ລັດຖະບານສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ

ພຶ້ນຖານ​​ເສດຖະກິດ​ຫວຽດນາມ ​ໃນຕົ້ນປີ 2013 ມີ​ບັນດາ​ຈຸດ​ພົ້ນ​ເດັ່ນ​ທີ່​ໜ້າ​ສົນ​ໃຈ. ນີ້​ແມ່ນ​ສັນຍານ​ອັນຕັ້ງໜ້າ​ສະ​ແດງໃຫ້​ເຫັນ​ວ່າ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ເປັນ​ປົກກະ​ຕິກ່ວາ, ສ້າງ​ປະຖົມ​ປັດ​ໄຈ​ອັນສະດວກ​ເພື່ອ​ໃຫ້​ລັດຖະບານ​ມີ​ບັນດາ​ມາດ​ຕະການ​ບໍລິຫານ​ທີ່​ເໝາະ​ສົມ ​ເພື່ອ​ແນ​ໃສ່​ປະຕິບັດສຳ​ເລັດ​ຈຸດໝາຍ​ທັງ​ປີ​ແມ່ນ: ການ​ເຕີບ​ໂຕ​ຈີ​ດີ​ພີ 5,5% ​ແລະ ​ອັດຕາ​ເງິນ​ເຟີ້​ຕ່ຳ​ກ່ວາ 7%.

ລັດຖະບານສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ - ảnh 1

(ພາບປະກອບ:gdtd.vn)

  ດ້ວຍ​ເລື່ອງບັນດາ​ກະຊວງ, ທ້ອງ​ຖິ່ນ​ຕ່າງໆ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ຄວບ​ຄຸມ​ລາຄາ​ເປັນ​ປົກກະຕິ, ຊຸກຍູ້​ການ​ຜະລິດ, ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ 1/2013 ມີ​ໝາກຜົນ​ອັນຕັ້ງໜ້າ. ຫວຽດນາມ ສືບ​ຕໍ່​ມີ​ມຸນ​ຄ່າ​ການສົ່ງ​ອອກ​ເກີນ​ດຸນ 200 ລ້ານ​ໂດ​ລາ​ສະຫະລັດ​ໃນ​ຂະນະ​ທີ່​ວົງ​ເງິນ​ສົ່ງ​ອອກ​ບັນລຸ 10,1 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 43,2%. ​ແລະ ກໍ່​ໃນ​ເດືອນ 1/2013, ດັດຊະນີ​ລາຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ 1,25% ​ເມື່ອ​ທຽບ​ກັບ​ເດືອນ​ກ່ອນ​ຊື່​ງ​ແມ່ນ​ລະດັບ​ເພີ່ມ​ສະ​ເລ່ຍ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ທຸກ​ປີ. ທ່ານ​ຫວູ໋ດຶດດາມ (Vũ Đức Đam) ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ໃຫ້​ຮູ້​ວ່າ:

   “ປີ​ນີ້, ສະ​ແພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ແຜນການ​ສູ້​ຊົນ​ເພິ່ມລະດັບ​ການເຕີບ​ໂຕ​ສູງ​ກ່ວາ ​ແລະ ​ໄພ​ເງິນ​ເຟີ້​ຕ່ຳ​ກ່ວາປີ 2012 ຄື 7%. ພວກ​ເຮົາ​ຕ້ອງ​ມີ​ຄວາມ​ລະມັດລະວັງ ​ແລະ ຕ້ອງ​ເພີ່ມ​ທະວີ​ການ​ບໍລິຫານ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ອົງການ​ເພື່ອ​ບັນລຸ​ຄາດໝາຍ​ການ​ເຕີບ​ໂຕ​ຈີດີ​ພີທັງ​ປີ​ແມ່ນ 5,5% ​ແລະ ​ອັດຕາເງິນ​ເຟີ້​ຕ້ອງ​ຕ່ຳ​ກ່ວາ 7%

ລັດຖະບານສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ - ảnh 2

(ພາບ:vov.vn)

  ໜຶ່ງ​ໃນບັນດາ​ປັດ​ໄຈ​ສຳຄັນ​ປະກອບສ່ວນ​ກະທົບເຖິງຄວາມ​ເປັນ​ປົກກະຕິ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃນ​ປະຈຸ​ບັນ ​ແມ່ນ​ພັດທະນາຕະຫຼາດ​ອະສັງຫາລິມະ​ສັບ. ບົນ​ພື້ນຖານ​ນັ້ນ, ລັດຖະບານ​ມອບ​ໝາຍໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ກວດກາ​ສະພາບ​ວິ​ສາ​ຫະກິດ​ພວມດຳ​ເນີນ​ການ​ກໍ່ສ້າງ​ທັງ​ໝົດ; ມອບ​ໝາຍໃຫ້​ກະຊວງ​ກໍ່ສ້າງ​ສຳ​ຫຼວດຕະຫຼາດ​ອະສັງຫາລິມະ​ສັບ. ​ໃນ​ເດືອນ 1/2013, ລັດຖະບານ​ໄດ້​ປະກາດ​ໃຊ້​ມະຕິ​ເລກທີ 02 ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ​ສະຫງວນ​ຈຳນວນ​ເງິນ​ແຕ່ 20.000-40.000 ຕື້​ດົ່ງ​ດ້ວຍ​ການ​ກຳນົດ​ເວລາ​ຫຼາຍ​ສຸດ​ແມ່ນ 10 ປີ​ເພື່ອ​ຊ່ວຍ​ເຫຼືອບັນດາ​ທະນາຄານ​ການ​ຄ້ານ​ແຫ່ງ​ລັດ​ໃຫ້​ກູ້​ຢືມ​ເພື່ອ​ຊື້​ເຮືອນ​ຢູ່. ພ້ອມ​ກັນນັ້ນ, ບັນດາ​ທະນາຄານ​ການ​ຄ້າ​ສະຫງວນ​ແຫຼ່ງ

ທຶນທີ່​ເໝາະ​ສົມ​ເພື່ອ​ໃຫ້​ບັນດາ​ຜູ້​ມີ​ລາຍ​ຮັບ​ຕ່ຳ​ກູ້​ຢືມ​ເພື່ອ​ເຊົ່າ, ຊື້​ເຮືອນ​ຢູ່​ດ້ວຍ​ອັດຕາ​ດອກ​ເບ້ຍຕ່ຳ.ທ່ານ​ຫວູ໋ດຶດດາມ (Vũ Đức Đam) ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ​ເນັ້ນໜັກ​ວ່າ:

  “​ໃນ​ວິວັດ​ການ​ສ້າງ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ຕະຫຼາດ​ອະສັງຫາລິມະ​ຊັບ, ລັດຖະບານ​ໄດ້​ປຶກສາ​ຫາລື ​ແລະ ຄິດ​ໄລ່​ເຖິງ​ສອງ​ຈຸດ​ພິ​ເສດ​ສະ​ເພາະທີ່​ແຕກ​ຕ່າງ​ກັນ​ຂອງຕະຫຼາດ​ອະສັງຫາລິມະ​ສັບຫວຽດນາມ ​ເມື່ອ​ທຽບ​ກັບປະ​ເທດ​ອື່ນໆ. ທີ​ໜຶ່ງ​ແມ່ນ​ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ພັດທະນາ, ສະນັ້ນຕະຫຼາດ​ອະສັງຫາລິມະ​ສັບຕິດ​ພັນ​ກັບ​ຫຼາຍ​ຂະ​ແໜງ​ການ​ຄື​ຂະ​ແໜງ​ກໍ່ສ້າງ ​ແລະ ຂະ​ແໜງ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ດ້ານ​ວັດ​ສະ​ດຸ​ກໍ່ສ້າງ. ທີ​ສອງ​ແມ່ນ​ຊາວ​ຫວຽດນາມ ສ່ວນ​ຫຼານຢາກມີ​ເຮືອນ​ສ່ວນ​ຕົວ. ລັດຖະບານ​ກໍ່​ໄດ້​ຊັ່ງຊາ​ເຖິງບັນດາ​ຈຸດ​ພິ​ເສດສະ​ເພາະ​ດັ່ງກ່າວ ​ແລະ ບັນດາ​ມາດ​ຕະການ​ລະອຽດຕໍ່ໜ້າໃນ​ດ້ານ​ການ​ເງິນ, ທີ່​ດິນ, ການວາງ​ແຜນຜັງ, ການ​ກໍ່ສ້າງ​ລ້ວນ​ແຕ່​ເພື່ອ​ແນ​ໃສ່​ຈຸດໝາຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກໃຫ້​ແກ່ຕະຫຼາດ​ອະສັງຫາລິມະ​ຊັບ ​ແລະ ຊ່ວຍ​ໃຫ້​ບັນດາ​ຜູ້​ທຸກ​ຍາກ​ມີເຮືອນ​ຢູ່

    ​ເພື່​ອແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ ​ໄດ້​ຫລຸດ​ອັດຕາ​ພາສີ​ອາກອນ​ສົ່ງ​ອອກ​ນຳ​ເຂົ້າສຳລັບຖ່ານ​ຫີນ ຫລື​ບາງ​ບັນຫາ​ກ່ຽວຂ້ອງ​ເຖິງ​ພາສີ​ອາກອນ​ຂອງ​ສິນຄ້າ​ບາງ​ປະ​ເພດ. ນັບ​ແຕ່​ເດືອນ 1/2013, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ສະພາບ​ສິນຄ້າ​ຄ້າງ​ສາງ, ຊ່ວຍ​ວິ​ສາ​ຫະກິດ​ຮັກສາ​ການ​ຜະລິດ​ເປັນ​ປົກກະຕິ ​ແລະ ພັດ​ທະນາ, ພ້ອມ​ທັງ​ຍູ້​ແຮງ​ການ​ພັດທະນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ຊອກ​ຫາ​ຕະຫຼາດ​ສົ່ງ​ອອກ​ໃໝ່, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕະຫຼາດ.

   ສະພາບ​ເສດຖະກິດ-​ສັງຄົມ​ໃນ​ເດືອນ 1/2013 ​ໄດ້​ຮັບ​ບັນດາ​ໝາກຜົນ​ອັນຕັ້ງໜ້າ. ດ້ວຍ​ໝາກຜົນ​ນີ້, ພ້ອມ​ກັບ​ການ​ບໍລິຫານ​ຂອງ​ລັດຖະບານ, ການ​ຮ່ວມ​ມື​ຂອງ​ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ​ຈະ​ຊ່ວຍ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ກ່ວາ, ປະກອບສ່ວນ​ປະຕິບັດສຳ​ເລັດ​ຈຸດໝາຍ​ທີ່​ມະຕິສະພາ​ແຫ່ງ​ໄດ້​ວາງ​ອອກ​​ແມ່ນ​ບັນລຸ​ລະດັບ​ການ​ເຕີບ​ໂຕ​ຈີ​ດີ​ພີ 5,5% ​ແລະ ອັດຕາ​ເງິນ​ເຟີ້​ຕ່ຳ​ກ່ວາ 7%.

ຕອບກັບ

ຂ່າວ/ບົດ​ອື່ນ