ສັນຕິພາບໃນແຫຼມເກົາຫຼີຍັງຄົງເຫີນຫ່າງຢູ່

ສັນຕິພາບໃນແຫຼມເກົາຫຼີຍັງຄົງເຫີນຫ່າງຢູ່ - ảnh 1
ລູກສອນໄຟນຳວິຖີໄລຍະກາງ Musudan ຂອງ ສ.ປ.ປ.ເກົາຫຼີ
(ພາບ:anninhthudo.vn)

 ພາຍຫຼັງທີ່ມີການກະທຳຫຼຸດຜ່ອນຄວາມເຄັ່ງຕຶງດ້ວຍການຍົກຍ້າຍລູກສອນໄຟ ໄລຍະກາງອອກຈາກ ບັນດາຖານຍິງຢູ່​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ, ວັນ​ທີ 8/5, ພຽງ​ຢາງພັດ​ມີ​ການ​ກະທຳ​ໃໝ່ ຊຶ່ງ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິ​ຕົກ​ກັງວົນ. ນັ້ນ​ແມ່ນ​ເລື່ອງ​ສືບ​ຕໍ່​ຜັນ​ຂະຫຍາຍລູກສອນໄຟ Scud ​ແລະ Rodong ຊຶ່ງ​ຕັ້ງ​ຢູ່​ບັນດາ​ຖານ​ຍິງ​ເຄື່ອນ​ທີ່ຢູ່​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້. ພ້ອມ​ກັບ​ການ​ຕັດສິນ​ລົງ​ໂທດ​ຢ່າງ​ເປີດ​ເຜີຍ​ຂອງ​ຈີນ​ຊຶ່ງ​ແມ່ນປະ​ເທດ​ພັນທະ​ມິດບ້ານ​ໃກ້​ເຮືອນ​ຄຽງ ​ໂດຍ​ຜ່ານ​ການ​ປິດ​ປະຕູ ​ແລ​ະ ​ໂຈ​ະທຸກໆ​ການ​​ພົວພັນ​ແລກປ່ຽນ​ດ້ານ​ການ​ເງິນ​ລະຫວ່າງ​ທະນາຄານ​ຈີນ​ກັບ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດແຫ່ງ ສ.ປ.ປ.​ເກົາຫຼີນັ້ນ, ​ແຫຼມ​ເກົາຫຼີ​ພວມ​ມີ​ບັນດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລ່ວງ​ໜ້າ.

    ວັນ​ທີ 7/5, ບັນດາ​ພາຫະນະ​ສື່​ມວນ​ຊົນ​ໃນ​​ໂລກ​ໄດ້​ພ້ອມ​ກັນ​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ ທະນາຄານ​ຈີນ​ໄດ້​ຕົກລົງປິດ​ປະຕູ ​ແລ​ະ ​ໂຈ​ະທຸກໆ​ການ​​ພົວພັນ​ແລກປ່ຽນ​ດ້ານ​ການ​ເງິນ​​ກັບ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດແຫ່ງ ສ.ປ.ປ.​ເກົາຫຼີ. ​ໃນ​ທັນ​ທີ່, ວໍ​ຊິງ​ຕັນ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ກັບ​ການ​ຕົກລົງ​ທຳ​ອິດນີ້ຂອງ ​ປັກ​ກິ​ງ . ກ່າວ​ຄຳ​ເຫັນກັບ​ວົງ​ການ​ນັກ​ຂ່າວ​ເມື​ອ່ວັນ​ທີ 8/5, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ Patrik Ventrell ​ໄດ້​ຊີ້​ແຈ້ງວ່າ ອາ​ເມ​ລິ​ກາຊົມ​ເຊີຍ​ບັນດາ​ບັນດາ​ບາດກ້າວ​ເດີນ​ຂອງ​ປະຊາ​ຄົມ​ໂລກ, ​ໃນ​ນັ້ນ​ມີ​ຈີ​ນ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ ສ.ປ.ປ.​ເກົາຫຼີ. ໜັງສືພິມ Los Angeles ທ່າ​ຍຂອງ ອາ​ເມ​ລິ​ກາ​ ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ກະທຳ​ນີ້​ແມ່ນ​ສັນຍານ​ທີ່​ຈະ​ແຈ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ ປັກ​ກິ​ງພວມ​ນັບ​ມື້​ນັບ​ເສຍ​ຫວັງ​ຕໍ່​ພຽງ​ຢາງ. ສ່ວນ​ຕາມ​ບັນດາ​ຜູ້​ຊ່ຽວຊານ​ກ່ຽວ​ກັບ ສ.ປ.ປ.​ເກົາຫຼີ ສັງກັດ​ໂຮງຮຽນ​ພັກ​ສູນ​ກາງ​ແຫ່ງ​ປະ​ເທດ​ຈີນ​ແລ້ວ, ນີ້​ແມ່ນ​ການ​ກະທຳ​ທີ່​ຄວນ​ປະຕິບັດ ​ແລະ ປັກ​ກິ​ງ​ໄດ້​ມີ​ການ​ຊັງ​ຊາ​ຢ່າງ​ລະອຽດ​ກ່ຽວ​ກັບ​ດ້ານ​ການ​ເມືອງ ​ແລະ ຜົນປະ​ໂຫຍ​ດ.

   ຫາງ​ສຽງ​ຖື​ວ່າ ການ​ກະທຳ​ດັ່ງກ່າວ​ແມ່ນ​ສັນຍານ​​ໃໝ່​ກ່ຽວ​ກັບ​ຄວາມ​ບໍ່ພໍ​ໃຈ​ຂອງ​ປັກ​ກິ​ງທີ່​ມີ​ຕໍ່​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ. ສິ່ງ​ທີ່​ເປັນ​ອັນຕະລາຍ​ກ່ວາ​ນັ້ນ, ​ແມ່ນ​ການກະທຳຂອງ​ຈີນ​ອາດ​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​​ເລື່ອງບັນດາທະ​ນາຄາ​ນອື່ນໆ​ໃນ​ພາກ​ພື້ນ​ອາດ​ຈະ​ຊັງ​ຊາ​ຄືນ​ກ່ຽວ​ກັບ​ການ​ພົວພັນ​ກັບ ສ.ປ.ປ.​ເກົາຫຼີ. ຖ້າ​ເປັນ​ດັ່ງ​ນັ້ນ, ຄວາມ​ຫຍຸ້ງຍາກ​ຈະ​ຍິ່ງເພີ່ມຂຶ້ນ​ສຳລັບອຳນາດ​ການ​ປົກຄອງ​ພຽງ​ຢາງ. ​ເພາະ​ໃນ​ປະຈຸ​ບັນ. ຕາມ​ຂໍ້​ສັງ​ເກດ​ຂອງ​ໂຄງການ​ທັນ​ຍາ​ຫານ​ໂລກ (WFP), ສ.ປ.ປ.​ເກົາຫຼີ ພວມ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ສະພາບ​ຂາດ​ແຄນ​ສະບຽງ​ອາຫານ. ​ໃນ​ຂະນະ​ນັ້ນ, ​ເລື່ອງ​ເດັດ​ດຽວ​ເດີນ​ຕາມ​ໂຄງການ​ຜະລິດອາວ​ຸດນິວ​ເຄຼຍຂອງ​ພຽງ​ຢາງ​ໄດ້ ​ແລະ ພວມ​ສືບ​ຕໍ່​ປະສົບ​ກັບ​ປະຕິກິ​ລີ​ຍາ​ຢ່າງ​ຮຸນ​ແຮງ​ຈາກ​ວົງ​ການ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ. ລະອຽດ​ແມ່ນ​ໃນ​ການ​ພົ​ບປະລະ​ຫວ່າງ​ປະທານາທິບໍດີ ອາ​ເມ​ລິ​ກາ Obama ​ແລະ ຄູ່​ຕຳ​ແໜ່​ງຂອງ​ສ.​ເກົາຫຼີ ທ່ານ​ນາງ Park Gyun Hye ​ເມື່ອ​ວັນ​ທີ 7/5 ຢູ່​ທຳນຽບຂາວ, 2 ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ບໍ່​ປະ​ນິປະນອມ​ກັບ ສ.ປ.ປ.​ເກົາຫຼີ ພາຍຫຼັງ​ເກີດ​ຄວາມ​ເຄັ່ງ​ຕຶ່ງ​ມາ​ເປັນ​ເວລາ​ຫຼາຍ​ເດືອນ, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ວ່າ ພຽງ​ຢາງ​ພວມ​ຕ້ອງ​ແບກ​ຫາບ​ຄວາມ​ຫຍຸ້ງຍາກ​ຈາກ​ວິ​ກິດ​ການ​ນີ້. ​ເຖິງ​ວ່າ​​ມີ​ການ​ແດງ​ໄມຕີ​ຈິດ​ມິດຕະພາບ​ຂະນະ​ທີ່​ໄດ້​ສະ​ເໜີ​​ໃຫ້​ກໍ່ສ້າງ​ສວນສາທາ ລະນະສາກົນ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ 2 ພາກ​ເກົາຫຼີ, ພ້ອມ​ທັງ​ເປີດ​ປະຕູ​ມຸ່ງ​ໄປ​ສູ​່ການ​ເຈລະຈາ​ຖ້າ​ຫາກ​ຜູ້ນຳ ສ.ປ.ປ.​ເກົາຫຼີ ທ່ານ Kim jong Un ຕົກລົງ​ເດີນ​ຕາມ “ ​ເສັ້ນທາງ​ສັນຕິພາບ” ກໍ​ຕາມ, ​ແຕ່ປະທານາທິບໍດີ​ສ.​ເກົາຫຼີ ທ່ານ​ນາງ Park Gyun Hye ຍັງ​ຄົງ​ເນັ້ນ​ໜັກ​ເຖິງຫຼັກໝັ້ນຂອງ Seoul ວ່າ ຈະ​ເຮ​ັດ​ໃຫ້​ພຽງ​ຢາງຕ້ອງ​ຮັບ​ສິ່ງ​ຕອບ​ແທນ​ຖ້າ​ຫາກ​ບຸກ​ໂຈມ​ຕີສ.​ເກົາຫຼີ. ຄຳ​ຖະ​ແຫຼ​ງດັ່ງກ່່າວຖືກ​ຍົກ​ອອກ​ມາ ກ່ອນ​ນີ້ 2,3 ຊົວ​ໂມງ​ທີ່​ກອງທັບ​ແຫ່ງສ.ປ.ປ.​ເກົາຫຼີມີ​ຄຳ​ນາບ​ຂູ່​ຄັ້ງ​ໃໝ່, ຕາມ​ນັ້ນ​ແລ້ວ, ພຽງ​ຢາງ​ໄດ້​ປະຕິ​ຍານ​ວ່າ ຈະ​ເຮັດ​ໃຫ້​ເກາະ​ແຫ່ງ​ຕ່າງໆ​ຢູ່​ເຂດ​ຊາຍ​ແດນ​ການ​ເປັນ​ແປວ​ໄຟ ຖ້າ​ຫາກ​ລູກປືນ​ໃຫຍ່​ລູກ​ໜຶ່ງ​ຕົກ​ໃສ່​ດິນ​ແດນ ຂອງ​ປະ​ເທດນີ້​ໃນ​ຂະນະ​ທີ່ ອາ​ເມ​ລິ​ກາ-ສ.​ເກົາຫຼີ ພວມ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ. ກ່ອນ​ໜ້າ​ນັ້ນ, ສ.ປ.ປ.​ເກົາຫຼີ ​ໄດ້​ຖື​ວ່າ ການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ໄລຍະ​ລະຫວ່າງ ອາ​ເມ​ລິ​ກາ-ສ.​ເກົາຫຼີ ​​ໃນ​ເວລາ 5 ວັນ​ນີ້ ​ແມ່ນ​ການ​ກະທຳ​ເປັນ​ປໍ​ລະ​ປັກ ​ແລະ ​ເກາະ​ຜິດ​ດ້ານ​ການ​ທະຫານ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ : ສະພາບ​ການ​ໃນ ແຫຼມ​ເກົາຫຼີຍັງ​ຄົງ​ເຄັ່ງ​ຕຶງ​ທີ່​ສຸດ, ​ອັນ​ໄດ້​ເຮັດ​ໃຫ້ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ, ​ແລະ ຖ້າ​ຫາກ​ມີ​ການ​ກະທຳ​ຜິດ​ພຽງ​ເລກ​ນ້ອຍ​ກໍ​ຈະ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ. ວັນ​ທີ 8/5,​ ທ່ານ​ເລຂາທິການ​ໃຫຍ່ສ.ປ.ຊ Ban ki-Moon ​ໄດ້​ເນັ້ນ​ໜັກວ່າ ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ພົວພັນ​ລະຫວ່າງ 2 ພາກ​ເກົ​າຫຼີ ພຽງ​ແຕ່​ສາມາດ​ປກ້​ໄຂ​ໄດ້​ຜ່ານ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ເຈລະຈາ.

    ປະຈຸ​ບັນ, ກໍລະນີ​ເກີດ​ການ​ປະ​ທະ​ກັນ​ໃນ ແຫຼມ​ເກົາຫຼີ ຖືກ​ບັນດາ​ຜູ້​ຊ່ຽວຊານ​ສັງ​ເກດ​ວ່າ ຍາກ​ທີ່​ຈະ​ເກີດ​ຂຶ້ນ, ຂະນະ​ທີ່​ອຳ​ນາ​ການ​ປົກຄອງ​ພຽງ​ຢາງ​ໄດ້​ຫັນ​ສູ່​ການ​ເຕື້ອງ​ເຖິງ​ບັນດາ​ເງື່ອນ​ໄຂ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​​ໃໝ່. ໜຶ່ງ​ໃນ​ບັນດາ​ເງື່ອນ​ໄຂ​ທີ່ ສ.ປ.ປ.​ເກົາຫຼີຍົກ​ອອກມາ​ໃນ​ຄັ້ງນີ້ ​ແມ່ນ​ບໍ່​ມີ​ຫຍັງ​ໃໝ່​ອຽມ, ນັ້ນ​ແມ່ນ​ຄວາມ​ຮຽກຮ້ອງ​ໃຫ້ ສ.ປ.ຊ ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ; ອາ​ເມ​ລິ​ກາຕ້ອງ​ຖອນ​ບັນດາ​ອາວຸດ​ບຸກ​ໂຈມ​ຕີຍຸດ​ທະ​ສາດ​ໂດຍ​ປະ​ເທດ​ນີ້​ໄດ້​ຜັນ​ຂະຫຍາຍ​ຢູ່​ໃກ້​ກັບ ແຫຼມ​ເກົາຫຼີ.... ​ແຕ່​ເບິ່ງ​ຄື​ວ່າ ສິ່ງ​ນີ້​ບໍ່​ສາມາດ​ປະຕິບັດ​ໄດ້​ຢ່າງ​ງ່າຍ​ດາຍ, ​ເພາະ​ໃນ​ປະຈຸ​ບັນ, ຂະນະ​ທີ່​ພຽງ​ຢາງ​ມີ​ຄວາມ​ຫວັງ​ຢາກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ແມ່ນ​ປະ​ເທດ​ທີ່​ມີ​ກຳລັງ​ຄວາມສາມາດ​ດ້ານ​ນິ​ວ​ເຄຼຍນັ້ນ, ​ແຕ່ອາ​ເມ​ລິ​ກາພັດ​ຍົກ​ອອກ​ເງື່ອນ​ໄຂ​ຕັດສິນ​ແກ່​ການ ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​​ໃໝ່, ນັ້ນ​ແມ່ນ ສ.ປ.ປ.​ເກົາຫຼີ ຕ້ອງ​ຍົກ​ເລີກ​ໂຄ​ງການ​ນິວ​ເຄຼຍຂອງ​ຕົນ. ຍ້ອນ​ເຫດ​ນີ້​ເອງ, ​ມັນໄດ້ ​ແລະ ພວມ​ເຮັດ​ໃຫ້​ວິວັດທະນາ​ການ​ສັນຕິພາບ​ໃນແຫຼມ​ເກົາຫຼີ ສືບ​ຕໍ່​ປະສົບ​ກັບ​ສິ່ງ​ກີດຂວາງຫຼາຍ​ຢ່າງ ​ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ