(VOVWORLD) - ໃນວັນທີ 17 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິກ່ຽວກັບການສ້າງຕັ້ງກຳລັງສາກົນຢູ່ເຂດກາຊາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວປະຫວັດສາດ ເພື່ອແນໃສ່ຟື້ນຟູຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງສາມັນຊົນ, ເປີດເສັ້ນທາງໃໝ່ໃຫ້ແກ່ການຊ່ວຍເຫຼືອ ແລະ ສ້າງສາດ້ວຍຂອບຂະໜາດໃຫຍ່ຄືນໃໝ່ຢູ່ເຂດດິນແດນແຫ່ງນີ້ພາຍຫຼັງ 2 ປີຖືກທຳລາຍຍ້ອນການປະທະກັນ.
ມະຕິກ່ຽວກັບການສ້າງກຳລັງສາກົນຢູ່ເຂດກາຊາໂດຍ ອາເມລິກາ ປົກປ້ອງໄດ້ຮັບການສະໜັບສະໜູນຂອງ 13/15 ສະມາຊິກ ສະພາຄວາມໝັ້ນຄົງ ສປຊ. ໃນນັ້ນສອງປະເທດກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊແມ່ນ ລັດເຊຍ ແລະ ຈີນ ໄດ້ປ່ອນບັດຂາວ.
ບາດກ້າວເດີນປະຫວັດສາດ
ມະຕິຂອງສະພາຄວາມໝັ້ນຄົງ ສປຊ ອະນຸຍາດສ້າງຕັ້ງກຳລັງຮັກສາສະຖຽນລະພາບ ສາກົນ (ISF)ເພື່ອແນໃສ່ສົມທົບກັບເອຢິບ, ອິດສະລາແອັນ ແລະ ກຳລັງຕຳຫຼວດໄດ້ຮັບການຝືກແອບໃໝ່ຂອງ ປາແລັດສະຕິນ ເພື່ອປົກປັກຫຮັກສາບັນດາເຂດຊາຍແດນ ແລະ ເຂດປອດການທະຫານຢູ່ເຂດກາຊາ. ISF ກໍ່ຮັບປະກັນໜ້າທີ່ຫຼຸດຜ່ອນອາວຸດຕະຫຼອດການ ຂອງບັນດາກຸ່ມປະກອບອາວຸດແຫ່ງລັດ, ປົກປ້ອງສາມັນຊົນ ແລະ ຮັບປະກັນຄວາມໝັ້ນຄົງໃຫ້ແກ່ບັນດາແລວທາງອຸປະຖຳດ້ານມະນຸດສະທຳ.
ໄປຄຽງຄູ່ກັນນັ້ນ, ອົງການບໍລິຫານໄລຍະຖືຂ້າມຜ່ານ ທີ່ມີຊື່ວ່າ ສະພາສັນຕິພາບ ກໍ່ໄດ້ຮັບການສ້າງຕັ້ງ, ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ໃນນາມເປັນປະທານ ແລະ ມີອາຍຸການຈົນຮອດທ້າຍປີ 2027. ຕາມທ່ານ Mike Waltz, ເອກອັກະຄັດຖະລະທູດ ອາເມລິກາ ປະຈຳ ສປຊແລ້ວ, ເລື່ອງສະພາຄວາມໝັ້ນຄົງ ສປຊ ອົງການທີ່ມີສິດອຳນາດສູງທີ່ສຸດຂອງ ສປຊ ໄດ້ປະລະບັນດາຄວາມບໍ່ລົງລອຍກັນໃນຊົ່ວຄາວເພື່ອຮັບຮອງເອົາມະຕິແມ່ນເຫດການທີ່ມີລັກສະນະປະຫວັດສາດ, ເປີດທິດກ້າວເດີນໃໝ່ໃຫ້ແກ່ພາກພື້ນຕາເວັນອອກກາງ.
“ຜ່ານພາສາເຈລະຈາຢ່າງລະອຽດ ໃນແຜນການກະທຳ 20 ຈຸດ, ມະຕິສະບັບນີ້ໄດ້ເປີດວິວັດການທີ່ມີຄວາມເປັນໄປໄດ້ສູງໃຫ້ແກ່ສິດຕັດສິນດ້ວຍຕົນເອງ ໃຫ້ແກ່ຊາວປາແລັດສະຕິນ ໃນຂະນະທີ່ອຳນາດການປົກຄອງ ປາແລັດສະຕິນ ປະຕັດບັດສຳເລັດການປະຕິຮູບທີ່ຈຳເປັນ. ນີ້ກໍ່ແມ່ນວິວັດການເຊິ່ງ ແລກອາວຸດເອົາ ສັນຕິພາບ ແລະ ມີໂອກາດຢ່າງແທ້ຈິງໃຫ້ແກ່ສະພາບການການເມືອງທີ່ດີໃນອະນາຄົດ.”
ປະຊາຄົມສາກົນສ່ວນຫຼາຍມີປະຕິກິລິຍາທີ່ຕັ້ງໜ້າ ໃຫ້ແກ່ມະຕິຂອງ ສປຊ, ຖືນີ້ແມ່ນຄວາມມານະພະຍາຍາມຫັນຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ ທີ່ມີຄວາມເບົ່າບາງພໍສົມຄວນໃນປັດຈຸບັນ ກາຍເປັນວິວັດການການເມືອງທີ່ມີຄວາມເປັນໄປໄດ້ສູງ ມຸ່ງໄປເຖິງ ສະຖຽນລະພາບທີ່ຍາວນານຢູ່ເຂດກາຊາ. ໃນສະເພາະໜ້າ, ມະຕິຂອງ ສປຊ ຈະກໍ່ຜົນກະທົບຢ່າງຕັ້ງໜ້າຕໍ່ບັນດາການເຄື່ອນໄຫວມະນຸດສະທຳຢູ່ເຂດກາຊາ, ໃນສະພາບການເຂດດິນແດນແຫ່ງນີ້ບໍ່ພຽງແຕ່ປະສົບກັບສະພາບການຂາດເຂີນສະບຽງອາຫານ, ສາທາລະນະສຸກ ຫາກຍັງ ຖືກນ້ຳຖ້ວມນາບຂູ່ອີກດ້ວຍ. ທ່ານ Ricardo Pires ໂຄສົກ ກອງທຶນເພື່ອເດັກ ສປຊ (UNICEF)ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີຄວາມປະເອີບໃຈທີ່ສຸດວ່າ ແຜນການສັນຕິພາບຈະຊ່ວຍປັບປຸງສະພາບການຢູ່ທີ່ນີ້. ພວກເຮົາຕ້ອງເປີດຕື່ມອີກຫຼາຍແລວທາງມະນຸດສະທຳ, ຕ້ອງມີຕື່ມອີກລົດຂົນສົ່ງເຄື່ອງຊ່ວຍເຫຼືອຫຼ້າຍຂັນເຂົ້າເຂດກາຊາ, ຕ້ອງມີຫຼາຍສະຖານທີ່ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຕື່ມອີກ.”
ສິ່ງທ້າທາຍໃນການປະຕິບັດ
ເຖິງວ່າໄດ້ຮັບຖືວ່າແມ່ນບາດກ້າວທີ່ມີລັກສະນະປະຫວັດສາດແຕ່ມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບເຂດກາຊາຈະປະເຊີນໜ້າກັບສິ່ງທ້າທາຍນາໆປະການໃນອະນາຄົດເມື່ອເຂົ້າຜັນຂະຫຍາຍໃນຕົວຈິງ. ຕາມທ່ານ Varsen Aghabekian Shahin ລັດຖະມົນຕີ ການຕ່າງປະເທດ ປາແລັດສະຕິນແລ້ວ, 3 ບັນຫາສຳຄັນທີ່ສຸດຕໍ່ອຳນາດການປົກຄອງປາແລັດສະຕິນແມ່ນ: ຮັບປະກັນວຽກງານຄຸ້ມຄອງເຂດກາຊາ ຕ້ອງໄດ້ປະຕິບັດຖືກຕ້ອງຕາມກົດໝາຍສາກົນ, ວິວັດການຂ້າມຜ່ານຢູ່ເຂດກາຊາ ບໍ່ສາມາດຕັດແຍກອອກຈາກຖະແຫຼງການ New York ເມື່ອເດືອນກັນຍາຜ່ານມາ ກ່ຽວກັບການສ້າງລັດ ປາແລັດສະຕິນ ເປັນເອກະລາດ ແລະ ສຸດທ້າຍແມ່ນສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ປາແລັດສະຕິນ.
ໃນຂະນະນັ້ນ, ສຳລັບບາງປະເທດ, ຂໍ້ຕິດຂັດໃຫຍ່ກ່ວານອນຢູ່ສອງກົນໄກສຳຄັນໃນການຄຸມຄອງເຂດກາຊາ ທີ່ໄດ້ເຕື້ອງເຖິງໃນມະຕິ ແມ່ນກຳລັງຮັກສາສັນຖຽນລະພາບ ສາກົນ (ISF) ແລະ ສະພາສັນຕິພາບ ຢູ່ເຂດກາຊາ. ທ່ານ Vasily Nebenzya ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ກ່າວເຕືອນວ່າ ມະຕິໂດຍສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາ ອາດສາມາດລ່ວງເກີນຂອບເຂດໃນການຮັກສາສັນຕິພາບ ແລະ ຫັນກຳລັງສາກົນ ກາຍເປັນຝ່າຍເຂົ້າຮ່ວມການປະທະກັນ, ພ້ອມທັງຖືວ່າ ສະພາຄວາມໝັ້ນຄົງ ສປຊ ເບິ່ງຄືວ່າບໍ່ມີເວລາເພື່ອຊອກຫາຂໍ້ຕົກລົງ. ທ່ານ Fu Cong ເອກອັກຄະລັດຖະທູດ ຈີນ ປະຈຳ ສປຊ ເນັ້ນໜັກວ່າ:
“ມະຕິສະບັບນີ້ຕ້ອງ ອະທິບາຍໂຄງປະກອບ, ພາກສ່ວນ, ເປົ້າໝາຍ, ບົດບາດ, ຄວາມຮັບຜິດຊອບ ຢ່າງລະອຽດ ຫຼືບັນດາມາດຖານກະກຽມຂອງກຳລັງຮັກສາສັນຕິພາບ ສາກົນ. ນີ້ຕ້ອງເປັນພື້ນຖານໃຫ້ແກ່ບັນດາການປຶກສາຫາລືຢ່າງເຂັ້ມງວດຢູ່ ສະພາຄວາມໝັ້ນຄົງ ສປຊ. ເຖິງວ່າມະຕິພຽງແຕ່ມີບັນດາຂໍ້ມູນບໍ່ລະອຽດກ່ຽວກັບບັນດາປັດໄຈຈຳເປັນນີ້.”
ໂດຍກ່ຽວຂ້ອງເຖິງສະພາສັນຕິພາບ, ໃນບົດກ່າວຄຳເຫັນທີ່ໄດ້ຍົກອອກມາໃນວັນທີ 18 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump, ຜູ້ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານໃນນາມຂອງສະພາ ຈົນຮອດປີ 2027 ໃຫ້ຮູ້ວ່າ ສະພາສັນຕິພາບ ຈະມີຫຼາຍສະມາຊິກ ແລະ ລວມມີການນຳບັນດາປະເທດໃຫຍ່ໃນໂລກ.
ຍັງມີບັນຫາໃຫຍ່ຕໍ່ໄປສຳລັບການປະຕິບັດມະຕິ ກາຊາແມ່ນບັນດາປະຕິກິລະຍາຈາກຂະບວນການ ຮາມາດສ. ນັບແຕ່ເວລາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບເຂດກາຊາ ໄດ້ຮັບຮອງເອົາ, ຮາມາດສໄດ້ຂຶ້ນສຽງປະຕິເສດ, ຖືວ່າເອກະສານສະບັບນີ້ ບໍ່ຕອບສະໜອງ ບັນດາສິດ ແລະ ຄວາມຮຽກຮ້ອງຕ້ອງການຂອງຊາວ ປາແລັດສະຕິນ, ພ້ອມທັງພວມມີທ່າອ່ຽງສະໜັບສະໜູນຫຼັກໝັ້ນຂອງ ອິດສະລາແອັນ. ຂະບວນການນີ້ກໍ່ບໍ່ສະແດງໃຫ້ເຫັນສັນຍານທີ່ເປັນໜ້າສົນໃຈໃດໃນການ ຫຼຸດຜ່ອນ ອາວຸດດ້ວຍຄວາມສະໝັກໃຈ, ເຖິງວ່ານີ້ແມ່ນບັນດາຈຸດສຳຄັນທີ່ໄດ້ຍົກອອກມາໃນມະຕິສະບັບນີ້.