ສິ່ງທ້າທາຍໃຫຍ່ຕໍ່ບັນດາເປົ້າໝາຍພັດທະນາແບບຍືນຍົງທົ່ວໂລກ

(VOVWORLD) - ພ້ອມກັບຄວາມກ້າວໜ້າຈຳນວນໜຶ່ງທີ່ບັນລຸໄດ້ນັ້ນ, ບົດລາຍງານຂອງສະຫະປະຊາຊາດກໍ່ຊີ້ອອກສິ່ງທ້າທາຍຫຼາຍຢ່າງໃນວິວັດການປະຕິບັດສຳເລັດບັນດາ SDGs ໃນປີ 2030.

        ບົດລາຍງານປະຈຳປີທີ່ໄດ້ປະກາດໃນວັນທີ 14 ກໍລະກົດ, ສະຫະປະຊາຊາດໃຫ້ຮູ້ວ່າ ມີຫຼາຍເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນໂຄງການດຳເນີນງານ 2030 ພວມປະສົບກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ, ຮຽກຮ້ອງຕ້ອງມີບັນດາການກະທຳຢ່າງຮີບດ່ວນ, ເດັດດ່ຽວຂອງບັນດາປະເທດ ແລະ ປະຊາຄົມສາກົນ.

ບົດລາຍງານກ່ຽວກັບຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ທີ່ສະຫະປະຊາຊາດປະກາດໃນຂອບເຂດເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງ (HLPF), ໄຂຂຶ້ນໃນວັນທີ 14 ກໍລະກົດ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ. ນີ້ກໍ່ແມ່ນບົດລາຍງານປະຈຳປີທີ 10 ຂອງສະຫະປະຊາຊາດ ນັບແຕ່ 17 SDGs ຖືກນຳເຂົ້າໂຄງການດຳເນີນງານ 2030 ຂອງອົງການນີ້ເມື່ອປີ 2015.

ພາບສະທ້ອນ

ໃນບົດລາຍງານປະຈຳປີຂອງປີ 2025 ນີ້, ສະຫະປະຊາຊາດໄດ້ເນັ້ນໜັກວ່າ ພາຍຫຼັງ 10 ປີທີ່ນຳບັນດາ SDGs ເຂົ້າໃນໂຄງການດຳເນີນງານ 2030, ມີປະມານ 35% ໃນຈຳນວນ 17 SDGs ທີ່ພວມປະຕິບັດຢ່າງຖືກທິດ ແລະ ບັນລຸຄວາມກ້າວໜ້າໃດໜຶ່ງ. ສິ່ງທີ່ໜ້າສົນໃຈແມ່ນ, ຄວາມກ້າວໜ້າດັ່ງກ່າວໄດ້ຮັບຮູ້ຢູ່ SDGs ຈຳນວນໜຶ່ງທີ່ມີບົດບາດສຳຄັນທີ່ສຸດສຳລັບການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ. ລະອຽດແມ່ນ, ອັດຕາສ່ວນທຸກຍາກທີ່ສຸດ; ອັດຕາເດັກຫາກໍ່ເກີດ ແລະ ແມ່ຍິງເສຍຊີວິດໄດ້ຫຼຸດລົງຫຼາຍທີ່ສຸດ…

ເຖິງຢ່າງໃດກໍ່ຕາມ, ພ້ອມກັບຄວາມກ້າວໜ້າຈຳນວນໜຶ່ງທີ່ບັນລຸໄດ້ນັ້ນ, ບົດລາຍງານຂອງສະຫະປະຊາຊາດກໍ່ຊີ້ອອກສິ່ງທ້າທາຍຫຼາຍຢ່າງໃນວິວັດການປະຕິບັດສຳເລັດບັນດາ SDGs ໃນປີ 2030. ຕາມນັ້ນແລ້ວ, ເກືອບເຄິ່ງໜຶ່ງ SDGs ບັນລຸຄວາມກ້າວໜ້າຊ້າ ແລະ 18% ຖືກຖອຍຫຼັງ. ທ່ານ Li Junhua, ຮອງເລຂາທິການໃຫຍ່ຫະປະຊາຊາດ, ຜູ້ຮັບຜິດຊອບບັນດາບັນຫາເສດຖະກິດ ແລະ ສັງຄົມ, ໃຫ້ຮູ້ວ່າ ບັນດາສິ່ງທ້າທາຍໃຫຍ່ສຸດໄດ້ປະກົດຂຶ້ນໃນທຸກຂົງເຂດ.

“ມີກວ່າ 800 ລ້ານຄົນພວມຕິດຄ້າງຢູ່ໃນສະພາບທຸກຍາກທີ່ສຸດ. ລະດັບ carbon dioxide ບັນລຸລະດັບສູງສຸດໃນກວ່າ 2 ລ້ານປີຜ່ານມາ, ໃນນັ້ນ, ປີ 2024 ແມ່ນປີຮ້ອນທີ່ສຸດທີ່ເຄີຍໄດ້ຮັບຮູ້. ສັນຕິພາບ ແລະ ຄວາມໝັ້ນຄົງຖືກຊຸດໂຊມຫຼາຍພໍສົມຄວນ, ມີກວ່າ 120 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ, ສູງທົບ 5 ເທົ່າເມື່ອທຽບໃສ່ປີ 2015”.

        ຕາມເຈົ້າໜ້າທີ່ສະຫະປະຊາຊາດແລ້ວ, ຄວາມສ່ຽງກີດຄວາມຜິດດ່ຽງບັນດາ SDGs ໄດ້ເກີດຂຶ້ນນັບແຕ່ໂລກລະບາດໂຄວິດ - 19 ແລະ ຮຸນແຮງກວ່າໃນ 2 – 3 ປີມໍ່ໆມານີ້ ຍ້ອນຄວາມຂາດສະຖຽນລະພາບດ້ານພູມສາດການເມືອງເພີ່ມຂຶ້ນ ພາໄປເຖິງເກີດການປະທະກັນໃນໂລກ. ພ້ອມກັນນັ້ນ, ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດກໍ່ນັບມື້ນັບຮ້າຍແຮງກວ່າ, ລື່ນກາຍຕາມການຄາດຄະເນກ່ອນໜ້ານັ້ນຂອງອົງການສະຫະປະຊາຊາດໄປຫຼາຍ. ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ, ນາງ Amina Mohammed, ຍອມຮັບວ່າ:

“ພວກຂ້າພະເຈົ້າພວມຖືກຄວາມກົດດັນຢ່າງໃຫຍ່ຫຼວງ ຍ້ອນຄວາມຈິງທີ່ວ່າ ຄວາມຫວັງຂອງປະຊາຊົນຢູ່ລະດັບສູງທີ່ສຸດ. ຄວາມໄວ້ເນື້ອເຊື່ອໃຈພວມຖືດຊຸດໂຊມ ແລະ ໃນຂະນະທີ່ພວກຂ້າພະເຈົ້າພວມປະຕິບັດບັນດາຄຳໝັ້ນໝາຍໃນໂຄງການດຳເນີນງານ 2030, ບັນດາວິກິດການພວມເກີດຂຶ້ນຢ່າງຮ້າຍແຮງຢູ່ທຸກແຫ່ງ”.

6 ຂົງເຂດໃຫ້ບຸລິມະສິດ

ເພື່ອແນໃສ່ສະກັດກັ້ນບັນດາ SDGs ທີ່ໄປຜິດດ່ຽງທິດ, ຊ້ຳບໍ່ໜຳແມ່ນຖອຍຫຼັງ, ບົດລາຍງານປະຈຳປີຂອງສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ທຸກປະເທດ ແລະ ອົງການຈັດຕັ້ງມີການກະທຳຢ່າງເດັດດ່ຽວຂ້ຽວຂາດ, ສຸມໃສ່ 6 ຂົງເຂດບຸລິມະສິດ, ລວມມີ: ລະບົບທັນຍາຫານ; ການເຂົ້າເຖິງພະລັງງານ; ການຫັນເປັນດີຈີຕອນ; ການສຶກສາ; ວຽກເຮັດງານທຳ ແລະ ການຮັບປະກັນຊີວິດສັງຄົມ, ການເຄື່ອນໄຫວດ້ານດິນຟ້າອາກາດ ແລະ ຊີວະນາໆພັນ. ເຖິງຢ່າງໃດກໍ່ຕາມ, ມີນັກຊ່ຽວຊານຫຼາຍທ່ານຖືວ່າ ໜຶ່ງໃນບັນດາສິ່ງທ້າທາຍຢ່າງໃຫຍ່ຫຼວງທີ່ສຸດທີ່ສະຫະປະຊາຊາດ ແລະ ບັນດາການກຳນົດການເງິນສາກົນຕ້ອງແກ້ໄຂໃນໄລຍະສັ້ນໆແມ່ນບັນຫາດ້ານການເງິນ, ລວມມີການອຸປະຖຳໃຫ້ບັນດາໂຄງການ SDGs ຢູ່ບັນດາປະເທດ ແລະ ຫຼຸດຜ່ອນການແບກຫາບໜີ້ສາທາລະນະທີ່ໜັກໜ່ວງໃຫ້ແກ່ບັນດາປະເທດພວມພັດທະນາ. ທ່ານນາງ Rebeca Grynspan, ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່ຽວກັບດ້ານການຄ້າ ແລະ ພັດທະນາ (UNCTAD) ໃຫ້ຮູ້ວ່າ: ມີປະຊາຊົນປະມານ 3,4 ຕື້ຄົນໃນໂລກ ພວມດຳລົງຊີວິດຢູ່ຫຼາຍປະເທດ ຕ້ອງຊຳລະໜີ້ຫຼາຍກວ່າຈຳນວນເງິນລົງທຶນໃຫ້ແກ່ສາທາລະນະສຸກ ຫຼື ການສຶກສາ ແລະ ສະພາບການດັ່ງກ່າວພວມຍິ່ງຮ້າຍແຮງກວ່າ.

ປີ 2024, ບັນດາປະເທດພວມພັດທະນາໄດ້ຕ້ອງຈ່າຍໜີ້ຈຳນວນເງິນ 847 ຕື້ USD ແລະ ປີນີ້ແມ່ນ 921 ຕື້ USD. ກໍໃນປີ 2024, ເປົ້າໝາຍດ້ານການເງິນເພື່ອປະຕິບັດສຳເລັດທຸກ SDGs ແມ່ນເກືອບ 4.000 ຕື້ USD, ແຕ່ປີນີ້ຕົວເລກຈະລື່ນ 4.000 ຕື້ USD. ບໍ່ພຽງແຕ່ບັນດາຕົວເລກທີ່ຮ້າຍແຮງກວ່າເທົ່ານັ້ນ, ຫາກຍັງການພັດທະນາກໍ່ພວມຖອຍຫັຼງ”.

ນອກຈາກບັນຫາດ້ານການເງິນແລ້ວ, ບັນດານັກຊ່ຽວຊານກໍ່ຊີ້ອອກຄວາມຮຽກຮ້ອງທີ່ຕ້ອງຊອກບັນດາສິ່ງທ້າທາຍໃໝ່ໃນການປະຕິບັດບັນດາ SDGs ໄດ້, ຄື ຍູ້ແຮງບັນດາຮູບແບບລົງທຶນພາກລັດ - ເອກະຊົນ ຫຼື ຊຸກຍູ້ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ໃນສະພາບເຕັກໂນໂລຊີທີ່ລະເບີດຂຶ້ນຄືໃນປະຈຸບັນ

ຕອບກັບ

ຂ່າວ/ບົດ​ອື່ນ