພາຍຫຼັງກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11 ໄດ້ມີມະຕິເລກທີ 25 ກ່ຽວກັບເພີ່ມທະວີການນຳພາຂອງພັກກອມມູນິດຫວຽດນາມ ສຳລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່. ຄະນະຂົນຂວາຍປະຊາຊົນສູນກາງພວມສົມທົບກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖີ່ນ, ຫົວໜ່ວຍຕ່າງໆ ຜັນຂະຫຍາຍການປະຕິບັດມະຕິນີ້, ຕາມທິດທັງເພີ່ມທະວີ, ທັງປ່ຽນໃໝ່ວຽກງານຂົນຂວາຍປະຊາຊົນ. ປ້າ ອ໋ຽນແຄງ, ຫົວໜ້າຄະນະຂົນຂວາຍປະຊາຊົນນະຄອນບັກຢາງ, ແຂວງບັກຢາງ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າປ່ຽນໃໝ່ວຽກງານໂຄສະນາ, ຂົນຂວາຍ. ສຳລັບວຽກງານລະອຽດ, ທັງລະບົບການເມືອງຕ້ອງຈັດການປະຊຸມ, ແບ່ງງານຢ່າງລະອຽດ. ນອກນັ້ນ, ຈຳເປັນຕ້ອງຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນຈຶ່ງສາມາດປະຕິບັດວຽກງານຢ່າງມີປະສິດທິຜົນໄດ້“.
ວຽກງານຂົນຂວາຍປະຊາຊົນ ແມ່ນຕ້ອງປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ
(ພາບ: ອິນເຕີແນດ)
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງສືບຕໍ່ຍົກສູງຄວາມຮູ້ໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ ກ່ຽວກັບທີ່ຕັ້ງ, ບົດບາດຂອງວຽກງານຂົນຂວາຍປະຊາຊົນ. ໄປຄຽງຄູ່ກັນນັ້ນ, ບັນດາທ້ອງຖີ່ນຕ້ອງສຸມໃສ່ແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນໃນໝູ່ປະຊາຊົນ, ພິເສດແມ່ນຊີວິດການເປັນຢູ່, ວຽກເຮັດງານທຳ, ການບຸກເບີກໜ້າພຽງ, ການຊົດເຊີຍທີ່ດິນ, ແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງຂອງປະຊາຊົນ, ປະຕິຮູບລະບຽບການບໍລິຫານ, ແກ້ໄຂສະພາບຫຍໍ້ທໍ້, ອຸບັດຕິເຫດທາງຄົມມະນາຄົມ, ໄພສັງຄົມ, ຮັບປະກັນຊີວິດສັງຄົມຢ່າງມີປະສິດທິຜົນ. ນອກນັ້ນ, ຄວນຍູ້ແຮງຂະບວນການແຂ່ງຂັນຮັກຊາດໃນໝູ່ປະຊາຊົນ, ປ່ຽນໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ອົງການຈັດຕັ້ງມະຫາຊົນ. ປັບປຸງ, ຍົກສູງຄວາມສາມາດໃນການຂົນຂວາຍປະຊາຊົນຂອງບັນດາອົງການ, ຫົວໜ່ວຍ ແລະ ຖັນແຖວພະນັກງານທີ່ເຮັດວຽກງານຂົນຂວາຍປະຊາຊົນໃນທົ່ວລະບົບການເມືອງ, ພິເສດແມ່ນໃນບັນດາອົງການບໍລິຫານລັດ, ບັນດາພະນັກງານທີ່ມີການພົວພັນ, ພົບປະໂດຍກົງກັບປະຊາຊົນເປັນປະຈຳ. ປ່ຽນໃໝ່ແບບແຜນການເຮັດວຽກ, ຕ້ອງໃກ້ຊິດກັບປະຊາຊົນ, ນັບຖືປະຊາຊົນ, ນຳ່ຮຽນປະຊາຊົນ. ປະຕິບັດລະບຽບການປະຊາທິປະໄຕໃນຂັ້ນຮາກຖານເປັນຢ່າງດີ…
ບັນດາທັດສະນະ, ແຜນນະໂຍບາຍ, ກົນໄກ, ນະໂຍບາຍຂອງລັດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ລັກສະນະສະເໝີຕົ້ນສະເໝີປາຍຂອງວຽກງານຂົນຂວາຍປະຊາຊົນ ແມ່ນເພື່ອປະຊາຊົນ, ເບິ່ງແຍງດູແລ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ແລະ ເປີດກວ້າງປະຊາທິປະໄຕ, ເສີມຂະຫຍາຍບົດບາດ, ສິດເປັນເຈົ້າຂອງປະຊາຊົນ. ເມື່ອແນວຄິດຂອງພັກ ເໝາະສົມກັບຈິດໃຈຂອງປະຊາຊົນ, ໝາຍຄວາມວ່າວຽກງານຂົນຂວາຍປະຊາຊົນບັນລຸໄດ້ປະສິດທິຜົນ ແລະ ຈະສ້າງເປັນບາດກ້າວຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ, ສັງຄົມກໍ່ຄືການສ້າງສາ ແລະ ປົກປັກຮັກສາປະເທດຊາດ.