ສືບຕໍ່ປະຕິບັດແນວທາງການຕ່າງປະເທດເພື່ອຜົນປະໂຫຍດຂອງປະເທດຊາດ

(VOVWORLD) - ຫວຽດນາມ ຢືດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍທິດ, ຫຼາຍຮູບຫຼາຍແບບ
ສືບຕໍ່ປະຕິບັດແນວທາງການຕ່າງປະເທດເພື່ອຜົນປະໂຫຍດຂອງປະເທດຊາດ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ)

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວສາກົນໃນຕອນເຊົ້າວັນທີ 03 ສິງຫາ, ຢູ່ ຮ່າໂນ້ຍ, ພາຍຫຼັງຮັບດຳລົງຕຳແໜ່ງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢືນຢັນວ່າ, ຈະສືບຕໍ່ຈັດຕັ້ງການປະຕິບັດແນວທາງລວມຂອງພັກກອມມູນິດ ຫວຽດນາມໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ກ່ຽວກັບແນວທາງການຕ່າງປະເທດ. ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຊີ້ແຈ້ງວ່າ, ຫວຽດນາມ ຢືດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍທິດ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

        ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ການຕ່າງປະເທດຂອງ ຫວຽດນາມ ກໍ່ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງທີ່ມີຄວາມໝາຍປະຫວັດສາດ, ກາຍເປັນຈຸດພົ້ນເດັ່ນທີ່ເຕັມໄປດ້ວຍຄວາມປະທັບໃຈໃນການເຄື່ອນໄຫວ, ຜົນງານລວມທັງໝົດຂອງ ຫວຽດນາມ. ການຕ່າງປະເທດ ຫວຽດນາມ ໄດ້ເປີດກວ້າງຢ່າງບໍ່ຢຸດຢັ້ງ, ສ້າງຂີດໝາຍນັບທັງການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ.

ຢືດໝັ້ນຕໍ່ຫຼັກການເອກະລາດ, ເປັນເຈົ້າຕົນເອງ, ປະຕິບັດວຽກງານການທູດໃນຍຸກສະໄໝໃໝ່

        ໂດຍເສີມຂະຫຍາຍບັນດາຜົນງານການຕ່າງປະເທດທີ່ບັນລຸໄດ້ ແລະ ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຫວຽດນາມ ສືບຕໍ່ວາງຈຸດສຸມບຸລິມະສິດໃນນະໂຍບາຍການຕ່າງປະເທດ, ລະດົມກຳລັງແຮງຂອງຍຸກສະໄໝຢ່າງສູງສຸດ, ປະກອບສ່ວນປົກປັກຮັກສາປະເທດຊາດໂດຍໄວ, ຈາກໄກ, ປະຕິບັດແນວທາງປ່ຽນແປງໃໝ່ບັນລຸຜົນສຳເລັດ. ທີ່ກອງປະຊຸມຖະແຫຼງຂ່າວສາກົນ ພາຍຫຼັງໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນວ່າ:

        “ຫວຽດນາມ ຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ເສີມຂະຫຍາຍໝາກຜົນຂອງວຽກງານການຕ່າງປະເທດທີ່ບັນລຸໄດ້ໃນໄລຍະຜ່ານມາໃຫ້ເປັນຢ່າງດີ. ບົນຈິດໃຈແມ່ນຮັກສາທັດສະນະເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການເຄື່ອນໄຫວການຕ່າງປະເທດ. ຜົນປະໂຫຍດຂອງປະເທດຊາດ, ຊົມເຜົ່າ ຫວຽດນາມ ແມ່ນເໜືອກວ່າສິ່ງໃດໝົດ, ຍາມໃດກໍ່ຕ້ອງຮັບການປົກປັກຮັກສາ, ເຄົາລົບ. ຫວຽດນາມ ຈະສືບຕໍ່ຍູ້ແຮງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພື່ອນມິດທີ່ເປັນມູນເຊື້ອ ແລະ ບັນດາຄູ່ຮ່ວມມືສຳຄັນອື່ນໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ປັບປຸງສະພາບການພົວພັນຕ່າງປະເທດຢ່າງມີສະຖຽນລະພາບ, ສັນຕິພາບ, ສ້າງເງື່ອນໄຂອຳນວຍຄວາມສະດວກຢ່າງສູງສຸດໃຫ້ແກ່ການພັດທະນາຂອງ ຫວຽດນາມ”.

        ໃນສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ, ການທູດຫຼາຍຝ່າຍຂອງ ຫວຽດນາມ ສືບຕໍ່ເປັນເຈົ້າການ, ມີໄຫວພິບ, ເຂົ້າຮ່ວມການກຳນົດທິດ ແລະ ຫຼັກການຂອງລະບອບຫຼາຍຝ່າຍ, ຢືນຢັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ. ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືກັບສາກົນ ເພື່ອແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະ ໃນໂລກ, ບົນຈິດໃຈສັນຕິພາບ, ມິດຕະພາບ, ວັດທະນະທຳມະນຸດ. ນີ້ແມ່ນມູນເຊື້ອການທູດທີ່ຕ້ອງໄດ້ຮັບການເສີມຂະຫຍາຍ ເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຍົກອອກມາ.

        “ຫວຽດນາມ ກໍ່ເພີ່ມທະວີການປະກອບສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ; ສຶບຕໍ່ຍົກສູງການທູດຫຼາຍຝ່າຍ, ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ສືບຕໍ່ປະຕິບັດວຽກງານການທູດໃຫ້ບັນລຸປະສິດທິຜົນໃນຍຸກສະໄໝໃໝ່, ບົນພື້ນຖານຖືເອົາຫຼັກວິທີການຂອງຄົນ ຫວຽດນາມ, “ຖືເອົາສິ່ງທີ່ບໍ່ປ່ຽນແປງຮັບມືກັບສິ່ງປ່ຽນແປງ”, ສັນຕິພາບ ແລະ ເປັນມິດ, “ໃຊ້ຄວາມເມດຕາແທນຄວາມຮຸນແຮງ”. ນີ້ແມ່ນມູນເຊື້ອຂອງຊາດ ຫວຽດນາມ ທີ່ມີມານັບພັນປີ, ແມ່ນຕ້ອງເສີມຂະຫຍາຍ”.

ຮັກສາທ່ວງທ່າ ແລະ ກຳລັງແຮງ ຫວຽດນາມ

        ໃນໄລຍະຜ່ານມາ, ການເຄື່ອນໄຫວພົວພັນຕ່າງປະເທດຂອງ ຫວຽດນາມ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸໝາກຜົນສຳຄັນຫຼາຍຢ່າງ. ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງສືບຕໍ່ໄດ້ຮັບການປັບປຸງ, ການພົວພັນກັບບັນດາປະເທດໃຫຍ່, ຄູ່ຮ່ວມມືສຳຄັນສືບຕໍ່ໄດ້ຮັບການຊຸກຍູ້. ການພົວພັນກັບບັນດາພັກກຳອຳນາດຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດສັງຄົມນິຍົມມີຫຼາຍບາດກ້າວສຳຄັນ.

        ຜ່ານບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ ແລະ ລັດ, ພິເສດແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ, ຫວຽດນາມ ໄດ້ແບ່ງປັນກັບບັນດາພັກການເມືອງ, ຄູ່ຮ່ວມມືສາກົນແຈ້ງຂໍ້ມູນກ່ຽວກັບສະພາບການຂອງ ຫວຽດນາມ, ແຜນນະໂຍບາຍ, ແນວທາງຂອງພັກກອມມູນິດ ຫວຽດນາມ, ໃນນັ້ນ, ມີແນວທາງການຕ່າງປະເທດ, ທັດສະນະ, ຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ວຽກງານຖະແຫຼງຂ່າວກ່ຽວກັບເສດຖະກິດການຕ່າງປະເທດ, ເຜີຍແຜ່ອະທິປະໄຕເຂດທະເລ, ໝູ່ເກາະ, ເຂດຊາຍແດນແຫ່ງຊາດ, ບັນຫາຢູ່ທະເລຕາເວັນອອກ, ບັນດາບັນຫາດ້ານສາສະໜາ, ຊົນເຜົ່າ, ປະຊາທິປະໄຕ, ສິດທິມະນຸດ… ກໍ່ໄດ້ຮັບການຜັນຂະຫຍາຍຜ່ານຊ່ອງຂໍ້ມູນຂ່າວສານການຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ. ຜ່ານນັ້ນ, ເພື່ອນມິດສາກົນກໍ່ນັບມື້ນັບກຳແໜ້ນຂໍ້ມູນກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ຢ່າງທັນການ, ຄົບຖ້ວນ, ເພີ່ມທະວີການສະໜັບສະໜູນ ຫວຽດນາມ.

        ເລື່ອງ ຫວຽດນາມ ຢືດໝັ້ນຕໍ່ແນວທາງການຕ່າງປະເທດ ເຊິ່ງໄດ້ເຕື້ອງເຖິງໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກນັ້ນ, ແມ່ນພື້ນຖານສຳຄັນເພື່ອໃຫ້ວຽກງານການຕ່າງປະເທດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດໃນໄລຍະຈະມາເຖິງໃຫ້ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ