ລັດຖະທຳມະນູນສະບັບປັບປຸງ ເປີດໄລຍະພັດທະນາໃໝ່ຂອງປະເທດຊາດ

(vovworld)- ພາຍຫຼັງ​ກ່ວາ 2 ປີ​ແຫ່ງການ​ກະກຽມ, ຮຽບຮຽງ, ຮັບ​ເອົາ​ຄຳ​ເຫັນ​ຂອງ ປຊຊ ​ແລະ ນຳ​ມາ​ປຶກສາ​ຫາລື​ໃນກອງ​ປະຊຸມ 3 ສະ​ໄຫມ​​ຂອງ​ສະພາ​ແຫ່ງ​ຊາດ, ​ໃນ​ວາລະ​ປະຊຸມ​ເມື່ອຕອນ​ເຊົ້າວັນ​ທີ 28/11, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ. ລັດຖະທຳ​ມະນູນ​ສະບັບ​ປັບປຸງມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1/1/2014 ລວມມີ​ຫຼາຍມາດຕາ​ໄດ້​ຮັບ​ການປັບປຸງ, ​ເພີ່ມ​ເຕີມ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ປ່ຽນ​ໃໝ່​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ

ລັດຖະທຳມະນູນສະບັບປັບປຸງ ເປີດໄລຍະພັດທະນາໃໝ່ຂອງປະເທດຊາດ - ảnh 1

ສສຊ ຮັບຮອງ​ເອົາລັດຖະທຳ​ມະນູນ​ສະບັບ​ປັບປຸງ​

(ພາບ: VTC)

   ​ກ່ຽວ​ກັບ​ດ້ານ​ຮູບ​ການ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ມີ 11 ພາກ, 120 ມາດຕາ, ​ເມ​ື່ອທຽບ​ກັບລັດຖະທຳ​ມະນູນ​ປີ 1992 ​​ແມ່ນ​ມີ​ແຕ່ຮັກສາ 7 ມາດຕາ​ເທົ່າ​ນັ້ນ, ​ເພີ່ມ​ເຕີມ 12 ມາດຕາ​ໃໝ່ ​ແລະ ປັບປຸງ 101 ມາດຕາ, ​ໃນ​ນັ້ນ​ໄດ້​ຊັບຊ້ອນ​​ພາກຕ່າງໆ​ຄືນ​ໃໝ່, ມີ​ບາງ​ພາກ​ໃໝ່​ແມ່ນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ກຳນົດ​ລັດຖະທຳ​ມະນູນ​ເອກະລາດ.

  ກ່ຽວ​ກັບ​ດ້ານ​ເນື້ອ​ໃນ, ບັນ​ດາຫຼັກການ, ​ເນື້ອ​ໃນ​ພື້ນຖານ, ​ແນວ​ຄິດຕົ້ນຕໍ​ຂອງ ລັດຖະທຳ​ມະນູນ​ປີ 1992 ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດ ​ແລະ ພັດທະນາ. ຄຽງ​ຄູ່​ກັນນັ້ນ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ມີ​ບັນດາ​ຈຸດ​ໃຫມ່​ໂດຍພື້ນຖານ.

​ເຮັດ​ແຈ້ງ​ຫຼັກການ​ຈັດຕັ້ງສິດ​ອຳນາດ​ແຫ່ງ​ລັດ

   ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ສືບ​ຕໍ່​ຢັ້ງຢືນ​ທາດ​ແທ້ ​ແລະ ຮູບ​ແບບ​ສັງ​ລວມລະບອບ​ການ​ເມືອງ​ທີ່​ໄດ້​ກຳນົດ​ໃນລັດຖະທຳ​ມະນູນ​ປີ 1992 ພ້ອມ​ທັງ​​ເພີ່ມ​ເຕີມເຮັດ​ແຈ້ງກ່ວາ, ຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງກ່ວາ​ຫຼາຍ​ບັນຫາ, ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ເຕີມ, ພັດທະນາ​ຫຼັກ​ການຈັດຕັ້ງສິດ​ອຳນາດ​ແຫ່ງ​ລັດ. ທ່ານ​ຮິງ​ຫງອກ​ດາງ (Huỳnh Ngọc Đáng) ສສຊ ​ແຂວງ​ບິ່ງ​ເຢືອງ ​ໃຫ້​ຮູ້​ວ່າ:

 “​​​ນີ້​ແມ້ນ​ເນື້ອ​ໃນ​ສຳຄັນ​ກຳນົດ​ທາດ​ແທ້ ​ແລະ ກົນ​ໄກ​ປະຕິບັດ​ສິດ​ອຳນາດ​ແຫ່ງ​ລັດ​ຂອງ​ອົງການການ​ເມືອງ​ຢູ່​ຫວຽດນາມ. ​ເນື້ອ​ໃນ​ກວດກາ​ລະຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການ​ປະຕິບັດ​ບັນດາ​ສິດ​ນິຕິ​ບັດ​ຍັດ​, ບໍລິຫານ ​ແລະ ຕຸລາການ​ແມ່ນ​ຈຸດ​ໃໝ່, ​ແລະ ຄວາມ​ກ້າວໜ້າ​ຢ່າງ​ຈະ​ແຈ້ງ​ຂອງ​ລັດຖະທຳ​ມະນູນ​ສະບັບ​ປັບຸງ​ນີ້“.

ລັດຖະທຳມະນູນສະບັບປັບປຸງ ເປີດໄລຍະພັດທະນາໃໝ່ຂອງປະເທດຊາດ - ảnh 2

ສິດທິ​ມະນຸ​ດ​ໄດ້​ເພີ່ມ​ເຕີ່​ມ​ໃນລັດຖະທຳ​ມະນູນ​ສະບັບ​ປັບປຸງ​

(ພາບ: phapluat.vn)

ສະ​ແດງ​ອະທິປະ​ໄຕ​ປະຊາຊົນ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ

   ​ໃນລັດຖະທຳ​ມະນູນ​ສະບັບ​ປັບປຸງ​, ອະທິປະ​ໄຕ ປຊຊ ​ໄດ້​ຮັບ​ການສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ​ເຮັດ​ໃຫ້​ບົດບາດ​ຂອງ ປຊຊ ພົນ​ເດັ່ນ​ຂຶ້ນ, ​ແມ່ນ​ເຈົ້າຂອງ​ໜຶ່ງດຽວທີ່ສູງ​ສຸດ​ຂອງ​ສິດ​ອຳນາດ​ແຫ່ງ​ລັດ. ທ່ານ​​ຫງວຽນ​ດິງກ່ວຽນ (Nguyễn Đình Quyền) ສສຊ ນະ​ຄອນຮ່າ​ໂນ້ຍ ຕີ​ລາຄາ​ວ່າ:

  “ອະທິປະ​ໄຕ ປຊຊ ​ໄດ້​ສະ​ແດງ​ອອກ​ຜ່ານ​ກົງຈັກ​ລັດ, ຫຼັກການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ລັດ, ຜ່ານ​ການ​ພົ​ວພັນ​ລະຫວ່າງ​ລັດ ​ແລະ ພົນລະ​ເມືອງ​ຜ່ານ​ບັນດາ​ພາຫະນະ​ປະຊາທິປະ​ໄຕ, ຕາງໜ້າ​ປະຊາທິປະ​ໄຕ​ໂດຍ​ກົງ​ຜ່ານ​ລະບອບ​ກຳມະສິດ“.

    ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ມີ​ຄວາມ​ກ້າວໜ​້າຫຼາຍ​ຢ່າງ​ໃນ​ການ​ເພີ່ມ​ເຕີມ, ປັບປຸງ​ບັນດາ​ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ​​ຕາມ​ທ່າ​ອ່ຽງກ້າວໜ້າ​ລວມ. ທ່ານ​ນາງ​ຈ້ຽງທິນາຍ (Triệu Thị Nái) ສສຊ ​ແຂວງ​ຮ່າ​ຢາງ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

  “​ເນື້ອ​ໃນ​ຕ່າງ​ໆໃນ​ບັນດາ​ມາດຕາ​ຂອງລັດຖະທຳ​ມະນູນ​ສະບັບ​ປັບປຸງ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ສິດ​ຂອງ​ພົນລະ​ເມືອງ, ນັ້ນ​ແມ່ນ​ສິດ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະ​ພາບ, ສິດ​ໄດ້​ຮ່ຳຮຽນ, ​ໄດ້​ຮັບປະກັນ​ຄວາມ​ລັບ​ສ່ວນຕົວ, ຈົດໝາຍ​ສ່ວນ​ຕົວ…​ສິດ​ທັງ​ໝົດ​ເຫຼົ່ານັ້ນ​ໄດ້​ຮັບ​ການ​ຍົກ​ສູງ, ພິ​ເສດ​ແມ່ນ​ສິດ​ການ​ເມືອງ, ​ເສດຖະກິດ“.

​ເຕົ້າ​ໂຮມ​ພູມ​ປັນຍາ​ຂອງ​ປະຊາຊົນ

 ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ໃນລັດຖະທຳ​ມະນູນ​ສະບັບ​ປັບປຸງ​​ໄດ້​ຮັບ​ການ​​ເກັບ​ກຳ​ຈາກ​ຄຳ​ເຫ​ັນປະກອບຂອງ ປຊຊ, ຜູ້​ຊ່ຽວຊານກ່ວາ 26 ລ້ານ​ເທື່ອ​ຄົນ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ລົງ​ເລິກ​ກ່ວາ 27.000 ​​ຄັ້ງ. ສະນັ້ນ, ອາດ​ເວົ້າ​ໄດ້​ວ່າ, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ, ຄວາມ​ມຸ່ງ​ຫວັງ​ຂອງ ປຊຊ ທຸກ​ຊັ້ນວັນນະ. ທ່ານ​ດິງຊວນ​ຖາວ (Đinh Xuân Thảo) ສສຊ ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້ວ່າ:

   “​ໃນລັດຖະທຳ​ມະນູນ​ສະບັບ​ປັບປຸງ​ , ປຊຊ ສືບ​ຕໍ່​ຮັບ​ຮູ້ ​ແລະ ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກໍ່​ຄື​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ຂອງ​ບັນດາ​ອົງການ​ຈັດຕັ້ງສະມາຊິກ ຫລື​ບົດບາດ​ຂອງ​ກົງຈັກ​ລັດ. ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ ປຊຊ ​ເພື່ອ​ມອບ​ໃຫ້​ບັນດາ​ອົງການ​ແຫ່ງ​ລັດ​ຜ່ານລັດຖະທຳ​ມະນູນ​ສະບັບ​ປັບປຸງ​“.

  ລັດຖະທຳ​ມະນູນ​ສະບັບ​ປັບປຸງ​​​ໄດ້​ຮັບ​ການ​ຮັບຮອງ​ເອົາ​ແມ່ນ​ພື້ນຖານ​ສຳຄັນ​ໃຫ້​ແກ່​ການ​ຫັນ​ບັນດາ​ຫຼັກການ​ເປັນ​ລະບຽບ​ກົດໝາຍ, ນະ​ໂຍບາຍ​ລະອຽດ, ປະກອບສ່ວນ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ພັດທະນາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ