ສິ່ງ​ທ້າ​ທາຍ​ສຳ​ລັບ​ຂໍ້​ຕົກ​ລົງ​ຢຸດ​ຍິງ ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ ລັດ​ເຊຍ-ຢູ​ແກຼນ

(VOVWORLD) -   ຕາມຂໍ້ຕົກລົງຢຸດຍິງໃນເວລາ 30 ວັນ ສຳລັບພື້ນຖານໂຄງລ່າງພະລັງງານຂອງ ລັດເຊຍ ແລະ ຢູແກຼນ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump  ສະເໜີ ແລະ ໄດ້ຮັບການສະໜັບສະໜູນ ແມ່ນສັນຍານທີ່ຕັ້ງໜ້າ. ແຕ່ເຖິງແນວນັ້ນກໍ່ຕາມ, ຂໍ້ຕົກລົງນີ້ບໍ່ທັນເກັ້ຍກ່ອມໄດ້ຝ່າຍຕ່າງໆ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງທີ່ຈະສິ້ນສຸດການປະທະກັນ ລັດເຊຍ-ຢູແກຼນ ໂດຍໄວ.
ສິ່ງ​ທ້າ​ທາຍ​ສຳ​ລັບ​ຂໍ້​ຕົກ​ລົງ​ຢຸດ​ຍິງ ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ ລັດ​ເຊຍ-ຢູ​ແກຼນ - ảnh 1(ພາບປະກອບ: TTXVN)

     ຂໍ້ຕົກລົງຢຸດຍິງຊົ່ວຄາວໃນເວລາ 30 ວັນ ສຳລັບພື້ນຖານໂຄງລ່າງພະລັງງານ ບັນລຸໄດ້ໃນການໂອ້ລົມທາງໂທລະສັບເມື່ອວັນທີ 18 ມີນາ ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ທ່ານປະທານາທິບໍດີ ລັດເຊຍ  Vladimir Putin.  ນີ້ແມ່ນການໂອ້ລົມທາງໂທລະສັບທາງການຄັ້ງທີ 2 ລະຫວ່າງບັນດາປະມຸກລັດ ອາເມລິກາ-ລັດເຊຍ ນັບແຕ່ເມື່ອທ່ານ Donald Trump ກັບຄືນເຂົ້າທຳນຽບຂາວເມື່ອຕົ້ນປີ 2025.

ມີຄວາມຕັ້ງໜ້າແຕ່ບໍ່ທັນພຽງພໍ

  ຕາມຂໍ້ຕົກລົງໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump   ສະເໜີ, ໄດ້ຮັບການສະໜັບສະໜູນຈາກ ລັດເຊຍ, ແລະ ຝ່າຍ ຢູແກຼນ ໄດ້ເຫັນດີບົນຫຼັກການແລ້ວ, ນັບແຕ່ຈຸດເວລາບັນລຸໄດ້ຂໍ້ຕົກລົງເປັນຕົ້ນໄປ, ລັດເຊຍ ແລະ ຢູແກຼນ  ຈະຢຸດທຸກການກະທຳດ້ານການທະຫານທີ່ແນໃສ່ພື້ນຖານໂຄງລ່າງພະລັງງານຂອງກັນໂດຍຊົ່ວຄາວ ໃນເວລາ 30 ວັນ.

  ຂໍ້ສະເໜີຢຸດຍິງສ່ວນໜຶ່ງສະບັບນີ້ ພວມສ້າງບັນດາປະຕິກິລິຍາທີ່ແຕກຕ່າງກັນ. ທ່ານນາຍົກລດຖະມົນຕີ ເຢຍລະມັນ Olaf Scholz, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer… ລ້ວນແຕ່ໄດ້ຕີລາຄາວ່າ ນີ້ແມ່ນບາດກ້າວເດີນທຳອິດທີ່ໜ້າສົ່ງເສີມ ແນໃສ່ມຸ່ງໄປເຖິງຂໍ້ຕົກລົງສະບັບຮອບດ້ານກ່ວາ. ທ່ານ Nigel Gould-Davies, ຜູ້ຊ່ຽວຊານຄົນຄ້ວາ ລັດເຊຍ ແລະ ບັນດາປະເທດ ອາຊີ-ເອີລົບ ສະຖາບັນສາກົນກ່ຽວກັບການຄົ້ນຄ້ວາຍຸດທະສາດ (IISS), ຖືວ່າ:

  ຕາມຕົວຈິງ, ປະຈຸບັນ, ພວກເຮົາພວມເຫັນປະຈັກຕາການແກ້ງແຍ້ງ, ຊ້ຳບໍ່ໜຳແມ່ນການຂັດແຍ່ງກັນລະຫວ່າງ ກີແອບ ແລະ ມົດສະກູ ໃນການເກັ້ຍກ່ອມທ່ານ Donald Trump ວ່າ ຝ່າຍກົງກັນຂ້າມຕ້ອງຮັບຜິດຊອບໃນການສະກັກັ້ນທ່ານ ປະຕິບັດເປົ້າໝາຍຢຸດຕິການປະທະກັນ.

     ຕາມທ່ານ Jonathan Eyal, ນັກຄົ້ນຄ້ວາຢູ່ສະຖາບັນຄົ້ນຄ້ວາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ RUSI (ອັງກິດ), ກ່ອນດຳເນີນການໂອ້ລົມທາງໂທລະສັບເມື່ອວັນທີ 18 ມີນາ ລະຫວ່າງທ່ານ Donald Trump  ແລະ ທ່ານ Vladimir Putin,  ຢູແກຼນ ແລະ ເອີລົບ ມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງທ່ານ Donald Trump ຍົກອອກການປະນີປະນອມກັບ ລັດເຊຍ ຫຼາຍເກີນໄປ ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງຮອບດ້ານໂດຍໄວ, ໂດຍບໍ່ຫົວຊາຕໍ່ຜົນກະທົບຕໍ່ຜົນປະໂຫຍດຂອງ ຢູແກຼນ ແລະ ເອີລົບ. ແຕ່ເຖິງແນວນັ້ນກໍ່ຕາມ, ມາຮອດປະຈຸບັນ, ຄວາມວິຕົກກັງວົນນີ້ກໍ່ບໍ່ໄດ້ເກີດຂຶ້ນ.

ປັບປຸງການພົວພັນກັບ ອາເມລິກາ

  ໃນຂະນະທີ່ບັນດາຂໍ້ມາດຕາລະອຽດຂອງຂໍ້ຕົກລົງຢຸດຍິງໂດຊົ່ວຄາວ ສຳລັບພື້ນຖານໂຄງລ່າງພະລັງງານ ຍັງຕ້ອງການໄດ້ຮັບການເຈລະຈາຈາກຝ່າຍຕ່າງໆຢ່າງລະອຽດ ຜ່ານການພົບປະແບບເຊິງໜ້າ, ໃນສະເພາະໜ້າແມ່ນການພົບປະລະຫວ່າງສອງຄະນະຜູ້ແທນ ອາເມລິກາ-ລັດເຊຍ ຊື່ງຄາດວ່າຈະຈັດຂຶ້ນໃນ 2, 3 ວັນຈະມາເຖິງຢູ່ Riyadh (Saudi Arabia), ວົງການນັກສັງເກດການຕລາຄາວ່າ ທັງ ລັດເຊຍ ແລະ ຢູແກຼນ ກໍ່ລ້ວນແຕ່ໄດ້ປັບປຸງການພົວພັນກັບ ອາເມລິກາ ຫຼາຍພໍສົມຄວນ. ສຳລັບຝ່າຍ ລັດເຊຍ, ໃນແຈ້ງການໂດຍວັງ Kremlin ຍົກອອກມາພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານ Donald Trump ແລະ ທ່ານ  Vladimir Putin ໄດ້ເຕື້ອງເຖິງຄວາມສາມາດຮ່ວມມືດ້ານເສດຖະກິດໃຫ່ຍລະຫວ່າງສອງປະເທດໃນອະນາຄົດ.

  ໃນະນະນັ້ນ,ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຢືນຢັນວ່າ ໄດ້ດຳເນີນການໂອ້ລົມທາງໂທລະສັບຢ່າງກົງໄປກົງມາ ເມື່ອວັນທີ 19 ມີນາ ກັບທ່ານປະທານາທິບໍດີ  Donald Trump ແລະ ປະສົບຜົນສະເລັດຢ່າງດີງາມ ບໍ່ພຽງແຕ່ກ່ຽວກັບຂໍ້ຕົກລົງຢຸດຍິງໃນເວລາ 30 ວັນດ້ວຍພື້ນຖານໂຄງລ່າງພະລັງງານເທົ່ານັ້ນ, ຫາກຍັງກ່ຽວກັບການຮ່ວມມືດ້ານການປ້ອງກັນຄວາມສະຫງົບ, ເສດຖະກິດລະຫວ່າງສອງປະເທດອີກດ້ວຍ. ທ່ານເລຂາສື່ມວນຊົນທຳນຽບຂາວ ນາງ Karoline Leavitt ເນັ້ນໜັກວ່າ:

  ປະຈຸບັນ, ພວກຂ້າພະເຈົ້າພວມສຸມໃສ່ຂໍ້ຕົກລົງສັນຕິພາບອັນຍາວນານ, ສິ່ງທີ່ຍັງບໍ່ທັນໄດ້ເຕື້ອງເຖິງໃນການພົບປະລະຫວ່າງທ່ານປະທານາທິບໍດີ Volodymyr Zelensky  ແລະ ທ່ານປະທານາທິບໍດີ  Donald Trump. ພວກຂ້າພະເຈົ້າໄດ້ຜ່ານຜ່າຂອບເຂດຂໍ້ຕົກລົງວ່າດ້ວຍບໍ່ແຮ່ເສດຖະກິດໃນເມື່ອກ່ອນ ເພື່ອຊອກຫາຂໍ້ຕົກລົງວ່າດ້ວຍການຢຸດຍິງຍາວນານ.

  ຕາມບັນດານັກສັງເກດການແລ້ວ, ພາຍຫຼັງໄດ້ໂຈະຂໍ້ຕົກລົງວ່າດ້ວຍບໍ່ແຮ່, ອາເມລິກາ ໄດ້ຍົກອອກຂໍ້ສະເໜີໃໝ່ທີ່ໜາສົນໃຈ ໂດຍກ່ຽວຂ້ອງເຖິງການກຳມະສິດບັນດາໂຮງງານໄຟຟ້າຂອງ ຢູແກຼນ, ໃນນັ້ນ ມີ ໂຮງງານໄຟຟ້ານິວເຄຼຍ Zaporizhzhia ຊື່ງປະຈຸບັນນອນໃນການຄວບຄຸມຂອງ ລັດເຊຍ. ຖ້າຂໍ້ສະເໜີນີ້ໄດ້ປະກົດຜົນເປັນຈິງ, ນີ້ອາດຈະແມ່ນປັດໄຈທີ່ມີການກະທົບໃຫ່ຍຫຼວງ ຕໍ່ການແກ້ໄຂການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ./.

ຕອບກັບ

ຂ່າວ/ບົດ​ອື່ນ