ລົງສະໝັກເປັນສະມາຊິກຂອງສະພາສິດທິມະນຸດເພື່ອປະກອບສ່ວນໃຫ້ແກ່ສິດທິມະນຸດໂລກ

(VOVWORLD) - ຫວຽດນາມ ຕົກລົງເຂົ້າຮ່ວມການສະໝັກເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ອາຍຸການ 2023 -2025 ດ້ວຍຖານະ ສະມາຊິກຂອງ ອາຊຽນ ອອກສະໝັກ. ແຜນນະໂຍບາຍນີ້ ໂດຍທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ປະກາດໃນກອງປະຊຸມນັດສາມັນຄັ້ງທີ 46 ຂອງສະພາສິດທິມະນຸດ ພວມດຳເນີນຢູ່ ສຳນັກງານ ສປຊ ຢູ່ ເຊີແນວ ປະເທດສະວິດ. ໂດຍສືບຕໍ່ລົງສະໝັກເປັນສະມາຊິກສະພາສິດທິມະນຸດ ສປຊ ແມ່ນວິທີຫນຶ່ງ ເພື່ອໃຫ້ຫວຽດນາມ ປະກອບສ່ວນແກ່ການປົກປ້ອງສິດທິມະນຸດໃນໂລກດ້ວຍບັນດາຜົນງານປົກປ້ອງສິດທິມະນຸດຂອງຕົນ.

ເມື່ອເວົ້າເຖິງ ລະບອບການເມືອງ ທີ່ກ້າວຫນ້າ, ປະເທດຫນຶ່ງທີ່ມີຄວາມສີວິໄລ ແມ່ນຕ້ອງເວົ້າເຖິງເລື່ອງລະບອບການເມືອງ ປະເທດນັ້ນ ມີຄວາມເອົາໃຈໃສ່ເຖິງການຮັບປະກັນບັນດາສິດພື້ນຖານຂອງມະນຸດຫລືບໍ່? ລະບອບການເມືອງສັງຄົມນິຍົມ ຊຶ່ງຫວຽດນາມ ພວມມານະພະຍາຍາມສ້າງສາ ປະຕິບັດ ນັ້ນແມ່ນ ລະບອບຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ. ສະນັ້ນ ນັບແຕ່ເມື່ອສະຖາປະນາປະເທດຊາດຕາມລະບອບປະຊາທິປະໄຕສັງຄົມນິຍົມມາຮອດປະຈຸບັນ ຫວຽດນາມ ໄດ້ຢຶດໝັ້ນຕາມເປົ້າໝາຍ ຊຸກຍູ້ ປົກປ້ອງ ແລະ ຮັບປະກັນສິດທິມະນຸດໃຫ້ແກ່ປະຊາຊົນທຸກຖ້ວນຫນ້າໃນສັງຄົມຢ່າງບໍ່ຢຸດຢັ້ງ

ສິດທິມະນຸດໄດ້ຮັບການກຳນົດໃນລັດຖະທຳມະນູນນັບແຕ່ເມື່ອສະຖາປະນາປະເທດຊາດ

ໃນບົດຖະແຫລງປະກາດເອກະລາດສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ເມື່ອວັນທີ 2 ກັນຍາປີ 1945, ທ່ານປະທານໂຮ່ຈີມິນ ໄດ້ຖະແຫລງວ່າ “ ບັນດາປະເທດທັງໝົດໃນໂລກ ລ້ວນແຕ່ມີຄວາມສະເຫມີພາບ, ຊາດໃດກໍ່ມີສິດໄດ້ດຳລົງຊີວິດ, ໄດ້ຮັບຄວາມຢູ່ເຢັນເປັນສຸກ ແລະ ສິດເສລີພາບ”. ດ້ວຍບົດຖະແຫລງນີ້ ທ່ານປະທານໂຮ່ຈີມິນ ຢາກເນັ້ນຫນັກ ສິດທິມະນຸດ ພຽງແຕ່ໄດ້ຮັບປະກັນເມື່ອຕິດພັນກັບສິດເອກະລາດ ເສລີພາບຂອງຊາດເທົ່ານັ້ນ. ພ້ອມກັນນັ້ນ ເຄື່ອງໝາຍຊາດ ຂອງຫວຽດນາມ ຍາມໃດກໍ່ມີຄຳຂວັນ: ເອກະລາດ ເສລີພາບ ສັນຕິສຸກ”.

ເປັນຫນ້າສົນໃຈ ໃນລັດຖະທຳມະນູນປີ 1946, 1954, 1980,1992, 2013 ຍາມໃດຫວຽດນາມ ກໍ່ກຳນົດບັນດາສິດທິມະນຸດ ແລະ ສິດທິພົນລະເມືອງ.

ໃນໄລຍະແຕ່ປີ 2014- 2019 ລັດຫວຽດນາມ ໄດ້ປະກາດໃຊ້ເອກະສານນິຕິກຳ ແລະ ລັດຖະບັນຍັດກວ່າ 100 ສະບັບກ່ຽວຂ້ອງເຖິງການຮັບປະກັນສິດທິມະນຸດ, ສິດທິພົນລະເມືອງ. ເປັນທີ່ຈະແຈ້ງແລ້ວວ່າ ນັບແຕ່ເມື່ອດຳເນີນກິດຈະການປ່ຽນແປງໃຫມ່ມາຮອດປະຈຸບັນ ຫວຽດນາມ ນັບມື້ນັບມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ຮັບປະກັນສິດທິມະນຸດໃນທຸກຂົງເຂດການເມືອງ, ພົນລະເຮືອນ, ເສດຖະກິດ, ວັດທະນະທຳ, ສັງຄົມ.

ລົງສະໝັກເປັນສະມາຊິກຂອງສະພາສິດທິມະນຸດເພື່ອປະກອບສ່ວນໃຫ້ແກ່ສິດທິມະນຸດໂລກ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ປະກາດໃນກອງປະຊຸມນັດສາມັນຄັ້ງທີ 46 ຂອງສະພາສິດທິມະນຸດ (ພາບ: VGP)

ສິດທິມະນຸດໄດ້ຮັບປະກັນໃນທຸກຂົງເຂດ

ຜົນງານກ່ຽວກັບສິດທິມະນຸດຢູ່ຫວຽດນາມ ໃນກວ່າ 75 ປີຜ່ານມາ ສະແດງອອກໃນທຸກຂົງເຂດ ເປັນຕົ້ນແມ່ນບາດກ້າວເດີນຢ່າງກະໂດດຂັ້ນກ່ຽວກັບການພັດທະນາເສດຖະກິດໃນເກືອບ 35 ປີແຫ່ງການປ່ຽນແປງໃຫມ່ (1986-2020).

ຈາກພື້ນຖານເສດຖະກິດກະສິກຳທີ່ຫລ້າຫລັງ, ຂອບຂະຫນາດພື້ນຖານເສດຖະກິດປີ 1985 ບັນລຸພຽງ 14 ຕື້ USD, ແຕ່ຮອດປີ 2020 ບັນລຸເຖິງ 343 ຕື້ USD ນອນໃນ Top 40 ພື້ນຖານເສດຖະກິດໃຫຍ່ສຸດຂອງໂລກ ແລະ ຖືກຈັດອັນດັບທີ 4 ໃນອາຊຽນ, ລາຍຮັບສະເລ່ຍໃສ່ຫົວຄົນຂອງຫວຽດນາມ ໃນປີ 2020 ແມ່ນເກືອບ 9000  USD/ຄົນ.

ການເຕີບໂຕເສດຖະກິດແມ່ນພື້ນຖານ ແມ່ນປະຖົມປັດໄຈເພື່ອໃຫ້ລັດ ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ ວັດທະນະທຳສັງຄົມເປັນຢ່າງດີ.  ສິ່ງດັ່ງກ່າວໂດຍໄດ້ສະແດງໃຫ້ເຫັນຜ່ານ ດັດຊະນີການພັດທະນາ (HDI)  ປີ 2020 ແມ່ນ 0,704, ຢືນອັນດັບ 117/189 ປະເທດ ແລະ ເຂດແຄ້ວນ, ແລະ ນອນໃນກຸ່ມບັນດາປະເທດມີດັດຊະນີ HDI  ລະດັບສູງໃນໂລກ.

ຫນຶ່ງໃນບັນດາຜົນງານກ່ຽວກັບສິດທິມະນຸດມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ ນັ້ນແມ່ນ ຫວຽດນາມ ມີຄວາມເອົາໃຈໃສ່ຊຸກຍູ້ ປົກປ້ອງ ຮັບປະກັນບັນດາສິດພື້ນຖານໃຫ້ແກ່ກຸ່ມຄົນມີຄວາມສ່ຽງໃນສັງຄົມ. ມາຮອດປະຈຸບັນ ພັກ, ລັດຫວຽດນາມ ໄດ້ປະກາດໃຊ້ 118 ນະໂຍບາຍກ່ຽວຂ້ອງເຖິງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ ປັບປຸງຊີວິດການເປັນຢູ່ ແລະ ຮັບປະກັນຊີວິດສັງຄົມໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ. ສະນັ້ນ ອັດຕາສ່ວນຄອບຄົວທຸກຍາກຢູ່ຫວຽດນາມ ໄດ້ຫລຸດລົງຈາກ 9,88 % ເມື່ອປີ 2015 ລົງເຫລືອພຽງ 2,75% ໃນປີ 2020.

ເລື່ອງເບິ່ງແຍງ ຮັບປະກັນສິດພື້ນຖານໃຫ້ແກ່ກຸ່ມຄົນມີຄວາມສ່ຽງໃນສັງຄົມຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງໃນຊ່ວງເວລາເກີດໂລກລະບາດໂຄວິດ 19. ຫວຽດນາມ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດທີ່ມີອັດຕາຄົນຖືກຕິດແປດ ແລະ ເສຍຊີວິດຍ້ອນໂລກລະບາດໂຄວິດ 19 ຢູ່ໃນລະດັບຕຳສຸດຂອງໂລກ. ໝາກຜົນນີ້ອີກຄັ້ງຫນຶ່ງຢັ້ງຢືນໃຫ້ເຫັນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ບຸລິມະສິດສູງສຸດເພື່ອຮັບປະກັນສິດໄດ້ດຳລົງຊີວິດຢ່າງປອດໄພ, ມີສຸຂະພາບດີໃຫ້ແກ່ປະຊາຊົນທຸກຄົນ ຊື່ງແມ່ນຫນຶ່ງໃນບັນດາຄຸນຄ່າສູງສຸດຂອງສິດທິມະນຸດ.

ໂດຍແມ່ນປະເທດ ພວມພັດທະນາ, ຄຽງຄູ່ກັບກາລະໂອກາດ ຄວາມສະດວກໃນປະຈຸບັນ ນັ້ນ ຫວຽດນາມ ຍັງປະເຊີນຫນ້າກັບຄວາມຫຍຸ້ງຍາກ ສິ່ງທ້າທາຍບໍ່ແມ່ນຫນ້ອຍ. ແຕ່ດ້ວຍທາດແທ້ຂອງລະບົບສັງຄົມດີເລີດ ຊື່ງທົ່ວຊາດໄດ້ເລືອກເຟັ້ນ ແລະ ຢຶດໝັ້ນປະຕິບັດ ຜ່ານແຜນນະໂຍບາຍ ແນວທາງພັດທະນາເສດຖະກິດສັງຄົມອັນຖຶກຕ້ອງ ແລະ ສອດຄ່ອງກັບຍຸກສະໄຫມ, ຫວຽດນາມ ນັບມື້ນັບມີເງື່ອນໄຂສ້າງບັນດາປະຖົມປັດໄຈພື້ນຖານດ້ານວັດຖຸ, ວັດທະນະທຳເພື່ອຮັບປະກັນບັນດາສິດພື້ນຖານຂອງມະນຸດໃຫ້ດີກວ່າເກົ່າ. ເລື່ອງສືບຕໍ່ປະຕິບັດຕາມບັນດາເປົ້າໝາຍຮັບປະກັນສິດທິມະນຸດ ນັ້ນແມ່ນຄຳໝັ້ນສັນຍາດ້ານການເມືອງຂອງຫວຽດນາມ ພ້ອມກັບບັນດາປະເທດ ແລະປະຊາຄົມສາກົນ ຈະປະຕິບັດບັນດາຄຸນຄ່າກ່ຽວກັບສິດທິມະນຸດໂດຍໄດ້ລະບຸໃນ “ບົດຖະແຫລງການຂອງໂລກກ່ຽວກັບສິດທິມະນຸດ”ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ