ວິວັດທະນະການສັນຕິພາບຢູ່ຕາເວັນອອກກາງ ຕໍ່ໜ້າໄພກັບຄືນສູ່ສະພາບເດີມ

(vovworld)-  ການ​ເຈລະຈາ​ຄັ້ງຫຼ້າ​ສຸດ​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 6/4 ລະຫວ່າງ​ປາ​ແລ​ດສະຕິ​ນ ​ແລະ ອິດສະຣາ​ແອນ ​ເພື່ອ​ແນ​ໃສ່​ກູ້​ເອົາ​ວິວັດ​ທະ​ນາການ​ສັນຕິພາບ ​ໂດຍອາ​ເມ​ລິ​ກາ ເປັນກາງ​ໄດ້​ອັດ​ລົງ​ແຕ່​ບໍ່​ບັນລຸ​​​ໄດ້ບາດກ້າວບຸກທະລຸ​​ໃດໆ. ການ​ເຈລະຈາ​ຄັ້ງທີ 2 ປະລາ​ໄຊ​ໃນ​ຮອບ​ເວລາ 1 ອາທິດ​ພ້ອມ​ກັບ​ບັນດາ​ການ​ກະທຳ​ທີ່ເຮັດ​ໃຫ້​ເພີ່ມ​​ຄວາມ​ເຄັ່ງ​ຕຶງຂອງ​ທັງ ປາ​ແລ​ດສະຕິ​ນ ​ແລະ ອິດສະຣາ​ແອນ ​ເຮັດ​ໃຫ້​ຂໍ້​ຕົກລົງ​​ທີ່​ຈະ​ລົງ​ລາຍເຊັນໃນ​ວັນ​ທີ 29/4 ​ຍາກ​ທີ່​ຈະບັນລຸ​ໄດ້​.

​  ການ​ພົບ​ປະ​ສາມ​ຝ່າຍ​ເມື່ອ​ວັນ​ທີ 6/4 ​​ໄດ້​ແກ່ຍາວ​ພຽງ 2,3 ຊົ່ວ​ໂມງ​ເທົ່າ​ນັ້ນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ ອິດສະຣາ​ແອນ Tzipi Livni, ທ່ານ Isaac Molcho, ທູດ​ພິ​ເສດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu, ຫົວໜ້າ​ຄະນະ​ເຈລະຈາປາ​ແລ​ດສະຕິ​ນ Saeb Erekat, ຜູ້ອຳນວຍການອົງການ​​ສືບ​ລາຊະການ​ລັບປາ​ແລ​ດສະຕິ​ນ Majd Freij ພ້ອມ​ກັບ​ທ່ານ Martin Indyk ທູດ​ພິ​ເສດ​ຂອງອາ​ເມ​ລິ​ກາ​ ກ່ຽວ​ກັບ​ຕາ​ເວັນ​ອອກ​ກາງ.

  ການ​ພົບ​ປະ​ດຳ​ເນີນ​ໄປ​ໃນ​ສະພາບ​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາເວັນອອກ​ກາງ​ໄດ້​ຖືກ​​ເລີ່​ມດຳ​ເນີນ​ແຕ່​ເດືອນ 4/2013 ດ້ວຍ​ຈຸດໝາຍ​ບັນລຸ​ຂໍ້ຕົກລົງ​ແມ່ ຊ້າ​ສຸດ​ແມ່ນ​ໃນ​ວັນ​ທີ 29/4/2014. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ການ​ກະທຳ​ກໍ່​ຄວາ​ມ​ເຄັ່ງ​ຕຶງ​ໃນ​ມໍ່ໆ​ມາ​ນີ້​ລະຫວ່າງປາ​ແລ​ດສະຕິ​ນ ​ແລະ ອິດສະຣາ​ແອນ ​ໄດ້​ຍູ້​ວິວັດ​ທະນາການ​ນີ້​ຕົກ​ເຂົ້າສູ່​ໄພລົ້ມ​ເຫຼວ.

ວິວັດທະນະການສັນຕິພາບຢູ່ຕາເວັນອອກກາງ ຕໍ່ໜ້າໄພກັບຄືນສູ່ສະພາບເດີມ - ảnh 1

ທ່ານ​ນາຍົກລັດຖະມົນຕີ Netanyahu

 (ພາບ: Reuters)

​ຄວາມ​ບໍ່​ລົງລອຍ​ກັນ​ທີ່​ເລິກ​ເຊິ່ງ

​  ແທນ​ໃຫ້​ໝາກຜົນ​ອັນຕັ້ງໜ້າ, ຫາງ​ສຽງ​ພຽງ​​ແຕ່​ໄດ້​ຮັບ​ຟັງ​ບັນດາ​ຄຳ​ຕຳ​ນິຕິ​ຕຽນ​ຊື່​ງກັນ ​ແລະ ກັນ​ພ້ອມ​ກັບ​ບັນດາ​ການ​ຄາດ​ຄະ​ເນຕາມ​ທາງ​ທີ່​ບໍ່​ດີ.​ເຈົ້າໜ້າ​ທີ່ ປາ​ແລ​ດສະຕິ​ນ ທ່ານ 1 ​ໃຫ້​ຮູ້​ວ່າ: ວິ​ກິດ​ການ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ. ​ໃນ​ການ​ພົບ​ປະ​ເມື່ອ​ວັນ​ທີ 6/4, ອິດສະຣາ​ແອນ ຍັງ​ນາບ​ຂູ່ປາ​ແລ​ດສະຕິ​ນ. ​ໃນ​ຂະນະ​ນັ້ນ, ຝ່າຍອິດສະຣາ​ແອນ ກ່າວ​ເຕືອນ​ວ່າ,  ວິວັດ​ທະນາການ​ສັນຕິພາບ​ຢູ່​ຕາເວັນອອກ​ກາງ ພວມ​ຕົກ​ເຂົ້າສູ່​ສະພາບ​ຊຸດ​ໂຊມ. ອິດສະຣາ​ແອນ ກະກຽມ​ກັບ​ຄືນ​ສູ່​ສະພາບ​ການ​ພົວພັນ​ກັບ ປາ​ແລ​ດສະຕິ​ນ ຄື​ກັບ​ກ່ອນ​ວິວັດ​ການ​ເຈລະຈາ​ເລີ່​ມດຳ​ເນີນ​ກ່ອນ​ນີ້  9 ​ເດືອນ​.

  ສາຍ​ເຫດ​ພາ​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ບໍ່​ມີ​ທາງ​ອອກ​ແມ່ນ​ເລີ່​ມຈາກ​ເລື່ອງ ອິດສະຣາ​ແອນ ຍົກ​ອອກ​ເງື່ອ​ນ​ໄຂ​ປ່ອຍ​ຕົວ​ນັກ​ໂທດ ປາ​ແລ​ດສະຕິ​ນ ​ ເປັນ​ອິດສະຫຼະຄັ້ງສຸດ​ທ້າຍພຽງ​ແຕ່​​ 26 ຄົນ​ໃນ​ວັນ​ທີ 29/3 ​ເທົ່າ​ນັ້ນ, ຖ້າ​ຫາກ​ວ່າ ປາ​ແລ​ດສະຕິ​ນ ຕົກລົງ​ຕໍ່​ກຳນົດ​ເວລາເຈລະຈາ​ພາຍຫຼັງ​ການ​ກຳນົດ​ເວລາ​ເມື່ອ​ວັນ​ທີ 29/4 ຈະ​ມາ​ເຖິງ.

  ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ອິດສະຣາ​ແອນ ຍັງ​ປະກາດ​ຈະ​ກໍ່ສ້າງ​ເຮືອນ​ໃໝ່ 700 ຫຼັງຢູ່​ຊານ​ນະຄອນ Gilo ຢູ່ Jeruxalem ອີກ​ດ້ວຍ.

  ການ​ກະທຳ​ຂອງ ອິດສະຣາ​ແອນ ​ຄື​ດັ່ງ​ຢາດ​ນ້ຳລົ້ນຈອກ, ​ເຮັດ​ໃຫ້​ປາ​ແລ​ດສະຕິ​ນ ຕົກລົງ​ຍື່ນ​ໃບ​ຄຳ​ຮ້ອງ​ທາງ​ການ​ຂໍ​ເຂົ້າຮ່ວມ​ສົນທິສັນຍາ, ສັນຍາ​ສາກົນ 15 ສະບັບດ້ວຍ​ຖານະ​ລັດ ປາ​ແລ​ດສະຕິ​ນ​ເອກະລາດ.

   ຄວາມບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເພີ່​ມຂຶ້ນ​ໃນ​ຂະນະ​ທີ່ ປາ​ແລ​ດສະຕິ​ນ ຍົກ​ອອກ​ບັນຊີ​ລາຍ​ຊື່​ບັນດາ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄື: ​ເລື່ອງ ອິດສະຣາ​ແອນ ຮັບຮອງ​ການ​ສ້າງ ຕັ້ງລັດ ປາ​ແລ​ດສະຕິ​ນ ​ເອກະລາດ ຢ່າງ​ເປັນ​ທາງ​ການລຽບ​ຕາມ​ເສັ້ນຊາຍ​ແດນກ່ອນ​ປີ 1967 ດ້ວຍ Jeruxalem ຕາ​ເວັນ​ອອກ​ແມ່ນ​ນະຄອນຫຼວງ, ປ່ອຍ​ຕົວ​ນັກ​ໂທດ ປາ​ແລ​ດສະຕິ​ນ 1200 ຄົນ ​ເປັນ​ອິດສະຫຼະ. ຢຸດຕິ​ການ​ປິດ​ລ້ອມ​ເຂດ​ກາຊາ… ທ່ານ Saeb Erekat ຫົວໜ້າ​ຄະນະ​ເຈລະຈາປາ​ແລ​ດສະຕິ​ນ ຍັງ​ນາບ​ຂູ່​ວ່າ,  ປາ​ແລ​ດສະຕິ​ນ ຈະ​ນຳ ອິດສະຣາ​ແອນ ຂຶ້ນ​ສານ​ສາກົນ​ເພື່ອ​ດຳ​ເນີນ​ຄະດີ​ກ່ຽວ​ກັບ​ບັນດາ​ໂທດ​ກຳ​ສົມຄາມ ຖ້າ​ຫາກ​ວ່າຄວາມ​ເຄັ່ງ​ຕຶງ​​ປິນຂັ້ນ​ໄດ.

ວິວັດທະນະການສັນຕິພາບຢູ່ຕາເວັນອອກກາງ ຕໍ່ໜ້າໄພກັບຄືນສູ່ສະພາບເດີມ - ảnh 2

ບັນດາ​ມື​ປືນ​ຮາ​ມາດ

 (ພາບ: rontpagemag.com)

​​ບໍ່​ມີມາດ​ຕະການ​ດີ​ໃຫ້​ແກ່ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ

   ຕໍ່ໜ້າ​ສະພາບ​ການ​ທີ່​ບໍ່​ມີ​ສັນຍານ​ດີ​ດັ່ງກ່າວ, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ເຄີຍ​ກ່າວ​ເຕືອນ​ວ່າ​ອາ​ເມ​ລິ​ກາ ຕ້ອງມີ​ການຈຳກັດ​ວັນ​ເວລາ ​ແລະ ກຳລັງ​ເຫື່ອ​ແຮງ​ສະຫງວນ​ໃຫ້​ແກ່​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ສະນັ້ນ, ອິດສະຣາ​ແອນ ​ແລະ ປາ​ແລ​ດສະຕິ​ນ ຕ້ອງ​ລະງັບ​ໃຈ​. ທ່ານ John Kerry ຍັງ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ບໍ່ພໍ​ໃຈ​ດ້ວຍ​ການ​ຍົກ​ເລິກ​ການ​ໄປ​ຢ້ຽມຢາມ​ ​ Jeruxalem ​ແລະ Ramallah ຊື່​ງ​ໄດ້​ຂຶ້ນ​ແຜນການ​ນັບ​ແຕ່​ກ່ອນແລ້ວ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເບິ່ງ​ລວມ​ແລ້ວ, ມາ​ຮອດ​ຈຸດ​ເວລາ​ນີ້, ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ຍົກ​ອອກ​ມາດ​ຕະການ​ໃດໆທີ່​ສາມາດເປັນ​ໄປ​ໄດ້​ ​ເພື່ອ​ກູ້​ເອົາ​ການ​ເຈລະຈາ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ນອກ​ເໜືອຈາກ​ບັນດາ​ຄຳ​ຖະ​ແຫຼ​ງ​ເທົ່າ​ນັ້ນ.

    ວັນ​ທີ 7/4, ທ່ານ​ປະທານາທິບໍດີ ປາ​ແລ​ດສະຕິ​ນ Mahmoud Abbas ຮຽກຮ້ອງ​ຈັດຕັ້ງການ​ປະຊຸມ​ດ່ວນ​​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພັນ​ອາຣັບ (AL) ​ເພື່ອ​ປຶກສາ​ຫາລື​ກ້ຽວ​ກັບ​ວິ​ກິດ​ການ​ໃນ​ການ​ການ​ເຈ​ລາ​ຈະ​ລະຫວ່າງ ອິດສະຣາ​ແອນ-ປາ​ແລ​ດສະຕິ​ນ. ຄາດ​ວ່າ, ທ່ານ Mahmoud Abbas ກໍ່​ຈະ​ຮຽກຮ້ອງ AL ສະໜັບສະໜູນ ປາ​ແລ​ດສະຕິ​ນ ​ທາງ​ດ້ານ​ການ​ເມືອງ ​ແລະ ການ​ເງິນ.

  ວິວັດ​ທະນາການ​ເຈ​ລະ​ຈາສັນຕິພາບລະຫວ່າງ​ອິດສະຣາ​ແອນ ​ແລະ ປາ​ແລ​ດສະຕິ​ນ ທີ່​ເລີ່​ມດຳ​ເນີນ​ຄືນ​ໃໝ່​ກ່ອນ​ນີ້​ກ່ວາ 8 ​ເດືອນ​ພວມ​ຕົກ​ເຂົ້າສູ່​ສະພາບ​ການລົ້ມ​ເຫຼວ. ຖ້າ​ເປັນ​ຄື​ແນວ​ນັ້ນ, ວິວັດທະນາ​ການ​ສັນຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຈະ​ກັບ​ຄືນ​ສູ່​ສະພາບ​ເດີມ, ສິ່ງ​ນີ້​ກໍ່​ມີ​ຄວາມໝາຍ​​ເຊັ່ນ​ດຽວ​ກັນ​ກັບການ​ປະ​ທະ​ກັນ​ທີ່​ແກ່ຍາວ​ໃນ​ເວລາ 66 ປີລະຫວ່າງ​ ອິດສະຣາ​ແອນ ​ແລະ ປາ​ແລ​ດສະຕິ​ນ ຍັງ​ຄົງບໍ່​ມີ​ມາດ​ຕະການ​ແກ້​ໄຂ​ໄດ້​ເທື່ອ./.

 

ຕອບກັບ

ຂ່າວ/ບົດ​ອື່ນ