ສິ່ງທ້າທາຍສຳລັບທ່ານ Donald Trump ພາຍຫຼັງຂຶ້ນກຳອຳນາດເປັນເວລາ 100 ວັນ

(VOVWORLD) - ບັນດາການຢັ່ງຫາງສຽງ, ໂດຍຫຼາຍບໍລິສັດໃຫຍ່ຢູ່ ອາເມລິກາ ປະກາດໃນຊຸມມື້ຜ່ານມາ, ຊີ້ໃຫ້ເຫັນວ່າ ອັດຕາຜູ້ສະໜັບສະໜູນທ່ານ Donald Trump ມີການປ່ຽນແປງຢ່າງແຮງ
ສິ່ງທ້າທາຍສຳລັບທ່ານ Donald Trump ພາຍຫຼັງຂຶ້ນກຳອຳນາດເປັນເວລາ 100 ວັນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy
(ພາບປະກອບ: Getty Images/TTXVN)

        ວັນທີ 30 ເມສາ, ສ້າງຂີດໝາຍ 100 ວັນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຂຶ້ນກຳອຳນາດໃນອາຍຸການທີ 2 ຂອງຕົນ. ຕາມວົງການນັກສັງເກດການແລ້ວ, 100 ວັນຜ່ານມາໄດ້ເຫັນບັນດາການປ່ຽນແປງໃນນະໂຍບາຍທີ່ມີລັກສະນະບາດລ້ຽວຂອງອຳນາດການປົກຄອງ ອາເມລິກາ, ນັບທັງຢູ່ພາຍໃນ ແລະ ຕ່າງປະເທດ, ແຕ່ກໍ່ວາງອອກສິ່ງທ້າທາຍໃຫຍ່ຫຼາຍຢ່າງໃນໄລຍະຈະມາເຖິງສຳລັບທ່ານປະທານາທິບໍດີ Donald Trump.

        ບັນດາການຢັ່ງຫາງສຽງ, ໂດຍຫຼາຍບໍລິສັດໃຫຍ່ຢູ່ ອາເມລິກາ ປະກາດໃນຊຸມມື້ຜ່ານມາ, ຊີ້ໃຫ້ເຫັນວ່າ ອັດຕາຜູ້ສະໜັບສະໜູນທ່ານ Donald Trump ມີການປ່ຽນແປງຢ່າງແຮງ, ສ່ອງແສງໃຫ້ເຫັນບັນດາສິ່ງທ້າທາຍໃຫຍ່ທີ່ທ່ານປະທານາທິບໍດີ Donald Trump ຕ້ອງປະເຊີນໜ້າ ເມື່ອຢາກປະຕິບັດບັນດາການປະຕິຮູບກະໂດດຂັ້ນ.

ສິ່ງທ້າທາຍຈາກພາຍໃນ

        ໝາກຜົນການສຳຫຼວດໂດຍ NBC News Stay Tuned Poll ປະຕິບັດ ແລະ ປະກາດໃນວັນທີ 27 ເມສາ, ກ່ອນຈຸດເວລາ 100 ວັນຂຶ້ນກຳອຳນາດຂອງທ່ານປະທານາທິບໍດີ Donald Trump, ຊີ້ໃຫ້ເຫັນວ່າ, ມີຊາວ ອາເມລິກາ 55% ບໍ່ເຫັນດີຕໍ່ການແກ້ໄຂວຽກງານໃນຖານະຕຳແໜ່ງປະທານາທິບໍດີ, ໃນຂະນະນັ້ນມີ 45% ໄດ້ເຫັນດີ. ກ່ອນນີ້ 1 ເດືອນ, ຕົວເລກນີ້ແມ່ນ 51%. ເຖິງຢ່າງໃດກໍ່ຕາມ, ຍັງມີ 60% ຈຳນວນຜູ້ຖືກຖາມຖືວ່າ ອາເມລິກາ ພວມໄປຖືກທິດ. ໃນການສະຫຼວດຂອງບັນດາບໍລິສັດສື່ມວນຊົນໃຫຍ່ອື່ນ, ຄື: CNN, New York Times, Washington Post, ABC News… ອັດຕາຜູ້ສະໜັບສະໜູນທ່ານ Donald Trump ກໍ່ມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ໄລຍະທຳອິດເມື່ອທ່ານຂຶ້ນກຳອຳນາດອາຍຸການທີ 2, ເຖິງວ່າພຽງແຕ່ບໍ່ຫຼາຍ.

        ແຫຼ່ງຂໍ້ມູນຈາກບັນດາການສຳຫຼວດດັ່ງກ່າວພວມສ້າງຄຳຄິດເຫັນທີ່ກົງກັນຂ້າມພາຍໃນປະເທດ ອາເມລິກາ. ບັນດາຜູ້ສະໜັບສະໜູນທ່ານ Donald Trump ແລະ ສ່ວນຕົວປະທານາທິບໍດີເອງ ຖືວ່າ ຫຼາຍການສຳຫຼວດທີ່ປະຕິບັດໄດ້ອີງໃສ່ວິທີການ ແລະ ຂໍ້ມູນທີ່ບໍ່ໜ້າໄວ້ເນື້ອເຊື່ອໃຈ, ໃນຂະນະນທີ່ຝ່າຍຄ້ານຢືນຢັນວ່າ ນີ້ແມ່ນບັນດາຄຳເຫັນທີ່ໄດ້ເຕົ້າໂຮມດ້ວຍຄວາມຈິງ. ຕາມນັກຊ່ຽວຊານ Carolyn Kissane, ຂຶ້ນກັບສູນບັນດາບັນຫາທົ່ວໂລກ, ມະຫາວິທະຍາໄລ ນິວຢອກ (ອາເມລິກາ) ແລ້ວ, 100 ວັນທຳອິດຂອງທ່ານ Donald Trump ໄດ້ຮັບຮູ້ການທຳລາຍຫຼາຍນະໂຍບາຍທີ່ເປັນມູນເຊື້ອ.

        “ຂ້າພະເຈົ້າຄິດວ່າ, ພວກເຮົາຈະຈື່ຈຳກ່ຽວກັບ 100 ວັນທຳອິດຂອງທ່ານ Donald Trump ຄືດັ່ງໄລຍະຫັນປ່ຽນຢ່າງແຮງທີ່ສຸດຂອງປະເທດ ອາເມລິກາ, ນັບທັງແງ່ມູມບໍລິຫານລັດຖະບານ, ພ້ອມກັບສິ່ງສັງລວມຫຼາຍກວ່າທີ່ຕັ້ງຂອງປະເທດ ອາເມລິກາ”.

ສິ່ງທ້າທາຍສຳລັບທ່ານ Donald Trump ພາຍຫຼັງຂຶ້ນກຳອຳນາດເປັນເວລາ 100 ວັນ - ảnh 2(ພາບປະກອບ: THX/TTXVN)

        ໃນບັນດາບັນຫາພົວພັນພາຍໃນປະເທດທີ່ທ່ານ Donald Trump ຕ້ອງປະເຊີນໜ້າກັບການຄັດຄ້ານ ນັ້ນແມ່ນເລື່ອງກະຊວງສະມັດຕະພາບລັດຖະບານ (DOGE) ໄດ້ປົດບຸກຄະລາກອນນັບພັນຄົນ, ຫຼືບັນດາຄວາມວິຕົກກັງວົນຂອງບັນດາຄອບຄົວ ອາເມລິກາ ກ່ຽວກັບລາຄາເພີ່ມຂຶ້ນຍ້ອນສົງຄາມພາສີອາກອນ ເຊິ່ງອຳນາດການປົກຄອງ ອາເມລິກາ ປຸກລະດົມສຳລັບບັນດາຄູ່ຄ້າ. ເຖິງຢ່າງໃດກໍ່ຕາມ, ໜຶ່ງໃນບັນດາຫົວຂໍ້ອື່ນ, ພິເສດແມ່ນບັນຫາເຂົ້າເມືອງ ແລະ ການປ້ອງກັນ ຕ້ານອາດສະຍາກຳ, ວົງການນັກສັງເກດການຕີລາຄາວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ຮັບບັນດາໝາກຜົນຕັ້ງໜ້າໃນໄລຍະອັນສັ້ນໆ. ທ່ານນາງ Danielle Pletka, ນັກຄົ້ນຄວ້າຢູ່ສະຖາບັນວິສາຫະກິດ ອາເມລິກາ, ໃຫ້ຂໍ້ສັງເກດວ່າ:

        “ທ່ານ Donald Trump ໄດ້ບັນລຸຜົນສຳເລັດໃນເລື່ອງຫຼຸດຜ່ອນຜູ້ເຂົ້າເມືອງຢ່າງຜິດກົດໝາຍຜ່ານຊາຍແດນໃນຊຸມມື້ທຳອິດທີ່ຂຶ້ນກຳອຳນາດ, ຫາກບໍ່ຕ້ອງໃຊ້ເວລາ 100 ວັນ, ເມື່ອຈຳນວນຄົນດັ່ງກ່າວມີເປັນນັບພັນຄົນຕໍ່ມື້ຫຼຸດລົງເຫຼືອພຽງສີບໆຄົນ. ນີ້ແມ່ນສິ່ງສຳຄັນທີ່ສຸດ ຍ້ອນມັນຊີ້ໃຫ້ເຫັນວ່າ ບັນຫາດັ່ງກ່າວສາມາດແກ້ໄຂໄດ້. ສິ່ງທີ່ຈຳເປັນຢູ່ທີ່ນີ້ແມ່ນ ຄວາມຕັດສິນໃຈຂອງທ່ານປະທານາທິບໍດີ ແລະ ນັ້ນແມ່ນສິ່ງທີ່ທ່ານ Joe Biden ບໍ່ມີ”.

ຄວາມຫຍຸ້ງຍາກໃນການພົວພັນຕ່າງປະເທດ

        ໃນຂົງເຂດພົວພັນຕ່າງປະເທດ, 100 ວັນທຳອິດຂອງທ່ານ Donald Trump ກໍ່ຮັບຮູ້ບັນດາການປ່ຽນແປງໃນນະໂຍບາຍມີລັກສະນະບາດລ້ຽວປະຫວັດສາດຂອງອຳນາດ ອາເມລິກາ, ນັບແຕ່ວິທີສຳຜັດການແກ້ໄຂການປະທະກັນ ລັດເຊຍ - ຢູແກຼນ, ການປະທະກັນຢູ່ເຂດ ກາຊາ, ບັນຫານິວເຄຼຍຂອງ ອີຣານ, ການພົວພັນກັບບັນດາສຳພັນທະມິດຂອງ ອາເມລິກາ ໃນອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ)… ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງນະໂຍບາຍນີ້ສ່ວນຫຼາຍລ້ວນແຕ່ປະສົບກັບສິ່ງກີດຂວາງຫຼາຍຢ່າງ. ຄຳຖາມຕັ້ງອອກມາໃນປະຈຸບັນແມ່ນ ບັນດາຄວາມຫຍຸ້ງຍາກໃນການພົວພັນຕ່າງປະເທດສາມາດເຮັດໃຫ້ທ່ານ Donald Trump ມີບັນດາການປ່ຽນແປງດ້ານນະໂຍບາຍໃຫຍ່ໃນໄລຍະຈະມາເຖິງຫຼືບໍ່? ທ່ານ Matthew Dallek, ສາດສະດາຈານການເມືອງ ຢູ່ມະຫາວິທະຍາໄລ George Washington (ອາເມລິກາ), ແບ່ງປັນວ່າ:

        “ກ່ຽວກັບດ້ານການເມືອງ, ຂ້າພະເຈົ້າຄິດວ່າ, ທ່ານ Donald Trump” ຈະມີຄວາມລະມັດລະວັງກວ່າ. ໃນອາຍຸການທຳອິດ, ທ່ານເຄີຍປ່ຽນແປງແນວຄິດເມື່ອປະເຊີນໜ້າກັບຄວາມກົດດັ່ນດ້ານການເມືອງ. ພວກເຮົາໄດ້ເຫັນປະຈັກຕາສິ່ງນີ້ ເມື່ອທ່ານໄດ້ຕໍ່ກຳນົດເວລາຢຸດຕິຊົ່ວຄາວ 90 ວັນເພື່ອດຳເນີນການເຈລະຈາດ້ານພາສີ, ແຕ່ຂ້າພະເຈົ້າຄິດວ່າ ປະຈຸບັນ, ອຳນາດການປົກຄອງຂອງທ່ານ Donald Trump ກ້າຫານກວ່າ, ເດັດດ່ຽວກວ່າ ໃນການປະຕິບັດບັນດານະໂຍບາຍເຊິ່ງເຂົາເຈົ້າຢາກປະຕິບັດມາແຕ່ດົນນານແລ້ວ”.

        ວົງການນັກສັງເກດການສ່ວນຫຼາຍໄດ້ຖືວ່າ ບັນດາເປົ້າໝາຍຍຸດທະສາດໃນນະໂຍບາຍພົວພັນຕ່າງປະເທດທີ່ອຳນາດການປົກຄອງ ອາເມລິກາ ພວມເດີນຕາມ ອາດຈະມີການດັດປັບ ແຕ່ຈະບໍ່ມີການປ່ຽນແປງຫຼາຍປານໃດ ແລະ ບັນດານະໂຍບາຍດັ່ງກ່າວຍັງຈະສົ່ງຜົນສະທ້ອນຢ່າງແຮງເຖິງການພົວພັນກັບສາກົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ