ວົງ​ຄະ​ນະ​ຍາດ​ສາ​ກົນ​ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) -ໃນສະພາບການປະທະກັນດ້ວຍການປະກອບອາວຸດ ທີ່ນັບມື້ນັບປິນຂັ້ນໄດຢ່າງຮ້າຍແຮງ ລະຫວ່າງ Israel ແລະ ຂະບວນການອິດສະລາມ Hamas ຂອງ Palestine ໃນໄລຍະຜ່ານມານັ້ນ, ວົງຄະນະຍາດສາກົນ ພວມມານະພະຍາຍາມ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ, ສະກັດກັ້ນການປະທະກັນປິນຂັ້ນໄດ.
ວົງ​ຄະ​ນະ​ຍາດ​ສາ​ກົນ​ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 1

(ພາບ: AFP)

      ພາຍຫຼັງໄດ້ເກີດຂຶ້ນມາເປັນເວລາ 1 ເດືອນ, ມາຮອດປະຈຸບັນ, ບັນດາການປະທະກັນທາງຊາຍແດນລະຫວ່າງ Israel ແລະ Hamas ຢູ່ເຂດ Gaza ໄດ້ເຮັດໃຫ້ຊາວ Palestine ນັບຮ້ອຍຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງຫຼາຍຄົນ ພ້ອມກັບນັບພັນຄົນຖືກບາດເຈັບ, ເຮືອນຊານ ແລະ ກິດຈະກຳພື້ນຖານໂຄງລ່າງຫຼາຍແຫ່ງຖືກທຳລາຍ. ຕໍ່ໜ້າສະພາບການດັ່ງກ່າວ ວົງຄະນະຍາດສາກົນໄດ້ຕັ້ງໜ້າດຳເນີນຄວາມມານະພະຍາຍາມຫຼາຍຢ່າງເພື່ອຢຸດຕິການປະທະກັນ.

ຄວາມມານະພະຍາຍາມເພື່ອຢຸດຕິການປະທະກັນ

   ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ກ່າວເຕືອນວ່າ ການປະທະກັນອາດຈະຍູ້ພາກພື້ນນີ້ ຕົກເຂົ້າສູ່ວິກິດການທີ່ບໍ່ສາມາດຄວບຄຸມໄດ້ ເມື່ອວັນທີ 16 ພຶດສະພາ, ຊື່ງກົງກັບວັນທີ່ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປະຊຸມຄັ້ງທີ 3 ຢ່າງລຽນຕິດໃນຮອບເວລາ 1 ອາທິດທີ່ຜ່ານມາ ເພື່ອຊອກຫາມາດຕະການຢຸດຕິການປະທະກັນ. ບັນດາຄຳເຫັນໃນການປະຊຸມຄັ້ງນີ້ ລ້ວນແຕ່ໄດ້ເນັ້ນໜັກເປັນພິເສດ ເຖິງຄວາມຈຳເປັນຕ້ອງຢຸດຕິການປະທະກັນອັນນອງເລືອດລະຫວ່າງສອງຝ່າຍໂດຍທັນທີ. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໄດ້ມີການໂອ້ລົມທາງໂທລະສັບສະເພາະ ກັບບັນດາຄູ່ຕຳແໜ່ງຂອງ ກາຕາ, ອີຢີບ, ອາຣາບີ ຊາອູດິ ເພື່ອຊອກຫາມາດຕະການ ຢຸດຕິການໃຊ້ຄວາມຮຸນແຮງລະຫວ່າງ Palestine ແລະ Israel. ນະທີ່ນີ້, ບັນດາຝ່າຍຢືນຢັນວ່າ ພ້ອມແລ້ວທີ່ຈະຮ່ວມມື ເພື່ອແນໃສ່ຊຸກຍູ້ຂໍ້ຕົກລົງຢຸດຍິງໂດຍທັນທີ.

    ວັນທີ 16 ພຶດສະພາ,  ຈາກເອີລົບ, ທ່ານ ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ໄດ້ສະເໜີແນວຄິດ 3 ບາດກ້າວ ເພື່ອແນໃສ່ຫລຸດຜ່ອນການປະທະກັນ ທີ່ມີໄພຈະເກີດຂຶ້ນໃນວົງກວ້າງ ຊື່ງລວມມີການຢຸດຕິການບຸກໂຈມຕີດ້ວຍລູກສອນໄຟ; ຢຸດຕິການໃຊ້ຄວາມຮຸນແຮງ; ກັບຄືນສູ່ການເຈລະຈາ ກ່ຽວກັບບັນດາບາດກ້າວລະອຽດ ເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ Israel-Palestine ກ່ຽວກັບມາດຕະການສອງລັດ. ໃນຂະນະນັ້ນ, ທີ່ການພົບປະເຈລະຈາເມື່ອ ວັນທີ 17 ພຶດສະພາ ຢູ່ Paris, ທ່ານປະທານາທິບໍດີຝະລັ່ງ Emmanuel Macron ແລະ ປະທານາທິບໍດີ ອີຢີບ Abdel Fattah al-Sisi ໄດ້ຢືນຢັນຈະສືບຕໍ່ສົມທົບບັນດາຄວາມມານະພະຍາຍາມ ມຸ່ງໄປເຖິງຂໍ້ຕົກລົງວ່າດ້ວຍການຢຸດຍິງ ເພື່ອແນໃສ່ສະກັດກັ້ນການປະທະກັນເພີ່ມຂຶ້ນ. ສ່ວນລັດເຊຍ, ດ້ວຍຖານະເປັນຝ່າຍໜຶ່ງໃນກຸ່ມ 4 ຝ່າຍຕາເວັນອອກກາງ (ລວມມີ ສປຊ, ສະຫະພາບເອີລົບ, ອາເມລິກາ ແລະ ລັດເຊຍ) ລັດເຊຍ ໄດ້ຮຽກຮ້ອງໃຫ້ກຸ່ມ 4 ຝ່າຍຕາເວັນອອກກາງ ຈົ່ງມີການກະທຳໂດຍທັນທີ ເພື່ອຢຸດຕິການປະທະກັນ.

ວົງ​ຄະ​ນະ​ຍາດ​ສາ​ກົນ​ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 2

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken (ພາບ: AFP/TTXVN)

 ສິ່ງທ້າທາຍ ແລະ ແງ່ຫວັງ

   ໜ້າເສຍດາຍຍ້ອນວ່າ, ມາຮອດຈຸດເວລານີ້, ບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຊຸກຍູ້ຄຳສັ່ງຢຸດຍິງລະຫວ່າງຊາວ Palestine ແລະ ກອງທັບ Israel ຍັງບໍ່ທັນບັນລຸໄດ້ໝາກຜົນເທື່ອ. ຮອດຄ່ຳຄືນຂອງ ວັນທີ 17 ພຶດສະພາ (ຕາມເວລາພາກພື້ນນີ້), ບັນດາການປະທະກັນຂ້າມຊາຍແດນລະຫວ່າງສອງຝ່າຍ ຍັງຖືກດຳເນີນໄປດ້ວຍລະດັບທີ່ດຸເດືອດ. ແລະ ຍັງຖືກເປີດກ້ວາງໄປຍັງ Lebanon ອີກດ້ວຍ ຊື່ງແມ່ນປະເທດທີ່ມີຂະບວນການອິດສລາມ Hezbollah ທີ່ຍາມໃດກໍ່ຖື Israel ແມ່ນສັດຕູ ແລະ ໄດ້ຖະແຫຼງເປັນຫຼາຍເທື່ອວ່າ ຈະໄຮ່ບ່າຮຽງໄຫຼ່ກັບ Hamas.

  ຕາມວົງການນັກໄຈ້ແຍກແລ້ວ, ມາຮອດປະຈຸບັນ, ບັນດາຄວາມມານະພະຍາຍາມສາກົນ ຍັງບໍ່ທັນບັນລຸໄດ້ໝາກຜົນກໍ່ຍ້ອນຫຼາຍສາຍເຫດ. ໃນນັ້ນ, ບັນດາບັນຫາປະຫວັດສາດອັນສັບສົນ ພ້ອມດ້ວຍຄວາມຄຽດແຄ້ນອັນເລິກເຊິ່ງ ທີ່ແກ່ຍາວລະຫວ່າງສອງຝ່າຍ ແມ່ນຮົ້ວກີດຂວາງຍາກທີ່ຈະຜ່ານຜ່າໄປໄດ້. ຄຽງຄູ່ກັນນັ້ນ, ການປະທະກັນລະຫວ່າງ Palestine-Israel ເວົ້າສະເພາະ, ການປະທະກັນລະຫວ່າງໂລກ ອາຣັບ ແລະ Israel ເວົ້າລວມ ຍັງຖືກຄອບງຳ ແລະ ຖືກການກະທົບຍ້ອນຜົນປະໂຫຍດຂອງແຕ່ລະຝ່າຍໃນພາກພື້ນ, ກໍ່ຄືການແຊກແຊງຂອງບັນດາກຳລັງສາກົນ. ໃນຂະນະນັ້ນ, ວິວັດການສັນຕິພາບລະຫວ່າງ Palestine-Israel ໃນຫຼາຍປີຜ່ານມາ ກໍ່ບໍ່ໄດ້ຮັບຄວາມສົນໃຈເທົ່າທີ່ຄວນ ຈາກວົງຄະນະຍາດສາກົນ ຍ້ອນຫຼາຍສາຍເຫດທີ່ແຕກຕ່າງກັນ, ໃນນັ້ນມີເລື່ອງບັນດາປະເທດໄດ້ສຸມແຫຼ່ງກຳລັງ ເພື່ອຮັບມືກັບໂລກລະບາດໂຄວິດ 19 ຫຼື ສຸມໃສ່ບັນດາບັນຫາຕິດພັນກັບຜົນປະໂຫຍດຫຼັກແຫຼ່ງຂອງຕົນ.

   ເຖິງແນວນັ້ນກໍ່ຕາມ, ຫາງສຽງຍັງເຊື່ອໝັ້ນວ່າ, ເລື່ອງສະກັດກັ້ນການປະທະກັນປິນຂັ້ນໄດ, ສ້າງສັນຕິພາບຍັງມີໂອກາດຢູ່. ຍ້ອນວ່າ, ບັນດາຝ່າຍບໍ່ສາມາດເມີນເສີຍໄປຕະຫຼອດຕໍ່ບັນດາຄຳຮຽກຮ້ອງຢຸດຍິງຢ່າງລຽນຕິດ ຊື່ງໂລກໄດ້ຍົກອອກມາ, ໂດຍສະເພາະແມ່ນເມື່ອສະພາຄວາມໝັ້ນຄົງ ສປຊ ພ້ອມກັບຫຼາຍປະເທດມະຫາອຳນາດ ລ້ວນແຕ່ໄດ້ອອກສຽງຢ່າງເປັນທາງການແລ້ວ. ແຕ່ຍິ່ງໄປກ່ວານັ້ນ, ແຕ່ລະຝ່າຍເອງໃນການປະທະກັນ ກໍ່ລ້ວນແຕ່ເຂົ້າໃຈວ່າ, ຄວາມເຄັ່ງຕຶງຖືກປິນຂັ້ນໄດ ຍິ່ງຈະເຮັດໃຫ້ປະເທດຕົນ ຖືກຜົນສະທ້ອນຫຼາຍຂຶ້ນເທົ່ານັ້ນ. ຄວາມເສຍຫາຍນັ້ນ ບໍ່ພຽງແຕ່ແມ່ນຊີວິດອິນຊີຂອງ ປຊຊ, ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ເທົ່ານັ້ນ, ຫາກຍັງແມ່ນອິດທິພົນຊື່ສຽງ ແລະ ພາບພົດປະເທດຊາດ ໃນເວທີສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ