ລັດຖະບານ ແລະ ປະຊາຊົນພ້ອມກັນປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ

(vovworld) - ປະຈຸ​ບັນ ຫວຽດນາມ ພວມ​ມານະ​ພະຍາຍາມ​ສ້າງ​ກົນ​ໄກ, ນະ​ໂຍບາຍ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ​ໃຫ້​ສຳ​ເລັດ​ຜົນເພື່ອ​ປະຕິບັດພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ​ ​ແລະ ທັນ​ສະ​ໄຫມ​ຢ່າງ​ມີ​ໄຊ. ວິທີ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ປະຈຸ​ບັນ​ໄດ້​ຮັບ​ຄວາມ​​ສົນ​ໃຈ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ ​ແມ່ນ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິ​ດຊອບ​ຂອງ​ໝູ່​ມະຫາຊົນ, ບັນດາ​ອົງການ​ຈັດ​ຕັ້ງ, ຫົວຫນ່ວຍ, ​ແລະ ພະນັກງານ​ລັດຖະກອນ.

ລັດຖະບານ ແລະ ປະຊາຊົນພ້ອມກັນປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ - ảnh 1
​ໂຄງການ​ຂໍ້​ລິ​ເລີ່​ມ ການປ້ອງ​ກັນ ​ແລະ ຕ້ານ
​ການ​ສໍ້​ລາດ​ບັງ​ຫລວງ VACI 2011
ພາບ: internet

        ວັນ​ທີ 17/8/2011, ​ໂຄງການ​ຂໍ້​ລິ​ເລີ່​ມ ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ (VACI) 2011 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “​ເພີ່ມ​ທະວີຄວາມຊື່​ຕົງ​ບໍລິສຸດ​ທ່ຽງ​ທຳ​​ໃນ​ລັດ ແລະ ປະຕິບັດ​ກົດໝາຍ ປະກອບສ່ວນ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຢ່າງ​ມີ​ປະສິດທິ​ຜົນ” ​ໂດຍ​ອົງການ​ກວດກາ​ລັດຖະບານ ​ແລະ ທະນາຄານ​ໂລກ​ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ທົດ​ລອງ​ຢ່າງ​ເປັນ​ທາງ​ການ​ຢູ່​ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ. ນີ້​ແມ່່ນ​ໂຄງການ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ​​ສະຕິຄວາມຮັບ​ຮູ້ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ວົງ​ຄະນາ​ຍາດ, ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ໝູ່​ມະຫາຊົນ, ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ຫົວຫນ່ວຍ, ພະນັກງານ​ລັດຖະກອນ​ໃນ​ວຽກງານ ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ​ໄປຄຽງ​ຄູ່​ກັນ​ນັ້ນ, VACI 2011 ກໍ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ປະຊາ​ຄົມ​ໂລກ​ໃນ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ; ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ພັນທະ​ຂອງ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ​ໃນ​ການ​ຍູ້​ໄພ​ສໍ້​ລາດ​ບັງ​ຫລວງ​ໃຫ້​ຖອຍ​ໄປ, ມຸ່ງ​ໄປ​ເຖິງ​ຄວາມ​ໂປ່​ງ​ໃສ ​ແລະ ຍຸຕິ​ທຳ​ໃນ​ສັງຄົມ, ລັດ ​ແລະ ລັດຖະບານ ຫວຽດນາມ ​ໄດ້​ມີ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ຢ່າງ​ແທ້​ຈິງ​ເພື່ອ​ໃຫ້ 34 ​ແຜນ​ຮ່າງ​ທີ່ໄດ້​ຮັບ​ລາງວັນ​ຂອງ VACI 2011 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ທົດ​ລອງຢ່າງ​ມີ​ປະສິດທິ​ຜົນ​ຢູ່​ບັນດາ​ທ້ອງ​ຖິ່ນ. ທ່ານ Le Quang Ha, ຮອງ​ຫົວ​ຫນ້າ​ກົມ​ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຂຶ້ນ​ກັບ​ອົງການ​ກວດກາ​ຂອງ​ລັດຖະບານ ​ໃຫ້​ຮູ້​ວ່າ:

        “​ເມື່ອ 34 ​ແຜນ​ຮ່າງ​​ໄດ້​ຮັບ​ການປ່ອຍ​ເງິນຈາກ​ທະນາຄານ​ໂລກ​, ການ​ນຳ​ອົງການ​ກວດກາ​ລັດຖະບານ ​​ມອບ​ໃຫ້​ກົມ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ສົມທົບ​ກັບ​ກົມ​ຮ່ວມ​ມື​ສາກົນ​ກຳ​​ແຫນ້ນສະພາບ​ການເປັນ​ປະຈຳ, ຕິດຕາມ​ການ​ຜັນ​ຂະຫຍາຍ​ບັນດາ​ແຜນ​ຮ່າງ ​ແລະ ຫນູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ. ອົງການ​ກວດກາ​ລັດຖະບານ ​ໄດ້​ມີ​ເອກ​ະສານ ຫລື ​ແລກປ່ຽນ​​ໂດຍ​ກົງກັບ​ບັນດາ​ອົງການທີ່​ກ່ຽວຂ້ອງ​ຢູ່​ທ້ອງ​ຖິ່ນ ຢືນ​ຢັນ​ລັກສະນະ​ດ້ານ​ກົດໝາຍ​ຂອງ​ໂຄງການ VACI 2011, ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ທ້ອງ​ຖິ່ນ​ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອ​ໃຫ້​ແຜນ​ຮ່າງ​ຜັນ​ຂະຫຍາຍ​ຢ່າງ​ຖືກຕ້ອງ​ກັບ​ແຜນການ​ທີ່​​ໄດ້ວາງ​ອອກ.”

        ​ໃນ​ຈຳນວນ 34 ​ແຜນ​ຮ່າງ​ທີ່ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ອົງການ​ກວດກາ​ລັດຖະບານ ​ແລະ ທະນາຄານ​ໂລກນັ້ນ, ​ແຜນ​ຮ່າງ “ຍົກ​ສູງ​ຄວາມ​ຮູ້​ດ້ານ​ກົດໝາຍ​ໃຫ້​ແກ່​ຊາວ​ກະສິກອນ​​ເປັນ​ຊົນ​ເຜົ່າ​ຂະ​ແມ” ​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍທົດ​ລອງ​ຢູ່​ຕາ​ແສງ An Cu, ​ເມືອງTinh Bien ​ແຂວງ An Giang ​ແມ່ນ​ຫນຶ່ງ​ໃນ​ບັນດາ​ແຜນ​ຮ່າງ​ບັນລຸ​ປະສິດທິ​ຜົນ. ຮູບ​ແບບ​ຊຸ​ດອົບຮົມ​ດ້ານ​ກົດໝາຍ​ໃຫ້​ແກ່​ພະນັກງານ, ປະຊາຊົນ ​ແລະ ສາສະ​ນິກະ​ຊົນ​ຢູ່ ທ້ອງ​ຖິ່ນ ​ໄດ້​ຮັບ​ການ​ຕອບ​ສະຫນອງ​ຢ່າງ​ຕັ້ງຫນ້າ, ມີ​ຄຳ​ເຫັນ​ຂອງ​ຜູ້​ແທນ​ປະຊາຊົນ​ຫລາຍ​ທ່ານຖື​ວ່າ: ​ແຜນ​ຮ່າງ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ.  ຜ່ານ​ບັນດາ​ຊຸດຝຶກ​ອົບຮົມ ​ແລະ ​​ເຜີຍ​ແຜ່​​ກົດໝາຍ, ​ແຜນ​ນະ​ໂຍບາຍ, ​ນະ​ໂຍບາຍຂອງ​ພັກ ​ແລະ ລັດ ມາສູ່​ປະຊາຊົນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ເພື່​ອ​ໃຫ້​ເຂົາ​ເຈົ້າ​ຕັດສິນ​ໃຈ​ບໍ່​​ກະທຳ​ຫຍໍ້​ທໍ້ ​ແລະ ສໍ້​ລາດ​ບັງ​ຫລວງອີກ. ພາຍຫລັງ 1 ປີ ທີ່​ປະຕິບັດແຜນ​ຮ່າງ​ດັ່ງກ່າວ, ຈຳນວນ​​ໃບ​ຮ້ອງ​ຟ້ອງ​ຢູ່​ທ້ອງ​ຖິ່ນ​ໄດ້​ຫລຸ​ດລົງ​ເກືອບ 50%. ທ່ານ​ນາງ Nguyen Thi Cam Ha ຫົວຫນ້າ​ຄະນະ​ກວດກາ, ສັງກັດ​ສະມາຄົມ​ຊາວ​ກະສິກອນ​ແຂວງ An Giang ​ໃຫ້​ຮູ້​ວ່າ:

        “​ໃນການ​ດຳ​ເນີນ​ຊີວິດ​ຕ່າງໆຂອງ​ສະ​ໂມ​ສອນ​ຊາວ​ກະສິກອນ​ກັບ​ກົດໝາຍ, ນອກຈາກ​​ເນື້ອ​ໃນ​ຜັນ​ຂະຫຍາຍ​ບັນດາ​ເອກະສານ​ນິຕິ​ກຳ, ບັນດາ​ສະມາຊິກ​ຍັງ​ເຂົ້າຮ່ວມ​ການ​ປຶກສາ​ຫາລື, ​ແລກປ່ຽນ, ສອ່ງ​ແສງ​ກ່ຽວ​ກັບ​ການ​ກະທຳ​ລະ​ເມີດ​ກົດໝາຍ​ທີ່​ເກີດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ ​ແລະ ຮັບ​ຟັງ​ການ​ເຜີຍ​ແຜ່​ກ່ຽວ​ກັບ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມຢູ່​ທ້ອງ​ຖິ່ນ. ສະ​ນັ້ນ ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ​ຊາວ​ກະສິກອນ​ກັບ​ກົດໝາຍ ກໍ​​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ແຜນ​ຮ່າງ​ຢູ່​ທ້ອງ​ຖິ່ນ.”

ລັດຖະບານ ແລະ ປະຊາຊົນພ້ອມກັນປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ - ảnh 2
ກອງປະຊຸມສຳມະນາກ່ຽວກັບການຕ້ານການສໍ້ລາດບັງຫລວງ
ພາບປະກອບ:internet

        ຕໍ່ຫນ້າ​ບັນດາ​ໝາກຜົນ​ຂອງ​ໂຄງການທີ່​ບັນລຸ​ໄດ້​ໃນ​ເບື້ອງ​ຕົ້ນ, ທ່ານ Nguyen Duc Hanh ຮອງ​ປະທານ​ອົງການ​ກວດກາ​ລັດຖະບານ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຜ່ານການຕີລາຄາຂອງອົງການກວດການລັດຖະບານໃນບັ້ນສຳຫລວດນັ້ນ, ອາດເວົ້າໄດ້ວ່າ ບັນດາໂຄງການໄດ້ຮັບການຜັນຂະຫຍາຍໃນຂອບຂະຫນາດ, ຂົງເຂດກວ້າງຂວາງພໍສົມຄວນ ແລະ ສະໝຳ່ສະເຫມີຕໍ່ຫນ້າ​ບັນດາເຫດການເກີດຂຶ້ນໃນສັງຄົມ. ພິເສດ​ແມ່ນ ດ້ວຍຈຸດປະສົງຂອງໂຄງການ ແມ່ນຍົກສູງຄວາມຮັບຮູ້ຂອງສັງຄົມ, ວົງຄະນາຍາດກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ບັນດາໂຄງການດັ່ງກ່າວໄດ້ຕອບສະຫນອງເນື້ອໃນ​ເຫຼົ່າ​ນັ້ນ​ໄວ້ໂດຍພື້ນຖານ. ”

        ທີ່ກອງປະຊຸມສຳມະນາຕີລາຄາໝາກຜົນກາງສະໄຫມປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ປີ 2011 ໄດ້ຮັບການປະຕິບັດໃນວັນທີ 16/8 ຢູ່ ຮ່າໂນ້ຍ, ທ່ານນາງ Victoria Kwakwa ຜູ້ອຳນວຍການ​ທະນາຄານ​ໂລກ ປະຈຳ ຫວຽດນາມ ຖື​ວ່າ:

        “ສິ່ງ​ທີ່​ພວກ​ເຮົາ​ເຫັນ​ໄດ້​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ສະ​ແດງ​ໃຫ້​ເຫັນ ປະຊາຊົນ​ໄດ້​ເຂົ້າ​ຮ່ວມ​ຄຳ​ໝັ້ນ​ສັນຍາ ​ແລະ ປະຕິບັດ​ຢ່າງ​ຕັ້ງຫນ້າ. ຂ້າພະ​ເຈົ້າ​ມີ​ຄວາ​ມປະ​ທັບ​ໃຈ​ຕໍ່​ບັນດາ​ການ​ປະກອບສ່ວນ​ຂອງ​ປະຊາຊົນ. ​ເຂົາ​ເຈົ້າ​ໄດ້​ຢືນຢັນ​ວ່າ ຕົນ​ເອງ​ສາມາດ​ເຂົ້າ​ຮ່ວມ ​ແລະ ​ໃນ​ຕົວ​ຈິງ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ແລ້ວ. ຕາມ​ຂ້າພະ​ເຈົ້າ, ສິ່ງ​ດັ່ງກ່າວ​​ແມ່ນ​ສຳຄັນ ຍ້ອນ​ວ່າ​ໃນ​ວຽກ​ງານ​ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ, ລັດຖະບານ​ຕ້ອງ​ນຳ​ຫນ້າ, ​ແຕ່​ລັດຖະບານ​ກໍຕ້ອງການ​​ໄດ້​ຮັບການເຂົ້າ​ຮ່ວມຂອງ​ຊາວ​ທ້ອງ​ຖິ່ນ​ຄື​​ແບບ​ນີ້.”

ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໂຄງການ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ ປ້ອງ​ກັນ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ ຈາກ​ແນວ​ຄວາມ​ຄິດ​ຕະຫລອດ​ຮອດ​ປະຕິບັດ​ຕົວ​ຈິງ ​ໄດ້​ຊ່ວຍ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້, ຍົກ​ສູງ​ລັກສະນະ​ໂປ່​ງ​ໃສ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການລັດ​ຢູ່ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ ຕາມ​ທິດ​ບໍລິການ, ພ້ອມ​ກັນ​ນັ້ນ ປັບປຸງ​ວິວັດ​ການ​ນຳ​ກົດໝາຍ​ເຂົ້າ​ສູ່​ຊີວິດ. ສິ່ງ​ສຳຄັນ ​ແມ່ນ​ໂຄງການ​ນີ້​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາຊົນ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ປະຕິບັດ​ສິດຜົນປະ​ໂຫຍ​ດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ