(VOVWORLD) - ມະຕິສະບັບເລກທີ 68 – NQ/TW, ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ເຊັນປະກາດໃຊ້ໃນວັນທີ 04 ພຶດສະພາ 2025, ແມ່ນເອກະສານສຳຄັນຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ. ບົດບາດຂອງຂົງເຂດເສດຖະກິດເອກະຊົນໄດ້ຮັບການຢັ້ງຢືນຢ່າງແຮງໃນມະຕິສະບັບເລກທີ 68 ເຊິ່ງເປັນຄັ້ງທຳອິດ ທີ່ເສດຖະກິດເອກະຊົນໄດ້ຮັບການກຳນົດວ່າແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ. ນີ້ແມ່ນບາດກ້າວບຸກທະລຸກ່ຽວກັບຈິນຕະນາການພັດທະນາ.
ຂົງເຂດເສດຖະກິດເອກະຊົນປະກອບສ່ວນປະມານ 50% GDP ຂອງ ຫວຽດນາມ, ມອບພັນທະເຂົ້າງົບປະມານແຫ່ງລັດກວ່າ 30% ແລະ ພິເສດແມ່ນແກ້ໄຂວຽກເຮັດງານທຳໃຫ້ແກ່ກວ່າ 82% ແຮງງານໃນທົ່ວປະເທດ. ບັນດາຕົວເລກນີ້ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດອັນໃຫຍ່ຫຼວງ ແລະ ມີຄວາມສຳຄັນຍິ່ງຂອງຂົງເຂດເສດຖະກິດເອກະຊົນໃນພື້ນຖານເສດຖະກິດ ຫວຽດນາມ.
ຄຳຢັ້ງຢືນຢ່າງຈະແຈ້ງກ່ຽວກັບບົດບາດຂອງເສດຖະກິດເອກະຊົນໃນພື້ນຖານເສດຖະກິດແຫ່ງຊາດ
ມະຕິສະບັບເລກທີ 68 – NQ/TW ຂອງກົມການການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ ບໍ່ພຽງແຕ່ແມ່ນສານການເມືອງຢ່າງແຮງເທົ່ານັ້ນ, ຫາກຍັງແມ່ນຄຳຢັ້ງຢືນຢ່າງຈະແຈ້ງກ່ຽວກັບບົດບາດຂອງເສດຖະກິດເອກະຊົນໃນພື້ນຖານເສດຖະກິດແຫ່ງຊາດອີກດ້ວຍ.
ຈຸດບຸກທະລຸທຳອິດຂອງມະຕິສະບັບເລກທີ 68 ແມ່ນການລົບລ້າງບັນດາຄວາມອະຄະຕິທີ່ມີມາແຕ່ດົນນານກ່ຽວກັບບົດບາດຂອງເສດຖະກິດເອກະຊົນ. ເປັນຄັ້ງທຳອິດ ທີ່ຂົງເຂດນີ້ໄດ້ຮັບການກຳນົດວ່າ ແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ. ໄປຄຽງຄູ່ກັນນັ້ນ, ມະຕິຍັງວາງອອກບັນດານະໂຍບາຍລະອຽດທີ່ສຸດ, ເຊັ່ນ: ຍົກເວັ້ນພາສີອາກອນພາຍໃນ 3 ປີທຳອິດ, ລົບລ້າງອາກອນເປີດຮ້ານ, ອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຈຸນລະວິສາຫະກິດເຂົ້າຮ່ວມບັນດາຂົງເຂດທີ່ສະຫງວນສະເພາະໃຫ້ແກ່ລັດວິສາຫະກິດ, ເຊັ່ນ: ອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ທັງຂົງເຂດຍຸຕິທຳອີກດ້ວຍ.
ທ່ານ ມາກກວັກແອັງ, ຮອງປະທານສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ໂຮ່ຈີມິນ (ພາບ: VGP) |
ໜຶ່ງໃນບັນດານະໂຍບາຍທີ່ວົງການວິສາຫະກິດໄດ້ຮັບເປັນພິເສດນັ້ນແມ່ນ ການແຍກລະຫວ່າງຄວາມຮັບຜິດຊອບສ່ວນຕົວ ກັບຄວາມຮັບຜິດຊອບນິຕິບຸກຄົນຢ່າງຈະແຈ້ງ ໃນກໍລະນີມີການກະທຳຜິດກ່ຽວກັບເສດຖະກິດ. ອາດເວົ້າໄດ້ວ່າ ນີ້ແມ່ນບາດກ້າວເດີນຄັ້ງໃຫຍ່ໃນການປະຕິຮູບນິຕິກຳ. ທ່ານ ມາກກວັກແອັງ, ຮອງປະທານສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຕີລາຄາສູງມະຕິສະບັບນີ້ ຍ້ອນວ່າ ນີ້ເປັນຄັ້ງທຳອິດທີ່ກົມການເມືອງຢັ້ງຢືນ ເສດຖະກິດເອກະຊົນມີບົດບາດສຳຄັນທີ່ສຸດ, ແມ່ນກຳລັງໜູນຕົ້ນຕໍຂອງພື້ນຖານເສດຖະກິດ. ມະຕິກໍຊີ້ແຈ້ງ, ເປົ້າໝາຍຂອງພວກເຮົາແມ່ນຕ້ອງເພີ່ມທະວີກ່ຽວກັບຈຳນວນວິສາຫະກິດ ແລະ ການເຕີບໂຕສີຂຽວ. ມີອີກສິ່ງໜຶ່ງທີ່ສຳຄັນທີ່ສຸດ ນັ້ນແມ່ນ ບໍ່ຫັນບັນດາການເຄື່ອນໄຫວເສດຖະກິດເປັນອາຍາຫຼາຍເກີນໄປ ເພື່ອໃຫ້ວິສາຫະກິດເອກະຊົນມີພື້ນທີ່ໃໝ່ໃນການພັດທະນາ.”
ໜຶ່ງໃນບັນດາເປົ້າໝາຍທີ່ມີຄວາມຫວັງຢ່າງສູງ ແລະ ມີລັກສະນະກະໂດດຂັ້ນຂອງມະຕິສະບັບເລກທີ 68 ແມ່ນ ຮອດປີ 2030, ຫວຽດນາມ ຈະມີວິສາຫະກິດ 2 ລ້ານແຫ່ງ ແລະ ຮອດປີ 2045 ຕົວເລກນີ້ຈະເພີ່ມຂຶ້ນ 3 ລ້ານແຫ່ງ. ນີ້ແມ່ນພະຍານຫຼັກຖານໃຫ້ແກ່ການຫັນປ່ຽນຂອງພື້ນຖານເສດຖະກິດເອກະຊົນ, ຈາກບ່ອນທີ່ຖືກຖືວ່າອ່ອນແອ, ກະແຈກກະຈາຍ ກາຍເປັນກຳລັງໜູນຫຼັກແຫຼ່ງຂອງພື້ນຖານເສດຖະກິດແຫ່ງຊາດ. ເລື່ອງບັນລຸໄດ້ເປົ້າໝາຍນີ້ຈະສ້າງວຽກເຮັດງານທຳ, ແຫຼ່ງລາຍຮັບງົບປະມານ ແລະ ນຳພື້ນຖານເສດຖະກິດເຂົ້າວົງໂຄຈອນເຕີບໂຕແບບຍືນຍົງ. ນັ້ນກໍແມ່ນໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ບືນຄົວຂຶ້ນໃນລະບົບມູນຄ່າທົ່ວໂລກ, ກາຍເປັນບັນດາຕ່ອງໂສ້ສຳຄັນໃນຕາໜ່າງຜະລິດສາກົນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP) |
ຜັນຂະຫຍາຍຢ່າງຮີບເຮັ່ງ
ພາຍຫຼັງທີ່ມະຕິສະບັບເລກທີ 68 ໄດ້ຮັບການປະກາດໃຊ້ ພຽງແຕ່ສອງສາມວັນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມ 2 ຄັ້ງເພື່ອປຶກສາຫາລືການສ້າງຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະແນໃສ່ພັດທະນາເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງຕ້ອງຍື່ນສະເໜີຮ່າງມະຕິຂອງສະພາແຫ່ງຊາດຕໍ່ສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ທັນທີ, ເພື່ອແນໃສ່ແກ້ໄຂບັນດາບັນຫາຮີບດ່ວນທີ່ສຸດ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວວ່າ:
“ດ້ວຍຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາເສດຖະກິດເອກະຊົນ ແມ່ນບໍ່ຈຳກັດ. ເພື່ອ ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕຍຸຕິທຳສີວິໄລຂອງປະເທດຊາດໃນສັງກາດໃໝ່, ດ້ວຍຈິດໃຈ ລັດສ້າງສາ, ປະຊາຊົນເປັນພື້ນຖານ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ. ແລະ ລະບອບລະບຽບການ, ກົນໄກນະໂຍບາຍແມ່ນກຳລັງໜູນ. ມະຕິດັ່ງກ່າວ ຕ້ອງສ້າງຂະບວນການ, ສ້າງທ່າອ່ຽງພັດທະນາວິສາຫະກິດເອກະຊົນ. ທຸກຄົນ, ທຸກຄອບຄົວແຂ່ງຂັນກັນສ້າງຄວາມຮັ່ງມີ”.
ໃນຂະນັ້ນ, ໃນກອງປະຊຸມຄັ້ງທີ 45 ຂອງ ຄະນະປະຈຳສະພາແຫ່ງຊາດ ວັນທີ 10 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຄວາມໝາຍຂອງມະຕິສະບັບເລກທີ 68 ກໍຮີບດ່ວນຄືກັບມະຕິສະບັບເລກທີ 57 – NQ/TW ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທ່ານປະທານສະພາແຫ່ງຊາດມອບໃຫ້ກຳມາທິການເສດຖະກິດ ແລະ ການເງິນ ສົມທົບກັບກະຊວງການເງິນ ແລະ ບັນດາອົງການທີ່ກ່ຽວຂ້ອງເປັນເຈົ້າການສົມທົບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ໃນວັນທີ 12 ມິຖຸນາ. ນີ້ແມ່ນສັນຍານຕັ້ງໜ້າທີ່ສະແດງໃຫ້ເຫັນຄວາມຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ, ຈາກຂອດວາງກຳນົດ ຕະຫຼອດຮອດຂັ້ນຕອນປະຕິບັດ.
ມະຕິສະບັບເລກທີ 68 - NQ/TW ພວມເປີດໜ້າສັງກາດໃໝ່ໃຫ້ແກ່ເສດຖະກິດເອກະຊົນ ຫວຽດນາມ. ມະຕິສະບັບດັ່ງກ່າວ ແມ່ນທາດເລັ່ງສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາຢ່າງວັດທະນາຖາວອນໃນສັງກາດໃໝ່./.