ສືບຕໍ່ບັນດາຄວາມມານະພະຍາຍາມຮັບປະກັນສິດທິເດັກຢູ່ ຫວຽດນາມ

(VOVWORLD) - ປີ 2017, ຫວຽດນາມ ສືບຕໍ່ມີບັນດານະໂຍບາຍ ແລະ ການກະທຳລະອຽດ ໃນການຮັບປະກັນສິດທິເດັກ. ຈຸດປະສົງແມ່ນເພື່ອໃຫ້ຊີວິດຂອງເດັກໄດ້ຮັບການປົວແປງໃຫ້ດີຂຶ້ນ, ເດັກນ້ອຍໄດ້ຮັບຄວາມເອົາໃຈໃສ່ກ່ວາອີກໃນການປະຕິບັດບັນດາສິດຂອງຕົນຄືສິດໄດ້ຮັບການປົກປ້ອງ, ສິດໄດ້ເຂົ້າຮ່ວມ ແລະ ສິດໄດ້ຂະຫຍາຍຕົວ. ບົດຂຽນ “ສືບຕໍ່ບັນດາຄວາມມານະພະຍາຍາມຮັບປະກັນສິດທີເດັກຢູ່ ຫວຽດນາມ” ຂອງຮົ່ງເວີນ, ນັກຂ່າວ VOV.
ສືບຕໍ່ບັນດາຄວາມມານະພະຍາຍາມຮັບປະກັນສິດທິເດັກຢູ່ ຫວຽດນາມ - ảnh 1 ໃນຂອບເຂດກອງປະຊຸມຄັ້ງທີ 34 ສະພາສິດທິມະນຸດ, ສປຊ, ຫວຽດນາມ ໄດ້ຈັດຕັ້ງ ການໂອ້ລົມສົນທະນາສາກົນ "ສຶກສາໃຫ້ເດັກກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ " 

ບັນຫາທີ່ເປັນໜ້າສົນໃຈໃນການຮັບປະກັນການປະຕິບັດສິດທິເດັກຢູ່ ຫວຽດນາມ ແຕ່ຕົ້ນປີ 2017 ມາຮອດປະຈຸບັນ ນັ້ນແມ່ນກົດໝາຍວ່າດ້ວຍເດັກນ້ອຍ ມີຜົນສັກສິດຢ່າງເປັນທາງການ, ສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ; ສ້າງບັນດາຮູບແບບຖືເດັກເປັນໃຈກາງ, ຊຸກຍູ້ການເຂົ້າຮ່ວມຂອງເດັກ.

ນະໂຍບາຍສຳຄັນກ່ຽວກັບເດັກນ້ອຍມີຜົນສັກສິດ

       ເລື່ອງກົດໝາຍວ່າດ້ວຍເດັກນ້ອຍມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 1 ມິຖຸນາ 2017 ເປັນຕົ້ນໄປໄດ້ສ້າງກອບກົດໝາຍສຳຄັນໃນວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາອົບຮົມເດັກ ພ້ອມທັງກໍ່ໄດ້ກຳນົດຄວາມຮັບຜິດຊອບປະຕິບັດບັນດາຄຳໝັ້ນສັນຍາຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍເດັກຂອງ ຫວຽດນາມ. ຕາມນັ້ນແລ້ວ, ເມື່ອສ້າງນະໂຍບາຍ, ກົດໝາຍທີ່ໄດ້ກະທົບເຖິງເດັກ, ຕ້ອງພິຈາລະນາຄວາມເຫັນຂອງເດັກ ແລະ ບັນດາອົງການ, ຫົວໜ່ວຍກ່ຽວຂ້ອງ; ຮັບປະກັນການສົມທົບບັນດາເປົ້າໝາຍຄາດໝາຍກ່ຽວກັບເດັກໃນການວາງແຜນກຳນົດ, ແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ຂະແໜງການ ແລະ ທ້ອງຖິ່ນ. ກົດໝາຍກໍ່ໄດ້ກຳນົດແຈ້ງບັນດາໝວດສິດຂອງເດັກກ່ຽວກັບຄວາມເປັນຕາຍ, ການຂະຫຍາຍຕົວ, ປົກປ້ອງ ແລະ ເຂົ້າຮ່ວມເພື່ອແນໃສ່ຫັນສິດທິມະນຸດ, ສິດພົນລະເມືອງເປັນລະອຽດ ພ້ອມທັງສ້າງຄວາມກົມກ່ຽວກັບສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເໝາະສົມກັບເງື່ອນໄຂຕົວຈິງຂອງ ຫວຽດນາມ. ຈຸດໃໝ່ພິເສດຂອງກົດໝາຍວ່າດ້ວຍເດັກ 2016 ແມ່ນໄດ້ກຳເນົດກ່ຽວກັບ: ອົງການຕົວແທນສຽງເວົ້າ, ຄວາມມຸ່ງມາດປາດຖະໜາຂອງເດັກ ແລະ ຕິດຕາມກວດກາເລື່ອງປະຕິບັດສິດທິເດັກຕາມຄວາມເຫັນ, ຄວາມມຸ່ງມາດປາດຖະໜາຂອງເດັກ ແມ່ນສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ. ນີ້ແມ່ນກົນໄກໃໝ່, ກ້າວໜ້າ, ສະແດງໃຫ້ເຫັນວ່າ: ລັດ, ສັງຄົມ ເຄົາລົບສຽງເວົ້າຂອງເດັກ ຜ່ານອົງການຕາງໜ້າຂອງເດັກນ້ອຍ.  ທ່ານນາງ ດ່າວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຕີລາຄາວ່າ:

        “ກົດໝາຍວ່າດ້ວຍເດັກນ້ອຍໄດ້ສຳພັດບົນພື້ນຖານສິດທິເດັກ, ເດັກນ້ອຍເວົ້າລວມ ກໍ່ຄືບັນດາເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ກົດໝາຍວ່າດ້ວຍເດັກນ້ອຍສະແດງໃຫ້ເຫັນແຈ້ງບັນດາຂໍ້ກຳນົດຂອງລັດຖະທຳມະນູນໃນການຜັນຂະຫຍາຍປະຕິບັດສິດທິມະນຸດ ແລະ ສິດທິເດັກ, ສຳພັດບົນພື້ນຖານບັນດາແງ່ມູມກ່ຽວຂ້ອງເຖິງສົນທິສັນຍາສາກົນກ່ຽວກັບສິດທິເດັກເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ.”

        ເພື່ອຊ່ວຍໃຫ້ລັດຖະບານຊີ້ນຳ, ປະສານງານລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃນການແກ້ໄຂບັນດາບັນຫາກ່ຽວກັບເດັກນ້ອຍ, ປະຕິບັດສິດທິເດັກ, ຊຸກຍູ້ການປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ, ໃນເດືອນ ມິຖຸນາ, ນາຍົກລັດຖະມົນຕີ ໄດ້ຕົກລົງສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ ໂດຍຮອງນາຍົກລັດຖະມົນຕີທ່ານໜຶ່ງເປັນປະທານ. ບັນດາຮອງປະທານຄະນະກຳມະການເຊິ່ງລວມມີລັດຖະມົນຕີຂອງ 3 ກະຊວງຄື: ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງສາທາລະນະສຸກ. ທ່ານ ດ່າວງອກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

        “ສ້າງຂອບກົດໝາຍ ແລະ ບັນດານະໂຍບາຍທີ່ກ່ຽວຂ້ອງເຖິງເດັກນ້ອຍໃຫ້ສົມບູນແບບ ແມ່ນປັດໄຈສຳຄັນໃນຂົງເຂດເດັກນ້ອຍ, ຂອບກົດໝາຍຄົບຖ້ວນທີ່ສຸດ, ແທດຈິງທີ່ສຸດ, ຈາກນັ້ນ ອາດຈະຈັດຕັ້ງປະຕິບັດຢ່າງຄົບຊຸດ. ເລື່ອງມີຮອງນາຍົກລັດຖະມົນຕີ ເປັນປະທານຄະນະກຳມະການ ແລະ ລັດຖະມົນຕີ 3 ທ່ານເປັນຮອງປະທານ ໄດ້ສະແດງໃຫ້ເຫັນວ່ານີ້ ຄະນະກຳມະການລະຫວ່າງຂະແໜງ, ໃນນັ້ນ ເລື່ອງທັງເປັນເສນາທິການທັງຊີ້ນຳຈະສ້າງເງື່ອນໄຂສະດວກກ່ວາອີກ.  ຫວຽດນາມ ກໍ່ສຸມໃສ່ຍູ້ແຮງລະບອບການໜູນຊ່ວຍສັງຄົມສຳລັບເດັກ. ປະຈຸບັນ, ໃນລະບົບນີ້, ທາງກະຊວງພວມຄິດໄລ່ຊັ່ງຊາການສ້າງກົດໝາຍວ່າດ້ວຍວຽກງານສັງຄົມ.”

ສືບຕໍ່ບັນດາຄວາມມານະພະຍາຍາມຮັບປະກັນສິດທິເດັກຢູ່ ຫວຽດນາມ - ảnh 2

ຊຸກຍູ້ສິດໄດ້ເຂົ້າຮ່ວມຂອງເດັກນ້ອຍ

       ພ້ອມກັບການປະກາດໃຊ້ນະໂຍບາຍ, ເລື່ອງສ້າງທົດລອງບັນດາຮູບແບບຖືເດັກເປັນໃຈກາງ, ຊຸກຍູ້ສິດໄດ້ເຂົ້າຮ່ວມຂອງເດັກນ້ອຍຢູ່ທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ຜັນຂະຫຍາຍ. ໃນເດືອນມິຖຸນາ, ສະພາກອງເຍົາວະຊົນສູນກາງ ສ້າງທົດລອງຮູບແບບ “ສະພາເດັກນ້ອຍ” ຂັ້ນແຂວງ, ນະຄອນໄລຍະ 2017 – 2020. ນະຄອນ ໂຮ່ຈີມິນ ແມ່ນຫົວໜ່ວຍທຳອິດຂອງ ຫວຽດນາມ ໄດ້ສະເໜີຕົວສະພາເດັກນ້ອຍ ແລະ ຈັດຕັ້ງກອງປະຊຸມຄັ້ງທີ 1 ໃນວັນທີ 22 ມິຖຸນາ. ສະພາເດັກນ້ອຍ ໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ຊ່ວຍໃຫ້ເດັກນ້ອຍ ໄດ້ແລກປ່ຽນຄຳເຫັນ, ຂໍ້ສະເໜີແນະ ບັນດາບັນຫາລະຫຼິ້ນບັນເທີງ, ຮ່ຳຮຽນເພື່ອຂະຫຍາຍຕົວຢ່າງຮອບດ້ານ, ເປັນຂົວເຊື່ອມຕໍ່ຊ່ວຍການນຳທຸກຂັ້ນ ກຳແໜ້ນສະພາບການຂອງເດັກ, ບັນດາບັນຫາກ່ຽວຂ້ອງເຖິງການພັດທະນາຮອບດ້ານຂອງເດັກ, ສ້າງນະໂຍບາຍ, ຂໍ້ຕົກລົງກ່ຽວກັບເດັກນ້ອຍໃຫ້ສົມບູນແບບ. ຖັດຈາກນະຄອນ ໂຮ່ຈີມິນ, ຮູບແບບສະພາເດັກນ້ອຍ ໄດ້ຮັບການກໍ່ສ້າງຢູ່ຮ່າໂນ້ຍ, ບີ່ງດິ້ງ, ກວາງນີງ, ອຽນບ໋າຍ.

        ໄປຄຽງຄູ່ກັບການສ້າງຮູບແບບ “ສະພາເດັກນ້ອຍ”, ຫວຽດນາມ ກໍ່ຊຸກຍູ້ໂຄງການ “ນະຄອນເປັນມິດກັບເດັກນ້ອຍ” ດ້ວຍການເຂົ້າຮ່ວມຂອງກອງທຶນອະນຸຊົນ ສປຊ (UNICEF). ທ່ານ Youssouf Abdel – Jelil, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ:

        “ໂຄງການນະຄອນເປັນມິດກັບເດັກນ້ອຍໄດ້ຮັບການປະຕິບັດຢູ່ຫຼາຍປະເທດ ຈາດບັນດາປະເທດພວມພັດທະນາ, ມີລາຍຮັບປານກາງຕະຫລອດຮອດປະເທດພັດທະນາຄື ຝຣັ່ງ, ນິວຊີແລນ, ອີຕາລີ… ຢູ່ ຫວຽດນາມ, ໃນໄລຍະຜ່ານມາ, UNICEF ໄດ້ສົມທົບກັບນະຄອນ ໂຮ່ຈີມິນ ຜັນຂະຫຍາຍ, ເລີ່ມປະຕິບັດໂຄງການ “ນະຄອນເປັນມິດກັບເດັກນ້ອຍ”. ຂໍ້ລິເລີ່ມນີ້ສວມບົດບາດສຳຄັນທີ່ສຸດສຳລັບເດັກ. ພວກຂ້າພະເຈົ້າຜັນຂະຫຍາຍໂຄງການນີ້ ຢູ່ນະຄອນ ໂຮ່ຈີມິນ ເປັນຕົ້ນຕໍ, ຫຼັງຈາກນັ້ນ ໄດ້ທະວີຄຸນໄປສູ່ບັນດານະຄອນອື່ນຄື ດ່ານັ້ງ.”

        ຫວຽດນາມ ໄດ້ມີຜົນງານຫຼາຍຢ່າງໃນການປະຕິບັດສິດທິເດັກ. ເລື່ອງລັດຖະບານສືບຕໍ່ບັນດາຄວາມມານະພະຍາຍາມປົກປ້ອງເດັກຈະຊ່ວຍເດັກນ້ອຍ ຫວຽດນາມ ເກືອບ 26 ລ້ານຄົນໄດ້ຮັບການເບິ່ງແຍງດູແລ ແລະ ປົກປ້ອງໃຫ້ເປັນຢ່າງດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ